Sunday, January 25, 2009

Weekly Review #1, 2009



ຂ່າວທົ່ວໄປ

ສັປດານີ້ເປັນສັປດາປະຫວັດສາດຂອງຊາວອະເມຣິກາ. ຂ້າເຈົ້າສເລີມສລອງ ການສາບານຕົວ ຂອງທ່ານໂອບາມາ ຊຶ່ງເປັນຊາວອະເມຣິກັນດຳຄົນແຣກ ທີ່ໄດ້ເຂົ້າຮັບຫນ້າທີ່ ເປັນປະທານທິບໍດີ ຄົນທີ່ ໔໔ ຂອງອະເມຣິກາ.

ໃນຄຳປາສັຍແຣກຂອງທ່ານປະທານໄຫມ່ນີ້ ທ່ານໄດ້ແຈ້ງເຖິງ ຈຸດປະສົງແລະແນວທາງ ຂອງການປົກຄອງໄຫມ່ຂອງທ່ານ ທັງດ້ານການເມືອງພາຍໄນ ແລະພາຍນອກ.

ສຳລັບນະໂຍບາຍການເມືອງພາຍໃນປະເທດ ໂອບາມາຈະເນັ້ນຫນັກໄສ່ ການແກ້ໄຂບັນຫາທາງດ້ານເສຖກິດ ທີ່ຕົກຢູ່ໃນສະພາບຂັບຂັນທີ່ສຸດ ໂດຍແນ່ໄສ່ ການຍົກຣະດັບເສຖກິດ ຂອງຊົນຊັ້ນປານກາງ ຊຶ່ງກຳລັງຕົກງານ ຢ່າງຫລວງຫລາຍ.

ທາງດ້ານນະໂຍບາຍການເມືອງຕ່າງປະເທດນັ້ນ ທ່ານຈະເນັ້ນຫນັກໄສ່ການທູດ ແລະການພັທນາ ຫລາຍກວ່າ ການທະຫານແລະການໃຊ້ກຳລັງປາບປາມ.

ຂ່າວຄົນລາວ

  • ໃນວັນເສົາ ວັນທີ່ ໒໔ ເດືອນ ມົກກະຣາ ປີ ໒໐໐໙ ທາງສູນກາງວັທນະທັມລາວຢູ່ ເມືອງ ຊັນ ດີເອໂງ ຣັຖກາລີຟໍເນັຍໄດ້ ຈັດປະຊຸມຄັ້ງແຣກ ທີ່ຫ້ອງການຕຳຣວດ ພາຍໄຕ້ການນຳຂອງປະທານ ວັນນະສິງ ແກ້ວດາຣາ ເພື່ອກະຕຽມ ສລອງບຸນປີໄຫມ່ລາວ ທີ່ຈະກ້າວເຂົ້າມາເຖິງໄນໄວໆນີ້.
  • ປະຊາກອນຢູ່ ແຊນ ແຟຣນຊິສໂກກໍຈະຈັດບຸນປິໄຫມ່ລາວຂຶ້ນຄືກັນ ໃນ ວັນທີ່ ໑໑ ເດືອນ ໔ ໒໐໐໙ ຢູ່ ຊີວິກ ແຊນເຕີ (San Francisco Civic Center) ເຊີນໄປເບິ່ງຣາຍຣະອຽດ ທີ່ນີ້.
  • ທາງສປປລາວ ສົ່ງຄົນມາສກັດກັ້ນ ບລອກອາຍພີ ບໍ່ໄຫ້ສະມາຊິກບາງຄົນ ລົງຄຳເຫັນຕ້ານໄນຢູ່ເວທີສົນທະນາໄບລານ ແລະນາບຂູ່ເຈົ້າຂອງໄບລານ ທ່ານປູນດຳໄຫ້ເອົາມາຕະການປິດປາກສະມາຊິກບາງຄົນຕື່ມອີກ.
ຈົບ

0 comments:

Post a Comment