Sunday, February 1, 2009

Weekly Review #2, 2009




ຂ່າວທົ່ວໄປ
  • ໂຊກດີປີໄຫມ່ອີກເທີ່ອນຶ່ງ! ເລີ້ມແຕ່ວັນ ໒໕ ເດືອນ ມະກະຣາໄປ ປີນີ້ຈະເປັນປີສະລູ ຫລືປີງົວ.ສຳລັບຊາວຈີນແລະວຽດນາມ ຕາມໂຫຣະສາດ ເພິ່ນຕວງໄວ້ວ່າປີງົວນີ້ ເປັນປີບຸກເບີກ ຄົນເຮົາຕ້ອງໄດ້ເຮັດວຽກຫນັກຫລາຍເຫມືອນກັບງົວ ໂດຍສະເພາະປີນີ້ຄົງຈະເປັນປີລຳບາກ.

  • ຣັຖບານຂອງປະເທດ ອາຍເຊີແລນສະລາຍຕົວຍ້ອນແກ້ໄຂບັນຫາເສຖກິດບໍ່ຕົກ. ສາເຫດກໍເນື່ອງມາຈາກການຫລົ້ມເຫລວຂອງ ທະນາຄານໄຫຍ່ທັງ ສາມທະນາຄານ ຈົນເຖິງຂັ້ນ ອົງການເງິນສາກົນ ອາຍແອມແອຟ (IMF) ໄດ້ເອົາເງິນມາໃຫ້ຢຶມ ຈົນເຖິງ
    ໒ ພັນລ້ານ ໂດລາສະຫະຣັຖ. ແຕ່ປານນັ້ນ ກໍຍັງແກ້ໄຂບັນຫາບໍ່ຕົກ ປະຊາຊົນຍັງປະທ້ວງຢູ່.
    ສນັ້ນ ຣັຖບານຊຸດນີ້ຈຳເປັນຕ້ອງລາອອກ.

  • ເສຖກິດອະເມຣິກາ ພ້ອມທັງໂລກເຂົ້າສູ່ພາວະສັບສົນທີ່ສຸດ ໂດຍທີ່ບໍ່ມີໃຜປະສົບສະພາບ ແບບນີ້ມາກ່ອນເລີຍ. ເວົ້າລວມແລ້ວ ປັດຈຸບັນນີ້ ອະເມຣິກາ ມີຄົນຫວ່າງງານເຖິງ ໕ ລ້ານຄົນ. ອາທິດນີ້ ຫລາຍບໍຣີສັດໄຫຍ່ໆໄດ້ ປະກາດຕັດຄົນງານອອກ ເປັນຢ່າງຫລວງຫລາຍ ເຊັ່ນ ບໍຣິສັດ ກາເຕປີລາ(Caterpillar) ຈະເອົາອອກ ໒໐.໐໐໐ ຄົນ ໂຮມດີໂປ(Home Depot) ໗.໐໐໐ ຄົນ ສະປະຣິນ (Sprint) ໘.໐໐໐ ຄົນ ຈີແອມ (GM) ໒.໐໐໐ ຄົນ ໆຕໆ. ຂ່າວຮ້າຍນີ້ ຍັງຈະມີມາອີກຢູ່ ຈົນເຖິງທ້າຍປີ ໒໐໐໙ ຕາມນັກຊ່ຽວຊານ ເສຖກີດ ເພິ່ນວ່າກັນ.

  • ປະທານະບໍດີ ໂອບາມາ ປະນາມບັນດາເຈົ້າຫນ້າທີ່ທະນາຄານອະເມຣິກາຢ່າງຮຸ່ນແຮງ ດ້ວຍວ່າພວກນີ້ ຂາດຄວາມຮັບຜິດຊອບ ຢ່າງໄຫຍ່ຫລວງຕໍ່ປະເທດ. ພວກເຂົາພາກັນ ແຈກເງິນໂບນັສກັນ ເປັນ ໑໘ ພັນລ້ານໂດລາໃນປີ ໒໐໐໘ ທັ້ງໆທີ່ ທະນະຄານຂອງພວກເຂົາ ລຸບທຶນຢ່າງມະຫາສານ ຕລອດປີ ໒໐໐໘ ແລະນອກນັ້ນແລ້ວ ບັນດາທະນະຄານພວກນີ້ ໄດ້ອາໄສ່ເງິນພາສາສີຂອງປະຊາຊົນ ມາຄ້ຳທະນາຄານເຂົາ ບໍ່ໄຫ້ເຂົາລົ້ມລະລາຍ ຢູ່ທຸກວັນນີ້. ພວກນີ້ເນຣະຄຸນ ຫນ້າເລືອດທີ່ສຸດ ແລະກໍບໍ່ຮູ້ສຶກຫຍັງຫມົດຕໍ່ຄວາມລຳບາກ ຂອງຜູ່ອື່ນ ທີ່ຕົກງານກັນເປັນແຖວຢູ່.
ຂ່າວຄົນລາວ
  • ຮູບເງົາເຣື່ອງ ເນຣະຄຸນ ຊຶ່ງເປັນຜົລງານຂອງຄົນລາວ ອະເມຣິກັນ ທ່ານ ທະວີສຸກ ພຣະສະວັດ ໄດ້ຖືກຄັດເລືອກເຂົ້າໄປແຂ່ງເອົາຣາງວັນຮູບເງົາໂອສກາ ປີ໒໐໐໙. ຣາງວັນຮູບເງົາໂອສກາ ເປັນຣາງວັນຮູບເງົາໄຫຍ່ທີ່ສຸດໃນໂລກ ຊຶ່ງໄຜໆໄນທຸຣະກິດຖ່າຍທຳຮູບເງົາກໍຢາກໄດ້. ຮູບເງົາເຣື່ອງນີ້ເວົ້າ ເຖິງເຣື່ອງການເປັນມາແລະຊະຕາກັມ ຂອງຄອບຄົວຄົນລາວ ທີ່ອົພຍົບມາຢູ່ອະເມຣິກາ.
ແບ່ງກັນອ່ານ ປັນກັນຮູ້

ຂ້າງລຸ່ມນີ້ຄືຈົດຫມາຍຂອງພນັກງານ ສປປລາວຕຳນິນະໂຍບາຍຂອງຣັຖບານ ສປປລ ທີ່ຂາດສາຍຕາເບີ່ງກວ້າງເຫັນໄກ ໃນການພັທນາປະເທດ. ຈົດຫມາຍດັ່ງກ່າວໄດ້ຖຶກຈັດພິມລົງທີຫນັງສືພິມ ວຽງຈັນໄຫມ່ຂອງ ສປປ ລາວ. ເຊີນອ່ານ.

----------------------------------

ທ່ານ ບ.ກ ທີ່ຮັກແພງ ແລະ ນັບຖື

ຂ້າພະເຈົ້າໄດ້ອ່ານຂ່າວຢູ່ໜັງສືພິມວຽງຈັນທາມ ສະບັບ ລົງວັນທີ 31/12/2008 ເພິ່ນແຈ້ງວ່າ: ນັກທ່ອງທ່ຽວທີ່ ຈະເຂົ້າໄປທ່ຽວລາວ ຕ້ອງຈ່າຍ 2 ໂດລາອາເມລິກາ ເພື່ອປະກອບສ່ວນ ເຂົ້າລາຍຮັບ ຂອງຂະແໜງທ່ອງທ່ຽວ.


ຕາມທັດສະນະສ່ວນຕົວຂ້າພະເຈົ້າແລ້ວເຫັນວ່າ ບັນຫານີ້ສ້າງພາບພົດອັນບໍ່ດີ ໃຫ້ແກ່ການທ່ອງທ່ຽວປະເທດເຮົາ ຂ້າພະເຈົ້າຄິດວ່າ ຖ້າພວກເຮົາຢາກໄດ້ເງິນຫຼາຍ ຈາກວຽກງານການທ່ອງທ່ຽວ ພວກເຮົາຕ້ອງອອກແຮງງານ ໝາຍວ່າ ພວກເຮົາຕ້ອງຫ້າວຫັນ ເຄື່ອນໄຫວໂຄສະນາການທ່ອງທ່ຽວຂອງຕົນເອງ.

ພວກເຮົາຕ້ອງເຂົ້າຮ່ວມ ທຸກງານຕະຫຼາດນັດ ການທ່ອງທ່ຽວທີ່ຈັດຂຶ້ນໃນທົ່ວໂລກ ເພື່ອເຜີຍແຜ່ປະເທດເຮົາໃຫ້ໂລກຮູ້
ຜ່ານມາຂ້າພະເຈົ້າສັງເກດເຫັນວ່າ: ປະເທດເຮົາມີແຕ່ເຄື່ອນໄຫວໂຄສະນາການທ່ອງທ່ຽວ ຢູ່ແຕ່ຂົງເຂດອາຊີ (ໄທ ຈີນ) ສ່ວນຢູ່ເອີຣົບແມ່ນຍັງມີໜ້ອຍ ຕົວຢ່າງ: ຢູ່ປະເທດທີ່ ຂ້າພະເຈົ້າປະຈຳການຢູ່ນີ້ ອົງການທ່ອງທ່ຽວຂອງເພິ່ນ ເຊີນອົງການ ກ່ຽວຂ້ອງຂອງລາວທຸກໆປີ ເພື່ອໃຫ້ໄປເຂົ້າຮ່ວມງານຕະຫຼາດນັດ ການທ່ອງທ່ຽວສາກົນຢູ່ເມືອງຫຼວງ ແລະ ເມືອງທ່ອງທ່ຽວຂອງເພິ່ນ ແຕ່ອົງການກ່ຽວຂ້ອງຂອງລາວບໍ່ເຂົ້າຮ່ວມ.

ຕົວຢ່າງ:ໄທ ຫວຽດນາມ ກຳປູເຈຍ ແລະ ອາຊຽນອື່ນໆທີ່ເຂົາເຂົ້າຮ່ວມທຸກປີ ນັກທ່ອງທ່ຽວຈາກປະເທດ ດັ່ງກ່າວກໍໄດ້ປີລະໝື່ນ-ສອງໝື່ນຂຶ້ນໄປ ຍັງບໍ່ເວົ້າການທີ່ ເພິ່ນຈັດຢູ່ປະເທດເອີຣົບອື່ນໆ.


ສະນັ້ນ ຂ້າພະເຈົ້າຄິດວ່າ ຖ້າພວກເຮົາຢາກໄດ້ເງິນ ພວກເຮົາຕ້ອງອອກແຮງງານ ດ້ວຍຮູບການ ຕັ້ງໜ້າ ເຄື່ອນໄຫວ ໂຄສະນາ ດ້ວຍຮູບການເຂົ້າຮ່ວມ ງານຕະຫຼາດນັດທ່ອງທ່ຽວທີ່ຈັດຂຶ້ນຢູ່ອາຊີ ເອີຣົບ ແລະ ອາເມລິກາ ອາເມລິກາລາຕິນ ແລະ ໂອຊີອານີ ແລະ ພິມວາລະສານໂຄສະນາ ການທ່ອງທ່ຽວແຈກຢາຍໂດຍບໍ່ເສຍຄ່າ ຄືກັນກັບປະເທດອື່ນໆ ທີ່ເຂົາປະຕິບັດມາ ແລະໄດ້ຮັບຜົນດີນັ້ນ.

ຖ້າເວົ້າວ່າບໍ່ມີເງິນໃນແຕ່ລະປີ ພວກເຮົາມີລາຍໄດ້ຈາກຂະແໜງທ່ອງທ່ຽວ ຮ້ອຍປາຍລ້ານໂດລາ ພວກເຮົາກໍຕ້ອງສ້າງກອງທຶນສົ່ງເສີມ ການທ່ອງທ່ຽວຂຶ້ນຈາກເງິນທີ່ໄດ້ມານັ້ນ ເພື່ອນຳໄປພິມວາລະສານ ແຈກຢາຍວາລະສານໄປທຸກຈອກແຈທົ່ວໂລກ ແລະນຳໃຊ້ເຂົ້າການ ໄປຮ່ວມງານຕະຫຼາດນັດທ່ອງທ່ຽວນັ້ນໆ

ໃນເມື່ອພວກເຮົາໂຄສະນາໄດ້ດີ ພວກເຮົາກໍຈະໄດ້ ນັກທ່ອງທ່ຽວຫຼາຍ ແລະພວກເຮົາກໍຈະມີ ລາຍຮັບຈາກ ຂະແໜງທ່ອງທ່ຽວຫຼາຍຂຶ້ນ.


ສະນັ້ນ ຂ້າພະເຈົ້າຄິດວ່າ ຄວນເບິ່ງຜົນທີ່ຕາມມາແດ່ ສຸພາສິດຂອງລາວຍັງເຕືອນໄວ້ຕະຫຼອດວ່າ: ຢາກກິນຫຼາຍໄດ້ກິນທໍ່ກ້ອຍ ຢາກກິນໜ້ອຍໄດ້ກິນທໍ່ໂປ້ມື ອົດທຸກຈຶ່ງໄດ້ຫວານ.

ດ້ວຍຄວາມນັບຖືຢ່າງສູງ "ຈາກພະນັກງານລາວ"


www.vientianemai.net/news.php?TopicID=11&NewsID=6307

ຈົບ

0 comments:

Post a Comment