Saturday, February 7, 2009

Weekly Review #3, 2009

ປິສເບີດ ສຕີເລີ ເປັນເເຊມຟຸດບອນອະເມຣິກັນ ປີ 2009

ຂ່າວທົ່ວໄປ

* ປີນີ້ ການແຂ່ງຂັນເອົາແຊມ ຟຸດບອນອະເມຣິກັນ ຫລືເອີ້ນກັນວ່າ ຊຸບເປີໂບນັ້ນ ຕື່ນເຕັ້ນ ແລະດຸເດຶອດເປັນພິເສດ. ອີງຕາມບໍຣິສັດ ນິວຊັນ (Nielsen) ຊຶ່ງເປັນບໍຣິສັດ ວັດແທກຈຳນວນຄົນເບິ່ງໂທຣະທັດໃນອະເມຣິກາ ເພິ່ນວ່າເກມຊຸບເປີໂບເກມນີ້ ມີຄົນເບິ່ງເຖິງ 95 ລ້ານຄົນ ຊຶ່ງເປັນຈຳນວນທີ່ຫລາຍກວ່າຫມູ່ ໃນປະຫວັດສາດ. ທາງບໍຣິສັດ ເອນບີຊີ NBC ຊິ່ງເປັນບໍຣິສັດ ທ່າຍທອດເກມນີ້ ກໍສາມາດຂາຍໂຄສະນາ ໄດ້ ເຖິງ $ 260 ລ້ານໂດລາ. ຣາຄາໂຄສະນາ ຢູ່ຊຸບເປີໂບຄັ້ງນີ້ກໍແພງທີ່ສຸດ ຊຶ່ງສະເລັຽແລ້ວ ຕົກເປັນຣາຄາ $3 ລ້ານໂດລາ ຕໍ່ 30 ວິນາທີ. ຕາມປະເພນີແລ້ວ ຊຸບເປີໂບນນີ້ ຈະມີການເດີມພັນກັນຫລາຍທີ່ສຸດ ແຕ່ສຳລັບປີນີ້ ເງິນທີ່ເດີມພັນຢູ່ ເວກັສ ມີພຽງແຕ່ $81.5 ລ້ານໂດລາເທົ່ານັ້ນ ຊຶ່ງຫລຸດລົງເຖິງ 11% ເມື່ອທຽບໄສ່ ປີຜ່ານມາ. ສລຸບແລ້ວ ຜົລຂອງການແຂ່ງຂັນຄັ້ງນີ້ບໍ່ມີແຕ່ ທິມສະຕີເລີຈາກເມືອງປິສເບີດ ທີ່ໄດ້ເປັນແຊມຜູ່ດຽວ ໂດຍຊະນະ ທິມກາກດີໂນ ຈາກອາຣິໂຊນາ ໂດຍຄະແນນ 27 ຕໍ່ 23 ແຕ່ທາງ NBC ແລະພວກທີ່ມາໂຄສະນາ ກໍໄດ້ໄຊຊນະ ເຫມືອນກັນ.

* ອີກສອງທ່ານ ທີ່ໂອບາມາ ແຕ່ງຕັ້ງເຂົ້າຮັບຫນ້າທີ່ເປັນຄະນະຣັຖບານຖອນຕົວ ເພາະມີບັນຫາ ເຣື່ອງພາສີຣາຍໄດ້. ທ່ານ ທອມ ດາໂຊ ອະດີດຜູ່ນຳສະພາສູງ ທີ່ຖືກແຕ່ງຕັ້ງ ເປັນຣັຖມົລຕຣີ ກະຊວງ ສາທາຣະນະສຸກ ໄດ້ຖອນຕົວ ຍ້ອນບັນຫາ ຣາຍງານພາສີບໍ່ພໍ ເຖິງແສນກວ່າໂດລາ ແລະທ່ານ ນາງ ແນນຊີ ກິວລິເຟີ ທີ່ຖືກແຕ່ງຕັ້ງ ເປັນຫົວຫນ້າຫ້ອງການໄຫມ່ ໃນທຳນຽບຂາວກໍຖອນຕົວມື້ດຽວກັນ ຍ້ອນບັນຫາ ພາສີເຊັ່ນດຽວກັນ. ໂອບາມາ ອາດຈະຂາດຄວາມເຊື່ອຖື ຈາກປະຊາຊົນມໃນໄວໆນີ້ ຖ້າທ່ານ ຍັງສືບຕໍ່ການບໍ່ຮອບຄອບ ນຳການເລືອກເອົາບຸກຄົນເຂົ້າທີ່ບໍ່ເຫມາະສົມ ມາເປັນຄນະຣັຖບານນຳ.

* ທ່ານ ນູຣິແອນ ຣູບີນີ Nouriel Roubini ເປັນນັກເສຖສາດຄົນແຣກ ທີ່ກ້າຫານກະຕວງແລະປະກາດ ນະທີ່ກອງປະຊຸມ ເສຖກິດໂລກທີ່ເມືອງ ດາໂວສ ໃນປີ 2007 ວ່າເສຖກິດໂລກຈະປັ່ນປ່ວນ ຍ້ອນການບໍຣິຫານ ທະນາຄານອະເມຣິກາ ຂາດປະສິດທີພາບ ແລະເຈົ້າຫນ້າທີ່ທະນາຄານ ໄດ້ຮັບເງິນເດືອນແລະໂບນັສ ຫລາຍໂພດ. ຕອນນັ້ນ ຫລາຍຄົນກໍຂັດຄ້ານ ແລະຫົວຂວັນ ຕໍ່ຄວາມເຫັນອັນແປກໆຂອງທ່ານ. ມາຕົກປີນີ້ ປີ2009 ແລະໃນສຖານທີ່ດຽວກັນນີ້ ທ່ານກັບກາຍມາເປັນວິຣະຊົນ ໃຜໆກໍຢາກຟັງ ຄວາມເຫັນທ່ານ ເມື່ອທຸກຄົນສຳນຶກຕົວ ວ່າເສຖກິດໂລກຕົກຢູ່ໃນສະພາບທີ່ຂັບຂັນແທ້.
ນະທີ່ກອງປະຊຸມ ດາໂວສ2009 ຄັ້ງນີ້ ທ່ານຢ້ຳຕື່ມອີກວ່າ ເສຖກິດຂອງໂລກ ຍັງຈະຕື່ມຫົດຕົວເຂົ້າໄປອີກ ຈາກສະພາບ recession ເຂົ້າໄປສູ່ ສະພາບໄກ້ depression . ທະນາຄານ ທົ່ວໂລກ ຍັງຕ້ອງຈະປິດບັນຊີ ຫລືລົບລ້າງ (Write down) ສັບສິນພິດ (Toxic Assets)ເປັນຈຳນວນ "ຢ່າງນ້ອຍ" $ 3 trillions ໂດລາ. ມາຮອດທຸກວັນນີ້ ທາງທະນາຄານ ທັງຫລາຍນີ້ ເປີດເຜີຍວ່າ ເຂົາລົບລ້າງສັບສິນພິດພຽງແຕ່ $ 1.1 trillion ໂດລາ ເທົ່ານັ້ນ ຫລືວ່າພຽງແຕ່ 1/3 ຂອງຈຳນວນທີ່ທ່ານ ຣູບີນີ ກະຕວງໄວ້.
ໄດ້ຍິນແລ້ວຂົນຫົວລຸກ. ປະຊາຊົນນີ້ບໍ່ນັບມື້ ນັບຈະຕົກງານອີກບໍ? ທະນາຄານນີ້ເດ ຈະບໍ່ຖືກຣັດຍຶດເອົາຫມົດບໍ? ຣາຄາບ້ານກໍຍັງຈະລົງຕື່ມອີກເທົ່າໃດ? ຄຸນຄ່າເງີນສະສົມ ເງິນບຳນານຫາຍຕົວໄປເທົ່າໄດແລ້ວ?ບັນຫາເຫລົ່ານີ້ ຄົງຈະເປັນບັນຫາຫນັກໄຈ ສຳລັບຫລາຍຄົນ.

ຂ່າວຄົນລາວ

* ທາງສັງຄົມລາວທີ່ເມືອງປອກແລນ ຣັດອໍຣິກັນ ປະກາດຮັບສມັກເອົາ ນັກຮ້ອງເຂົ້າມາເສັງເພງລາວ. ການຈັດເສັງເພງຄັ້ງນີ້ຈະໄດ້ຈັດຂຶ້ນໄນ ມື້ວັນທີ່ 21/2/2009. ຖ້າໃຜສົນໄຈ ກະຣຸນາ ເຊີນຕິດຕໍ່ໄປ ເອົາຣາຍຣະອຽດໄດ້ ທີ່ laoamerican.us
* ສະຖານີວິທຍຸສາກົນຝັ່ຣງ Radio France Internationale (RFI) ປະກາດປິດພະແນກພາສາລາວ. ເຫດຜົນທີ່ທາງຜູ່ອຳນວຍການອ້າງມາວ່າ ບໍ່ມີຄົນຟັງເທົ່າທີ່ຄວນ. ແຕ່ສຳລັບພາສາ ວຽດນາມ ແລະຂເມນນັ້ນ ຍັງຄົງຕົວຢູ່ເຫມືອນເດີມ. ຣາຍການປະຈຳວັນພາກພາສາລາວ ໄດ້ກະຈາຍສຽງ ໄຫ້ຄົນລາວຟັງທຸກໆວັນ ເປັນເວລາມາຫລາຍປີແລ້ວ. ມາບັດນີ້ສັພກອນທີ່ເປັນຄຸນຄ່າ ແກ່ສັງຄົມລາວເຮົາອັນນຶ່ງກໍຈະຫາຍຕົວໄປ ໄນນັ້ນກໍມີ ພນັກງານລາວຫລາຍໆຄົນ ຈະຕົກງານໄປຕາມໆກັນ. ຫນ້າເສັຍດາຍແລະຫນ້າເສັຍໄຈນຳດ້ວຍ.


ແບ່ງກັນອ່ານ ປັນກັນຮູ້

ຂ້າງລຸ່ມນີ້ແມ່ນບົດລາຍງານຂ່າວຂອງສຽງອະເມຣີກາ ທີ່ວິຈານເຖິງສພາບການອັນຫນ້າວິຕົກ ຂອງເມືອງຫລວງພຣະບາງ ທີ່ຈະສູນເສັຍນາມມະຍົດ ເປັນເມືອງມໍຣະດົກໂລກ ຍ້ອນການພັທນາເຖື່ອນ ຂາດກົດຣະບຽບແລະການວາງແຜນທີ່ລອບຄອບຈອງເຈົ້າຫນ້າທີ່ລາວ ແລະທັງຝ່າຝືນກັບສັນຍາ ທີ່ຕົກລົງໄວ້ກັບ UNESCO. ເຊີນອ່ານ.
--------------------------------

ທ່ານ ຢີບສ ດອສ ທີ່ປຶກສາອົງການ UNESCOເຊິ່ງຢູ່ໃນລະຫວ່າງການເດີນທາງຢ້ຽມຢາມລາວ ເພື່ອພົບປະເຈລະຈາກັບທາງການລາວ ລວມໄປເຖິງການກວດກາເບິ່ງຄວາມຄືບໜ້າຕ່າງໆ ທີ່ກ່ຽວຂ້ອງກັບການພັດທະນາປັບປຸງລະບົບການບໍລິຫານງານ ແລະ ການຄຸ້ມຄອງເມືອງມໍລະດົກໂລກ ຫລວງພະບາງຢູ່ໃນລາວ ໃນຂະນະນີ້ ໄດ້ຖະແຫລງຢືນ ຢັນວ່າທາງການ ລາວຈະຕ້ອງ ຈັດສົ່ງລາຍງານເພື່ອຕອບບັນດາຂໍ້ສົງໃສຕ່າງໆ ໃຫ້ໄປເຖິງມືຂອງຄະນະກຳມະການມໍລະດົກໂລກ ຂອງອົງການ UNESCO ໃຫ້ທັນຕາມ ກຳນົດທີ່ໄດ້ຕົກລົງກັນໄວ້ກ່ອນໜ້ານີ້ ເຊິ່ງກໍຄື ພາຍໃນວັນທີ 1 ກຸມພາ ປີນີ້
ເພື່ອທີ່ວ່າຄະນະກຳມະການມໍລະດົກໂລກ ຂອງອົງການ UNESCO ນັ້ນ ຈະໄດ້ນຳເອົາຂໍ້ມູນໄປໃຊ້ປະກອບ ການພິຈາລະນາວ່າ ຫລວງພະບາງນັ້ນ ຍັງຄົງຮັກສາສະພາບເງື່ອນໄຂຕ່າງໆ ໄວ້ໄດ້ຕາມຫລັກເກນ ແລະ ອົງປະກອບ ຂອງການເປັນເມືອງມໍລະດົກ ຫລືບໍ່.

ທັງນີ້ ໂດຍເນື້ອໃນສຳຄັນ ໃນລາຍງານທີ່ຄະນະກຳມະການມໍລະດົກໂລກຂອງອົງການ UNESCO ຕ້ອງ ການທີ່ຈະໄດ້ຮັບຄຳຕອບ ແລະ ການອະທິບາຍຈາກທາງການລາວນັ້ນກໍຄື ການພັດທະນາປັບປຸງ ລະບົບການງານ ບໍລິຫານງານ ແລະ ຄຸ້ມຄອງ ເມືອງມໍລະດົກໂລກໃນລາວ, ແຜນການພັດທະນາເມືອງມໍລະດົກໂລກ ຫລວງພະບາງ ລວມໄປເຖິງຄວາມຄືບໜ້າລັກສະນະ ຂອງໂຄງການ ພັດທະນາຂະໜາດໃຫຍ່ ທີ່ຢູ່ໃນແຂວງຫລວງພະບາງ ຕົວຢ່າງກໍຄື ໂຄງການກໍ່ສ້າງສະໜາມກັອຟ ຂະໜາດ 36 ຂຸມ ແລະ ໂຮງແຮມຣີສອດ ພ້ອມດ້ວຍສະຖານບັນເທິງຢ່າງຄົບຊຸດ, ລວມໄປເຖິງ ໂຄງການຂະຫຍາຍສະໜາມບິນ ນາໆຊາດຫລວງພະບາງອີກດ້ວຍ.

ໂດຍກ່ອນໜ້ານີ້ ອົງການ UNESCO ໄດ້ແຈ້ງເຕືອນຕໍ່ທາງການ ລາວວ່າ ໂຄງການພັດທະນາຂະໜາດໃຫຍ່ ຈະສົ່ງຜົນກະທົບຕໍ່ສະຖານະເມືອງມໍລະດົກໂລກ ຫລວງພະບາງ ໂດຍສະເພາະແມ່ນການສ້າງອາຄານສະໄໝໃໝ່ ແລະ ການດັດແປງອາຄານ ຫລື ເຮືອນເກົ່ານັ້ນອາດຈະເປັນເງື່ອນໄຂທີ່ຈະເຮັດໃຫ້ເມືອງຫລວງພະບາງ ຂາດຄຸນນະສົມບັດ ທີ່ຈະເປັນເມືອງ ມໍລະດົກໂລກໃນໄລຍະຕໍ່ໄປກໍເປັນໄດ້ຄືກັນ.

ທັງນີ້ ໂດຍກໍລະນີຕົວຢ່າງນຶ່ງທີ່ຊັດເຈນທີ່ຜູ້ຕາງໜ້າຂອງອົງການ UNESCO ໄດ້ຍົກຂຶ້ນມາໃຫ້ເຫັນນັ້ນກໍຄື ປະເພນີ ການຕັກບາດຢູ່ໃນເຂດເມືອງຫລວງພະບາງ ທີ່ໄດ້ເລີ້ມຫົດຫາຍໄປ ທັງໆທີ່ວ່າ ອົງການ UNESCO ຖືວ່າ ເປັນອົງປະກອບ ແລະ ຄຸນນະສົມບັດສຳຄັນປະການນຶ່ງ ທີ່ເຮັດໃຫ້ຫລວງພະບາງ ຖືກຮັບຮອງໃຫ້ ເປັນເມືອງ ມໍລະດົກໂລກ ນັບຈາກປີ 1995 ເປັນຕົ້ນມາ.

ຫາກແຕ່ຍ້ອນວ່າຊາວເມືອງຫລວງພະບາງ ໄດ້ພາກັນຂາຍເຮືອນຊານຂອງພວກຕົນໃຫ້ກັບບັນດາ ນັກທຸລະກິດຊາວຕ່າງຊາດ ທີ່ໄດ້ເຂົ້າມາທຳການພັດທະນາປັບປຸງເຮືອນເກົ່າ ໃຫ້ເປັນຮ້ານອາຫານ, ເຮືອນພັກສະໄໝໃໝ່, ຮ້ານກິນດື່ມ ແລະ ຮ້ານອິນເຕີເນັດ ເພື່ອຮອງຮັບນັກທ່ອງ ທ່ຽວຊາວຕ່າງຊາດ ຫລາຍຂຶ້ນນັ້ນ ໃນຂະນະທີ່ຊາວຫລວງພະບາງ ທີ່ໄດ້ຂາຍເຮືອນຊານເກົ່າໄປແລ້ວນັ້ນ ກໍໄດ້ພາກັນຍົກຍ້າຍອອກໄປ ຢູ່ໃນເຂດຮອບນອກ.

ດ້ວຍເຫດນີ້ ຈຶ່ງເຮັດໃຫ້ການຕັກບາດພະໃນຕອນເຊົ້າ ຕ້ອງຫົດຫາຍ ໄປດ້ວຍນັ້ນເອງ. ຍິ່ງໄປກວ່ານັ້ນ ຜູ້ຕາງໜ້າ ຂອງອົງການ UNESCO ກໍເນັ້ນຢໍ້າວ່າ ການກໍ່ສ້າງໂຄງການຂະໜາດໃຫຍ່ ຈະເຮັດໃຫ້ ສະພາບທາງພູມມີສາດ ຫລື ພູມທັດທັມມະຊາດນັ້ນ ປ່ຽນແປງໄປຢ່າງ ຫຼີກລ້ຽງບໍ່ໄດ້.

ແຕ່ຢ່າງໃດກໍຕາມ ທາງການລາວໂດຍທ່ານ ສົມສະຫວາດ ເລັ່ງສະຫວັດ ຮອງນາຍຍົກຣັດຖະມົນຕຣີ ຜູ້ປະຈຳການ ຄະນະຣັດຖບານລາວ ກໍໄດ້ຢືນຢັນວ່າ ທາງການລາວຈະດຳເນີນມາດຕະການ ໃນທຸກວິທີທາງ ເພື່ອຮັກສາ ເມືອງມໍລະດົກໂລກ ຫລວງພະບາງ ໄວ້ໃຫ້ໄດ້ຕໍ່ໄປ.

ຊົງຣິດ ໂພນເງິນ ລາຍງານຈາກບັງກອກ ເມື່ອວັນທີ 22 ມັງກອນ 2008
--------------------------------------------
ບົດຂຽນຂອງຜູ່ອ່ານ
ຈາກ ລູງຫນວດ

ສປປ.ລາວ ຈະສ້າງອະນຸສາວະລີຜູ່ນຳ ອິກ 6 ທ່ານ


ຫນັງສື ສຽງປະຊາຊົນ ຂຽນວ່າ: "ຄະນະຮັບຜິດຊອບພິພິທະພັນ ໄກສອນ ພົມວິຫານ ກຽມເປີດປວັດສາດຫນ້າໃຫມ່ ໃຫ້ບັນດາທ່ານ ຜູ້ນຳປະຕິວັດ ລາວລຸ້ນທຳອິດເພີ່ມ ອີກ 6 ທ່ານ ຄື:1. ທ່ານ ພູມີ ວົງວິຈິດ, 2.ທ່ານ ສີສົມພອນ ລໍວັນໄຊ, 3. ທ່ານ ພູນ ສີປະເສີດ 4. ທ່ານ ສີທົນ ກົມມະດຳ, 5.ທ່ານ ໄຟດ່າງ ລໍເບັຍຢາວ, 6. ທ່ານ ຕູ້ຢາ ໄຊຈູ.ເພື່ອປະຕິບັດຫນ້າທີ່ ການເມືອງ ໃຫ້ຜົນສຳເລັດຕາມ ມະຕິຕົກລົງຂອງ ກົມການເມືອງ ສູນກາງພັກສະບັບ ເລກທີ 37/ ກມສພ ລັງວັນທີ 19/6/2002ວ່າດ້ວຍການຫລໍ່ຮູບ ບັນດາ ທ່ານກົມການເມືອງທີ່ເສaຍຊິວິດແລ້ວ ແລະ ປະຕິບັດຄຳ ສັ່ງແນະນຳ ຂອງຫ້ອງວ່າ ການສູນ ກາງພັກ ສະບັບເລກທີ 194/ ຫສພ ລົງວັນທີ 2/4/2008 ກ່ຽວກັບໂຄງການກໍ່ສ້າງ ອະນຸສາ ວະລີ ເພື່ອສະຖິດຮູບຫລໍ່ ບັນດາທ່ານ ຜູ້ນຳ ປະຕິ ວັດລຸ້ນທຳອິດ ໃຫ້ປະກົດຜົນເປັນຈິງ.

ຄະນະຮັບ​ຜິດຊອບພິພິ ທະພັນໄກສອນ ພົມວິຫານ ກຳລັງຮ່ວມມືກັບສູນວິຈິດສິນ ແລະ ການລົງທຶນພັດທະນາວັທນະທຳ ແຫ່ງ ສສ. ວຽດນາມ ທີ່ຂຶ້ນກັບ ບໍລິສັດ ອິນແຕກແຊກໂກ ດຳເນີນໂຄງການກໍ່ສ້າງ ອະນຸສາວະລີ ບັນດາທ່ານຜູ້ນຳປະຕິວັດລາວດັ່ງກ່າວ ເພື່ອ ສະຖິດໄວ້ຢູ່ ແຕ່ລະເຂດແຂວງຂອງແຕ່ລະທ່ານ ເພື່ອໃຫ້ນັ ຮຽນຮູ້ ປັນຍາຊົນຄົນລຸ້ນຫລັງດັ່ງ ພວກເຮົາເຈົ້າຂ້ອຍໄດ້ເຄົາລົບ, ນັບຖື ຕໍ່ ບຸນຄຸນອັນລົ້ນເຫລືອ ແລະຜົນງານທີ່ໂດດເດັ່ນ ຂອງພວກເພິ່ນ ແລະເພື່ອໃຫ້ອະນຸສາວະລີ ກໍ່ຄືຮູບຫລໍ່ບັນດາ ທ່ານຜູ້ນຳທີ່ຈະສ້າງຂຶ້ນນັ້ນ ໄດ້ມີຄວາມຫມາຍຕິດພັນກັບ ປະຫວັດສາດຕົວຈິງ ທີ່ແຕ່ລະທ່ານ ໄດ້ນຳພາພາລະກິດປະຕິ ວັດ, ສ້າງ ຊື່ສຽງ ແລະ ພາລະບົດບາດໃນອະດີດ, ສ່ອງແສງ ໃຫ້ສັງຄົມເຫັນທາດແທ້ຄຸນສົມບັດ ສິນທຳ ປະຕິວັດຂອງ ພວກເພິ່ນເພື່ອຈະໄດ້ສຶກສາ, ຮຽນຮູ້ ເອົາເປັນແບບຢ່າງເຂົ້າສູ່ການ ດຳລົງຊີວິດຈິງ ແລະເຄື່ອນໄຫວ ພາລະກິດປະຕິວັດ ໃນສັງຄົມປະຈຸບັນ ແລະອະນາຄົດ

ຕໍ່ບັນຫາດັ່ງກ່າວ ກ່າວທາງກົມການເມືອງສູນກາງ ພັກໄດ້ຕົກລົງເຫັນດີເປັນເອກະພາບ ຈະສ້າງຮູບຫລໍ່ບັນດາ ທ່ານຜູ້ນຳ ນັ້ນໄປແຕ່ລະທ່ານ 2ທ່ານໂດຍອີງ ຕາມການເວລາ ທີ່ມີຄວາມຫມາຍປະຫວັດສາດຂອງແຕ່ລະຄົນ, ປະຈຸບັນ ເພິ່ນ ໄດ້ຕົກລົງເຫັນດີສ້າງຮູບຫລໍ່ ທ່ານ ພູມີ ວົງວິຈິດ ແລະທ່ານ ຕູ້ຢາ ໄຊຈູ ສາກ່ອນ; ທັງນີ້ກໍເພື່ອຮີບຮ້ອນສ້າງອະນຸສາວະລີ ໃຫ້ທັນ ສະຫຼອງວັນເກີດຄົບຮອບ 100 ປີຂອງທ່ານພູມີ ວົງວິຈິດ 6/4/1909-6/4/2009 ຊຶ່ງມີຈຸດ ທີ່ຕັ້ງເຫັນດີ ເປັນເອກະພາບຈະສ້າງຢູ່ດອນກາງ 3ແຍກ ທາງເຂົ້າ ເມືອງແປກ ທາງທິດຕາເວັນຕົກ ແຂວງຊຽງຂວາງ ແລະ ທ່ານຕູ້ຢາ ໄຊຈູ ຄົບຮອບ 50ປີ ວັນອົງອາດກ້າຫານ ຂອງທ່ານທີ່ໄດ້ນຳ ພາກອງພັນທີ 2 ຂອງຝ່າຍປະເທດ ລາວພ້ອມດ້ວຍ ປະຊາຊົນລາວ 80 ຄອບຄົວຜ່າວົງປິດລ້ອມຂອງສັດ ຕູທີ່ທົ່ງ ໄຫຫີນ ໃນວັນທີ 18/5/1959 ເມື່ອສູ່ຖານ ທີ່ຫມັ້ນ ໄດ້ຢ່າງປອດໄພ ຊຶ່ງຈຸດທີ່ ຕັ້ງເຫັນດີເປັນ ເອກະ ພາບ ຈະສ້າງອະນຸສາ ວະລີຂອງ ທ່ານ ຕູ້ຢາ ໄຊຈູ ຢູ່ຕໍ່ຫນ້າປະຕູໂຂງກອງພັນໃຫຍ່ 702 ທີ່ ຊຽງຂວາງ.

ສ່ວນ ທ່ານ ໄຟດ່າງ ລໍເບັຍຢາວ ກໍມີ ແຜນຈະສ້າງ ຢູ່ແຂວງຊຽງ ຂວາງຄືກັນ ຊຶ່ງ ເຫັນດີເປັນ ເອກະພາບຈຸດທີ່ ຕັ້ງແລ້ວ ຢູ່ໂຮງສີ ເກົ່າທາງຂຶ້ນຄ້ອຍນ້ຳຣົວະ ທີ່ ແຂວງຊຽງຂວາງ, ສຳລັບທ່ານ ຜູ້ນຳອື່ນໆ ທີ່ຢູ່ໃນແຜນ ແລ້ວນັ້ນ ກໍ່ໄດ້ມີແຈ້ງການແນະນຳ ໃຫ້ການຈັດຕັ້ງທ້ອງຖິ່ນ ຂອງແຕ່ລະທ່ານທີ່ກ່ຽວຂ້ອງທາບທາມ ຫາງສຽງ ມະຫາຊົນ, ນຳເຖົ້າແກ່ແນວໂຮມ ກ່ຽວກັບ ຈຸດທີ່ ຕັ້ງອະນຸສາວະລີ ຂອງແຕ່ລະທ່ານແລ້ວ ຄາດວ່າ ປີຕໍ່ໆ ໄປຈະລົງມືປະຕິບັດ ເຫມືອນກັນພາຍຫັລງທ່ີໄດ້ອ່ານຂ່າວຂ້າງເທີງນີ້ແລ້ວ "ລຸງຫນວດ" ຂໍສນັບສນຸນ ເຈດຈຳນົງຂອງພັກ ແລະລັດ ແຫ່ງ ສປປ ລາວ ທ່ີຈະເຊີດຊູກຽດຂອງບັນດາທ່ານຜູ້ນຳ ທີ່ໄດ້ຮ່ວມແຮງຮ່ວມໃຈກັນ ກັບປະຊາຊົນບັນດາເຜົ່າຕ່າງໆ ທຳການຕໍ່ສູ້ຂັບໄລ່ ຈັກກະພັດທ່ີເຂົ້າມາ ຍືດຄອງປະເທດລາວ ຈົນເປັນຜົນສຳເຣັດ".

ພ້ອມນີ້ "ລຸງຫນວດ"ຂໍສເນີຕໍ່ອຳນາດການປົກຄອງ ໄດ້ພິຈາຣະນາຕື່ມອີກວ່າ ສົມຄວນ ຢ່າງຍີ່ງທີ່ຈະ ຍົກຍ້ອງເຊີດຊູ ເຈົ້າເພັຊຣາຊ ເຂົ້າຮ່ວມນຳ ເພາະປວັດສາດຫລາຍສບັບ ບັນທຶກໄວ້ ວ່າ ເຈົ້າເພັຊຣາຊ ກໍແມ່ນຜູ້ນຳຄົນສຳຄັນຄົນນື່ງ ທີ່ນຳພາຂບວນການລາວອິສຣະ ທຳການກອບກູ້ ພຣະຣາຊອານາຈັກລາວ ອອກຈາກຈັກກະພັດຟຣັ່ງ ແລະຈັກກະພັດຍີ່ປຸ່ນ ເວລານັ້ນທ່ານໄກສອນ ແລະທ່ານຫນູຮັກ ຮ່ວມຢູ່ໃນຂບວນການ ທີ່ມີເຈົ້າເພັຊຣາຊ ເປັນຜູ້ນຳຢູ່ດ້ວຍ. ລຸງຫນວດ "ຄິດວ່າໃສໆກໍຈະປັ້ນຫລືຫລໍ່ອານຸສາວະຣີ ໃຫ້ຫົກທ່ານແລ້ວ ກໍຄົງຈະບໍ່ເປັນການ ເຫລືອບ່າຫວ່າແຮງ ທີ່ຈະຕື່ມເອົາອີກທ່ານຫນ່ວງ ເຂົ້າຮ່ວມໃຫ້ການບັນທຶກປະວັດສາດ ສົມບູນຍີ່ງຂື້ນ.

ຈົບ ( ພົບກັນສບັບຫນ້າ)

0 comments:

Post a Comment