
ຂ່າວທົ່ວໄປ
ສົງສັຍສະພາອະເມຣິກາ ຖືກໂປນເຊິນຕົ້ມອີກເທື່ອນຶ່ງແລ້ວ!
ໃນມື້ວັນສຸກວັນທີ່ 6 ຂອງເດືອນກຸມພາທີ່ຜ່ານມານີ້ ທ່ານນາງ ເອລິຊາແບດ ວໍຣັນ (Elizabeth Warren) ຊຶ່ງເປັນອາຈານສອນ ທາງດ້ານກົດຫມາຍ ທີ່ມະຫາວິທຍາລັຍ ຮາເວີດ (Harvard University) ພ້ອມທັງເປັນປະທານ ຂອງຄນະດູແລເງິນຊ່ວຍທະນາຄານ ຂອງສະພາສູງ ໄດ້ຣາຍງານໄຫ້ຄະນະກັມມະການ ການຄັງຂອງສະພາສູງວ່າ ສ່ວນນຶ່ງຂອງເງິນງວດແຣກ ຂອງ "ທາປ" (TARP- Troubled Assets Relief Program) ທີ່ໄດ້ເອົາໄປໄຫ້ທະນາຄານທີ່ມີບັນຫາ ຢືມນັ້ນ ບໍ່ແຈ້ງຂາວ ແລະຝ່າຍຣັຖບານຍັງ ເປັນຝ່າຍເສັຍປຽບອີກດ້ວຍ ເພາະວ່າຝ່າຍຣັຖບານ ເອົາເງິນໄຫ້ຢືມ ເກີນກ່ວາມູນຄ່າມັດຈຳ. ຕົວຢ່າງ ທ່ານນາງ ວໍຣັນ ກ່າວວ່າ ເລີ້ມແຕ່ທ້າຍປີ 2008 ຈົນເຖິງທ້າຍເດືອນມະກະຣາ ປີ 2009 ຣັຖບານ ໄດ້ເອົາເງິນເປັນຈຳນວນ $254 ພັນລ້ານ (billions) ໂດລາ ໄຫ້ 395 ທະນາຄານຢືມ ແຕ່ຄຸນຄ່າຂອງ ຫຸ້ນແບບພິເສດ (Preferred Stocks) ແລະທະນາບັດສັນຍາ ຮັບປະກັນເງິນກູ້ (Warrants) ທີ່ທະນາຄານ ເອົາມາມັດຈຳຣັຖບານ ມີມູນຄ່າພຽງແຕ່ $176 ພັນລ້ານ ໂດລາເທົ່ານັ້ນ. ຫມາຍຄວາມວ່າ ຣັຖບານໄດ້ເອົາເງິນ ໄຫ້ທະນາຄານພວກນີ້ ຢືມເກີນ $78 ພັນລ້ານໂດລາ. ຜົນງານອັນບໍ່ແຈ້ງຂາວທີ່ ໂປນເຊິນປະໄວ້ນີ້ສ້າງຄວາມສົງສັຍຫລາຍຢ່າງ. ເຖິງຢ່າງໄດກໍຕາມ ທາງການຂອງ ຣັຖບານ ໂອບາມາ ກໍໄດ້ເລີ້ມລົງມື ສືບສວນ ນຳບັນດາພວກທະນາຄານນີ້ ເພື່ອຕາມຫາວ່າ ເງິນພວກນີ້ໄປໃສ ແລະທາງທະນາຄານ ເອົາເງິນໄປເຮັດຫຍັງແດ່. ຫມາຍເຫດ: ເງິນ "ທາປ" ທີ່ກ່າວມານີ້ ບໍ່ກ່ຽວຂ້ອງກັບເງິນ ກະຕຸ້ນ (Stimulus) ຊຶ່ງເປັນຈຳນວນ $800 ພັນລ້ານໂດລາ ທີ່ທ່ານໂອບາມາສເນີໄຫມ່ ເລີ້ມແຕ່ອາທິດແຣກທີ່ທ່ານເຂົ້າມາເປັນ ປະທານະທິບໍດີ.
ດວງຕົກ ຍ້ອນອົມຄວານ


ໄມໂກ ແຟສ (Michael Phelps) ດາຣານັກລອຍນ້ຳໂອແລມປິກ ອະເມຣິກັນ ທີ່ໄດ້ໄຊຊະນະ 8ຫລຽນຄຳ ຖືກລົງໂທດ ບໍ່ໄຫ້ເຂົ້າແຂ່ງຂັນ ລອຍນ້ຳເຖິງ 3ເດືອນ ເນື່ອງຈາກ ວ່າມີຄົນລັກຖ່າຍຮູບ ເອົາຜູ່ກ່ຽວກຳລັງ ຮີດບັ້ງກັນຊາ ຢູ່ພາຕິ ແລ້ວເອົາໄປລົງເປັນຂ່າວ. ນອກຈາກ ຈະຖືກລົງໂທດ ທາງດ້ານການແຂ່ງຂັນເປັນ ສາມເດືອນແລ້ວ ໄມໂກ ແຟສກໍຍັງສູນເສັຍ ສປອນເຊີໄຫຍ່ Kellog's ພ້ອມດ້ວຍຣາຍໄດ້ໄປຫລາຍສົມຄວນ. ພ້ອມນັ້ນຜູ່ກ່ຽວຍັງຕ້ອງ ຂໍໂທດນຳແຟນລອຍນ້ຳຂອງຜູ່ກ່ຽວອີກ ທົ່ວໂລກອີກ ໂດຍສະເພາະຜູ່ກ່ຽວຕ້ອງຂໍໂທດທາງ ໂທຣະທັດ ຕໍ່ແຟນລອຍນ້ຳ ຢູ່ຈີນໂດຍກົງ ເພາະວ່າບໍຣິສັດຣົຖ ມັສດາໄດ້ຈ້າງ ໄມໂກ ແຟສ ມາໂຄສະນາສິນຄ້າໄຫ້ ຢູ່ຈີນເປັນລ້ານ ໂດລາ. ແຕ່ກ່ອນນັ້ນ ໄມໂກ ແຟສ ກໍເຄີຍມີຄະດີ ເມົາເຫລົ້າຂັບຣົຖ ທີ່ຣັຖມາຣິແລນ ໄນປີ 2004. ຕອນນັ້ນ ສານລົງໂທດ ໄຫ້ຜູ່ກ່ຽວ ຝາກໂທດໄວ້ ພຽງແຕ່18 ເດືອນ. ໃນກໍຣະນີປັດຈຸບັນນີ້ ທາງເຈົ້າຫນ້າທີ່ທ້ອງຖິ່ນ ຍັງພິຈະຣະນາຢູ່ ວ່າ ຈະນຳເອົາ ໄມໂກ ແຟສ ຂຶ້ນສານ ຫລືບໍ.
______________________________________________________________
ຂ່າວຄົນລາວ
ປະກາດແຂ່ງຂັນນາງງາມ ທີ່ ຊັນ ດີເອໂງ
ທາງສູນກາງວັທນະທັມລາວທີ່ເມືອງ ຊັນດີເອໂງ ປະກາດຮັບສມັກ ເອົາລູກສາວຫລານສາວ ລາວເຮົາເຂົ້າມາແຂ່ງຂັນ ນາງງາມປະຈຳປີ ທີ່ຈະຈັດຂຶ້ນ ໄນບຸນສລອງປີໄຫມ່ລາວ ຊຶ່ງຈະມີຂຶ້ນໃນວັນທີ່ 4 ແລະວັນທີ່5 ຂອງເດືອນເມສາ(4) ປີ 2009 ທີ່ຈະມາເຖິງນີ້. ພ້ອມນັ້ນ ທາງສູນກາງກໍໄດ້ຈັດຕັ້ງ ຄະນຳກັມມະການແຂ່ງຂັນນາງງາມໄຫມ່ ເພື່ອປັບປຸງແລະດັດແປງ ໄຫ້ມີຄວາມເປັນທັມ ແລະມີປະສິດທິພາບ ຫລາຍກ່ວາເກົ່າ. ຖ້າຫາກທ່ານສົນໄຈ ຢາກສົ່ງນາງງາມເຂົ້າມາ ຫລືຢາກຈະເປັນສປອນເຊີ ກະຣຸນາຕິດຕໍ່ຫາ ຍານາງ Sandy Spackman ທີ່ sspackman006@yahoo.com
ສປປ ລາວ ສັ່ງຄວາມຄຸມ ການສລອງວັນວາແລນທາຍ
ສຳນັກງານນາຍົກ ອອກຄຳສັ່ງຫ້າມໄຫ້ທຸກໆກະຊວງ ແລະການຈັດຕັ້ງຂອງລັດ ທົ່ວປະເທດສເລີມສລອງງານ ວາແເລນທາຍ. ທາງກະຊວງສຶກສາກໍສັ່ງເດັດຂາດເຊັ່ນກັນ ໄຫ້ທຸກໆໂຮງຮຽນ ດູແລບັນດານັກຮຽນ ຢ່າງໄກ້ຊິດ ໄນການປະຕິບັດ ຄຳສັ່ງຂອງຂັ້ນເທິງ ແລະໄຫ້ ການສະຫລອງງານ ວາແເລນທາຍ ຕ້ອງມີ ລັກສະນະຊາດ ແລະຖືກຕ້ອງ ຕາມຮີດຄອງປະເພນີຂອງລາວ. ພນັກງານປ້ອງກັນຄວາມປອດໄພ ຕ້ອງຈັບຕາເບິ່ງ ໂຮງແຮມ ຮ້ານກິນດື່ມ ພ້ອມດ້ວຍຫໍບັນເທີງ ຢ່າງພິເສດ. ຖ້າຫາກມີການ ຝ່າຝືນ ຈະມີການປັບໄຫມ ແລະລົງໂທດເປັນຢ່າງຫນັກ. ທາງສື່ສານມວນຊົນ ກໍຫ້າມອອກຂ່າວ ສົ່ງເສີມແລະຮັບໂຄສະນາ ການສະຫລອງ ງານວາແລນທາຍ. ເພິ່ນວ່າເຫດຜົນ ທີ່ຕ້ອງວາງມາຕການດັ່ງນີ້ ກໍມີຢູ່ວ່າ ໄນໄລຍະທີ່ຜ່ານມາ ຄົນລາວທົ່ວໄປ ໂດຍສະເພາະພວກວັຍຣຸ້ນ ໄດ້ມີການມົວສຸມ ຟຸມເຟືອຍ ນຳການສະຫລອງງານດັ່ງກ່າວ ຈົນເກີນຂອບເຂດ. ຖ້າເປັນຈັ່ງຊີ້ ຫົວໄຈຮັກ ທີ່ແຂວນດ້ວຍຫນາມຫມາກຈັບ ຈະບໍ່ຫ່ຽວແຫ້ງ ໄປຫມົດບໍ?
ບົດວິຈານ

ບົດຮຽນບົດແຣກ ຂອງໂອບາມາ
ພຽງແຕ່ເຂົ້າຮັບຫນ້າທີ່ ເປັນປະທານະທິບໍດີ ໄດ້ສອງອາທິດກວ່າເທົ່ານັ້ນ ທ່ານໂອບາມາ ກໍໄດ້ຮັບບົດຮຽນ ອັນເຈັບແສບ ຈາກພັກເຣພະບະລິກັນ. ບໍ່ມີສະມາຊິກ ສະພາຕ່ຳພັກເຣພະບະລິກັນ ພໍຄົນນຶ່ງ ລົງສຽງສນັບສນູນ ແຜນການກະຕຸ້ນເສຖກິດ (Stimulus Plan) ຂອງທ່ານໂອບາມາ. ທ່ານສເນີແຜນການນີ້ໄປ ເພື່ອຈຸດປະສົງຢາກ ແກ້ໄຂບັນຫາເສຖກິດ ອັນຂັບຂັນ ຂອງຊາດ. ທ່ານໄດ້ຍືນມື ແລະໄຊ້ເວລາປຶກສານຳ ສະພາຕ່ຳພັກເຣພະບະລິກັນ ມາຕລອດ.
ມີແຕ່ສະມາຊິກ ພັກເດໂມແກຣດເທົ່ານັ້ນ ລົງຄະແນນສຽງສນັບສນູນໄຫ້ແຜນການດັ່ງກ່າວ ຜ່ານສະພາຕໍ່າ ແລະກໍສົ່ງເປັນມະຕິຕໍ່ໄປ ຍັງສະພາສູງ.ແຕ່ເມື່ອໄປເຖິງສະພາສູງ ທາງສະມາຊິກສະພາສູງຂອງ ພັກເຣພະບະລິກັນ ກໍສືບຕໍ່ຂັດຄ້ານ ຫລິ້ນການເມືອງຕາມເຄີຍ ທັ້ງໆທີ່ ປະຊາຊົນກຳລັງຕົກວຽກງານເປັນລ້ານໆຄົນ.
ເນື່ອງຈາກ ວ່າກົດຂອງສະພາສູງ ໄດ້ຣະບຸໄວ້ວ່າ ກ່ອນຈະນຳເອົາເອົາຂໍ້ສເນີ ຫລື ມະຕິອັນໄດອັນນຶ່ງ ໄຫ້ສະພາທັງຫມົດປ່ອນບັດອອກສຽງນັ້ນ ທາງຜູ່ສເນີຕ້ອງມີ 60ສຽງ ຈຶ່ງຈະປ່ອນບັດກັນໄດ້. ຍ້ອນວ່າ ພັກເດໂມແກຣດມີແຕ່ 57ສຽງ ເທົ່ານັ້ນ ທາງພັກເດໂມແກຣດ ຈຶ່ງຈຳເປັນຕ້ອງງໍ້ ພັກເຣພະບະລິກັນ ແດ່ນ້ອຍນຶ່ງ ໂດຍປ່ຽນແປງ ຂໍ້ສເນີບາງອັນໄນແຜນການກະຕຸ້ນທີ່ທາງ ພັກເຣພະບະລິກັນສເນີຄືນມາ.
ໂດຍສະເພາະແລ້ວ ທາງພັກເຣພະບະລິກັນ ເຈາະຈົງໄຫ້ຕັດພາສີສຳລັບບໍຣິສັດແລະພວກທີ່ຮັ່ງມີລົງອີກ ແລະທັງໄຫ້ຕັດຣາຍຈ່າຍ ທາງດ້ານການສຶກສາ ແລະຣາຍຈ່າຍການຊ່ວຍເຫລືອ ໄຫ້ແຕ່ລະຣັຖນັ້ນ ລົງຫລາຍກວ່າທີ່ສເນີມາ. ທາງເດໂມແກຣດ ກໍຕົກລົງໄຫ້ເປັນບາງຂໍ້. ແຕ່ເຖິງປານນັ້ນ ສະມາຊິກສະພາສູງ ພັກເຣພະບະລິກັນສ່ວນຫລາຍ ກໍຍັງບໍ່ພໍໄຈ ແລະບໍ່ຢາກຮ່ວມມືນຳ.
ຍ້ອນເຫດນີ້ ທ່ານໂອບາມາຈຶ່ງໄດ້ປ່ຽນທ່າທີແບບຂໍຄວາມຮ່ວມມື ມາໄຊ້ວິທີປະທະ ແລະກົດດັນໂດຍກົງ ເພື່ອໄຫ້ສະພາສູງ ຫາວິທີຜ່ານແຜນການນີ້ໄຫ້ໄດ້. ທ່ານໂອບາມາ ອອກມາຕຳນິ ສະມາຊິກສະພາສູງ ພັກເຣພະບະລິກັນ ທາງໂທຣະທັດ ໄຫ້ປະຊາຊົນຮັບຮູ້ນຳກັນ ວ່າພວກນີ້ທວງດຶງ ແກ່ຍາວບັນຫາ ແລະຫລິ້ນການເມືອງ ໄນບົນຄວາມທຸກ ຂອງປະຊາຊົນ.
ຍ້ອນການພັກດັນດັ່ງກ່າວນີ້ມ ພ້ອມດ້ວຍຍ້ອນສຽງນິຍົມສູງ ຂອງທ່ານໂອບາມາ ແລະຍ້ອນສະພາບເສຖກິດ ສຸດໂຊມແຕ່ລະວັນ ແຜນການນີ້ ຈຶ່ງສາມາດຜ່ານສະພາສູງໄປໄດ້ ແຕ່ການຜ່ານຄັ້ງນີ້ ກໍຜ່ານພຽງແບບມິ່ນໆ ດ້ວຍຄະແນນສຽງ 60 ຕໍ່ 38ສຽງເທົ່ານັ້ນ. ໃນບັນດາຜູ່ທີ່ສະນັບສນູນນັ້ນ ມີສະມາຊິກ ພັກເຣພະບະລິກັນ ພຽງແຕ່ສາມຄົນ ກາຍນັ້ນສຽງສນັບສນູນ ແມ່ນມາຈາກ ພັກເດໂມແກຮດຫມົດ.
ອີງຕາມຄວາມເຫັນຂອງ ນັກວິຈານການເມືອງຫລາຍໆຄົນ ຂ້າເຈົ້າເວົ້າວ່າ ທ່ານໂອບາມາ ຄວນຈະຖອດຖອນ ບົດຮຽນ ຫຍັງແດ່ຈາກໄຊຊະນະຄັ້ງນີ້?
- ການເມືອງ ແບບຫັກຫລັງກັນນັ້ນ ຍັງຝັງເລິກຢູ່ໄນ ປະເພນີ ຂອງນັກການເມືອງ ທີ່ວໍຊິງຕັນ ແລະກໍຈະປ່ຽນແປງຍາກ .
- ປະຊາຊົນຕ້ອງການຟັງ ຈາກປາກຂອງທ່ານປະທານະທິບໍດີໂດຍກົງ ຈະເປັນຂ່າວດີຫລືຂ່າວຮ້າຍກໍຕາມ. ທ່ານ ຕ້ອງອອກມາເວົ້າ ແລະອະທີບາຍໄຫ້ປະຊາຊົນຟັງ ເພາະທ່ານມີພອນສວັນ ທາງດ້ານການປະທະກະຖາ ແລະຕອນນີ້ທ່ານຄວາມເຊື່ອຖືສູງ ຈາກປະຊາຊົນ.
- ທ່ານຢ່າປ່ອຍໄຫ້ບັນດາສະມາຊິກສະພາ ຝ່າຍເດໂມແກຣດເຮັດຕາມລຳພັງ ຈະເປັນການຂຽນສເນີປ່ຽນແປງ ທາງກົດຫມາຍ ຫລືການລຽບລຽງງົບປະມານກໍຕາມ ທາງທຳນຽບຂາວຕ້ອງໄດ້ວາງຂອບເຂດແລະເປັນຜູ່ນຳ.
- ທ່ານຕ້ອງໄດ້ສືບຕໍ່ ພົວພັນຮຽກຮ້ອງ ການຮ່ວມໄມ້ຮ່ວມມີນຳ ພັກເຣພະບະລິກັນ ເຖິງທ່ານ ຈະຜິດຫວັງມາກໍຕາມ.
ບົດຂຽນ ຈາກຜູ່ອ່ານ
ໂດຍ ລູງຫນວດ
ຫລຽວເບີ່ງສະຖານະການຂອງໂລກອ້ອມຂ້າງເຮົາ ໃນປັດຈຸບັນນີ້ແລ້ວ ຮູ້ສຶກວ່າ ສັບສົນ ວຸ້ນວາຍເຕັມທີ ການເຂັ່ນຂ້າຮາວີ ຍາດແຍ່ງອຳນາດ ແບ່ງເຂດແບ່ງລັດທິກັນ ບໍ່ວ່າຈະເປັນທະວີບ ອາຟຣິກາ ທີ່ຂ້າກັນແບບລ້າງເຜົ່າພັນດັບສູນ ຫລື ພາກພື້ນຕະເວັນອອກກາງ ທີ່ລຸກເປັນໄຟ ມາ ຫລາຍສິບປີ ສ່ວນຂໍ້ພິພາດຣະຫວ່າງເຂດແດນທີ່ຕິດຕໍ່ກັນອິນເດັຍ ກັບ ປາກິສຖານ ທີ່ເວົ້າໄດ້ວ່າ ສງົບສຸຂມານົມນານກາເລຫລາຍປີດີດັກແລ້ວ ຕອນນີ້ກໍ່ກັບມາສູ້ລົບກັນໃຫມ່ ລົ້ມຕາຍໄປຫລາຍ ຮ້ອຍສົບແລ້ວ ເມື່ອຫັນມາເບີ່ງ ປະເທດໄທ ທີ່ມີສາຍແດນຕິດກັບ ສປປ ລາວ ກໍມີຄວາມບໍ່ສງົບ ຂ້າກັນທຸກມື້ໂດຍສະເພາະໃນເຂດ ໓ ແຂວງພາກໃຕ້ ແລະເຫດການປະທ້ວງຣັຖບານທີ່ວຸ້ນວາຍ ບໍ່ມີທ່າວ່າຈະສີ້ນສຸດລົງງ່າຍໆ ຜ່ານມາມີຜູ້ຕາຍເກືອບສີບແລະບາດເຈັບເປັນຫລາຍຮ້ອຍ.
ຫັນມາເບີ່ງທົບທວນຄືນຫລັງ ພຣະຣາຊອານາຈັກລາວ ກ່ອນການປ່ຽນແປງ ກໍລົ້ມລຸກຄຸກ ຄານ ຍ້ອນສົງຄາມກາງເມືອງ ລາວຕໍ່ລາວຂ້າກັນເອງ ຍ້ອນມະຫາອຳນາດຫນຸນຫລັງເອົາປືນນ້ອຍ ປືນໃຫຍ່ໃສ່ມືໃຫ້ລາວຂາວລາວແດງ ລາວຊ້າຍລາວຂວາຂ້າກັນ. ເຮັດໃຫ້ລາວເປັນໂຕລະຄອນທີ່ ຂຽນບົດໂດຍມະຫາອຳນາດ ທີ່ກຳລັງຂຍັບຂຍາຍອິດທິພົນ ແລະຍາດແຍ່ງ ຊ່ວງຊິງຂຍາຍລັດທິ ການເມືອງ ອັນທີ່ເອີ້ນກັນວ່າສົງຄາມເຢັນ ທີ່ມາຈັດເອົາ ອານາເຂດປະເທດ ວຽດນາມ-ລາວ-ແລະ ກຳພູຊາ ເປັນສນາມລົບປະລອງກຳລັງ ທົດລອງອາວຸດສົງຄາມ ແລະອາວຸດເຄມີ ຜົນສຸດທ້າຍ ປະຊາຊົນທັງສາມປະເທດ ລົ້ມຕາຍພໍປານໃບໄມ້ຫລົ່ນໃນຣະດູຫນາວ.
ເດຊະບຸນ ທີ່ພຣະຣາຊອານາຈັກລາວສມັຍນັ້ນ ມີເຈົ້າສຸວັນນະພູມມາ ເປັນຜູ່ນຳທີ່ສາມາດ ຊັກຈ່ອງດືງຍູ້ ໃຫ້ສົງຄາມໃນລາວ ທຸເລົາເບົາບາງລົງ (ຖານທັບອາກາດຂອງອະເມຣິກາຈຶ່ງໄດ້ຕັ້ງ ຢູ່ປະເທດໄທ ບໍ່ວ່າສນາມປີນ ອຸດອນ ໂຄຣາຊ ອູ່ຕະເພົາ ຕາຄຣີ) ຜົນແຫ່ງການສູນເສັຍແລະ ລົ້ມຕາຍຈຶ່ງມີຈຳນວນຫນ້ອຍລົງ. ຫລາຍຄົນ ເບີ່ງການກະທຳອັນນີ້ ວ່າເຈົ້າສຸວັນນະພູມມາ ຂີ້ຢ້ານ ບໍ່ກ້າເຮັດເສິກ ທຳການເປີດປະຕູໃຫ້ນ້ອງຊາຍ ເຈົ້າແດງ ເຂົ້າມາກຳໄຊຊະນະ - ບາງຄົນ ຊ້ຳຜັດຍົກຍ້ອງວ່າ ເປັນ "ພຣະບິດາແຫ່ງສັນຕິພາບໃນລາວ" ຂ້າພະເຈົ້າ ຜູ້ເກີດໃຫມ່ໃຫຍ່ລຸນ ບໍ່ຂໍ ຕ້ານຄວາມຄິດທັງສອງ ເພາະຕ່າງຝ່າຍກໍຢືນຢູ່ຄົນລະຟາກ ຄົນລະມຸມ.
ໂດຍສະເພາະຢ່າງຍີ່ງໃນເວລານັ້ນ ພຣະເຈົ້າສຣີສວ່າງວັທນາ ຊົງເປັນພຣະເຈົ້າຊີວິຕຂອງ ພຣະຣາຊອານາຈັກລາວ ພຣະອົງຊົງລາຍເຊັນ ສລະພຣະຣາຊບັນລັງ ໃນວັນທີ 30 ພືສຈິກາ ແລ້ວມອບໃຫ້ອົງມົງກຸດຣາຊກຸມມານ ນຳມາອ່ານຕໍ່ຫນ້າປວງຊົນທ່ີເດີ່ນ ພຣະທາດຫລວງໃນວັນທີ 2 ທັນວາ 1975 ອັນເປັນວັນສະຖາປະນາ ສາທາຣະນະຣັຖ ປະຊາທິປະໄຕ ປະຊາຊົນລາວ ເວົ້າ ໄດ້ວ່າການເສັຍສະລະອັນໃຫຍ່ຫລວງຂອງພຣະອົງ ທັງຍັງຖືວ່າເປັນການສີ້ນສຸດຂອງພຣະຣາຊວົງ ລ້ານຊ້າງຮົ່ມຂາວ ທີ່ຍືນຍາວມາ 650 ປີ.
ສົມມຸດວ່າ - ເຈົ້າສຸວັນນະພູມມາ ສວມວີນຍານ ເປັນຂຸນເສິກຜະເດັດການ ສັ່ງຣັຖບານ ແລະທະຫານ "ລຸຍ" ລູກດຽວຕາຍເປັນຕາຍ ! ທ່ານຜູ້ອ່ານລອງຄິດເບີ່ງວ່າ ແມ່ນໃຜແດ່ຊິຕາຍ ? ແມ່ນໃຜແດ່ຊິຍັງມີຊີວິດລອດມາໄດ້? ສົມມຸດຕໍ່ໄປອີກວ່າ ພຣະເຈົ້າສຣີສວ່າງວັທນາ ບໍ່ຍອມສະລະ ພຣະຣາຊບັນລັງ ແຕ່ເອົາໂຕຫລົບຫນີ ທຳການລີ້ຊ່ອນຜ່ອນໂຕ ພາຍໃນຫລື ນອກປະເທດ ແລ້ວ ສັ່ງການຕ້ານປະຕິວັດ ທຳການຕໍ່ສູ້ແບບຖວາຍຊີວິດ ທະຫານໃນກອງທັບບໍ່ຍອມວາງອາວຸດແຕ່ຈະ ທຳການຕໍ່ສູ້ທຸກວິທີທາງ "ລຸຍ" ລູກດຽວຕາຍເປັຍຕາຍ! ແນ່ນອນທີ່ສຸດ ກໍຕ້ອງຕາຍໄປຕາມໆກັນ.
Fast Forward ສະຖານະການໄປທາງຫນ້າ ຂົນມາເຖີງປັດຈຸບັນນີ້ 30 ກວ່າປີຜ່ານໄປ ຈຳນວນຄົນລາວ ໃນປະເທດລາວ ກໍຢູ່ພາຍໃຕ້ການປົກຄອງຂອງການປະຕິວັດ - ສ່ວນຄົນລາວທີ່ບໍ່ ສາມາດຢູ່ໃນການປົກຄອງໃຫມ່ໄດ້ ກໍເອົາໂຕລອດຫນີໄປຕັ້ງຖີ່ນຖານໃຫມ່ ໃນປະເທດທີ່ສອງແລະ ທີ່ສາມ ຊຶ່ງຂ້າພະເຈົ້າເອງກໍແມ່ນຜູ່ນຶ່ງໃນຈຳນວນນີ້ ເມື່ອຫັນມາທົບທວນເບີ່ງສະຖານະການ ທັງ ສອງດ້ານ ຈຶ່ງເຫັນໄດ້ວ່າ ພຣະເຈົ້າມະຫາຊີວິດ ສຣີສວ່າງວັທນາ ຍອມຈຳນົນແລະສະລະພຣະ ຣາຊບັນລັງນັ້ນ ກໍເພື່ອໃຫ້ ຣາຊດອນຂອງພຣະອົງ ຢູ່ລອດປອດໄພນັ້ນເອງ.
ຂຽນມາຮອດຫນີ້ ກໍຢາກກ້ຽວໄປຫາຫົວເຣື່ອງທາງເທີງວ່າ : ຍັງບໍ່ທັນເຖີງເວລາເທື່ອບໍ? ທີ່ພວກເຮົາເຈົ້າຂ້ອຍ ບັນດາລາວນອກ ໃນປະເທດທີ່ສາມທົ່ວໂລກ ຈະຄິດພິຈາຣະນາວ່າ ຈະເຕົ້າ ໂຮມກັນສ້າງອານຸສາວະຣີ ໃຫ້ພຣະເຈົ້າສຣີສວ່າງວັທນາ ເພາະພຣະອົງຊົງຫລີງເຫັນການໄກ ແທ້ໆ.
ຖ້າໄດ້ຄຳຕອບອອກມາວ່າ "ຍັງບໍ່ພ້ອມເທື່ອ" ຜູ້ຂ້າກໍຂໍຖາມຕື່ມອີກວ່າ: ຈະລໍຖ້າຕື່ມອີກ ດົນນານປານໃດ ຈຶ່ງຈະພ້ອມ ?
ຖ້າຄຳຕອບອອກມາວ່າ "ພ້ອມແລ້ວ - ເຖີງເວລາແລ້ວ" ຜູ້ຂ້າກໍຂໍຖາມຕື່ມອີກວ່າ: ແມ່ນໃຜ ຈະເປັນຜູ້ພາເຮັດພາທຳ?
ຂ້າພະເຈົ້າ ໃນນາມຜູ້ຂຽນ ກໍພໍພຽງແຕ່ເປັນຜູ້ຕັ້ງໂຈທ ໃຫ້ເປັນ ກັນທໍ່ນັ້ນດອກ.
____________________________________________________________________
ແບ່ງກັນອ່ານ ປັນກັນຮູ້
ໄນທ້າຍສບັບນີ້ ຂໍຊວນເຊີນທ່ານອ່ານ ພາກສ່ວນນຶ່ງ ຂອງບົດກອນ ຂອງທ່ານຈຳປາແດງ. ບົດກອນບົດນີ້ ເວົ້າເຖິງ ນຶ່ງໃນສາເຫດຂອງຄົນລາວເຮົາ ທີ່ຍັງແຕກແຍກກັນ ພ້ອມດ້ວຍການຂາດຄວາມເປັນທັມຊຶ່ງກັນແລະກັນ ແມ້ກະທັ້ງຢູ່ພາຍໃນຄອບຄົວດຽວກັນ....
ດຽວນີ້...ແມ່ມີເຣື່ອງຄຶດທໍ້..........ມູນມັງພໍ່ໂຕເຄີຍມີ
ເຕັມທີເຂົາຂາຍຫມົດ.............ໂລດບໍ່ເຫຼືອຫຍັງໄວ້
ແມ່ຢາກໄຂຈາຕ້ານ.................ລາຍງານໂຕກໍວ່າແມ່ນ...ລູກເອີຍ
ອ້າຍນ້ອງໂຕພາກັນແລ່ນ......ປັນແບ່ງກັນຮຽບຮ້ອຍ.....ແລ້ວຂາຍຈ້ອຍບໍ່ຍັງ
.....
.....
ເຂົາເປັນຄົນລຶບຖ້ວມ..........ສາຍເລືອດແມ່ອຸທອນດຽວ
ບໍ່ສລຽວໃຈຄຶດ................ງຶດຊ່າງເປັນແນວນີ້
ແມ່ຢາກຫນີໄປຕາຍຫນ້າ.....ຄວາມຊະຣາພັດດຶງຈ່ອງ
ດຽວນີ້ໄດ້ແຕ່ຄອງ....ຖ້າມື້ຕາຍເສັຽໃຫ້ແລ້ວ.....ເຫັນແນວນີ້ແມ່ເບື່ອແຮງ
ເຊີນອ່ານ ບົດກອນທັງຫມົດໄດ້ທີ່ http://tinyurl.com/cetrv3
ຈົບ

0 comments:
Post a Comment