____________________________________________________________________ຂ່າວທົ່ວໄປ
ກົດຫມາຍ ຟື້ນຟູເສຖກິດໃຫມ່ ແມ່ນຫຍັງແທ້?
ທ່ານໂອບາມາ ໄດ້ລົງລາຍເຊັນເອົາແຜນການ ກະຕຸ້ນເສຖກິດ ມາເປັນກົດຫມາຍ "ຟຶ້ນຟູເສຖກິດ" ຢ່າງເປັນທາງການ ໃນມື້ວັນອັງຄານ ວັນທີ່ 17 ເດືອນກຸມພາ ທີ່ເມິອງ ແດນເວີ. ກົດຫມາຍ ປະຫວັດສາດ ນີ້ມີງົບປະມານ 787 ພັນລ້ານໂດລາ ຕິດຂັດມາພ້ອມ ເພື່ອໃຫ້ໄດ້ ລົງປະຕິບັດ ທັນທີ.ຈຸດປະສົງໃຫຍ່ຂອງ ກົດຫມາຍນີ້ຈະແນ່ໃສ່ ຊ່ວຍຕ້ານທານ ບໍ່ໄຫ້ຄົນ ຖິ້ມເຮືອນໄປຕື່ມ ສ້າງວຽກງານໃຫມ່ ບັນເທົາທຸກປະຊາຊົນ ຜູ່ໄດ້ຮັບເຄາະ ຈາກອັກວິດເສຖກິດ ແລະຊຸກຍູ້ໄຫ້ປະຊາຊົນ ມາຊື້ເຄື່ອງ ບໍຣິໂພກໃນຕລາດອີກ.
ສຳລັບຜູ່ທີ່ ກຳລັງປະເຊິນບັນຫາ ຈະຖິ້ມບ້ານຕົວເອງຢູ່ນັ້ນ ເພາະຍ້ອນຣາຍຜ່ອນ ແຕ່ລະເດືອນສູງເກີນໄປ ບຸກຄົນ ຫລືຄອບຄົວພວກນີ້ ແມ່ນກົດຫມາຍນີ້ຈະຊ່ວຍໄດ້ ແຕ່ຈະຕ້ອງມີເງື່ອນໄຂ ພຽງພໍ. ເງື່ອນໄຂ ແລະ ລາຍຣະອຽດຕ່າງໆ ຈະອອກມາ ຕາມທີ່ຫລັງ. ໂຄງການນີ້ແນ່ໃສ່ ຈະຊ່ວຍເຫລືອ ປະມານ 9 ລ້ານຄົນ. ສຳລັບຜູ່ທີ່ເສັຍເຮືອນໄປແລ້ວນັ້ນ ທາງກົດຫມາຍນີ້ຊ່ວຍບໍ່ໄດ້.
ຈຸດປະສົງ ອັນທີ່ສອງແມ່ນ ການສ້າງວຽກໃຫມ່ ແລະຮັກສາວຽກເກົ່າ ເພື່ອບໍ່ໄຫ້ຄົນຕົກງານຕຶ່ມອີກ ໂດຍການສ້າງໂຄງການ ພັທນາ ບູຣະນະປັບປຸງຖນົນຂົວທາງຕ່າງໆ ໄຫ້ມີປະສີດທິພາບດີຂຶ້ນ ສ້າງທາງຣົຖໄຟໃຫມ່ ແລະ ສົ່ງເສີມ ການຄົ້ນຄວ້າ ແລະຂຍາຍການຫມູນໄຊ້ ເຕັກໂນໂລຢີພລັງງານ ຂຽວ ພ້ອມນັ້ນ ກົດຫມາຍນີ້ກໍ ອະນຸມັດເງິນ ຫລາຍພັນລ້ານໂດລາ ໄປຊ່ວຍແຕ່ລະຣັຖ ເພື່ອແນ່ໃສ່ຮັກສາ ວຽກງານຂອງ ເຈົ້າຫນ້າທີ່ຮັກສາ ຄວາມສງົບ ຕຳຣວດດັບໄຟ ແລະບັນດາຄຣູທັງຫລາຍ.
ຈຸດປະສົງ ອັນທີ່ ສາມ ກໍຄື ການບັນເທົາທຸກປະຊາຊົນ ຜູ່ໄດ້ຮັບເຄາະຈາກອັກວິດເສຖກິດ ຊຶ່ງປະກອບດ້ວຍ ການ ຫລຸດຜ່ອນການເສັຍພາສີ ຣາຍໄດ້ໄຫ້ຣັຖບານກາງ ໂດຍທີ່ຜູ່ທີ່ຍັງເຮັດການຢູ່ ມີຣາຍໄດ້ເຂົ້າມາບ້ານຕື່ມຂຶ້ນ ຫລາຍກວ່າເກົ່າ ພ້ອມນັ້ນ ຣັຖບານກໍຍັງສົ່ງເງິນ ພາສີ ໄຫ້ຄືນອີກ ອີງຕາມຣາຍໄດ້ຂອງແຕ່ລະ ບຸກຄົນ ແລະແຕ່ລະຄອບຄົວ. ຕົວຢ່າງ ສຳລັບຄອບຄົວທີ່ມີຣາຍໄດ້ຕ່ຳກວ່າ $150,000 ຕໍ່ປີ ຣັຖບານກາງ ຈະສົ່ງເງິນຄືນ ຄອບຄົວລະ $800. ສຳລັບຜູ່ເຖົ້າ ແລະຜູ່ເສັຍອົງຄະນັ້ນ ຈະໄດ້ຮັບຜູ່ລະ $250.
ສະເພາະຜູ່ທີ່ກິນເງິນ ຫວ່າງ ງານນັ້ນ ຖ້າຫາກ ກິນເກີນກຳນົດ ທ່ານມີສິດກິນຕໍ່ໄດ້ອີກ 20 ຫາ 33 ອາທິດ ສຸດແລ້ວແຕ່ເງື່ອນໄຂ. ຄຽງຄູ່ກັນນັ້ນ ເງິນຫວ່າງ ງານແຕ່ລະອາທິດ ຈະເພີ້ມອີກ $25 ຕໍ່ອາທິດ. ນອກນັ້ນ ທາງຣັຖບານ ກໍຈະຊ່ວຍຈ່າຍ ຄ່າປະກັນພັຍສຸຂພາບ (Cobra) ເຖິງ 65% ສຳລັບຄອບຄົວສອງຜົວເມັຍ ທີ່ຈ່າຍພາສີຮ່ວມກັນ (Couples filing tax jointly) ແລະມີຣາຍໄດ້ $250,000 ລົງມາ ສຳລັບກໍຣະນີເປັນໂສດ ນັ້ນ ຣາຍໄດ້ປະຈຳປີ ແມ່ນບໍ່ໃຫ້ເກີນ $125,000.
ຈຸດປະສົງອັນທີ່ ສີ່ແມ່ນ ຊຸກຍູ້ໄຫ້ປະຊາຊົນມາ ກັບເຂົ້າມາຊື້ເຄື່ອງບໍຣິໂພກໃນຕລາດອີກ ຊຶ່ງມາໃນຮູບທີ່ວ່າ ທາງຣັຖບານອະນຸຍາດ ໄຫ້ຫັກ (deduct) ພາສີຊື້ຂາຍຕ່າງໆອອກຈາກ ຣາຍໄດ້. ຕົວຢ່າງ ຖ້າໃຜຫາກຊື້ຣົດໃຫມ່ ຊະນິດຣົດເກງ ທຳມະດາ ຣົຖໄປທ່ຽວ (RV) ແລະຣົຖຈັກ ພາຍໃນປີ 2009 ແລະ ຖ້າຣາຍໄດ້ຜູ່ຊື້ບໍ່ເກີນ $125,000 ຕໍ່ປີສຳລັບຊາຍໂສດ ແລະ $250,000 ສຳລັບຄູ່ຜົວເມັຍ ຂ້າເຈົ້າສາມາດ ຫັກເອົາພາສີຊຶ້ຣົດດັ່ງກ່າວທັງຫມົດ ອອກຈາກ ຣາຍໄດ້.
ສຳລັບຜູ່ທີ່ຊື້ບ້ານເປັນຄັ້ງແຣກ (First time home buyers) ທີມີຣາຍໄດ້ບໍ່ເກີນ $75,000 ຕໍ່ປີສຳລັບຊາຍໂສດ ແລະ $150,000 ສຳລັບຄູ່ຜົວເມັຍນັ້ນ ຣັຖບານຈະໄຫ້ ເກຣດິດພາສີຄືນ $8,000 ແຕ່ຕ້ອງຊື້ເຮືອນ ກ່ອນວັນທີ່ 1 ເດືອນ ທັນວາ (12) ປີ 2009.
ສິ່ງທີ່ເລົ່າມານີ້ ແມ່ນແຕ່ຈຸດໃຫຍ່ໆ ຂອງກົດຫມາຍຟື້ນຟູເສຖກິດ ຂອງທ່ານ ໂອບາມາ ເທົ່ານັ້ນ. ແນ່ນອນ ຍັງມີຫລາຍຈຸດສຳຄັນ ຂອງກົດຫມາຍນີ້ ທີ່ບໍ່ໄດ້ກ່າວເຖິງ ແລະຈະຕ້ອງ ຄົ້ນຄວ້າອີກ ຕໍ່ໄປ.
ຣັຖມົນຕຣິ ກລີນເຕິນ ໄປຢ້ຽມຢາມ ເອເຊັຍ
ໃນວັນອາທິດ ວັນທີ່ 15 ເດືອນກຸມພາທີ່ຜ່ານມານີ້ ຣັຖມົນຕຣີກະຊວງການຕ່າງປະເທດໃຫມ່ ຂອງສະຫະຣັຖ ອະເມຣີກາ ທ່ານ ນາງ ຮິນລາຣີ ກລິນເຕີນ ເປີດສັກະຣາດໃຫມ່ ໃນປະຫວັດສາດ ການເມືອງຕ່າງປະເທດ ຂອງອະເມຣິກາ ໂດຍ ທ່ານເລືອກ ໄປຢ້ຽມຢາມປະເທດເອເຊັຍກ່ອນ ແທນທີ່ ຈະໄປຢ້ຽມຢາມປະເທດເອີໂຣບ ຄືດັ່ງທີ່ເຄີຍປະຕິບັດກັນມາ.ບັນດາປະເທດທີ່ ທ່ານຈະໄປຢ້ຽມຢາມຄັ້ງນີ້ ມີ ຍີ່ປຸ່ນ ອິນໂດເນເຊັຍ ເກົາຫລີໄຕ້ ແລະ ຈີນ.
ກ່ອນທ່ານຈະອອກ ເດີນທາງ ທ່ານຖແລງວ່າ ການອອກໄປຢ້ຽມຢາມປະເທດເອເຊັຍ ກ່ອນປະເທດອື່ນນັ້ນ ກໍຍ້ອນວ່າ ເອເຊັຍເປັນຂົງເຂດທີ່ສຳຄັນ ທາງດ້ານເສຖກິດ ແລະທາງດ້ານຍຸທສາດ ສຳລັບອະເມຣິກາ ແລະ ອະເມຣິກາ ຢາກເຜີຍໂສມຫນ້າໃຫມ່ ແລະທີດທາງ ຂອງຣັຖບານ ໂອບາມາ.
ປະເທດແຣກ ທີ່ທ່ານໄດ້ໄປຢາມ ກໍແມ່ນປະເທດ ຍີ່ປຸ່ນຊຶ່ງເປັນສັມພັທມິດ ທີ່ດີຂອງອະເມຣິກາ ມາຕລອດ.
ແຕ່ການໄປຢ້ຽມຢາມປະເທດຍີ່ປຸ່ນ ຄັ້ງນີ້ ບັງເອີນມາຖືກໄລຍະ ທີ່ເສຖກິດຍີ່ປຸ່ນ ຫົດຕົວລົງເປັນປະຫວັດສາດ ຄືເວົ້າລວມແລ້ວ ເສຖກິດພາຍຂອງຍີ່ປຸ່ນໃນປີ 2008 ໄດ້ຖອຍຕົວລົງ ຈົນເຖິງເກືອບ 13% ຊຶ່ງເປັນຕົວເລກທີ່ຫນ້າ ວິຕົກ ເພາະວ່າ ສະພາບການຫົດຕົວເສຖກິດ ແບບນີ້ ເຄີຍເກີດຂຶ້ນແຕ່ ຄັ້ງສມັຍ ຫລັງຈາກ ສົງຄາມໂລກ ຄັ້ງທີ່ສອງເທົ່ານັ້ນ ຊຶ່ງຕອນນັ້ນ ຍີ່ປຸ່ນເປັນຜູ່ປຣາໄຊ.ຄຽງຄູ່ ກັບຄວາມຫຍຸ້ງຍາກ ທາງດ້ານເສຖກິດແລ້ວ ປະເທດຍີ່ປຸ່ນຍັງ ປະເຊີນຫນ້າກັບ ບັນຫາທາງ ດ້ານການເມືອງ ເພາະວ່າຣັຖບານປັດຈຸບັນ ຂອງທ່ານ ນາກາໂຊນີ ມີສຽງນິຍົມຕ່ຳຫລາຍ ແລະອາດຈະໄປບໍ່ລອດ. ສນັ້ນທ່ານນາງ ກລິນເຕິນ ຈຶ່ງໄດ້ໄປ ພົບພໍ້ກັບ ພັກການເມືອງກົງກັນຂ້າມອີກດ້ວຍ ເນື່ອງຈາກວ່າ ຖ້າຣັຖບານ ຊຸດນີ້ ຍຸບລົງໄປ ທາງອະເມຣິກາຈະໄດ້ພົວພັນ ກັນກັບ ຣັຖບານຊຸດໃຫມ່ ຊຶ່ງຈະຕອ້ງຢູ່ໄຕ້ການນຳ ຂອງພັກກົງກັນຂ້າມ.
ຫລັງຈາກຢ້ຽມຢາມປະເທດຍີ່ປຸ່ນ ທ່ານນາງ ກລິນເຕິນກໍເດີນທາງໄປທີ່ປະເທດ ອິນໂດເນເຊັຍ ຊື່ງເປັນປະເທດທີ່
ຄວາມຫມາຍສຳຄັນ ເປັນພິເສດ ສຳລັບທ່ານໂອບາມາ ເພາະທ່ານເຄີບໄຊ້ຊີວິດຢູ່ປະເທດນັ້ນ ເຖິງ 4ປີ. ທີ່ສນາມບິນ ທ່ານນາງ ກລິນເຕິນ ກໍຖືກຕ້ອນຮັບຢ່າງມີກຽດຢ່າງພິເສດ ແລະກໍມີນັກຮຽນທີ່ໂຮງຮຽນ ທ່ານໂອບາມາ ເຄີຍຮຽນ ຈຳນວນ 40ຄົນ ມາຮ້ອງເພງ ຕ້ອນຮັບທ່ານ.ເຫດຜົນທີ່ ທ່ານຣັຖມົນຕຣີ ມາຢ້ຽມຢາມ ອິນໂດເນເຊັຍ ແມ່ນມີ ຈຸດປະສົງ ຢາກສເລີມສລອງ ຜົລສຳເຣັດ ຂອງການປົກຄອງແບບປະຊາທິປະໄຕ ຂອງປະເທດ ອິນໂດເນເຊັຍ ຊຶ່ງເປັນປະເທດທີ່ມີພົລເມືອງ ທີ່ຖຶສາສນາ ມຸສລິມ ຫລາຍກວ່າຫມູ່ ໃນໂລກ. ພ້ອມນັ້ນ ທ່ານກໍຕ້ອງການ ຮັດແຫນ້ນ ຄວາມສັມພັທໄມຕຣີ ທາງດ້ານການຄ້າ ແລະທາງດ້ານການຮັກສາຄວາມປອດພັຍ ຣະຫວ່າງ ທັງສອງປະເທດ ແລະທັງຢູ່ໃນ ຂົງເຂດອາຊີ ຕາເວັນອອກສຽງໃຕ້ ຊື່ງມີອົງການ ອາເຊອານ ເປັນຫລັກຫມັ້ນ. ສູນກາງຂອງ ອາເຊອານ ກໍຕັ້ງຢູ່ທີ່ນະຄອນຫລວງ ຈາກາຕາ ນັ້ນເອງ.ຫລັງຈາກຢ້ຽມຢາມອິນໂດເນເຊັຍ ແລ້ວທ່ານກໍມຸ່ງຫນ້າໄປເກົາຫລີໄຕ້ ຊຶ່ງເປັນປະເທດທີ່ສາມຂອງການຢ້ຽມຢາມ.
ແຕ່ກ່ອນຈະໄປ ເຖິງເກົາຫລີໃຕ້ ທ່ານນາງ ກລິນເຕິນກໍໄດ້ເຕືອນເກົາຫລີເຫນືອວ່າ ການທີ່ເກົາຫລີເຫນຶອ ຈະທົດລອງ ຈະຫລວດຂາບທະວີບນັ້ນ ຈະບໍ່ຊ່ວຍຫຍັງ ໃນການແກ້ໄຂບັນຫາແຫລມເກົາຫລີ ຊຶ່ງເປັນບັນຫາ ທີ່ຍັງຄ້າງຄາ ກັນຢູ່. ທາງເກົາຫລີໃຕ້ ກໍອອກຖແລງການ ຕັກເຕືອນເກົາຫລີເຫນືອ ເຊັ່ນດຽວກັນ. ແຕ່ປາກົດວ່າ ທາງເກົາຫລີເຫນືອ ບໍ່ລົດລະໃນການ ນາບຂູ່. ຄັ້ງຫລ້າສຸດນີ້ ເກົາຫລີເຫນືອຖແລງວ່າ ເຂົາຕຽມພ້ອມທີ່ຈະເຮັດສົງຄາມ ນຳເກົາຫລີໃຕ້. ຕໍ່ຄຳເວົ້ານີ້ ທາງຣັຖມົນຕຣີ ກລິນເຕິນ ຮຽກຮ້ອງເກົາຫລີໃຕ້ ຢ່າໂຕ້ຕອບເທື່ອ ເພາະວ່າທາງ ອະເມຣິກາ ແລະກຸ່ມ 6ປະເທດ ຕ້ອງການ ເອົາເກົາຫລີເຫນືອ ຄືນເຂົ້າມາ ໂຕະເຈຣະຈາ.ເວົ້າລວມແລ້ວ ຣັຖບານໂອບາມາ ຈະໄດ້ມາສົນໃຈ ບັນຫາເກົາຫລີເຫນືອ ນີ້ອີກຫລາຍ ເພາະວ່າປະເທດນີ້ ມີຄວາມສາມາດ ຜລິດອາວຸດນິວເຄລັຍ ຊຶ່ງຈະສ້າງບັນຫາ ຄວາມປອດພັຍ ໃຫ້ຂົງເຂດນີ້ ແລະຂົງເຂດອື່ນດ້ວຍ.
ປະເທດສຸດທ້າຍ ແລະປະເທດສຳຄັນທີ່ສຸດ ທີ່ທ່ານຈະເດີນທາງໄປຢາມນັ້ນ ກໍແມ່ນ ປະເທດຈີນ. ກ່ອນທີ່ທ່ານ ຈະເດີນທາງຊຸດແຣກນີ້ ທ່ານກໍໄດ້ເວົ້າເຖິງ ຄວາມສຳຄັນຂອງຈີນຢ່າງຫລວງຫລາຍ. ທ່າທີຂອງທ່ານທີ່ມີ ຕໍ່ຈີນກໍແມ່ນ ເນັ້ນຫນັກໄຫ້ຈີນ ເຂົ້າມາກ່ຽວຂ້ອງແກ້ໄຂ ບັນຫາຂອງໂລກ ນຳກັນຫລາຍກ່ວາເກົ່າ ແທນທີ່ຈະວາງຕົວເມີນເສີຍ ເຫມືອນແຕ່ກ່ອນ. ເມື່ອໄປເຖິງຈີນ ຣມຕ ກລິນເຕິນ ຈະເອົາບໍ່ເອົາເຣື່ອງມະນຸສທັມ ຂຶ້ນມາເວົ້າເທື່ອ ເພາະທ່ານ ວ່າ ມັນເປັນເຣື່ອງຂັດກັນ ແລະ ໃຜກໍຮູ້ແລ້ວວ່າ ຈີນຈະເວົ້າຫຍັງຂຶ້ນມາ ຕໍ່ເຣື່ອງນີ້.
ທ່າທີເຣື່ອງມະນຸສທັມນີ້ ເປັນທ່າທີໃຫມ່ ຊຶ່ງແຕກຕ່າງກັບ ຄຳເວົ້າໃນຄຳປາໄສຂອງທ່ານ ກ່ອນທ່ານ ຈະອອກເດີນທາງ. ເວົ້າແລ້ວ ທ່າທີ່ນີ້ ບໍ່ຕ່າງຫຍັງກັບ ນະໂຍບາຍຂອງບຸສ ທີ່ປິດງຽບ ເຣື່ອງມະນຸສທັມຂອງຈີນ ໄວ້ເຫມືອນກັນ.
ເຖິງຢ່າງໃດກໍຕາມ ຫມົດໂລກ ຢັງລໍເບິ່ງຜົນການຢ້ຽມຢາມປະເທດຈີນ ຂອງຣມຕ ກລິນເຕິນເບິ່ງວ່າ ການພົວພັນ ຂອງອະເມຣິກາແລະ ຈີນ ຈະເລີ້ມມີບາດກ້າວໃຫມ່ແບບໃດ.
_________________________________________________________
ຂ່າວຄົນລາວ
- ຍົກເວັ້ນ ວິຊາທ່ອງທ່ຽວ ສຳລັບຄົນຍີ່ປຸ່ນ....ນາຍົກສປປ ລາວ ກ່າວຕໍ່ກຸ່ມທິມນັກທ່ອງທ່ຽວຍີ່ປຸ່ນ ທີ່ມາຢາມລາວ ໃນຖ້ຽວບິນແຣກ ທີ່ບິນໂດຍກົງ ແຕ່ຍີ່ປຸ່ນ ວ່າ ນັກທ່ອງທ່ຽວຄົນ ຍີ່ປຸ່ນເປັນແຂກທ່ອງທ່ຽວທີ່ດີ ແລະ ມີມາຣະຍາດ ພ້ອມນັ້ນທາງຣັຖບານ ຍີ່ປຸ່ນກໍໄດ້ ຊ່ວຍລາວມາຕລອດ ແລະ ດຽວນີ້ໄດ້ມີການ ເຊັນສັນຍາ ລົງທະບຽນຮ່ວມມືກັນອີກ ເປັນຫລາຍໆ ໂຄງການ.ສນັ້ນ ເພື່ອດຶງດູດເອົາ ຕລາດທ່ອງທ່ຽວ ຈາກຍີ່ປຸ່ນເຂົ້າສູ່ລາວ ທາງຣັຖບານລາວ ຈຶ່ງມີນະໂຍບາຍພິເສດ ຍົກເວັ້ນ ວິຊາທ່ອງທ່ຽວ ສຳລັບຄົນຍີ່ປຸ່ນ ທີ່ມີຈຸດປະສົງ ເຂົ້າມາທ່ຽວໃນລາວ. ແຕ່ສຳລັບນັກທ່ອງທ່ຽວ ຫລື ບັນດາລາວພົ້ນທະເລ ຈາກອະເມຣິກາ ແລະ ຢູໂຣບນັ້ນ ຍັງຕ້ອງຂໍວິຊາ ແລະຈ່າຍຄ່າວິຊາຕໍ່ໂປອີກຕາມເຄີຍ. ສຳລັບ ຜູ່ໃດມາແຕ່ອະເມຣີກາ ຄ່າວິຊາແມ່ນ $35 ໂດລາ ແຕ່ຜູ່ໃດມາແຕ່ ຢູໂຣບ ຈ່າຍແຕ່ $30 ໂດລາເທົ່ານັ້ນ ໃນການຂໍເຂົ້າໄປໃນລາວ ແຕ່ລະຄັ້ງ.
ສຳລັບວຽດນາມ ແລະຂເມນແລ້ວ ຂ້າເຈົ້າຍົກເວັ້ນ ການເສັຍຄ່າ ວິຊາ ໄຫ້ຄົນວຽດນາມ ແລະຄົນຂເມນ ພົ້ນທະເລ ຫມົດທຸກຄົນ ມາໄດ້ຫລາຍປີແລ້ວ ຍັງແຕ່ສປປ ລາວ ເທົ່ານັ້ນ ທີ່ຍັງເກັບເງິນວິຊາ ນຳຄົນລາວພົ້ນທະເລຢູ່. ຫມາຍເຫດ: ຂ່າວຫລ້າສຸດ ອອກມາວ່າ ທາງສປປ ລາວ ອອກດຳຣັດໄຫມ່ວ່າ ຖ້າຜູ່ໃດອາຍຸ 15 ປີລົງມາ ແລະຜູ່ໃດອາຍຸ 65 ປີຂຶ້ນໄປ ບໍ່ຕ້ອງຈ່າຍ ຄ່າວິຊາເຂົ້າໄປລາວ. ກົດຫມາຍໃຫມ່ ນີ້ຈະລົງມືປະຕິບັດພາຍໃນປີ 2009 ແຕ່ບໍ່ຮູ້ວ່າ ຈະເລີ້ມມື້ໃດເທື່ອ. - ບໍ່ແຮ່ເມືອງເຊໂປນ ມີເຈົ້າຂອງໃຫມ່ ແລ້ວ...ບໍຣິສັດຈີນ ມິນ ເມໂຕ ( Minmetals Corp) ໄດ້ປະມູນຊື້ເອົາ ບໍ່ແຮ່ເມືອງ ເຊໂປນຈາກບໍຣິສັດ ໂອຊີ ມີເນໂຣ (OZ Minerals) ເປັນ ຈຳເງິນ A$2 ພັນລ້ານໂດລາ ໂອສຕຣາລຽນ ເນື່ອງຈາກວ່າ ບໍຣິສັດ ໂອຊີ ມີເນໂຣ ຫມົດເງິນມາຫມູນ ວຽກງານ. ການແລກປ່ຽນ ກຳມະສິດ ຄົງຈະສຳເຣັດໃນກາງປີ ຫລືທ້າຍປີນີ້.
ບົດຂຽນ ຈາກຜູ່ອ່ານ
ວິຈານ ສຸພາສິດລາວ
ໂດຍ ລູງຫນວດ
ອັນວ່າເຊື້ອຫມາກຕ້ອງ ບໍ່ຫ່ອນຫລົ່ນໄກກົກ ເຈົ້າຜູ້ແນວຜົມດົກ ບໍ່ຫ່ອນເປັນຫົວລ້ານ
ບໍ່ຮູ້ຈັກວ່າ ຜູ້ໃດແມ່ນໃຜເປັນຜູ້ແຕ່ງ ວະລີ-ຄຳເວົ້າ ຫລື ພາສິດອັນນີ້. ຖ້າແປຕາມສະພາບການ ໂຕຈີງ physically ແລ້ວມັນກໍເປັນດັ່ງນັ້ນແທ້ ທີ່ຫມາກໄມ້ ບໍ່ວ່າ ຈະເປັນຫມາກພ້າວ ຫມາກມີ້ ຫມາກມ່ວງ ຫມາກຕ້ອງແລະ ຫມາກອື່ນໆ ເວລາມັນຫລົ່ນ ມັນກໍຕົກລົງໃກ້ໆກ້ອງຕົ້ນມັນນັ້ນລະ ສ່ວນພວກທີ່ຜົມດົກ ຫນາ ບໍ່ຫລົ່ນບໍ່ລ້ານມັນກໍມີ
ການສືບຕໍ່ຫນໍ່ແນວ ມາຈາກພໍ່ຕູ້ພໍ່ຕາ ລົງມາຫາພໍ່ ແລ້ວກໍຕໍ່ໃສ່ລູກໃສ່ຫລານ ຕາມແບບສບັບຂອງ gene ຂອງ DNA ຫລືກາມມະພັນ ນັ້ນລະ ທັງຍັງໄປສອດຄ່ອງໃສ່ກັບຄວາມເວົ້າ ພາສາຟຣັ່ງທີ່ວ່າ tel pere-tel fils ພໍ່ມັນເປັນແນວໃດ ລູກມັນກໍເປັນແນວນັ້ນ ອີກດ້ວຍ."ລຸງຫນວດ" ຕີຄວາມຫມາຍກວ້າງແລະເລິກອອກໄປອີກ ເພາະມີຜູ້ເວົ້າວ່າ ເຈົ້ານາຍເພີ່ນ ມີແລ້ວ ຕາແສງເພີ່ນກໍເປັນແລ້ວ ເຈົ້າເມືອງເຈົ້າແຂວງ ເພີ່ນກະມີແລ້ວ ສ່ຳເຮົາເປັນລູກຊາວໄຮ່ ຊາວນາ ມັນກໍຕ້ອງ ໄດ້ເປັນຊາວນາຫນ້າແຫລ້ຢູ່ຕໍ່ໄປຊັ້ນແລ້ວ.
ເມື່ອມາລົງທ້າຍບ່ອນນີ້ "ລຸງຫນວດ" ຄິດວ່າຜູ້ທີ່ແຕ່ງພາສິດນີ້ ມັນຫາກແມ່ນ ນັກປຣາຊທີ່ລູບແຄ່ງ ເລັຍຂາ ສັກດິນາພຍາຣາຊາ ເຈົ້າໃຫຍ່ນາຍໂຕ ດ້ວຍການຕອກຍ້ຳການປົກຄອງແບບຜະເດັດການແຜງໄວ້ ກັບຄວາມໂງ່ງ່າວລ້າຫລັງ ທີ່ກົດຫົວ ປະຊາຣາຊດອນ ໃຫ້ເປັນຄົນຄອຍ ບໍຣິການຮັບໄຊ້ຕອບສນອງຕລອດໄປ.
ຍືດຄໍຍາວໆຂື້ນແບບໂຕ giraffeເບີ່ງໄປທາງວັທນະທັມສມັຍໂບຮານຂອງປະເທດອີນເດັຽ ເພີ່ນໄດ້ ແບ່ງຊັ້ນຄົນທີ່ເກີດມາເປັນ 4 ວັນນະຫລື ໔ ຊັ້ນຄົນ ຄື 1. ຣາຊາ 2. ພຣາມຫ໌ 3. ພໍ່ຄ້າສາມັນຊົນ ແລະ 4. ຊາວນາຍາຈົກ. ວ່າກັນວ່າ ວັທນະທັມລາວໄດ້ຮັບອິດທິພົນແລະການພັທນາ ມາຈາກອີນເດັຽ ດັ່ງນັ້ນ ເຖີງວ່າວັທນະທັມລາວ ບໍ່ໄດ້ແບ່ງຊັ້ນຄົນຢ່າງຈະແຈ້ງແບບອີນເດັຽກໍຕາມ ແຕ່ວັທນະທັມລາວ ກໍມີການ ແບ່ງແຍກຢ່າງເຫັນໄດ້ຊັດ ອັນເປັນຈຸດອ່ອນໃຫ້ ຈັກກະພັດຟຣັ່ງ ເຂົ້າມາແຊກແຊງ ຕອກຫລີ້ມ ແບ່ງແຍກ ເຮັດໃຫ້ແຕກສາມະຄີ ແລ້ວຄອບງຳ ຄວບຄຸມແລະ ປົກຄອງ.
ວັທນະທັມລາວ ແບ່ງແຍກ ຊັ້ນຄົນກັນແບບໃດ ?
ວັທນະທັມລາວ ແບ່ງແຍກຊັ້ນຄົນກັນດ້ວຍ ຖານະການເງີນ ວັດແທກຄວາມເປັນຄົນດ້ວຍ ຄວາມ ຮັ່ງມີ ຫລືທຸກຈົນ. ແບ່ງແຍກກັນດ້ວຍຍົສຊັ້ນ ນາຍພົນ ນາຍພັນ ນາຍຮ້ອຍ ນາຍຈ່າ ນາຍສິບ ເຈົ້າ ພຣະຍາ ເພັຽ ຫມື່ນ. ແບ່ງແຍກກັນ ດ້ວຍພູມລຳເນົາຂອງການເກີດ ໄທເຫນືອ ໄທໃຕ້ ໄທວຽງຈັນ ໄທປາກເຊ ໄທເມືອງຫລວງ ໄທຊຳເຫນືອ ໄທຟາກຂອງ ໄທຄົວຯລຯ ແບ່ງແຍກຜີວພັນຊົນເຜົ່າ ໄທດຳ ໄທແດງ ຂ້າ ຢ້າວ ແມ້ວ(ດຽວນີ້ປ່ຽນມາເປັນມົ້ງ) ອີ້ກໍ ໄລ່ໄປຈົນເປັນ ໖໘ ຊົນເຜົ່າ. ແບ່ງກັນດ້ວຍ ກຸ່ມຄອບຄົວຍາດວົງພົງຕະກຸນ ຫນັກໄປກວ່ານັ້ນ ພາຍໃນຄອບຄົວ ວົງຕະກຸນດຽວກັນ ກໍແບ່ງແຍກເປັນ ວັງຫນ້າວັງຫລັງ - ທັງຫລາຍທັງປວງ ມັນຫາກແມ່ນຈຸດອ່ອນ ທີ່ບອບບາງແລະກີນໃຈ sensitive ເຮັດ ໃຫ້ກຸ່ມກົງກັນຂ້າມ ຫລືຜູ້ທີ່ຈອບ ທຳລາຍທັບມ້າງສອດແຊກເຂົ້າມາໄດ້ງ່າຍ.
ວັທນະທັມການແບ່ງຊັ້ນວັນນະ ໃນຣະບອບໃຫມ່.
ນັບແຕ່ການປ່ຽນແປງຣະບອບການປົກຄອງ ຈາກເສຣີປະຊາທິປະໄຕ ຂອງພຣະຣາຊອານາຈັກ ລາວ ມາເປັນ ສັງຄົມນິຍົມ/ຄອມມູຍນິສ ຂອງ ສາທາຣະນະຣັຖປະຊາທິປະໄຕປະຊາຊົນລາວ ເປັນເວລາ 33 ປີແລ້ວ "ລຸງຫນວດ" ກໍບໍ່ໄດ້ມີໂອກາດກັບໄປເບີ່ງ ກັບໄປເຫັນວ່າ ປັດຈຸບັນນີ້ ພັກປະຊາຊົນປະຕິວັດ ລາວ ອັນເປັນເຈົ້າການ ປົກຄອງປະເທດ (ຕາມທີ່ບົ່ງໄວ້ໃນຣັຖ ທັມມະນູນ) ໄດ້ທັບມ້າງ ວັທນະທັມແຫ່ງ ການແບ່ງແຍກຊັ້ນຄົນລາວ ໄປແລ້ວຫລືບໍ່? ກໍບໍ່ຮູ້ບໍ່ເຫັນ ແທ້ໆ ຈື່ງບໍ່ສາມາດ ວິຈານໄດ້ວ່າ ປັດຈຸບັນນີ້ ຊັ້ນຄົນໃນ ສປປ ລາວ ຍັງມີການແບ່ງແຍກເປັນ ຊັ້ນໆຄືເກົ່າຢູ່ບໍ ຫລືວ່າ ພັກປະຊາຊົນປະຕິວັດລາວ ນຳເອົາທິສດີ ສັງຄົມນິຍົມ/ຄອມມູຍນິສ ມາປະຕິບັດ ມາດົນບັນດານໃຫ້ປະຊາຊົນລາວໃນທົ່ວປະເທດ ເປັນອັນນຶ່ງອັນດຽວກັນ ປາສຈາກ ຊັ້ນວັນນະ ທີ່ກີດກັ້ນຄວາມເປັນຄົນ ຂອງຄົນໃນຊາດ. ຫລາຍທ່ານທີ່ ກັບໄປຢ້ຽມຢາມ ສປປ ລາວ ສັງເກັດເຫັນແນວໃດ ກໍນຳມາເຫລົ່າ ສູ່ກັນຟັງແດ່ "ລຸງຫນວດ" ບໍ່ມີໂອກາດ ໄດ້ໄປ ຈຶ່ງບໍ່ສາມາດ ເວົ້າໄດ້.
ວັທນະທັມລາວ ໃນຕ່າງແດນ
ບັດນີ້ຫັນມາເບີ່ງຊີວິດການເປັນຢູ່ ຂອງຊາວລາວໃນຕ່າງແດນ ຄົນລາວທຸກຄົນທີ່ຫນີອອກ ຈາກ ປະເທດລາວ ພໍມາເຖີງແຜ່ນດິນໄທ ທຸກຄົນໄດ້ຊື່ວ່າ ເປັນອົພຍົບລາວຄືກັນຫມົດ ສິດທິໃນການໄດ້ຮັບ ຄວາມຊ່ວຍເຫລືອ benefit eligibility ເທົ່າທຽມກັນ ໂດຍສະເພາະມາເຖີງສະຫະຣັຖອະເມຣິກາ ຍົສຊັ້ນ ທີ່ຖືກໂຄ່ນລົ້ມ ຍີ່ງບໍ່ສາມາດນຳມາໄຊ້ໄດ້ (ຍົກເວັ້ນວິຊາການ ວິຊາອາຊີບແລະປຣີນຍາບັດບາງເງື່ອນໄຂ) ໃຜປາກເວົ້າບໍ່ເປັນ ກໍໄດ້ໄປນັ່ງຮຽນພາສາ ເລີ້ມຕົ້ນໃຫມ່ຄືກັນຫມົດ ຫົວຫນ້າຄອບຄົວໃດ ບໍ່ສາມາດເຮັດ ການໄດ້ເທື່ອຕ້ອງເພີ່ງພາ ການເບີກຈ່າຍຊ່ວຍເຫລືອຈາກ welfare ກໍໄດ້ຮັບເງີນ ຕາມອັດຕຣາເທົ່າທຽມ ກັນ (ເທົ່າທຽມຄົນອະເມຣິກັນເຈົ້າຂອງປະເທດ ຄືກັນ)
ອົພຍົບລາວ (ສມັຍນັ້ນ) ມາເຖີງສະຫະຣັຖເພື່ອຕັ້ງຕົ້ນຊີວິດໃຫມ່ ທຸກຄົນເລີ້ມນັບ 1 ໃຫມ່ ເພາະ ສີ້ນເນື້ອປະດາໂຕ ມີແຕ່ສົ້ງເສື້ອຄາຄີງເງີນຄຳອັດນຶ່ງກໍບໍ່ມີ ທຸກຄົນບຸກຫນ້າບືນໂຕ ຮ່ຳຮຽນ ພາສາ ວິຊາ ອາຊີບ ສູ້ຊົນແບກຫາບວຽກງານ ແບບຫນັກເອົາເບົາສູ້ ແລ້ວເກັບຫອມອອມຊັບ ສາມາດສ້າງຖານະໂຕເອງ ພໍມີຢູ່ມີກີນ ລູກຫລານຊາວລາວຫລາຍຄົນ ຮຽນຈົບຊັ້ນປຣີນຍາຕຣີ ໂທແລະເອກ ທັງດຳຣົງຕຳແຫນ່ງຊັ້ນ ສູງໃນຣະບົບເອກກະຊົນ ແລະຫ້ອງການຣັຖບານ. ພາສິດ ຂ້າງເທີງນີ້ບໍ່ສາມາດໄຊ້ໄດ້ ກັບຄົນລາວຕ່າງແດນ ອີກແລ້ວ! ແຕ່"ລຸງຫນວດ" ຂໍປ່ຽນໃຫມ່ວ່າ
ເຖີງຊິເປັນຫມາກຕ້ອງ ບໍ່ໄດ້ຫລົ່ນໄກກົກ ແຕ່ໄປຕົກແດນໃດ ກໍເບັ່ງບານແດນນັ້ນ.
ແຕ່ປານນັ້ນ ທ່ານຜູ້ອ່ານຈະສັງເກດເຫັນ ຫລືບໍ່ກໍຕາມ ຄົນລາວຕ່າງແດນ ບາງຄົນ ຍັງຫລົງໄຫລ ນຳວັທນະທັມເກົ່າແກ່ ວັທນະທັມແຫ່ງການແບ່ງແຍກຊົນຊັ້ນ ດ້ວຍການຍົກເອົາ ການເທສນາຂອງນັກພົດ ນັກບວດວ່າ ສວັນຢູ່ເທີງຟ້າ ເທວະດາ ກໍຍັງແບ່ງຊັ້ນກັນຢູ່ - ເຮົາເປັນຄົນທັມມະດາ ກໍຕ້ອງແບ່ງກຸ່ມກັນ.
ທັງຫມົດນີ້ "ລຸງຫນວດ" ຖືວ່າເປັນການຂີດຂຽນ ຊວນທ່ານຜູ່ອ່ານນຳໄປຄິດ ເຫລັ້ນໆທໍ່ນັ້ນດອກ.
____________________________________________________________________________
ແບ່ງກັນເບິ່ງ ປັນກັນຮູ້
ຈົບ
onelao.com
0 comments:
Post a Comment