Saturday, March 21, 2009

Weekly Review #9, 2009

____________________________________________________________________
ບົດຄວາມ

ບ໊າຍ ບ໊າຍ ເສຖກິດຣີງັນ(Reaganomics)
ໂດຍ ໂອ່ມຜຽງ

ພາຍໃນ 25 ປີທີ່ຜ່ານມາ ປັຣຊຍາເສຖກິດຣີງັນ ແບບຄົນທຸກກິນນ້ຳກ້ອງສອກຄົນຮັ່ງ ຄວບງຳ ທິດທາງ ແລະວິທີການປົກຄອງ ແລະການດຳເນີນເສຖກິດ ຂອງອະເມຣິກາເກືອບທຸກໆດ້ານ. ສັງຄົມທົ່ວໄປ ພາກັນບ້າ ບູຊາວັດຖຸ ແລະຄວາມໂລບມາກ ເປັນໃຫຍ່.

ການທົດລອງ ພັທນາເສຖກິດ ແບບນີ້ ເຄີຍນຳຄວາມຈະເຣີນ ແລະຄວາມສຸກ ມາແກ່ຊາດແລະປະຊາຊົນແທ້ ເພາະວ່າມີຫລາຍໆຄົນ ໄດ້ມັ່ງຄັ້ງຮັ່ງມີແທ້ ໃນໄຣຍະນັ້ນ. ແຕ່ເມື່ອເບິ່ງໃນສາຍຕາກວ້າງແລ້ວ ຜົນໄດ້ແທ້ ແມ່ນຕົກຢູ່ໃນກຳມື ຂອງຄົນສ່ວນນ້ອຍ ເທົ່ານັ້ນ. ສນັ້ນ ມັນຈຶ່ງພາໃຫ້ ການເລື່ອນລ່ຳຕ່ຳສູງ ຣະຫວ່າງ ຜູ່ມີ ແລະຜູ່ບໍ່ມີ ຂຍາຍກວ້າງ ຈົນເກີນໄປ. ຊົນຊັ້ນປານກາງ ຊຶ່ງເປັນສັນຫລັງຂອງເສຖກິດທຶນນິຍົມ ກຸດຫ້ຽນລົງໄປ ແລະເຮັດໃຫ້ ຊົນຊັ້ນທຸກຍາກກະໂດດຂຶ້ນໄປ . ສັງຄົມທົ່ວໄປ ເກີດມີຄວາມຕຶງຄຽດ.

ການຕຶງຄຽດຂອງບັນດາ ປະຊາຊົນຍິ່ງນັບມື້ນັບທະວີຂຶ້ນ ເລີ້ມແຕ່ ເສຖກິດຮົດຕົວມາ. ປະຊາຊົນຜູ່ຕົກງານ ເສັຍບ້ານ ແລະ ເສັຍຊັພສິນທີ່ສະສົມໄວ້ເພື່ອອະນາຄົດ ແລະເພື່ອຕອນອອກໄປບຳນານ ຕ້ອງມືດມົວກັນໄປຫມົດ ເພາະບໍ່ມີໃຜ ຮູ້ວ່າອະນາຄົດ ຈະມີການປ່ຽນແປງໄປ ໃນຮູບໃດ.

ປັດຈຸບັນນີ້ ປະຊາຊົນສ່ວນຫລາຍ ກຳລັງ ລະບາຍຄວາມຄຽດແຄ້ນ ຕໍ່ສະຖາບັນການເງິນ ເພາະວ່າເຂົາເປັນທັງຕົ້ນເຫດ ຂອງພາວິບັດເສຖກິດ ແລະທັງເປັນສັນຍາລັກ ຂອງການໂລບມາກ ໂລພາ. ບຸກຄົນທັງຫລາຍ ທີ່ເຮັດການຢູ່ໃນທຸຣະກິດນີ້ ຂາດຄວາມນັບຖື. ໃຜໆກໍປິ່ນຫລັງໃສ່ ພວກໃດທີ່ເຮັດການໃຫ້ ບໍຣິສັດການເງິນ ໃຫ້ທະນາຄານ ເພາະເຂົາຖືກັນວ່າ ພວກນີ້ຍຶດຖືອາຊີບ ທີ່ບໍ່ເປັນທັມ ນອກນັ້ນແລ້ວ ຍັງພາໃຫ້ຜູ່ອື່ນ ເປັນລ້ານໆຄົນ ເດືອດຮ້ອນນຳດ້ວຍ.

ການກະທຳຂອງບໍຣິສັດ ປະກັນພັຍ ເອ ອາຍ ຈີ (AIG) ທີ່ເອົາ ໂບນັສ $165 ລ້ານໂດລາ ໄປແຈກ ໃຫ້ພນັກງານ ຂັ້ນບໍຣິຫານ ຂອງບໍຣິສັດຕົນ ໃນອາທິດທີ່ຜ່ານມານີ້ ຍິ່ງໃຫ້ປະຊາຊົນ ຫມົດທັງຊາດ ໂມໂຫໃຫຍ່ເລີຍ. ພວກນີ້ມີນີສັຍ ມັກໄດ້ແຕ່ຢ່າງດຽວ ແລະບໍ່ຮູ້ສຶກຕົວ ວ່າສິ່ງໃດຄວນເອົາ ແລະສິ່ງໃດບໍ່ຄວນເອົາ. ຕໍ່ຄວາມຮູ້ສຶກ ອັນຮຸ່ນແຮງຈາກ ປະຊາຊົນ ທາງສະພາຕ່ຳ ອອກກົດຫມາຍໃຫມ່ໃນມື້ດຽວວ່າ ຈະເກັບເອົາພາສີ ເຖິງ 90% ຈາກຜູ້ໃດທີ່ໄດ້ຮັບ ໂບນັສ ຈາກບໍຣິສັດ ທີ່ໄດ້ຮັບທຶນຊ່ວຍເຫລືອ ຈາກຣັຖບານ.

ນອກນັ້ນແລ້ວ ຍັງມີບາງຄົນສົ່ງຈົດຫມາຍ ແລະໂທຣະສັບ ໄປນາບຂູ່ ພນັກງານ ແລະໂຮງການ AIG ອີກດ້ວຍ ຈົນທາງບໍຣິສັດໄດ້ ຈ້າງເອົາບໍຣິສັດຮັກສາຄວາມປອດພັຍ ມາຍາມໂຮງການ. ປະຊາຊົນພາກັນປະທ້ວງຢູ່ ຕໍ່ຫນັ້າໂຮງການ. ພນັກງານ AIG ຖືກຕຳຣວດແນະນຳ ບໍ່ໃຫ້ເຜີຍບັດປະຈຳຕົວ ຂອງບໍຣິສັດ ໃຫ້ຄົນຂ້າງນອກ ໂຮງການເຫັນ ເພາະມັນຈະເປັນອັນຕຣາຍ.

ຍ້ອນສາເຫດນີ້ ພນັກງານ AIG ຫລາຍຄົນທີ່ໄດ້ຮັບ ເງິນໂບນັສ ຮີບຟ້າວເອົາເງິນມາ ສົ່ງຄືນ ເພາະຢ້ານຊື່ ຂອງຕົວເອງຈະຖືກແຈ້ງມາໃຫ້ມວນຊົນຮູ້. ເຫນືອນັ້ນແລ້ວ ທີ່ບ້ານ ແລະຄຸ້ມບ້ານທີ່ພນັກງານ ພວກນີ້ຢູ່ ກໍມີການເຂັ່ງຕືງ ເພື່ອນບ້ານ ເລີ້ມບໍ່ເບິ່ງຫນ້າກັນ ເພາະຂ້າເຈົ້າຄິດວ່າພວກນີ້ຂູດຮີດ ປະເທດຊາດ.

ຄວາມຮູ້ສຶກ ແລະແນວຄິດອັນຄຽດແຄ້ນ ຈາກປະຊາຊົນແບບນີ້ ຈະພາກັນໄປຮອດໃສ ກໍມີໃຜຮູ້ ແຕ່ສິ່ງທີ່ຮູ້ແທ້ໆ ປະຊາຊົນອະເມຣິກາ ຫມົດສັດທາ ນຳປັຣຍາຂອງ ເສຖກິດຣິກັນ ທີ່ປ່ອຍໃຫ້ຕລາດເປັນເຈົ້າຄົນດຽວ. ອະເມຣິກາ ກຳລັງຂຽນປະວັດສາດໃຫມ່ ແລະມັນຈະແຕກຕ່າງກວ່າ ຈາກປະວັດສາດ 25ປີຜ່ານມ​າ. ພວກເຮົາ ຖ້າເບິ່ງນຳກັນ ວ່າມັນຈະປ່ຽນໄປ ແບບໃດ.
____________________________________________________________________

ແບ່ງກັນຟັງ ປັນກັນຮູ້
ຕໍ່ໄປ ຂໍເຊີນຊວນ ທ່ານຜູ່ອ່ານມາ ຮັບຟັງ ບົດວິຈັຍ "
ຄວາມ ສຳຄັນທາງດ້ານ ການຄົມມະນາຄົມ ໃນຂົງເຂດອ່າງ ແມ່ນ້ຳຂອງຄືແນວໃດແດ່?" ຂອງທ່ານ ພົງສວັນ ຈາກ ຣາຍການ ສາຣະຄະດີ ຂອງ ວິທຍຸ RFA ທີ່ http://tinyurl.com/dd7orz

ຈົບ
onelao.com

0 comments:

Post a Comment