ເຊີນຮ່ວມສລອງ ບຸນປີໃຫມ່ລາວ ຄັ້ງທີ່ 33 ທີ່ເມືອງ ຊັນດີເອໂງ ____________________________________________________________________
ບົດຄວາມ
ໂດຍ ໂອ່ມຜຽງ
ຈີນ ສເນີ ປົດຊັ້ນ ເງິນໂດລາ
ໃນຕົ້ນອາທິດນີ້ ຜູ້ອຳນວຍການ ທະນາຄານແຫ່ງຊາດຂອງຈີນ ທ່ານ ຈູ ຊຽວຈວນ ອອກຖແລງການວ່າ ເງິນສຳລອງຂອງໂລກ ຄວນຈະມີການປ່ຽນແປງ ແລະບໍ່ຄວນທີ່ຈະອີງໃສ່ແຕ່ເງິນ ຂອງປະເທດໃດປະເທດນື່ງ ເທົ່ານັ້ນ ເພາະວ່າ ຖ້າເສຖກິດຂອງປະເທດນັ້ນ ມີບັນຫາ ມັນຈະສ້າງ ຄວາມກະທົບກະເທືອນ ໄປເຖິງເສຖກິດ ທົ່ວໂລກ. ເຖິງ ທ່ານ ຈູ ຊຽວຈວນ ບໍ່ໄດ້ເຈາະຈົງໃສ່ເງິນໂດລາ ຫລື ບົ່ງຊື່ສະຫະຣັຖ ອະເມຣິກາໂດຍກົງ ທຸກໆຄົນກໍເຂົ້າໃຈ ວ່າທ່ານຫມາຍເຖິງຫຍັງ ແລະເຖິງໃຜ.ກ່ອນຖແລງການ ຂອງ ທ່ານ ຈູ ຊຽວຈວນນີ້ ທ່ານນາຍົກຈີນ ແວງ ຈີປາວ ໄດ້ສະແດງ ຄວາມ ເປັນຫ່ວງນຳຄວາມຫມັ້ນຄົງ ຂອງເງິນໂດລາ ຣະຫວ່າງ 2 ອາທິດຫລັງ ທີ່ຜ່ານມາ ເຫມືອນກັນ ຊຶ່ງເປັນສາເຫດໃຫ້ ປະທານໂອບາມາ ຕ້ອງອອກມາແກ້ຂ່າວ ແລະຮັບປະກັນຢ່າງເປັນທາງການ ວ່າເງິນໂດລາ ສຫຣ ຍັງຫມັ້ນຄົງຢູ່.
ທ່ານໂອບາມາ ຍັງຢ້ຳອີກ ວ່າ ອັຕຣາເງິນໂດລາຍິ່ງແຂງຕົວຂຶ້ນກວ່າເກົ່າ ໃນໄຣຍະຫັລງໆນີ້. ເຫດຜົນແມ່ນ ຍ້ອນນັກລົງທຶນທົ່ວໂລກ ຍັງເຊື່ອຫມັ້ນຕໍ່ການທຸ່ນທ່ຽງ ຂອງຣະບົບເສຖກິດ ແລະຣະບົບການເມືອງ ຂອງອະເມຣິກາ ເຖິງເສຖກິດອະເມຣິກາ ຈະປະເຊີນຫນ້າ ຕໍ່ການທ້າທາຍຫລາຍໆຢ່າງ ກໍຕາມ.
ເປັນທີ່ຮູ້ກັນດີແລ້ວວ່າ ປັດຈຸບັນນີ້ ເງິນໂດລາ ເປັນເຈົ້າພໍ່ຂອງເງິນຕຣາທົ່ວໂລກ. ທຸກໆເງິນຕຣາໃນໂລກ ແມ່ນຂຶ້ນກັນກັບ ການເຫນັງຕີງຂອງເງິນໂດລາ ໂດຍທາງກົງ ຫລືທາງອອ້ມ ທັງນັ້ນ. ເງິນສຳລອງ ຂອງທຸກໆທະນາຄານແຫ່ງຊາດ ຂອງແຕ່ລະປະເທດໃນໂລກ ລ້ວນແລ້ວ ແຕ່ເຕັມໄປດ້ວຍ ເງິນໂດລາ ເພາະເງິນໂດລາເປັນເງິນຄ້ຳປະກັນ ຄຸນຄ່າຂອງເງິນ ພາຍໃນປະເທດຂອງຂ້າເຈົ້າ. ອີກດ້ານນຶ່ງ ຖ້າຂາດເງິນໂດລາໄປ ການແລກປ່ຽນສິນຄ້າຕ່າງປະເທດກໍຈະລຳບາກຫລາຍ.ທະນາຄານແຫ່ງຊາດປະເທດຈີນເອງ ມີເງິນສຳລອງ ແລະຖືຫນີ້ພັນທະບັດ ປະມານ 2ໂກດໂດລາ ຢູ່ໃນຄັງແຫ່ງຊາດຂອງຕົນ ຊຶ່ງສ່ວນຫລາຍກໍລ້ວນ ແຕ່ເປັນເງິນຕຣາໂດລາ ທັງນັ້ນ. ຍ້ອນວ່າຈີນມີເງິນສຳລອງ ເປັນເງິນໂດລາ ຢ່າງມະຫາສານນີ້ ຈີນຈຶ່ງສາມາດ ຮັກສາອັຕຣາແລກປ່ຽນເງິນຢວນບໍ່ໃຫ້ຂຶ້ນຣາຄາ ໄດ້ຕາມໃຈຊອບ ເຖິງຈະມີການກົດດັນ ຈາກປະເທດຕາເວັນຕົກ ຫລາຍເທົ່າໃດກໍຕາມ. ການທີ່ເງິນຢວນ ສາມາດຢູ່ໃນຣະດັບຕ່ຳ ມາຕລອດ ພາໃຫ້ສິນຄ້າອອກຂອງຈີນໄປຈຳຫນ່າຍ ຢູ່ຕ່າງປະເທດໄດ້ໃນຣາຄາຖືກ ພາໃຫ້ສິນຄ້າຜລິດຢູ່ຈີນ ຕີຕລາດໂລກໄດ້ ໃນ 20 ປີທີ່ຜ່ານມາ.
ຖ້າຫາກເປັນຈັ່ງຊັ້ນ ເປັນຫຍັງ ຈີນຈຶ່ງຍົກເອົາເຣື່ອງນີ້ ຂຶ້ນມາເວົ້າຕອນນີ້? ຍ້ອນສາເຫດ ວ່າຈີນເມື່ອຍຢູ່ໃນທ່າຮັບ ແລະເມື່ຍຖືກອະເມຣິກາ ກົດດັນໃຫ້ມີການ ຍົກຣາຄາ ເງິນຢວນຂຶ້ນບໍ? ຫລື ສາເຫດເນື່ອງມາຈາກວ່າ ອະເມຣິກາເພີ້ມຫນີ້ ງົບປະມານແຫ່ງຊາດ ຂອງຕົນຈົນເຖິງ ສອງເທົ່າ ຊື່ງອາດຈະນຳຜົລສທ້ອນໃຫ້ ເງິນໂດລາ ຕົກຣາຄາບໍ? ຫລື ຈີນຢາກສວຍໂອກາດ ຍົກ ຄວາມສຳຄັນ ແລະບົດບາດຂອງຕົວເອງຂຶ້ນ ໃນເວທີເສຖກິດສາກົນ ຂອງກອງປະຂຸມ G-20 ທີ່ ກຸງ ລອນດອນ ຂອງປະເທດອັງກິດ ຊຶ່ງຈະຈັດຂຶ້ນ ໃນ ວັນທີ່ 2 ເດືອນເມສາ ທີ່ຈະມາເຖິງນີ້ບໍ?
ຄຳຖາມຂ້າງເທິງລ້ວນແລ້ວ ທີ່ເປັນຄຳຖາມທີ່ມີເຫດຜົນ ແລະຄຳຕອບແທ້ໆ ຄົງຈະກົມກຽວກັນຫມົດ. ບາງນັກວິເຄາະ ໃຫ້ຂໍ້ສັງເກດວ່າ ຈີນຕອນນີ້ ເປັນຫ່ວງຕໍ່ ຄຸນຄ່າຂອງເງິນສຳລອງຂອງຕົນ ຫລາຍກວ່າສິ່ງອື່ນໆຫມົດ ເພາະວ່າ ຕອນນີ້ ຈີນຖືພັນທະບັດ ຂອງຣັຖບານອະເມຣິກາ ປະມານ 8ພັນລ້ານໂດລາ ແລະເງິນສົດເປັນນຶ່ງໂກດໂດລາ ສຫຣ ຢູ່ໃນຄັງແຫ່ງຊາດຂອງຕົນ. ສນັ້ນ ຖ້າເງິນໂດລາຕົກ ຄຸນຄ່າຂອງເງິນສຳລອງຂອງຈີນ ກໍຕ້ອງຕົກເຫມືອນກັນ.
ຕອນນີ້ ຈີນບໍ່ມີທາງເລືອກ ເພາະວ່າເວລາທີ່ມີເງິນກຳໄຣຈາການຄ້ານຳອະເມຣິກາ ເງິນພວກນີ້ສ່ວນຫລາຍ ແມ່ນໄດ້ແລ່ນໄປລົງທຶນ ນຳຕົ້ນຊັບທີ່ເປັນເງິນໂດລາ ທັ້ງນັ້ນ ເປັນຕົ້ນແມ່ນພັນທະບັດ ອະເມຣິກັນ. ອັນນີ້ ຄົງຈະເປັນສາເຫດໃຫຍ່ທີ່ສຸດ ທີ່ເຮັດໃຫ້ຈີນເປັນຫ່ວງ ເພາະວ່າ ຊະຕາກັມຄຸນຄ່າເງິນແລະຊັບສິນຂອງຕົນ ແມ່ນຂຶ້ນນຳເສຖກິດຂອງອະເມຣິກາຈົນເກີນໄປ ຊຶ່ງທຸກມື້ນີ້ ຍັງຕົກຢູ່ໃນສະພາບ ຫົວລ້ຽວຫົວຕໍ່ຢູ່.
ຊ້ຳບໍ່ຫນຳ ຣັຖບານໂອບາມາ ຫາກໍສເນີ ງົບປະມານສົກປີໃຫມ່ ເນັ້ນຫນັກເພີ້ມຣາຍຈ່າຍຣັຖບານຂຶ້ນ. ຫນີ້ຂອງຣັຖ ຈະເພີ້ມເປັນສອງເທົ່າໃນງົບໃຫມ່ນີ້ ແຕ່ຣັຖບານອະເມຣິກາບໍ່ມີເງິນ. ສນັ້ນ ເງິນນັ້ນຈະມາຈາກໃສ? ຣັຖບານອະເມຣິກາ ຕ້ອງກູ້ເງິນ ຫລືພິມເງິນໂດລາ ເຂົ້າມາຫມູນໃນຕລາດການເງິນ ຊຶ່ງມີໂອກາດ ທີ່ຈະພາໃຫ້ເງິນໂດລາ ເຟີ້ ຫລືຕົກຣາຄາໄປ ໃນອະນາຄົດ.ຕໍ່ສະພາບການນີ້ ຈີນອ້າງວ່າ ເງິນສຳຣອງຂອງໂລກທີ່ອີງໃສ່ເງິນໂດລາ ແຕ່ຢ່າງດຽວນັ້ນ ພາໃຫ້ຣະບົບ ການເງິນໂລກບໍ່ທຸ່ນທ່ຽງ ເພາະວ່າເມື່ອເສຖກິດອະເມຣິກາປະເທດດຽວ ມີອັກວິດຄົນດຽວແບບນີ້ ເສຖກິດຫມົດໂລກປັ້ນປ່ວນຫມົດ ຄືດັ່ງທີ່ທຸກໆຄົນເຫັນກັນຢູ່ນີ້ແລ້ວ. ສນັ້ນ ຈີນຈຶ່ງສເນີ ເງິນສາກົນ ທີ່ບໍ່ຂຶ້ນນຳປະເທດໃດ ໂດຍເອົາແບບຢ່າງ ຫລືເອົາພາຫະນະການແລກປ່ຽນ ແບບ ແອສ ດີ ອາຣ (SDR- Special Drawing Rights).
SDR ເປັນພາຫະນະການແລກປ່ຽນເງິນ ຊນິດນຶ່ງ ທີ່ໄດ້ມີຕົ້ນຕໍມາ ແຕ່ 1969 ພາຍໃຕ້ການຄວບຄຸມ
ຂອງສຖາບັນການເງິນນາໆຊາດ "ອາຍ ແອ໊ມ ແອຟ" IMF (International Monetary Fund). ປັດຈຸບັນ ກອງທຶນSDR ມີຣາຄາປະມານ 34 ພັນລ້ານໂດລາ.ໃນ SDR ນຶ່ງຈະບັນຈຸ ເງິນໂດລາ ສຫຣ 44% ເງິນ ເອີໂຣ 34% ເງິນເຢັນ ຍີ່ປຸ່ນ 11% ແລະເງິນ ປອນ ອັງກິດ 11%.ຕົວຢ່າງ ວິທີໃຊ້ SDR ເປັນພາຫະນະແລກປ່ຽນ ແມ່ນ ຖ້າປະເທດໃດທີ່ມີເງິນໂດລາເຫລືອ ໃນຄັງຂອງຕົວເອງ ຫລືເອີ້ນກັນວ່າ ເງິນສຳຣອງ ແລະຖ້າປະເທດນັ້ນ ບໍ່ຢາກເກັບເງິນໂດລາໄວ້ ປະເທດນັ້ນສາມາດ ເອົາເງິນໂດລາສ່ວນນັ້ນ ມາແລກເອົາ ທະນາບັດ SDR ນຳ IMF ແທນທີ່ຈະໄປແຕກເງິນພວກນີ້ຢູ່ຕລາດແລກເງິນ ເປັນເງິນອື່ນ ຊຶ່ງຈະບຸບເງິນດັ່ງກ່າວນັ້ນລົງ.
ເມື່ອປະເທດດັ່ງກ່າວມີ ທະນາບັດ SDR ໃນກຳມືຂອງຕົວເອງ ເງິນທີ່ໄປແລກເອົານັ້ນກໍຖືກ ແຈກໄປເປັນ ເງິນໂດລາ ສຫຣ 44% ເງິນ ເອີໂຣ 34% ເງິນເຢັນ ຍີ່ປຸ່ນ 11% ແລະເງິນ ປອນ ອັງກິດ 11% ໃນຕົວ ຊຶ່ງຈະປົກປ້ອງຄຸນຄ່າຂອງເງິນ ຈຳພວກນັ້ນໃຫ້ທຸ່ນທ່ຽງກວ່າເກົ່າ ເພາະເງິນຈຳນວນນັ້ນ ຈະບໍ່ຂຶ້ນນຳການ ປ່ຽນແປງຂອງເງິນໂດລາ ສຫຣ ຢ່າງດຽວ ມັນຈະຂຶ້ນນຳການປ່ຽນແປງ ຂອງເງິນເອີໂຣ ເງິນເຢັນ ແລະເງິນປອນດ້ວຍ.
ນອກນັ້ນແລ້ວ ປະເທດດັ່ງກ່າວ ສາມາດເອົາ ທະນາບັດ SDR ໄປໃຊ້ເຫມືອນກັນກັບເງິນ ທົ່ວໄປ. ອັນນີ້ ຄືຜົນດີອັນນຶ່ງຂອງຣະບົບ SDR ແຕ່ກໍຍັງມີ ຫລາຍອັນອີກ ທີ່ SDR ຈະຊ່ວຍໃຫ້ຣະບົບການເງີນໂລກ ທຸ່ນທ່ຽງ ອີງຕາມຄວາມເຫັນ ຂອງບັນດານັກຊ່ຽວຊານທາງດ້ານນີ້ ຫລາຍໆຄົນ.
ຄ່ຽງຄູ່ກັບຂໍ້ສະດວກ ກໍຍັງມີຂໍ້ຫຍຸ້ງຍາກຫລາຍອັນ ທີ່SDR ບໍ່ໄດ້ຮັບຄວາມນິຍົມໃນໄຣຍະທີ່ຜ່ານມາ. ເຖິງຢ່າງໃດກໍຕາມ ຖ້າSDR ຈະເປັນເງິນສາກົນ ແບບຖາວອນດັ່ງທີ່ຈີນ ສເນີມານັ້ນ ແນ່ນອນ ກົດຣະບຽບການຄວມຄຸມ ແລະເງິນຕຣາທີ່ຈະປະກອບ SDR ຈະຕ້ອງມີເກີນກວ່າ ສີ່ເງິນຕຣາທີ່ມີຢູ່ໃນປັດຈຸບັນ.
ສິ່ງທີ່ຫນ້າ ສົນໃຈກ່ຽວກັບການ ສເນີ ສ້າງຕັ້ງເງິນສາກົນ ແທນເງິນໂດລາ ສຫຣນີ້ ບໍ່ແມ່ນມີແຕ່ປະເທດຈີນສເນີມາ ຍັງມີ ຣັດເຊັຍ ແລະ ອິນເດັຍ ພ້ອມດ້ວຍຫລາຍປະເທດເຫັນດີນຳ. ແຕ່ມັນຈະເປັນຈິງ ຫລືບໍ່ນັ້ນ ຄ່ອຍຕິດຕາມກັນຕໍ່ໄປອີກ. ____________________________________________________________________
ແບ່ງກັນຟັງ ປັນກັນຮູ້
ຕໍ່ໄປ ຂໍເຊີນຊວນ ທ່ານຜູ່ອ່ານມາ ຮັບຟັງ ບົດວິຈັຍ "ການຊ່ວຍເຫລືອ ຂອງຕ່າງປະເທດ ຕໍ່ ສປປ ລາວ" ຂອງທ່ານ ພົງສວັນ ຈາກ ຣາຍການ ສາຣະຄະດີ ຂອງ ວິທຍຸ RFA ທີ່ http://tinyurl.com/cjpl7z
ຈົບ
onelao.com
0 comments:
Post a Comment