____________________________________________________________________ບົດຄວາມ
ໂດຍ ໂອ່ມຜຽງ
ມັນເປັນໄປໄດ້ແນວໃດ?
ລອງເບິ່ງຄືນຫລັງນຳກັນ ປະມານປີນຶ່ງຜ່ານມາເບິ່ງວ່າ ມູນຄ່າຂອງບໍຣິສັດຍັກໃຫຍ່ການເງິນ ຂອງອະເມຣິກາ ເຊັ່ນ "ຊີຕີ ກຣຸບ" (Citigroup), "ແບ໊ງໂອຟອະເມຣິກາ" (Bank of America), "ເອອາຍຈີ" (AIG), "ແຟນນີເມ" (Fannie Mae) ແລະ"ເຟຼັດດີ ແມ໊ກ" (Freddie Mac) ຮັ່ງມີຂນາດໃດ.ໃນ ວັນທີ່ 8/3/2008 ຫຸ້ນຂອງແຕ່ລະ ບໍຣິສັດຍັກໃຫຍ່ຂ້າງເທິງນີ້ ມີຣາຄາ $21.69 $34.45 $42.21 $22.37 ແລະ $19.18 ເປັນອັນດັບ ຕາມໆກັນມາ. ເມື່ອເອົາຣາຄາແຕ່ລະຫຸ້ນ ຂອງທັງຫ້າບໍຣິສັດ ນີ້ມາບວກເຂົ້າກັນ ມັນຈະຕົກ ເປັນຈຳນວນເງິນ $133.90 ຕໍ່ຫຸ້ນ.
ແຕ່ພໍມາຮອດປີນີ້ ວັນທີ 8/3/2009 ຫຸ້ນຂອງແຕ່ບໍຣິສັດພວກນີ້ ມີຣາຄາເຫລືອພຽງແຕ່ $1.03 $3.14 $0.35 $0.36 ແລະ $0.36 ຊຶ່ງລວມກັນແລ້ວ ຍັງເຫລືອແຕ່ $5.24 ຕໍ່ຫຸ້ນເທົ່ານັ້ນ.
ແມ່ນແລ້ວ! ພາຍໃນນຶ່ງປີເທົ່ານັ້ນ ຣາຄາຫຸ້ນພວກນີ້ຕົກ ຈາກ $133.90 ມາຍັງເຫລືອແຕ່ $5.24 ຫລືເວົ້າແບບນຶ່ງວ່າ ມູນຄ່າຫລັກຊັບ ຂອງບັນດາ ພວກບໍຣິສັດຍັກໃຫຍ່ ທັງຫ້ານີ້ ຖືກທຳລາຍໄປ 96% ພາຍໃນປີດຽວ.
ຄຳຖາມທີ່ຫລາຍຄົນ ຖາມກັນວ່າ: ມັນເປັນໄປໄດ້ແນວໃດ? ເປັນຍ້ອນຫຍັງ ຊັພສິນ ຂອງບໍຣິສັດພວກນີ້ ຈຶ່ງມາຫາຍຕົວ ໄປງ່າຍດາຍແບບນີ້?
ຄຳຖາມນີ້ຄົງຈະຫາຄຳຕອບ ທີ່ເຈາະຈົງແລະແຈ່ມແຈ້ງຍາກ ເພາະບັນຫານີ້ ສັບສົນຫລາຍ ທັງມີຫລາຍພາກສ່ວນ ກົມກຽວກັນ ແລະຮ່ວມຜິດນຳກັນ. ແຕ່ວ່າ ອີງຕາມຮ່ອງຮອຍຂອງຫລັກຖານ ໃນຫລາຍໆສິບປີຜ່ານມາ ພວກເຮົາ ກໍພໍ ວິຈັຍເຖິງຕົ້ນປາຍ ສາເຫດບາງຢ່າງ ທີ່ພາໃຫ້ຊັພສິລ ຂອງບໍຣິສັດແບບພວກນີ້ເສັຍໄປ. ຫລັກຖານສ່ວນໃຫຍ່ແລ້ວ ແມ່ນເກີດ ມາຈາກການດັດແປງ ຜ່ອນຍານ ກົດຫມາຍຄວາມຄຸມ ທຸຣະກິດ (De-regulation) ລວມທັງກົດຫມາຍ ຄວບຄຸມທະນາຄານ ແລະດ້ານເງິນດ້ວຍ. 
ກົດຫມາຍຄວບຄຸມທະນາຄານ ແລະການເງິນນັ້ນ ເລີ້ມຍານລົງມາ ແຕ່ສມັຍ ປະທານະທິບໍດີຄາເຕິ ໂດຍການຜ່ານກົດຫມາຍ Community Reinvestment Act (CRA) ໃນປີ 1977. ຈຸດປະສົງຂອງກົດຫມາຍ ແມ່ນຢາກພັທນາເຂດທຸກຍາກ ໃຫ້ຂ້າເຈົ້າຂຍາຍເສຖກິດ ໃນທ້ອງຖິ່ນຂອງຕົວເອງ ດ້ວຍການຊຸກຍູ້ ທະນາຄານ ຕອ້ງເອົາເງິນບາງຈຳນວນ ໃຫ້ຄົນຢູ່ໃນຂົງເຂດທຸກຍາກຢືມ ຊຶ່ງສ່ວນຫລາຍແລ້ວແມ່ນ ຄົນຊົນຊາດສ່ວນນ້ອຍ ທີ່ບໍ່ມີເກຣດິດດີ ແລະບໍ່ມີຣາຍໄດ້ສູງ. ຖ້າຫາກທະນາຄານໃດ ບໍ່ປະຕິບັດ ຕາມເງື່ອນໄຂນີ້ໄດ້ ທະນາຄານພວກນັ້ນ ຈະບໍ່ສາມາດເປີດສາຂາ ຫລືທຳທຸຣະກິດຢູ່ເຂດນັ້ນ.
ຕໍ່ມາ ເມື່ອທ່ານຣີຫງັນ ຂິ້ນເປັນປະທານະທິບໍດີ ໃນປີ 1980 ນະໂຍບາຍຜ່ອນຍານ ທາງດ້ານການໃຫ້ເງິນກູ້ ຍິ່ງໄດ້ເລັ່ງລັດຂຶ້ນໄປອີກ ແຕ່ຕອນນີ້ ແມ່ນໂນ້ມໄປ ສົ່ງເສີມ ວົງການນັກທຸຣະກິດພຸ້ນ ບໍ່ແມ່ນ ມາຊ່ວຍເຫລືອ ຄົນຍາກຈົນ ເຫມືອນສມັຍທ່ານ ຄາເຕີ.
ທ່ານຣີຫງັນ ຍຶດຖືປັຣຊຍາການປົກຄອງ ແບບ Conservative ຊຶ່ງເຫັນອຳນາດຂອງຣັຖ ເປັນອຸປສັກ ຕໍ່ການຂຍາຍຕົວຂອງ ເສຖກິດ. ທ່ານເຫັນວ່າ ຕລາດເອກະຊົນ ເປັນກຸນແຈດຽວເທົ່ານັ້ນ ທີ່ຈະນຳພາ ຊາດອະເມຣິກາ ໄປສູ່ຄວາມວັທນາຖາວອນ. ສນັ້ນ ກົດຫມາຍ ແລະນະໂຍບາຍການເມືອງຕ່າງໆ ທີ່ດຳຣັດອອກມາ ໃນສມັຍນັ້ນ ລ້ວນແລ້ວແຕ່ ໃຫ້ສິດ ທາງເອກະຊົນ ເກືອບຫມົດ ໂດຍສະເພາະແມ່ນໃຫ້ ສິດພິເສດ ແກ່ນາຍທຶນຍັກໃຫຍ່ ໃນນັ້ນກໍມີບັນດາ ບັນດານາຍທືນທະນາຄານດ້ວຍ.
ກະແສແນວຄິດ ແລະຄວາມເຊື່ອຖືວ່າ "ຕລາດເປັນເຈົ້າ" ຢ່າງດຽວແບບນີ້ ໄດ້ສືບຕໍ່ເນື່ອງ ມາຕລອດຈົນເຖິງ ສມັຍປະທານ GW Bush ຊຶ່ງລວມແລ້ວ ເປັນເວລາຍາວນານເກືອບ 30ປີ. ຜົນອອກມາ ກໍຄື ໂຄງຮ່າງ ຂອງຣະບົບການເງິນ ທັງພາຍໃນປະເທດ ແລະນອກປະເທດ ຖືກດັດແປງ ເພື່ອຮັບໃຊ້ຜົລປະໂຍດ ຂອງນາຍທຶນໃຫຍ່ ເຈົ້າຂອງທະນາຄານໃຫຍ່ ໂດຍບໍ່ຄະນຶງເຖິງຜົລປະໂຍດ ຂອງປະຊາຊົນໂດຍທົ່ວໄປ.
ເມື່ອເປັນດັ່ງນັ້ນແລ້ວ ທາງທະນາຄານ ພາກັນ ສວຍໂອກາດ ແຂ່ງຊິງກັນ ຍາດເອົາກຳໄຣມາ ໃຫ້ບໍຣິສັດ ໂດຍທຸກວິທີທາງ ບາງຄັ້ງກໍຣະເມີດ ກົດຣະບຽບຂອງຕົວເອງ ທີ່ຣະບຸໄວ້ ບາງຄັ້ງ ກໍໃຊ້ ອຳນາດການເມືອງ ທີ່ຕົວເອງມີ ຫາວິທີ ໃຫ້ທາງຣັຖບານ ປ່ຽນກົດຫມາຍ ມາຮັບໃຊ້ຜົລປະໂຍດ ຂອງກຸ່ມຂອງຕົນເອງ.
ຕົວຢ່າງ ໃນປີ 1999 ໄດ້ມີກົດຫມາຍໃຫມ່ ອອກມາ ເອີ້ນວ່າ The Gramm-Leach-Billey Act of 1999. ກົດຫມາຍໄຫມ່ນີ້ ອະນຸຍາດໃຫ້ທະນາຄານ ມີສິດ ເປັນເຈົ້າຂອງບໍຣິສັດການເງິນອື່ນໆ ເຊັ່ນບໍຣິສັດລົງທຶນການເງິນ (Investment company) ແລະ ບໍຣິສັດປະກັນພັຍ (Insurance company) ໂດຍ ລົບລ້າງກົດຫມາຍເກົ່າ ແຕ່ສມັຍອັກວິດເສຖກິດ ຍຸກ 1930 ທີ່ຫວງຫ້າມ ບໍ່ໃຫ້ທະນາຄານ ມີສິດເປັນເຈົ້າຂອງ ທຸຣະກິດ ຈຳພວກນີ້.
ຜົລຂອງການປ່ຽນແປງ ກົດຫມາຍໃຫມ່ນີ້ ພາໃຫ້ມີຂະບວນ ການຊື້ຂາຍທະນາຄານເປັນຢ່າງໃຫຍ່ ຊຶ່ງເປັນບໍ່ເກີດ
ທະນາຄານຍັກໃຫຍ່ ແບບ Citibank ແລະBank of
ກົງກັນຂ້າມ ກັບການຂຍາຍຕົວຢ່າງມະຫາສານ ຂອງທະນາຄານຍັກໃຫຍ່ ບັນດາການຈັດຕັ້ງຂອງຣັຖ ຮົດຕົວລົງ ພນັກງານກວດກາ ບັນຊີທະນາຄານ (Regulators) ຫລົດນ້ອຍ ແລະອ່ອນເພັຍລົງ ວຽກງານ ແລະຄວາມຮັບຜິດຊອບ ຫລາຍຂຶ້ນກວ່າເກົ່າ ຍ້ອນຣັຖບານຕັດງົບປະມານອອກ. ນອກນັ້ນ ທາງຣັຖບານ ແຕ່ງຕັ້ງເອົາ ບຸກຄົນທີ່ບໍ່ສົນໄຈ ນຳການປະຕິບັດງານ ຄວມຄຸມກົດຫມາຍ ທະນາຄານແລະການເງິນ ມາເປັນຫົວຫນ້າການຈັດຕັ້ງອີກ ຊຶ່ງພາໃຫ້ບົດບາດ ຂອງການຈັດຕັ້ງ ພວກນີ້ ຕ່ຳລົງ ແລະກາຍມາເປັນ ການຈັດຕັ້ງ "ເສືອກະດາດ" ເທົ່ານັ້ນ.
ຄຽງຄູ່ກັນ ນັ້ນທາງບໍຣິສັດກວດບັນຊີເອກະຊົນ (Auditing Company) ແລະທາງບໍຣິສັດຕີຣາຄາຫຸ້ນ ແລະພັນທະບັດ (Rating Agency) ກໍຮ່ວມຫົວກັນຣຸດຜ່ອນ ການເຂັ່ງຂັດ ຕໍ່ການກວດຂັນບັນຊີລົງ. ຕາມທັມະດາ ບໍຣິສັດພວກນີ້ ເປັນການຈັດຕັ້ງເອກະຣາດ ມີຫນ້າທີ່ເປັນກັມະການ ຮັກສາຄວາມສັກສິດ ຂອງສມຸດບັນຊີ ແລະຊື່ສຽງຂອງທຸກບໍຣິສັດ ທີ່ເຂົາກວດກາ ຫລືຕີຣາຄາ. ແຕ່ຍ້ອນມີຄວາມກົດດັນ ຫລາຍຢ່າງ ບາງບໍຣິສັດເຫລົ່ານີ້ ພາກັນ ປະຕິບັດງານ ຜິດພາດໄປ. ບັນຊີທະນາຄານ ຫລືບໍຣິສັດ ໃດທີ່ຢູ່ໃນສະພາບຄອນແຄນ ກໍໄດ້ຮັບຄະແນນ ວ່າ ເປັນທະນາຄານ ຫລືບໍຣິສັດ ທີ່ສົມບຸນ ແລະປອດພັຍໄປ.
ແຕ່ຍ້ອນຄວາມເຊື່ອຖື ຕໍ່ໂຄງຮ່າງ ແລະຣະບົບການກວດກາບັນຊີການເງິນນີ້ ແລະຍ້ອນຄວາມເຊື່ອຖື ຕໍ່ຫລັກຊັບ
ຂອງທະນາຄານ ບັນດາການຈັດຕັ້ງຕ່າງໆ ເປັນຕົ້ນບໍຣິສັດສະສົມເງິນ ບໍຣິສັດບໍຣິຫານເບັ້ຍບຳນານ ພາກັນເອົາຊັພສິນ ຂອງສະມາຊິກຂອງຂ້າເຈົ້າ ມາລົງທຶນນຳເປັນ ຕື້ເປັນໂກດ ໂດລາ. ຝູງຄົນກໍພາກັນເຊື່ອ ແລະ ມາລົງທືນນຳ ເພາະວ່າຜົລຕອບແທນ ຈະໄດ້ດີ ແລະການສ່ຽງກໍບໍ່ມີຫລາຍ ເພາະວ່າໃຜກໍຄຶດວ່າ ເງິນຢູ່ບ່ອນໃດທີ່ປອດພັຍກວ່າຫມູ່ ຖ້າຫາກບໍ່ແມ່ນຢູ່ນຳທະນາຄານ. ນອກນັ້ນ ເງິນຈາກຕ່າງປະເທດ ກໍຂົ້າມາອະເມຣິກາຢ່າງຫລວງ ເພາະໃຜໆ ກໍເຫັນວ່າເສຖກິດ ຂອງອະເມຣິກາຫມັ້ນຄົງ ແລະການລົງທຶນ ໄດ້ຜົລກຳໄຣ.
ໃນທ້າຍຍຸກ 1990 ຊຶ່ງກົງກັນກັບ ຕອນ ທີ່ຍຸກ ດ໊ອດຄອມ (Dotcom) ງຽບລົງ ແລະຕອນອັກວິດການເງິນຢູ່ເອເຊັຍ 1997-98 ກຳລັງຣະບາດ ເງິນຍິ່ງລັ່ງເຂົ້າມາ ອະເມຣິກາຕື່ມອີກ. ເງິນພວກນີ້ ຕ້ອງການຕລາດ ໂດຍສະເພາະແລ້ວ ແມ່ນຕລາດ ພັນທະບັດ (Bonds Market) ຊຶ່ງ ຕອນນັ້ນ ບໍ່ມີຫລາຍ ແລະບໍ່ພໍຕອບສນອງ ຄວາມຕ້ອງການ ຂອງລູກຄ້າ. ຕໍ່ຫນ້າການລັ່ງໄຫລເງິນ ເຂົ້າມາປະເທດຕົນເອງ ຢ່າງຫລວງຫລາຍດັ່ງນີ້ ບັນດາທະນາຄານຍັກໃຫຍ່ ຕ້ອງຊອກຫາວິທີ ຜລິດແລະຈຳຫນ່າຍ ສິນຄ້າການເງິນແບບໃຫມ່ ອອກມາເພື່ອ ຕອບສນອງ ຄວາມຕ້ອງການ ຂອງລູກຄ້າ ແລະມັນກໍເປັນ ໂອກາດ ເພີ້ມທະວີຣາຍໄດ້ໄຫ້ ແກ່ບໍຣິສັດ ອີກດ້ວຍ.
ສນັ້ນ ພວກນີ້ຈຶ່ງສ້າງພັນທະບັດ ແບບໃຫມ່ຂຶ້ນມາ ທີ່ຈ່າຍດອກເບັ້ຍສູງ ໂດຍເອົາຫລັກຊັບເຄຫະ ຢູ່ໃນອະເມຣິກາ ເປັນປະກັນ. ພັນທະບັດໃຫມ່ນີ້ ເອີ້ນກັນວ່າ ຊີດີໂອ (CDO- Collaterized Debt Obligation). ໃນພັນທະບັດພວກນີ້ ມີ ຫນີ້ຊື້ບ້ານແບບໃຫມ່ ທີ່ອຳນວຍຄວາມສະດວກ ໃຫ້ຄົນກູ້ເງິນຊື້ບ້ານໄດ້ ຫລືຕຶກການຄ້າ ໄດ້ງ່າຍກວ່າ ບັນດາໂປຣແກມ ເງິນຊື້ບ້ານທົ່ວໄປ ຊຶ່ງມີກົດຣະບຽບເຂັ່ງຂັດ ຂອງອົງການ Fannie Mae ແລະ Fannie Mae. ຫນີ້ຊື້ບ້ານແບບໃຫມ່ ບາງແບບບໍ່ຕ້ອງການເງິນ Down ບໍ່ຕ້ອງການກວດເກຣດິດ ແລະບໍ່ຕ້ອງການ ປະກາດຣາຍໄດ້ ຊຶ່ງທີ່ຮູ້ກັນ ວ່າ Subprime loans.
ຫນີ້ Subprime ນີ້ເປັນຕົ້ນເຫດໃຫ້ຕລາດຂາຍເຮືອນຣະເບີດຂຶ້ນ ໃນໄລຍະປີ 2000-2006. ຣາຄາບ້ານ ແລ່ນຂຶ້ນປານຈະຣວດ. ບ້ານໃຫມ່ຂຶ້ນຄືກັນກັບເຫັດ ແຕ່ຣັຖ Florida ຈົນເຖິງ Arizona. ຝູງຄົນພາກັນ ຫຸ້ມກັນໄປຊື້ບ້ານ ຈົນບໍຣິສັດປຸກເຮືອນປຸກນຳບໍ່ທັນ.
ຕອນແຣກ ຫນີ້ປະເພດນີ້ດຳເນີນ ສາຍຂອງຂ້າເຈົ້າເອງ ເປັນຕົ້ນແມ່ນທະນາຄານຍັກໃຫຍ່ ແບບ Citibank ແລະ Bear Stearn ເປັນຕົວຕັ້ງຈຳຫນ່າຍ ທັງຫນີ້ ແລະພັນທະບັດໃຫ້ບັນດາລູກຄ້າຂອງຂ້າເຈົ້າເອງໃ ທາງ Fannie Mae ແລະ Freddie Mac ບໍ່ໄດ້ມາກ່ຽວຂ້ອງ. ແຕ່ຍ້ອນທາງສອງ ບໍຣິສັດນີ້ ເລີ້ມເສັຍຕລາດ ແລະຣາຍໄດ້ ໃຫ້ພວກ Subprime loans ນີ້ ໃນປີ 2004-06 ທາງ Fannie Mae ແລະ Freddi Mac ຈຶ່ງປ່ຽນນະໂຍບາຍແລະກົດຣະບຽບ ຂອງຕົວເອງ ເຂົ້າມາກ່ຽວຂ້ອງນຳຕລາດພວກນີ້. ນອກນັ້ນ ແລ້ວ ບໍຣິສັດ AIG ຊຶ່ງເປັນບໍຣິສັດປະກັນພັຍທີ່ໃຫຍ່ ເຫັນໂອກາດວ່າ ຕົວເອງ ຈະຫາເງິນໄດ້ນຳຕລາດໃຫມ່ນີ້ ເລີຍຕັ້ງພແນກໃຫມ່ຂຶ້ນມາ ເພື່ອຂາຍປະກັນພັຍ ຮັບປະກັນຫນີ້ບ້ານ Subprime.
ພໍມາເຖິງກາງປີ 2006 ມາ ພວກທີ່ກູ້ຫນີ້ Subprime ເລີ້ມບໍ່ຈ່າຍຄ່າບ້ານ ທາງວົງການ Subprime ເລີ້ມກັງວົນຂຶ້ນມາ.
ພວກກຳພັນທະບັດ CDO ບໍ່ໄດ້ຮັບດອກເບັ້ຍ ຣາຄາບ້ານເລີ້ມຕົກລົງ ເຣື່ອງເລີຍຮ້ອນຂຶ້ນ ພາໃຫ້ຕລາດແຕກຕື່ນ ກັນມາຈົນຮອດທຸກວັນນີ້. ຄວາມເຊື່ອຖືຕໍ່ຕລາດຫຸ້ນ ຕລາດທະນາບັດຈືດຈາງລົງ ໃຜຂາຍອອກໄດ້ກໍພາກັນຂາຍອອກ. ທະນາຄານກໍງົດເອົາເງິນໄຫ້ຄົນຢືມ. ຫຸ້ນຂອງທະນາຄານຍັກໃຫຍ່ ທີ່ກ່າວມາຈຶ່ງຕົກຣາຄາ ຢ່າງເຫລືອເຊື່ອ ຄືດັ່ງຕົວຢ່າງທີ່ກ່າວມາ. ຊັພສິນຕ່າງໆເລີຍຫມົດຄຸນຄ່າໄປ.
ສລຸບແລ້ວ ຄວາມຜິດພາດໃນອັກວິດການເງິນນີ້ ບໍ່ແມ່ນຫາກໍມີມາ. ຫລາຍພາກສ່ວນມີ ສ່ວນຜິດນຳກັນ ໃນນັ້ນມີທັງ ນັກທຸຣະກິດ ນັກການເມືອງ. ເວົ້າລວມແລ້ວຣະບົບການເງິນ ຈະຕ້ອງມີການປ່ຽນແປງ ທັງພາຍໃນປະເທດ ແລະພາຍໃນໂລກ.
ຣະບົບທືນນິຍົມຍັງເຂັ້ມແຂງຕາມເຄີຍ.ທາງຣັຖມົລຕີການຄັງ ທັງ 20 ປະເທດ (G-20) ກຳລັງປະຊຸມກັນ ຢູ່ ທີ່ລອນດອນໃນອາທິນີ້ ເພື່ອຫາທາງປັບປຸງແກ້ໄຂ ຊັພພິດໃຫ້ຕົກແຕກ.
____________________________________________________________________________
ແບ່ງກັນອ່ານ ປັນກັນຮູ້
ທ້າຍສຸດນີ້ ຂໍເຊີນຊວນ ທ່ານຜູ່ອ່ານມາ ຮັບຟັງ ບົດວິຈັຍ "ປະເມີນ ຜົນ ກອງປະຊຸມ ສຸດຍອດຂອງກຸ່ມ ອາຊຽນເປັນຄັ້ງທີ14" ຂອງທ່ານ ພົງສວັນ ຈາກ ຣາຍການ ສາຣະຄະດີ ຂອງ ວິທຍຸ RFA ທີ່ http://tinyurl.com/br9u32
ຈົບ
onelao.com
0 comments:
Post a Comment