Saturday, April 4, 2009

Weekly Review #11, 2009

London G20 Summit
____________________________________________________________________
ບົດຄວາມ
ໂດຍ ໂອ່ມຜຽງ

ຂໍ້ສັງເກດ ບາງສິ່ງບາງຢ່າງ ກ່ຽວກັບ ກອງປະຊຸມຄັ້ງປະຫວັດສາດ ຂອງ G-20

ເລີ້ມແຕ່ວັນອັງຄານ ວັນທີ່ 1/4/2009 ປະທານໂອບາມາ ໄດ້ເດີນທາງໄປຢາມ ພັນທະມິດ ທີ່ປະເທດ ຢູໂຣບ ເປັນຄັ້ງແຣກ. ການເດີນທາງຄັ້ງນີ້ ທ່ານຈະໄປຢາມ 5ປະເທດ ພາຍໃນ 8ວັນ . ປະເທດແຣກ ທີ່ທ່ານໄປຢາມ ແມ່ນ ປະເທດອັງກິດ ເພື່ອເຂົ້າຮ່ວມ ກອງປະຊຸມໃຫຍ່ ເສຖກິດໂລກ G-20. ຕໍ່ຈາກນັ້ນ ທ່ານຈະໄປຮ່ວມກອງປະຂຸມ ນາໂຕ ທີ່ເມືອງຊາຍແດນ ປະເທດ ຝັ່ຣງແລະເຢັຽຣະມັນ. ຫລັງຈາກນັ້ນທ່ານຈະໄປຢາມ ປະເທດ ເຊັກໂກ ແລະ ປະເທດ ເຕິກກີ ເປັນປະເທດ ສຸດທ້າຍ.

ທ່ານໂອບາມາ ໄປຢ້ຽມຢາມປະເທດ ຢູໂຣບ ໃນຖານະເປັນປະທານະທິບໍດີຄັ້ງແຣກນີ້ ຈະຕ່າງ ກັນກັບຕອນ ທ່ານມາຢາມປີກາຍນີ້. ປີກາຍນີ້ ທ່ານເປັນຜູ່ແຂ່ງເປັນ ປະທານິທິບໍດີ ແລະໄດ້ຮັບການຕ້ອນຮັບ ເຫມືອນດາຣາ ແຕ່ຕອນນີ້ ເມື່ອເປັນປະທານະທິບໍດີ ການຕ້ອນຮັບ ເຫັນວ່າຈະເຢືອກເຢັນກວ່າ ແລະເຕັມໄປດ້ວຍຂະບວນປະທ້ວງ ເພາະບັນຫາການອັກວິດເສຖກິດ ການເງິນໂລກ ແລະ ສົງຄາມທີ່ ອັຟງານິສຕານ.

ບັນດາຜູ່ນຳຂອງສະຫະພາບຢູໂຣບ ໄດ້ສະແດງການຂັດຄ້ານ ຕໍ່ແຜນການ ຟື້ນຟູເສຖກິດ ທີ່ທ່ານໄດ້ສເນີອອກມາ ຍ້ອນວ່າແຜນການນີ້ ແພງໂພດ. ຫົວຫນ້າຜູ່ພາຫມູ່ ຂັດຄ້ານ ແມ່ນຜູ່ນຳຂອງຝັ່ຣງ ແລະເຍັຽຣະມັນ. ທັງສອງປະເທດນີ້ ສົນໄຈ ແລະເນັ້ນຫນັກ ຢາກໃຫ້ມີການຕົກລົງ ເຂັ່ງຂັດກົດຣະບຽບຄວມຄຸມການເງິນ ນາໆຊາດ ໂດຍສະເພາະການພິມຊື່ເປີດເຜີຍ ປະເທດ "ສຫວັນ ພາສີ" ທີ່ເຊື່ອງຊ້ອນເງິນເພື່ອ ຫນີພາສີ ຈາກຣັຖບານ.

ທາງປະທານຂອງ ຝັ່ຣງ ນາບວ່າ ຖ້າບໍ່ມີການຕົກລົງກັນເຣື່ອງນີ້ ຢ່າງເປັນຕອນເປັນຕົວ ຂຶ້ນມາ ທ່ານຈະຍາງອອກ ກອງປະຊຸມ G-20 ຄັ້ງນີ້.

ບັນຫານີ້ກາຍເປັນບັນຫາໃຫຍ່ ໃຫ້ກອງປະຊຸມ ເພາະວ່າຈີນຂັດຄ້ານ ທີ່ຈະໃຫ້ ຮົງກົງ ແລະມາກ່າວ ຕົກຢູ່ໃນບັນຊີ ປະເທດ "ສຫວັນ ພາສີ" ເນື່ອງຈາກວ່າ ທັງສອງເຂດນີ້ ຢູ່ໃຕ້ການປົກຄອງຂອງຈີນ. ທາງປະທານຝັ່ຣງບໍ່ຍອມ. ຈີນກັບຝັ່ຣງເສດຕ້ອງປະຂັນ ກັນຢ່າງດຸເດືອດ ຢູ່ທີ່ໂຕະປະຊຸມໃຫຍ່ ຕໍ່ຫນ້າຜູ່ນຳ ຂອງ 19ປະເທດ ແລະ ປະທານສະຫະພາບ ເອີຣົບ.

ໃນທີ່ສຸດ ແມ່ນປະທານໂອບາມາເປັນຜູ້ເກັ້ຍກອມ ເອົາຝັ່ຣງກັບຈີນ ໄປເວົ້າກັນຕ່າງຫາກຈຶ່ງຄ່ອຍ ຕົກລົງກັນໄດ້. ບົດບາດ ແລະຝີມືທາງດ້ານການເກັ້ຍກອມ ຂອງທ່ານໂອບາມາຄັ້ງນີ້ ໄດ້ຮັບຄວາມຍົກຍ້ອງ ຈາກກອງປະຊຸມເປັນຢ່າງສູງ.

ເມື່ອສລຸບຜົລຂອງກອງປະຊຸມແລ້ວ ປາກົດວ່າທຸກໆຄົນກໍຕົກລົງເປັນເອກະສັນວ່າ ກອງປະຊຸມຄັ້ງນີ້ ເປັນກອງປະຊຸມຄັ້ງປະຫວັດສາດ ທີ່ຈະພາໃຫ້ມີການປ່ຽນແປງ ໃນການຫມູນວຽນ ເສຖກິດຂອງໂລກ. ແທນທີ່ຈະໃຫ້ແຕ່ ອະເມຣິກາ ແລະປະເທດຕາເວັນເປັນຜູ່ຕັດສິນຊີ້ຂາດ ຕາມລຳພັງເຫມືອນແຕ່ກ່ອນ ທາງກອງປະຊຸມເຫັນດີໃຫ້ປະເທດ ອື່ນໆເຊັ່ນ ຈີນ ອິນເດັຍ ແລະ ໂຊວຽດ ມາແບ່ງປັນພາລະນຳກັນ.

ຈີນຈະເຂົ້າມາມີບົດບາດຂຶ້ນຫລາຍກວ່າເກົ່າ ໃນອົງການເງິນນາໆຊາດ (IMF) ຊຶ່ງໄດ້ຮັບງົບປະມານ ແລະທຶນເງິນກູ້ຂຶ້ນ ຢ່າງເປັນປະຫວດການ ເຖິງ $ 1.1 ໂກດ ໂດລາ ເພື່ອຊ່ວບເຫລືອ ປະເທດທີ່ກຳລັງພັທນາ ທີ່ໄດ້ຮັບການກະທົບກະເທືອນ ຈາກອັກວິດການເງິນໂລກ. ເງິນທຽມ SDR ເພີ້ມຂຶ້ນຈາກ $35 ພັນລ້ານໂດລາ ມາເປັນ $250 ພັນລ້ານໂດລາ. ເວົ້າລວມແລ້ວ IMF ເປັນຜູ່ໄດ້ຮັບຫມາກຜົນເກີນຄາດຫມາຍ ຊຶ່ງແມ່ນທ່ານ ງໍເດິນ ບຣາວ ນາຍົກອັງກິດ ແລະເຈົ້າພາບຂອງກອງປະຊຸມເປັນຜູ່ຂັດທ້າຍແລະຊຸກຍູ້.

ກອງປະຊຸມໄດ້ຍຸຕິລົງ ໃນແລງຂອງວັນພະຫັດ ວັນທີ່ 3/4/2009. ແລະ ກອງປະຂຸມຄັ້ງຫນ້າ ຈະຈັດຂຶ້ນໃນເດືອນ 9 ຂອງປີດຽວກັນນີ້ ທີ່ກຸງນິວຢອກ.
____________________________________________________________________

ແບ່ງກັນຟັງ ປັນກັນຮູ້

ຕໍ່ໄປ ຂໍເຊີນຊວນ ທ່ານຜູ່ອ່ານມາ ຮັບຟັງ ບົດວິຈັຍ "
ການຊ່ວຍເຫລືອ
ຈາກ ອົງການຈັດຕັ້ງ ທີ່ບໍ່ຂື້ນກັບຣັຖບານ ຫຼື NGO ຕໍ່ ສປປ ລາວ" ຂອງທ່ານ ພົງສວັນ ຈາກ ຣາຍການ ສາຣະຄະດີ ຂອງ ວິທຍຸ RFA ທີ່ http://tinyurl.com/c8f4rs

ຈົບ
onelao.com

0 comments:

Post a Comment