Saturday, April 11, 2009

Weekly Review #12, 2009

ສະບາຍດີປີໃຫມ່ລາວ ພສ ໒໕໕໒ !
______________________________________________________________________
ບົດຄວາມ
ໂດຍ ໂອ່ມຜຽງ

ຄົນຫວ່າງງານ ໃນອະເມຣິກາ ທະວີຂຶ້ນ

ພາຍໃນ 6ເດືອນຫລັງທີ່ຜ່ານມາ ບັນດາຄົນງານໃນອະເມຣິກາຕົກງານ ປະມານ 6 ແສນຄົນຕໍ່ເດືອນ.

ອີງຕາມສະຖິຕິຫລ້າສຸດທີ່ ຊີ້ແຈງຢູ່ກະດານຂ້າງລຸ່ມນີ້ ຜູ່ອອກແຮງງານອະເມຣິກັນທົ່ວປະເທດ ຫວ່າງງານເຖິງ 5.2 ລ້ານຄົນ ຫລື 8.5%. ຣັຖໃດທີ່ມີອຸດສາຫະກັມໃຫຍ່ ຍິ່ງໄດ້ຮັບຜົລສະທ້ອນຫນັກກ່ຽວກັບ ການຮົດຕົວຂອງເສຖກິດຄັ້ງນີ້ ເປັນຕົ້ນ ຣັຖ ມິຊິກັນ (12%) ຣັຖ ກາລີຟໍເນັຍ (10.5%) ແລະຣັຖ ອໍຣິງັນ (10.4%). ນອກນັ້ນ ຣັຖທີ່ອີງໃສ່ທຸຣະກິດ ທາງທ່ອງທ່ຽວເຊັ່ນຣັຖ ເນວາດາ ໄດ້ຮັບການກະທົບກະເທືອນ ເຫມືອນກັນ (10.1%). ຣັຖ ກາໂຣລາຍນາເຫນືອ ຊຶ່ງເປັນສູນກາງບໍຣິຫານຈັດການ ທຸຣະກິດ ຂອງທະນາຄານທົ່ວປະເທດ ໄດ້ກາຍເປັນຣັຖ ມີຄົນຫວ່າງງານ ຫລາຍເຊັ້ນກັນ (10.7%) ຍ້ອນອັກະວິດການເງິນຂອງໂລກ.

ຖ້າຣວບລວມສະຖິຕິດັ່ງກ່າວ ໃສ່ສະຖິຕິຂອງບັນດາຄົນທີ່ເຮັດການຕ່ຳກວ່າ 40 ຊົ່ວໂມງຕໍ່ອາທິດ ຍ້ອນເຫດຜົລເສຖກິດ ເປີເຊັນທັງຫມົດຈະແລ່ນຂຶ້ນກາຍ 15%. ເວົ້າໄປແບບນຶ່ງແລ້ວ ນື່ງໃນຫົກຂອງຜູ່ທີ່ອອກແຮງງານບໍ່ມີວຽກເຮັດ ຫລືເຮັດວຽກບໍ່ເຕັມຊົ່ວໂມງ.

ຕາມນັກເສຖສາດຫລາຍຄົນ ກະຕວງໄວ້ວ່າ ເສຖກິດອະເມຣິກາຈະຮົດຕົວໄປເຖິງ ປີ2010 ແລະເມື່ອຟື້ນຕົວກໍຈະຟື້ນຕົວຄືນແບບຊ້າໆ. ສນັ້ນແລ້ວ ເປີເຊັນຂອງຜູ່ຕົກງານ ອາດຈະເພີ້ມຂຶ້ນຕື່ມອີກ ໃນໄຣຍະຂ້າງຫນ້ານີ້.

ສະພາບການແບບນີ້ ຈະມີຜົລໃຫ້ການຜລິດລຸດລົງ ປະມານ ນຶ່ງໂກດໂດລາຕໍ່ປີ ສຳລັບປີ 2009 ແລະປີ 2010. ສນັ້ນເງິນກະຕຸ້ນເສຖກິດ $787 ພັນລ້ານໂດລາ ທີ່ປະທານໂອບາມາ ທຸ້ມໃສ່ເສຖກິດ ໃນສອງເດືອນຫລັງຄົງຈະບໍ່ພໍ. ມັນອາດເປັນໄປໄດ້ ທີ່ທ່ານອາດຈະຕ້ອງກັບໄປຂໍເງິນນຳ ສະພາອອກມາກະຕຸ້ນເສຖກິດເປັນຊຸດສອງ.

ສຳຣັບຜູ່ທີ່ໄດ້ຮັບເງິນວ່າງງານນັ້ນ ສ່ວນຫລາຍແລ້ວ ມີສິດຂໍຕໍ່ໄດ້ຕື່ມອີກ 20 ອາທິດໃນຂັ້ນແຣກ.ຫລັງຈາກນັ້ນ ບາງຄົນ ອາດຈະຂໍກິນຕໍ່ໄດ້ອີກເປັນເທື່ອທີ່ສອງ ຖ້າຫາກຍັງຊອກການບໍ່ໄດ້ ພາຍຫລັງທີ່ໄດ້ຮັບເງິນຫວ່າງງານໄດ້ 20 ອາທິດ.

ສຳລັບຣາຍຣະອຽດ ໃຫ້ຕິດຕໍ່ໄປຫາກົມຫວ່າງງານ (EDD- Employment Development Department) ຂອງຣັຖທີ່ທ່ານຢູ່. ຕົວຢ່າງ ຢູ່ຣັຖ ກາລີຟໍເນັຍແມ່ນ http://www.edd.ca.gov/.

ຫລາຍຄົນໄດ້ແນະນຳມາວ່າ ການຕິດຕໍ່ໄປຫາ ກົມຫວ່າງງານນີ້ ຖ້າເປັນໄປໄດ້ ໃຫ້ຕິດຕໍ່ທາງ ອິນເຕີເນັດງ່າຍກ່ວາ ເພາະວ່າ ການຕິດຕໍ່ ທາງໂທຣະສັບລຳບາກຫລາຍ ເນື່ອງຈາກວ່າ ໂອກາດທີ່ຈະໄດ້ເວົ້ານຳຄົນແທ້ໆ ທາງໂທຣະສັບມີນ້ອຍ.


ຕາຕລາງ ຂອງສະຖິຕິຄົນຫວ່າງງານພາຍໃນອະເມຣິກາ ໃນທ້າຍເດືອນມິນາ ປີ 2009

ຣັຖ
ເປີເຊັນ ຄົນຫວ່າງງານ ເປີເຊັນປ່ຽນແປງ ເລີ້ມແຕ່ເສຖກິດ ຫົດຕົວ ທຽບໃສ່ເປີເຊັນ ທົ່ວປະເທດ
Alabama 8.4 +4.7 +0.3
Alaska 8 +1.7 -0.1
Arizona 7.4 +3.2 -0.7
Arkansas 6.6Bold +1.1 -1.5
California 10.5
+4.6 +2.4
Colorado 7.2 +3.2 -0.9
Connecticut 7.4 +2.6 -0.7
Delaware 7.4 +3.9 -0.7
District of Columbia 9.9 +4.2 +1.8
Florida 9.4 +4.9 +1.3
Georgia 9.3 +4.8 +1.2
Hawaii 6.5 +3.4 -1.6
Idaho 6.8 +4.1 -1.3
Illinois 8.6 +3.3 +0.5
Indiana 9.4 +4.9 +1.3
Iowa 4.9 +1.1 -3.2
Kansas 5.9 +1.7 -2.2
Kentucky 9.2 +3.9 +1.1
Louisiana 5.7 +1.7 -2.4
Maine 8 +3.1 -0.1
Maryland 6.7 +3.1 -1.4
Massachusetts 7.8 +3.5 -0.3
Michigan 12 +4.6 +3.9
Minnesota 8.1 +3.4 0
Mississippi 9.1 +2.8 +1
Missouri 8.3 +3 +0.2
Montana 6 +2.8 -2.1
Nebraska 4.2 +1.4 -3.9
Nevada 10.1 +4.9 +2
New Hampshire 5.3 +1.9 -2.8
New Jersey 8.2 +4 +0.1
New Mexico 5.4 +2.2 -2.7
New York 7.8 +3.2 -0.3
North Carolina 10.7 +6 +2.6
North Dakota 4.3 +1.1 -3.8
Ohio 9.4 +3.6 +1.3
Oklahoma 5.5 +1.4 -2.6
Oregon 10.8 +5.4 +2.7
Pennsylvania 7.5 +3.1 -0.6
Rhode 10.5 +5.3 +2.4
South Carolina 11 +4.8 +2.9
South Dakota 4.6 +1.7 -3.5
Tennessee 9.1 +4.1 +1
Texas 6.5 +2.3 -1.6
Utah 5.1 +2.2 -3
Vermont 7 +3.1 -1.1
Virginia 6.6 +3.4 -1.5
Washington 8.4 +3.8 +0.3
West Virginia 6 +1.4 -2.1
Wisconsin 7.7 +2.9 -0.4
Wyoming 3.9 +0.8 -4.2
Source: Bureau of Labor Statistics

ຈົບ
onelao.com

0 comments:

Post a Comment