Saturday, April 18, 2009

Weekly Review #13, 2009

ຈາລຶກ ປະຫວັດສາດ... ______________________________________________________________________
ບົດຄວາມ
ໂດຍ ໂອມຜ່ຽງ

...ຕ້ອນຮັບ ອະນາຄົດ!
ເນື່ອງຈາກອາທິດນີ້ເປັນອາທິດທຳອິດ ຂອງປີໃຫມ່ລາວ ຂພຈຢາກປ່ຽນບັນຍາກາດໃຫມ່ ສຳລັບບລອກ ອາທິດນີ້. ຂພຈ ຢາກຊັກຊວນໃຫ້ພວກເຮົາຫວນຄືນຫລັງເບິ່ງວ່າ ເລີ້ມແຕ່ພວກເຮົາໃຊ້ ອິນເຕີເນັດມາ ໂລກນີ້ ໄດ້ມີການຫມູນປ່ຽນໄປຂນາດໃດ ແລະໄວເທົ່າໃດ. ພ້ອມນັ້ນມີຫຍັງແດ່ລໍຖ້າພວກເຮົາ ແລະລູກຫລານພວກເຮົາ ໃນອະນາຄົດຂ້າງຫນ້າ.

ໃນຣາຍການໂຊພາບຂ່າວຫນັງສັ້ນ ທີ່ທ່ານຈະເບິ່ງນີ້ ຜູ່ສ້າງຫນັງໃຫ້ຄວາມເຫັນວ່າ ປັດຈຸບັນ ທາງໂຮງຮຽນ ກະຕຽມນັກຮຽນນັກສຶກສາ ເພື່ອວຽກງານທີ່ຍັງບໍ່ມີເທື່ອ. ນັກຮຽນພວກນີ້ ຈະໃຊ້ເຕັກໂນໂລຈີ ທີ່ຍັງບໍ່ໄດ້ຄົ້ນເຫັນກັນເທື່ອ ເພື່ອມາແກ້ໄຂບັນຫາທີ່ຍັງບໍ່ເກີດຂຶ້ນເທື່ອ. ແລະອີກບໍ່ຮອດ 30ປີ ຄອມຣາຄາ ຕ່ຳກວ່າ $1000 ໂດລາ ຈະສາມາດມີພລັງຄິດໄລ່ ໄດ້ຫລາຍກວ່າມັນສຫມອງຂອງມະນຸດເຮົາ.

ທ່ານເດ ທ່ານຮູ້ສຶກວ່າຄອມນີ້ມາວົນວຽນນຳຊີວິດທ່ານ ຫລາຍປານໃດ?

ເຊີນຊົມ ໄດ້ເລີຍ
http://www.youtube.com/watch?v=cL9Wu2kWwSY

ໂຊກດີປີໄຫມ່ອີກເທື່ອນຶ່ງ.

onelao.com

0 comments:

Post a Comment