ອະເມຣິກັນ ແລະສິດທິເປັນເຈົ້າຂອງປືນ
ໂດຍ ໂອມຜຽງ
ເຖິງເສຖກິດທົ່ວປະເທດຈະຕົກຕ່ຳປານໃດກໍຕາມ ແຕ່ທຸຣະກິດການຜລິດອາວຸດ ໃນອະເມຣິກາ ໄດ້ກຳໄຣມາຕລອດ. ຫຸ້ນສ່ວນຂອງບໍຣິສັດໃຫຍ່ໆ ທີ່ຜລິດປືນພາກັນພຸ່ງຂຶ້ນເປັນແຖວໃນໄຣຍະ 6ເດືອນຫລັງນີ້ ເປັນຕົ້ນບໍຣິສັດ ຊມິດ ແອນ ແວດເຊິນ(Smith & Wesson) ແລະບໍຣິສັດ ຣູເງີ (Rugers) ຂຶ້ນເຖິງ 80% ແຕ່ກາງເດືອນຕຸລາ (10) ເປັນຕົ້ນມາ .ເລີ້ມແຕ່ມີຂ່າວລືວ່າ ໂອບາມາຈະໄດ້ຂຶ້ນເປັນປະທານທິບໍດີ ໃນທ້ອງເດືອນ ຕຸລາ (10) ປີ 2008 ພວກລູກຄ້າ ແລະພວກມັກຫລິ້ນປືນ ພາກັນລັ່ງເຂົ້າໄປຊື້ປືນແບບຜິດປົກະຕິ. ປືນຫລາຍໆຊະນິດ ໂດຍສະເພາະປືນໃຊ້ໃນສົງຄາມ ແບບ AR-16 ທີ່ມີລັກສະນະຄ້າຍກັນກັບ M-16 ຊຶ່ງເປັນປືນປະຈຳການ ຂອງກອງທັບອະເມຣິກາ ຂາດຕລາດ ແລະປືນ AK-47. ທາງເຈົ້າຂອງຮ້ານຂາຍປືນ ບໍ່ເຄີຍເຫັນຄົນລັ່ງເຂົ້າມາຊື້ປີນແບບນີ້ ໃນປະວັດສາດເລີຍ.
ຕາມຄວາມເຫັນຂອງ ຜູ້ຊ່ຽວຊານເຣື່ອງຕລາດປືນຢູ່ໃນອະເມຣິກາ ຂ້າເຈົ້າວ່າເຫດຜົນທີ່ຄົນ ພາກັນຟ້າວໄປຊື້ປືນ
ຍ້ອນມີຂ່າວລືກັນວ່າ ຖ້າໂອບາມາໄດ້ຂື້ນອຳນາດເມື່ອໃດ ການຊື້ຂາຍປືນ ຈະຖືກຈຳກັດທີ່ສຸດ. ຂ່າວລືຕື່ມໄປອີກວ່າ ໂອບາມາ ຈະອອກກົດຫມາຍໃຫມ່ມາ ເຮັດໃຫ້ການເປັນເຈົ້າຂອງປືນ ນັບມື້ນັບຍາກຂຶ້ນ. ບາງຄົນອ້າງວ່າ ມີແຕ່ຜູ້ຮ້າຍເທົ່ານັ້ນ ທີ່ຈະມີປືນ ເພາະພວກເຂົາສາມາດຊື້ອາວຸດເຖື່ອນໄດ້ ສຳລັບຜູ້ຢູ່ໃຕ້ກົດຫມາຍ ຈະເປັນເຍື່ອໃຫ້ ຄົນຮ້າຍຍ້ອນຕົນບໍ່ມີ ປືນ ມາປົກປ້ອງຄວາມປອດໄພຍ ໃນບ້ານຂອງຕົນ.ຜ່ານມາ ການຕົກຖຽງເຣື່ອງສິດທິ ໃນການເປັນເຈົ້າຂອງປືນ ບາງຣັຖໄດ້ອອກກົດຫມາຍໃຫມ່ມາ ເພື່ອສກັດກັ້ນ ບໍ່ໃຫ້ຄົນບາງຈຳພວກ ມີສິດເປັນເຈົ້າຂອງປືນໄດ້. ບຸກຄົນທີ່ບໍ່ມີສິດເປັນເຈົ້າຂອງປືນ ເປັນຕົ້ນ ຜູ້ທີ່ເຄີຍມີຄະດີຮຸ່ນແຮງ ມາກ່ອນ ເຊັ່ນເຄີຍຖືກສານລົງໂທດ ໃນຄະດີອາຊຍາການ ຫລືພວກເສັຍຈິດ. ປືນສົງຄາມທີ່ເຫລົ່າມາຂ້າງເທິງ ຊື້ຂາຍບໍ່ໄດ້ ຢູ່ໃນ ທີ່ຣັຖ ຄາລີຟໍເນັຍ.
ກົດຫມາຍໃນການຊື້ປືນແຕ່ລະຊະນິດ ແຕກຕ່າງກັນ. ສຳລັບຜູ້ໃດຢາກຊື້ປືນຍາວ ເປັນຕົ້ນປືນລູກຊອງ ແລະປືນລ່າເນື້ອ ທາງການກາລີຟໍເນັຍ ບັງຄັບ ໃຫ້ກວດກາເບິງເບື້ອງຫລັງຂອງຜູ້ທີ່ຈະຊື້ປືນ . ຖ້າຫາກເບື້ອງຫລັງຂາວສະອາດ ບໍ່ມີຄະດີຕິດ ຜູ່ນັ້ນສາມາດຊື້ປືນໄດ້. ແຕ່ສຳລັບບຸກຄົນໃດຢາກຊື້ປືນສັ້ນນັ້ນ ນອກຈາກຈະຕ້ອງສືບເບິ່ງເບື້ອງຫລັງແລ້ວ ຜູ່ທີ່ຈະຊື້ປືນຈະຕ້ອງສອບຜ່ານການເຂົ້າໃຈກົດຫມາຍ ແລະຄວາມປອດໄພຍ ຂອງການເປັນເຈົ້າຂອງປືນສັ້ນໄດ້. ນອກນັ້ນແລ້ວ ທາງຣັຖ ຄາລີຟໍເນັຍ ບໍ່ໃຫ້ມີການຊື້ຂາຍ ປືນບາງຊນິດ ໂດຍສະເພາະປືນ AK-17 ແລະປືນສັ້ນ .22 LR ບາງຊະນິດ ທີ່ເອີ້ນກັນ "Saturday nigh special"ເພາະວ່າ ອາວຸດຈຳພວກນີ້ ເປັນອາວຸດທີ່ ພວກແກ້ງ ແລະພວກຄາຕກອນ ນິຍົມໃຊ້ໄປຍິງກັນ.
ແຕ່ຢູ່ຣັຖ ອາຣີໂຊນາ ຊຶ່ງຕິດກັບຣັຖກາລີຟໍເນັຍ ກົດຫມາຍພັດຕ່າງກັນຟ້າກັບດິນ. ຢູ່ຣັຖນີ້ອາວຸດແບບປືນ ຊື້ຂາຍກັນໄດ້ເກືອບທຸກຊະນິດ ແລະບໍ່ມີກຳຫນົດອີກ. ຫມາຍຄວາມວ່າຄົນຜູ່ນຶ່ງ ຢາກຊື້ປືນຈັກກະບອກກໍໄດ້. ສນັ້ນປືນແລະອາວຸດສົງຄາມ ທີ່ພວກແກ້ງຄ້າຢາເສບຕິດເມັກຊິແກນ ເອົາໄປໃຊ້ຂ້າກັນຢ່າງນອງເລືອດ ຢູ່ປະເທດເມັກຊິໂກໃນປັດຈຸບັນນີ້ ສ່ວນຫລາຍແລ້ວ ແມ່ນອອກມາຈາກ ຣັຖອາຣີໂຊນາ ແລະຣັຖເທັກຊັດ ຊຶ່ງມີກົດຫມາຍບໍ່ເຂັ້ມແຂງຕໍ່ການຈຳຫນ່າຍອາວຸດ ແລະ ທັງມີຊາຍແດນຕິດກັບ ເມັກຊິໂກ.
ທາງຣັຖມົນຕຣີກະຊວງຕ່າງປະເທດ ຍານາງທ່ານ ຮີນລາຣີ ກລີນເຕິນ ຍອມຮັບຮູ້ເປັນທາງການ ຕອນເພິ່ນໄປຢາມ
ປະເທດເມັກຊິໂກ ວ່າ ບັນຫາອາວຸດສົງຄາມທີ່ໃຊ້ມາຂ້າກັນ ຢູ່ເມັກຊິໂກນີ້ ສ່ວນຫລາຍແລ້ວແມ່ນມາຈາກ ອະເມຣິກາ. ທາງອະເມຣິກາ ຈະເຮັດສຸດຄວາມສາມາດ ສກັດກັ້ນບໍ່ໃຫ້ອາວຸດພວກນີ້ຮົ່ວໄຫລເຂົ້າມາ ເມັກຊິໂກ. ແຕ່ເພິ່ນເອງ ໄດ້ກ່າວວ່າ ສຳລັບທີ່ຈະບໍ່ໃຫ້ມີການຈຳຫນ່າຍ ຫລືບໍ່ໃຫ້ຄົນອະເມຣິກັນເປັນເຈົ້າຂອງປືນນັ້ນ ເປັນໄປໄດ້ຍາກ ເພາະວ່າ ການເມືອງພາຍໃນອະເມຣິກາ ຍັງບໍ່ມີເງື່ອນໃຫ້ມີກົດຫມາຍແບບນີ້ ຂຶ້ນມາໄດ້ເທື່ອ.ໃນທ້າຍອາທິດແລ້ວນີ້ເອງ ທ່ານໂອບາມາ ໄດ້ອອກມາກ່າວເຫມືອນກັນວ່າ ການທີ່ຈະສືບຕໍ່ ກົດຫມາຍຫວງຫ້າມບໍ່ໃຫ້ປະຊາຊົນມີອາວຸດສົງຄາມ (Assault Weapon Ban) ດັ່ງທ່ານສັນຍາໄວ້ ຕອນຫາສຽງເລືອກຕັ້ງນັ້ນ ດຽວນີ້ບໍ່ໄດ້ຢູ່ໃນຣາຍການຂອງນະໂຍບາຍການເມືອງ ແລະທັງບໍ່ໄດ້ຢູ່ໃນແຜນການປະຕິບັດງານຂອງເພິ່ນ ໃນໄຣຍະນີ້.
ທ່າທີໄຫມ່ຂອງປະທານໂອບາມາກ່ຽວກັບເຣື່ອງນີ້ ຊີ້ໃຫ້ເຫັນຢ່າງຈະແຈ້ງວ່າ ຄວາມກົດດັນແລະພລັງທາງການເມືອງ ຂອງປະຊາຊົນອະເມຣິກາບາງກຸ່ມ ທີ່ບູຊາອາວຸດປືນນີ້ຍັງແຮງຫລາຍ. ສນັ້ນ ການຫວງແຫນຍຶດຖືສິດທິ ເປັນເຈົ້າຂອງປືນຂອງປະຊາຊົນອະເມຣິກັນ ຍັງຈະສືບຕໍ່ ແລະຍັງຂະເປັນຈຸດພິເສດອັນນຶ່ງ ຂອງວັທນະທັມອະເມຣິກັນ ອີກນານຕໍ່ໄປຢູ່.
ຈົບ
onelao.com

2 comments:
Wow, this is the first time that I have read Lao blog. I am Thai and I try to read your blog but it's ot easy to understand every word.
Nice blog.
Thanks doubleshot for visiting my blog.
Congratulations for being the first person who comments directly on this blog.
I hope you will come back and visit again.
Omphien
Post a Comment