Saturday, May 9, 2009

Weekly Review #16, 2009

_____________________________________________________________________

ບົດຄວາມ

ແມ໊ກດາໂນ ເປັນສັນຍາລັກ ຫຍັງແທ້?
ໂດຍ ໂອ່ມຜຽງ

ປັດຈຸບັນນີ້ ຮ້ານຂາຍແຮມເບີເງີ ແມ໊ກດາໂນ ມີທຸຣະກິດຢູ່ ຫລາຍກວ່າ ໑໒໐ ປະເທດ ໃນໂລກ. ແມ໊ກດາໂນ ກາຍເປັນສັນຍາລັກ ຂອງຣະບົບທຶນນິຍົມ ທັງປັນເຄື່ອງຫມາຍ ຂອງຄວາມກ້າວຫນ້າ ທາງດ້ານເສຖກິດ ຂອງປະເທດ.

ຖ້າປະເທດໃດ ສາມາດນຳເອົາ ຮ້ານແມ໊ກດາໂນ ເຂົ້າມາຕັ້ງຢູ່ພາຍໃນປະເທດຕົນໄດ້ ຫມາຍຄວາມວ່າປະເທດນັ້ນ ໄດ້ບັນລຸຜົນສຳເຣັດ ໃນການພັທນາເສຖກິດ ພາຍໃນປະເທດຕົນ ຈົນເກີດໃຫ້ມີຊົນຊັ້ນປານກາງ ທີ່ມີຣາຍໄດ້ສູງສົມ ເມື່ອທຽບໃສ່ ສະແຕ໊ນດາດ ຂອງໂລກ. ອັນນີ້ເປັນນຶ່ງ ໃນເງື່ອນໄຂ ທີ່ບໍຣິສັດ ແມ໊ກດາໂນ ວາວໄວ້ ກ່ອນຈະອະນຸມັດ ໃຫ້ຮ້ານຂ້າເຈົ້າ ເປີດຢູ່ໃນປະເທດໃດ ປະເທດນຶ່ງ.

ພາຍໃນອະເມຣິກາເອງ ກ່ອນທາງບໍຣິສັດ ແມ໊ກດາໂນ ຈະອະນຸມັດ ໃຫ້ເປີດຮ້ານຂອງເຂົາ ຜູ່ທີ່ຈະມາເປັນເຈົ້າຂອງ ຕ້ອງມີຣະດັບ ແລະທຶນຊັບສັບສູງພຽງພໍ ເຊັ່ນຕ້ອງມີ ເງິນສົດ $250, 000 ມາໂຊ. ພ້ອມນັ້ນ ເຈົ້າຂອງ ຫລືຜູ່ຈັດການ ແລະທິມ ຕ້ອງຜ່ານການຝຶກຫັດ ແລະສອບຜ່ານ ຫລັກສູດອັນເຂັ້ມງວດ ຂອງມະຫາວິທຍາລັຍ ແຮມເບີເງີ ທີ່ ອິນລີນອຍ ອີກດ້ວຍ ເພື່ອຮັບປະກັນຄຸນນະພາບ ແລະຊື່ສຽງຂອງ ແບຣນ ແມ໊ກດາໂນ.

ຖ້າເງື່ອນໄຂຂ້າງເທິງຄົບຖ້ວນ ທາງບໍຣິສັດ ຈຶ່ງຈະຫາສຖານທີ່ ແລະປຸກຮ້ານໄຫມ່ໃຫ້.

ຈຸດພິເສດ ໃນການເປັນເຈົ້າຂອງທຸຣະກິດ ຂອງຮ້ານແມ໊ກດາໂນນັ້ນ ແມ່ນ ເຈົ້າຂອງຮ້ານແທ້ໆ ຍັງແມ່ນບໍຣິສັດ ແມ໊ກດາໂນ໌. ສ່ວນ "ເຈົ້າຂອງທຸຣະກິດ ຫລືຜູ່ຈັດການ ຫລື Franchisee "ເປັນພຽງຜູ່ເຊົ່າທຸຣະກິດ ຈາກບໍຣິສັດ ແມ໊ກດາໂນເທົ່ານັ້ນ ຊຶ່ງຈະຕົກເປັນປະມານ ໑໒% ຂອງຣາຍຮັບ.

ເງື່ອນໄຂ ການພົວພັນການຄ້າແບບນີ້ ເປັນການບັງຄັບໃນຕົວ ຕໍ່ຜູ່ໃດມາເຊົ່າທຸຣະກິດຈາກ ແມ໊ກດາໂນ ຕ້ອງປະຕິບັດນຳ ກົດຣະບຽບຂອງບໍຣິສັດນີ້ຢ່າງເຂັ້ມງວດ. ສນັ້ນ ຖ້າການບໍຣິການຮ້ານໃດ ບໍ່ໄດ້ຣະດັບມາຕຖານ ຂອງ ແມ໊ກດາໂນ ທາງບໍຣິສັດ ມີສິດປ່ຽນເຈົ້າຂອງບໍຣິການໄດ້ທຸກເວລາ.

ເຖິງຈະມີເງື່ອນໄຂເຂັ້ມງວດປານນີ້ ຍັງມີແຂກສຳຄັນຫລາຍຄົນ ເລີ້ມແຕ່ນັກທຸຣະກິດ ຈົນເຖິງນັກການທູດ ແລະນັກການເມືອງຈາກຫລາຍປະເທດຢາກ ເອົາຮ້ານແມ໊ກດາໂນ ເຂົ້າໄປປະເທດຂ້າເຈົ້າ ອີງຕາມ ຄຳກ່າວ ຂອງປະທານບໍຣິສັດ ແມ໊ກດາໂນ. ແຕ່ວ່າ ທາງ ບໍຣິສັດ ແມ໊ກດາໂນ ບໍ່ສາມາດປ່ອຍ ໃຫ້ເອົາເຂົ້າໄປໄດ້ເທື່ອ ເພາະວ່າເງື່ອນໄຂ ທາງເສຖກິດແລະອື່ນໆຂອງປະເທດນັ້ນ ຍັງບໍ່ພຽບພ້ອມ.

ສນັ້ນຍັງມີຫລາຍປະເທດ ທີ່ຍັງລໍໂອກາດ ເອົາສັນຍາລັກອັນໃຫຍ່ຂອງທຶນນິຍົມ ເຂົ້າໄປປະດັບຄວາມຮັ່ງມີ ຂອງປະເທດຕົນ.

ນອກເຫນືອບົດບາດ ທາງດ້ານເສຖກິດແລ້ວ ຮ້ານ ແມ໊ກດາໂນ ບໍ່ພຽງແຕ່ເປັນສັນຍາລັກຂອງຄວາມຮັ່ງມີ ຂອງປະເທດເທົ່ານັ້ນ ເຄື່ອງຫມາຍປະຕູຄຳ ຂອງແມ໊ກດາໂນນີ້ (Golden Arches) ຍັງເປັນ ສັນຍາລັກຂອງປະເທດທີ່ຮັກສັນຕິພາບ ອີກດ້ວຍ.

ອີງຕາມ ການຄົ້ນຄວ້າຂອງນັກຂຽນແລະນັກຫນັງສືພິມຊື່ດັງ ທ່ານໂທມັສ ຟຣິດແມ໊ນ (Thomas Friedman) ເພິ່ນໄດ້ອອກທິສດີໄຫມ່ອັນນຶ່ງອອກມາ ເອີ້ນວ່າທິສດີ ປະຕູຄຳ ສກັດກັ້ນ ການປະທະ (The Golden Arches Theory of Conflict Prevention).

ທິສດີກ່າວວ່າ ເວລາປະເທດໃດປະເທດນຶ່ງ ທີ່ໄດ້ພັທນາເສຖກິດຕົວເອງ ຈົນເຖິງຂັ້ນທີ່ມີຊົນຊັ້ນປານກາງ ຫລາຍພໍສົມຄວນ ທີ່ຈະມາຄ້ຳເຄື່ອຄ່າຍຂອງຮ້ານ ແມ໊ກດາໂນ ໄດ້ ປະເທດນັ້ນຈະກາຍເປັນ ປະເທດ ແມ໊ກດາໂນ ພາຍໃນຕົວແລະ ປະຊາຊົນຂອງ ປະເທດ ແມ໊ກດາໂນ ຈະບໍ່ມັກ ເຮັດສົງຄາມກັນ. ຂ້າເຈົ້າມັກຕໍ່ຫາງ ຊື້ແຮມເບີເງີ ຫລາຍກວ່າ.

ຖ້າຈະຕີຄວາມຫມາຍໄປແນວນຶ່ງແລ້ວ ການໂລກາພິວັດ ພາໃຫ້ຍົກຣະດັບເສຖກິດ ຂອງຫລາຍໆປະເທດຂຶ້ນ ຊຶ່ງເປັນຜົນສະທ້ອນ ໃຫ້ການຕັດສິນໃຈທີ່ຈະເຮັດສົງຄາມ ຣະຫວ່າງປະເທດ ທີ່ມີເສຖກິດກ້າວຫນ້າເທົ່າທຽມກັນ ຫລົດນ້ອຍຖອຍລົງ ເປັນຕົ້ນແມ່ນໃນ ບັນດາພາຍໃນປະເທດທີ່ໃນເຄື່ອຄ່າຍ ແມ໊ກດາໂນ.

ເຖິງຢ່າງໃດກໍຕາມ ສົງຄາມເປັນຂອງຫລີກລ້ຽງບໍ່ໄດ້ ໃນບາງກໍຣະນີ ແຕ່ຖ້າຫາກມັນເກີດຂຶ້ນ ມັນກໍຈະເກີດຂຶ້ນໃນຣະຍະສັ້ນ ຕົວຢ່າງ ສົງຄາມຣະຫວ່າງ ຣັດເຊັຍ ແລະ ຈອກເຈັຍ ທີ່ເກີດຂຶ້ນ ໃນປີ 2008 ທີ່ຜ່ານມາ .

ສນັ້ນສັນຍາລັກ ຂອງ ແມ໊ກດາໂນ ບໍ່ພຽງແຕ່ສັນຍາລັກ ຂອງຄວາມມັ່ງຄັ້ງສົມບູນ ຂອງປະເທດເທົ່ານັ້ນ ແຕ່ຍັງມີສ່ວນປະກອບ ອັນສຳຄັນ ໃນການຮັກສາສັນຕິພາບພາຍໃນບັນດາ ປະເທດ ແມ໊ກດາໂນ ດ້ວຍກັນ.

0 comments:

Post a Comment