ບົດຄວາມ
ໄຟໄຫມ້ ຄັງຣັຖຄາລີຟໍເນັຍ ອີກແລ້ວ!
ໂດຍ ໂອ່ມຜຽງ
ອີກບໍ່ພໍເທົ່າໃດມື້ ປະຊາຊົນຂອງຣັຖຄາລີຟໍເນັຍ ຕ້ອງໄດ້ພາກັນລຽນແຖວ ປ່ອນບັດເລືອກຕັ້ງອີກເທື່ອນຶ່ງ. ການເລືອກຕັ້ງພິເສດ ໃນມື້ວັນອັງຄານ ວັນທີ່ 19 ເດືອນພຶສພາ (5) ນີ້ ບໍ່ແມ່ນການປ່ອນບັດ ເລືອກເອົາຜູ່ແທນ ແຕ່ເປັນການປ່ອນບັດ ເລືອກເອົາກົດຫມາຍໄຫມ່ ກ່ຽວກັບການປະຕິຮູບ ຣະບົບການດຳເນີນ ງົບປະມານ ພາຍໃນຣັຖຄາລີຟໍເນັຍເອງ.
ຂໍ້ສເນີກົດຫມາຍໃຫມ່ທີ່ຈະໄດ້ປ່ອນບັດກັນຊຸດນີ້ແມ່ນ ຂໍ້ສເນີ 1A ຫາ 1F ຊຶ່ງລວມກັນຫມົດແລ້ວ ຈະນຳເງິນມາເພີ້ມງົບປະມານຂອງຣັຖ ປະມານ 6 ພັນລ້ານ ໂດລາ ຖ້າຫາກຜູ່ມາປ່ອນບັດເຫັນດີນຳ. ຖ້າຫາກຂໍ້ເນີນີ້ບໍ່ຜ່ານ ຣັຖກາລີຟໍເນັຍຈະຂາດງົບໄປ 21 ພັນລ້ານໂດລາ ເພາະວ່າປັດຈຸບັນນີ້ ຣັຖກຳລັງຂາດງົບ 15 ພັນລ້ານ ໂດລາ.
ເປັນຫຍັງ ສະພາບການເງິນຂອງຣັຖຄາລີຟໍເນັຍ ຈຶ່ງຂັດສົນເຖິງຂັ້ນນີ້?
ເຫດຜົນທີ່ນຶ່ງ ແມ່ນຍ້ອນຣາຍໄດ້ທາງພາສີເຂົ້າຣັຖລຸດລົງ ຍ້ອນການລຸດຜ່ອນການເຫນັງຕິງຂອງທຸຣະກິດຕ່າງໆ ພາຍໃນຣັຖ. ຣາຄາຂອງບ້ານແລະເຄຫະຕົກ ພາໃຫ້ພາສີຊ່ວຍສາອາກອນຕົກໄປນຳກັນ. ກົງ ກັນຂ້າມ ກັບຣາຍຮັບ ຣາຍຈ່າຍຂອງຣັຖ ຕ້ອງເພື້ມທະວີຂຶ້ນ ໂດຍສະເພາະທາງ ດ້ານການສາທາຣະນະສຸກ ແລະທາງດ້ານການສຶກສາ.
ເນື່ອງຈາກວ່າ ຣະບົບສາທາຣະນະສຸກຂອງອະເມຣິກາ ຂຶ້ນນຳວຽກແລະບໍຣິສັດ ສນັ້ນ ຄົນສ່ວນຫລາຍຈະມີ ປະກັນໄພຮັກສາສຸຂພາບ ມາຈາກທີ່ເຮັດການ. ໃນເມື່ອມີການຕົກງານຂຶ້ນມາ ຄົນງານຜູ່ນັ້ນ ບໍ່ພຽງແຕ່ເສັຍຣາຍໄດ້ເທົ່ານັ້ນ ແຕ່ລາວຍັງເສັຍປະກັນໄພສຸຂພາບ ສຳລັບຕົວເອງ ແລະ ຄອບຄົວອີກດ້ວຍ. ສນັ້ນ ຖ້າຫາກມີການຕ້ອງການປິ່ນປົວ ບັນດາປະຊາຊົນພວກນີ້ ຈະຕ້ອງເຂົ້າມາເພິ່ງຣັຖ ແລະ ພາໃຫ້ຣັຖມີ ຣາຍຈ່າຍເພີ້ມຂຶ້ນອີກ.
ທາງດ້ານການສຶກສາກໍເຊັ່ນກັນ. ບັນດາຜູ່ວ່າງງານ ພາກັນລັ່ງກັບມາເຂົ້າໂຮງຮຽນຄືນ. ຫລາຍໆຄົນຕ້ອງໄດ້ກັບໄປ ຝຶກອາຊີບໃຫມ່ ເພື່ອກະຕຽມ ວຽກແບບໃຫມ່. ຈຳນວນນັກຮຽນ ຍິ່ງເພີ້ມຂຶ້ນ. ສນັ້ນງົບທາງດ້ານການສຶກສາ ຄວນຈະເພີ້ມຂຶ້ນ. ທາງແຕ່ຣັຖ ອາດຈະຕອບສນອງຄວາມຕ້ອງການບໍ່ໄດ້ ຍອ້ນຂາດງົບປະມານ. ຜູ່ຢາກເຂົ້າຮຽນຕໍ່ ອາດຈະບໍ່ມີບ່ອນຮຽນ.
ສນັ໊ນ ທາງອອກຂອງຣັຖ ມີແນວໃດແດ່ ເມື່ອມີການທ້າທາຍແບບນີ້?
ວິທີນຶ່ງກໍຄື ການອອກກົດຫມາຍໃຫມ່ ທີ່ກຳລັງສເນີກັນຢູ່ນີ້. ແຕ່ວ່າ ຫາກທາງປະຊາຊົນບໍ່ເຫັນດີນຳ ຣັຖຈະຕ້ອງມີມາຕການ ຕັດຣາຍຈ່າຍຂອງຕົນລົງ ເປັນຕົ້ນແມ່ນການຕັດພນັກງານຂອງຣັຖອອກ. ທາງອອກແບບນີ້ ກຳລັງດຳເນີນງານກັນຢູ່ ຕາມແຕ່ລະເຂດ ເປັນຕົ້ນ ໃນອາທິດທີ່ຜ່ານມາ ທາງຫມວດໂຮງຮຽນ ຂອງນະຄອນເມືອງ ລອສ ແອນເຈີແລສ ໄດ້ເລີ້ມສົ່ງຫນັງສືແຈ້ງໃຫ້ຄຣູຈຳນວນ 2000 ຄົນ ວ່າໃນສົກປີຮຽນຕໍ່ມານີ້ ຂ້າເຈົ້າບໍ່ມີວຽກເຮັດແລ້ວ. ຄຽງຄູ່ກັນນັ້ນ ທາງຜູ່ປົກຄອງຣັຖ ທ່ານຊອກຊນາຍເງີ ໄດ້ປະກາດວ່າ ທ້າຍເດືອນພຶສພານີ້ ພນັກງານຂອງຣັຖ ຄາລີຟໍເນັຍ ຈະຕົກງານ ປະມານ 5000 ຄົນ ຖ້າການປ່ອນບັດວັນອັງຄານນີ້ ບໍ່ຜ່ານ.
ນອກນັ້ນແລ້ວ ທາງຄຸກ ກໍຈະເລີ້ມປ່ອຍນັກໂທດຄະດີເບົາ ອອກກ່ອນກຳນົດ ປະມານ ສອງ ຫມື່ນກວ່າຄົນ ເພາະທາງຄຸກ ບໍ່ມີງົບພຽງພໍ ທີ່ຈະຂັງພວກນີ້ຕໍ່.
ຕອນສຸດທ້າຍ ທາງຣັຖ ຄົງໄດ້ຂຶ້ນພາສີ ນຳປະຊາຊົນອີກ ຫລີ ອາດຈະໄດ້ຂາຍ ສັບສິນຂອງຣັຖ ເປັນຕົ້ນ ແມ່ນຕຶກຫລືດິນດອນຕ່າງໆ ມາແກ້ໄຂບັນຫາ.
ອີງຕາມ ຂໍ້ມູນຂອງປະວັດສາດ ຂອງຣັຖ ຄາລີຟໍເນັຍ ພັຍພິບັດເສຖກິດຄັ້ງນີ້ ມີຜົນສະທ້ອນ ອັນມະຫາສານ ຊຶ່ງອາດຈະກາຍ ພັຍພິບັດຄັ້ງປີ 1929. ນັກຊ່ຽວຊານເສຖກິດ ຫລາຍຄົນ ຄາດໄວ້ວ່າ ພັຍພິບັດຄັ້ງນີ້ ອາດຈະຍຶດເຍຶ້ອໄປອີກ ເຖິງ ສາມປີ ກ່ອນຈະຟື້ນຄຶນໄດ້.
ຈະເປັນແນວໃດແທ້ ພວກເຮົາຖ້າຕິດຕາມກັນ ຕໍ່ໄປ.
ຈົບ
onelao.com

2 comments: