Saturday, June 6, 2009

Weekly Review #20, 2009

______________________________________________________________________
ບົດຄວາມ
GM ລອກຄາບໃຫມ່
ໂດຍ ໂອ່ມຜຽງ

ວິກິດການເສຖກິດຄັ້ງນີ້ ນຳຜົນສະທ້ອນອັນຫນັກຫນ່ວງ ມາສູ່ຄວາມຫມັ້ນຄົງຂອງ ຫລາຍທຸຣະກິດໃຫຍ່ໆ ໃນອະເມຣິກາ. ຕອນແຣກແມ່ນທຸຣະກິດເຄຫະ(Real Estate)
ຕໍ່ມາແມ່ນທຸຣະກິດ ການເງິນ (Finance). ດຽວນີ້ມັນລາມມາເຖິງ ທຸຣະກິດການຜລິດຣົຖຍົນ (Automobile).

"ຈີແອມ" GM (General Motors) ເຄີຍເປັນບໍຣິສັດຍັກໃຫຍ່ ຜລິດຣົຖ ຂອງອະເມຣິກາ ທັງ
ເຄີຍເປັນ ບໍຣິສັດທີ່ຮັ່ງມີ ໃນອັນດັບນຶ່ງຂອງໂລກ ເປັນເວລາເຖິງ ໗໐ ກວ່າປີ ແລະ ພ້ອມນັ້ນ GM ຍັງ ເປັນສັນຍາລັກຂອງຄວາມຍິ່ງໃຫຍ່ ຂອງຣະບົບເສຖກິດທຶນນິຍົມ, ແຕ່ໃນທີ່ສຸດ ກໍກາຍມາເປັນເຫຍື່ອ ຂອງວິກິດການເສຖກິດຂອງໂລກຄັ້ງນີ້ ອີກບໍຣິສັດນຶ່ງຈົນໄດ້.

ໃນມຶ້ວັນທີ່ ໑ ເດືອນ ມີຖຸນາ (6) ທີ່ຜ່ານມານີ້ ສິ່ງທີ່ຫລາຍໆຄົນບໍ່ຄາດຝັນ ກາຍມາເປັນຄວາມຈິງ. GM ໄດ້ປະກາດລົ້ມສະລາຍຕົວແບບຊົ່ວຄາວ ແລະ
ໄດ້ມອບເນື້ອມອບຕົວ ພ້ອມດ້ວຍສິດທຸກສິ່ງທຸກຢ່າງ ໃຫ້ສານ ລົ້ມລະລາຍ(Bankruptcy Court) ເພື່ອເພິ່ງຮົ່ມໂພຮົ່ມໄຊ ກົດຫມາຍລົ້ມລະລາຍ ພາກທີ່໑໑ (Chapter 11 Bankruptcy) .

ກົດຫມາຍ ລົ້ມລະລາຍ ພາກທີ່ ໑໑ ອະນຸມັດ ໃຫ້ ບໍຣິສັດໃດທີ່ ຕົກຢູ່ພາວະຂັບຂັນເຫມືອນກັບ GM ມີໂອກາດ ກໍ່ລ້າງສ້າງຕົວໄຫມ່ ໂດຍມີການເຈຣະຈາ ສັນຍາໃຫມ່ ນຳບັນດາເຈົ້າຫນີ້ ແລະ ສະຫະພັນແຮງງານ ຖ້າຫາກມີ ການຈັດຕັ້ງສະຫະພັນ ແຮງງານ ພາຍໃນບໍຣິສັດ ຂອງຕົນ ພາຍໃຕ້ການດູແລ ແລະການຕັດສິນຂອງສານ.


ກົດຫມາຍສລາຍຕົວ ພາກທີ່ ໑໑
ຈະແຕກຕ່າງກັນກັບ ພາກທີ່ ໗ (Chapter 7) ຢູ່ບ່ອນວ່າ ຖ້າບໍຣິສັດໃດ ເລືອກປະກາດສລາຍຕົວ ແບບພາກທີ່ ໗ ນັ້ນ ບໍຣິສັດນັ້ນຈະສລາຍຕົວ ແບບຖາວອນ. ສິ່ງໃດທີ່ບໍຣິສັດມີ ແມ່ນຕ້ອງຖືກຂາຍຫມົດ ແລ້ວເອົາເງິນມາແຈກ ໃຫ້ເຈົ້າຫນີ້ ແລະເຈົ້າຫຸ້ນ ຕາມລຳດັບ. ຕົວຢ່າງ ກໍຄື ການປະກາດສລາຍຕົວ ຂອງບໍຣິສັດຍັກໃຫຍ່ ລີມັນ ບຣາເດີ (Lehmans Brothers) ໃນ ປີ ໒໐໐໘ຊຶ່ງຫາຍສາບສູນ ແລະບໍ່ມີຮ່ອງຮອຍຫຍັງເລີຍ.

ເປັນຫຍັງ GM ຕ້ອງປະກາດລົ້ມສະລາຍຕົວ?

ເວົ້າງ່າຍໆແລ້ວ ເຫດຜົນທີ່ GM ຕ້ອງປະກາດສະລາຍຕົວ ເພາະວ່າ
GM ບໍ່ສາມາດໃຊ້ຫນີ້ທີ່ຍັງຄ້າງຄາຢູ່ ແລະ GM ຫມົດຄວາມສາມາດທີ່ຈະກູ້ເງິນຕື່ມອີກ ມາດຳເນີນກິຈການຂອງຕົນ. ນອກນັ້ນ ຫນີ້ຂອງ GM- $໑໗໒.໘ ພັນລ້ານ ໂດລາ- ເກີນກວ່າ ມູນຄ່າຂອງຫລັກສັບຂອງຕົນ- $໘໒.໓ ພັນລ້ານ ໂດລາ- ທີ່ມີຢູ່ຈົນເກີນຄວນ ຕໍ່. ມາຕອນນີ້ ຣາຍຮັບຂອງ GM ກໍຫລຸດລົງຢ່າງຫລວງຫລາຍ ຍ້ອນວ່າ ລູກຄ້າບໍ່ຊື້ຣົຖ.

ແຕ່ວ່າເຣື່ອງຂອງ GMລົ້ມສລາຍນີ້ ບໍ່ແມ່ນການລົ້ມສລາຍ ແບບບໍຣິສັດທົ່ວໆໄປ ເພາະວ່າມີເຣື່ອງການເມືອງ ເຂົ້າມາສັບຊ້ອນ ເນື່ອງຈາກວ່າທາງຣັຖບານກາງ ໄດ້ເຂົ້າມາກ່ຽວຂອ້ງ.
ເລີ້ມແຕ່ ທ້າຍປີ ໒໐໐໘ ມາ GM ໄດ້ຮັບ ເງິນກູ້ຈາກຣັຖບານ ຫລາຍກວ່າ ໑໐ ພັນລ້ານໂດລາ ແຕ່ມາຮອດທຸກມື້ນີ້ ເງິນຈຳນວນນັ້ນ ຈ່າຍຫມົດແລ້ວ ແຕ່ GM ຍັງຟື້ນຕົວບໍ່ໄດ້ຄືເກົ່າ.

ຕໍ່ສະພາບການດັ່ງກ່າວ ທາງຣັຖບານກາງ ແລະເຈົ້າຫນີ້ຕ່າງໆຂອງ
GM ພອ້ມດ້ວຍກັບສະຫະພັນແຮງງານ UAW (United Auto Workers) ກັບຄະນະຜູ່ຈັດການ ຂອງ GM ໄດ້ປຶກສາວ່າ ຈະເຮັດແນວໃດຕໍ່ໄປ.

ໃນຕອນແຣກ ທຸກໆຝ່າຍເຫັນຢາກຫລີກລ້ຽງສານ ແຕ່ໃນທີ່ສຸດກໍບໍ່ມີທາງເລືອກ ບໍຣິສັດ GM ຕ້ອງເພິ່ງບາຣະມີ ຂອງສານ ໂດຍປະກາດການສລາຍຕົວ ພາຍໃຕ້ກົດຫມາ
ຍສລາຍຕົວ ພາກທີ່໑໑ ເພື່ອຕັ້ງຕົວໃຫມ່ ແລະຈັດຕັ້ງ ບໍຣິສັດ GM ໃຫມ່ຂຶ້ນ.

ມີຫຍັງຈະເກີດຂຶ້ນແດ່ຕອນທີ່ GM ຍັງຢູ່ໃນກຳມືຂອງສານສລາຍຕົວນີ້?

ເມື່ອGM ເລືອກປະກາດຕົວດັ່ງນີ້ ແລ້ວສັນຍາຕ່າງໆ ກັບເຈົ້າຫນີ້ທັງຫລາຍ ຈະຕອ້ງໄດ້ມາທົບທວນຄືນ ໃຫມ່ຫມົດ ບາງສັນຍາອາດຈະຖືກລົບລ້າງ ລວມທັງສັນຍາ ຫນີ້ສິນເກົ່າ ແລະສັນຍາແຮງງານ ຣະຫວ່າງ GM ກັບ ສະຫະພັນແຮງງານ UAW. ສວັດດີການຂອງພນັກເກົ່າຂອງ GM ທີ່ອອກໄປບຳນານ ຕ້ອງມີການດັດແປງ. ສາຂາການຜລິດແບຣນ(Brand)ຕ່າງໆ ທີ່ເຄີຍຢູ່ໃຕ້ ຄັນຮົ່ມຂອງ GM ຕ້ອງໄດ້ປະກາດຂາຍ ຖ້າເຫັນວ່າບໍ່ມີຜົນປະໂຍດ ຕໍ່ GM. ຄ່ຽງຄູ່ກັນນັ້ນ ດີເລີ ຫລືບໍຣິສັດທີ່ຂາຍຣົຖ GM ພາຍໃນອະເມຣິກາ ຫລາຍບໍຣິສັດຈະໄດ້ຖືກຕັດອອກໄປ.

GM ປະກາດວ່າ ບໍຣິສັດ GM ໄຫມ່ຈະເກັບໄວ້ແຕ່ ໔ ແບຣນ ເທົ່ານັ້ນ ແຄດີແລ໊ກ (Cadillac), ບຸຍອິກ (Buick), ເຊີວວໂຣເລ (Chevrolet), ແລະ ຈີແອມຊີ (GMC). ສ່ວນອື່ນທາງ GM ຈະຂາຍອອກຫມົດ. ບາງແບຣນທີ່ຂາຍອອກບໍ່ໄດ້ ຄືແບຣນ ປົງຕິອັກ (Pontiac) ທາງ GM ຕ້ອງເສັຍສລະໄປເລີຍ. ສ່ວນພວກ ດີເລີຣົຖນັ້ນ
GM ຈະຕັດ ຈາກ ໖໐໐໐ ກວ່າ ບໍຣິສັດ ລົງມາເຫລືອແຕ່ ໓໐໐໐ ບໍຣິສັດ ເທົ່ານັ້ນ.

ເຫລືອນັ້ນ GM ມີສິດປະກາດຂາຍ ສັພສົມບັດຕ່າງໆທີ່ຕົນມີໄດ້ ອີງຕາມມາຕຣາ ໓໖໓ (section 363) ຂອງກົດຫມາຍສລາຍຕົວ ພາກ໑໑. ສນັ້ນ ພວກເຮົາຈຶ່ງເຫັນນຳກັນ ໃນຂ່າວຕ່າງໆ ວ່າ ໃນອາທິດທີ່ຜ່ານໆມາ ມີຫລາຍບໍຣິສັດຕົກລົງ ຊື້ສັບສິນອັນສຳຄັນ ທີ່GM ປະກາດຂາຍ. ເປັນຕົ້ນ ບໍຣິສັດ ຊີຊວນ ແຕງຊົງ
Sichuan Tengzhong Heavy Industrial ຈາກຈີນຕົກລົງ ຊື້ສາຂາ Hummer, ບໍຣິສັດແຂ່ງຣົຖ ແປນສກີ ຈະເອົາສາຂາ ຣົຖ Saturn ແລະ ບໍຣິສັດ ແມ໊ກນາ Magna ຂອງ ການາດາ ແລະ ທະນາຄານ ສເບີແບ໊ງ Sberbank ຂອງຣັຖເຊັຍ ເຂົ້າມາເປັນເຈົ້າຂອງ ຣົຖໂອໂປ Opel ຢູ່ ເອີຣົບ ຮ່ວມກັບ GM ແລະຄົນງານຂອງ Opel.

ບັນດາໂຮງງານຕ່າງທີ່ຜລິດສິນຄ້າ ພ້ອມດ້ວຍເຄື່ອຄ່າຍ ຂອງການຈຳນ່າຍສິນຄ້າພວກນີ້ ຈະຕົກຢູ່ໃນກຳມື ຂອງເຈົ້າຂອງໄຫມ່ ເປັນຜູ່ຊີ້ຂາດ. ແຕ່ສຳລັບໂຮງງານປະກອບຣົຖຂອງ GMແລ້ວ ແມ່ນຈະຫຍໍ້ຈາກ ໔໗ ໂຮງງານ ໃຫ້ເຫລືອໄວ້ແຕ່ ໓໔ ໂຮງງານພາຍໃນທ້າຍປີ ໒໐໑໐ ແລະ ໓໓ ໂຮງງານເທົ່ານັ້ນ ພາຍໃນປີ໒໐໑໒.

ສະເພາະໂຮງງານທີ່ຖືກຂາຍໄປ ບາງພາກສ່ວນອາດຈະຖືກປິດໄປ ແລະບາງໂຮງງານທີ່ເຄີຍມີ ສະຫະພັນແຮງງານ ຕໍ່ໄປອາດຈະບໍ່ມີອີກ ສຸດແລ້ວແຕ່ການຕັດສິນຂອງເຈົ້າຂອງໄຫມ່ .

ແນ່ນອນແລ້ວຜົນສະທ້ອນ ຕໍ່ບັນດາຄົນງານຂອງGM ຄົນງານຂອງ ບໍຣິສັດທີ່ຜລິດເຄື່ອງອະໄຣ ແລະບໍຣິສັດ ທີ່ຈຳຫນ່າຍຣົຖ ໃຫ້GM ຈະຕ້ອງໄດ້ຮັບຜົນສະທ້ອນຫນັກ. ສັນຍາແຮງງານສຳລັບຄົນງານຂອງສະຫະພັນ ທີ່ຍັງທຳງານທີ່GM ນັ້ນໄດ້ມີການປ່ຽນແປງ ໂດຍຫລຸດຜ່ອນຄ່າແຮງງານ ແລະຄ່າສວັດດີການລົງ ເຖິງ ໑໐% ເພື່ອໃຫ້ສມ່ຳສເມີກັບ ບໍຣິສັດຄູ່ແຂ່ງ ເປັນຕົ້ນແມ່ນບໍຣິສັດຂອງຍິ່ປຸ່ນ. ສຳລັບພວກທີ່ບໍ່ໂຊກດີ ທາງການຄາດຄະເນວ່າ GM ຈະຕັດແຮງງານອອກ ເຖິງ ໒໐.໐໐໐ ຄົນ. ຖ້າບວກໃສ່ບັນດາຄົນງານ ຈາກບໍຣິສັດຜລິດເຄື່ອງອະໄຣ ແລະບໍຣິສັດຂາຍຣົຖໃຫ້ GM ແລ້ວຄົນຈະຕົກງານ ກາຍແສນຄົນພາຍໃນປີນີ້ ແລະປີ ໒໐໑໐.

ສຳລັບພວກທີ່ໄປບຳນານ ປະມານ ສີ່ແສນຄົນ ພ້ອມດວ້ຍຄອບຄົວ ທີ່ໄດ້ຮັບສວັດດີການຈາກ GM ນັ້ນ, ສວັດດີການແຕ່ລະເດືອນ ຈະໄດ້ຖືກຕັດລົງ ໄປຄ່ຽງຄູ່ກັນ ເພາະວ່າ ມີຄົນເຮັດວຽກ ພາຍໃນ UAW ພຽງ ໕໔.໐໐໐ ຄົນເທົ່ານັ້ນ ທີ່ມາລ້ຽງຄົນກິນບຳນານ ຕັ້ງ ໔໐໐.໐໐໐ຄົນ. ແຕ່ດຽວນີ້ ພວກນີ້ຍັງບໍ່ທັນໄດ້ຮັບ ຜົນສະທ້ອນຫຍັງເທື່ອ.

ໂສມຫນ້າໄຫມ່ຂອງ GM ຈະເປັນແນວໃດ?

ຣັຖບານໂອບາມາ ຈະມາເປັນຜູ່ຖືຫຸ້ນໃຫຍ່ທີ່ສຸດ ໖໐%ໂດບການທຸ້ມເງິນເຂົ້າ GM ຈົນເຖິງ ໕໐ ພັນລ້ານໂດລາ ນອກນັ້ນ ທາງຣັຖບານ ການາດາ ຈະເປັນເຈົ້າຂອງນຳ ໑໒% ສະຫະພັນUAW ຈະມີຫຸ້ນສ່ວນນຳອີກ ໑໐% ແລະພວກເຈົ້າຫນີ້ເກົ່າທັງຫລາຍ ຕົກລົງມາເປັນເຈົ້າຫຸ້ນນຳ ໑໐%.

ທາງຜູ່ກ່ຽວຂ້ອງນຳເຣື່ອງນີ້ ກ່າວວ່າ ບໍຣິສັດ GM ທີ່ກຳລັງລອກຄາບໃຫມ່ນີ້ ຈະພົ້ນອອກຈາກການດູແລຈາກສານ ແລະ ຈະອອກມາປາກົດຕົວ ໃນ
ຮູບໃຫມ່ ພາຍໃນ ໓໐ ຫາ ໖໐ ວັນຂ້າງຫນ້ານີ້. ບໍຣິສັດໃຫມ່ນີ້ ຈະມີປະສິດທິພາບກວ່າເກົ່າ ແຕ່ຍັງໃຊ້ຄນະຜູ່ຈັດການ ທິມເກົ່າຢູ ແລະສະຫະພັນແຮງງານກຸ່ມເກົ່າຢູ່.

ຫລາຍໆຄົນຍັງຈັບຕາ ເບິ່ງຢູ່ວ່າເງິນພາສີທີ່ຣັຖເອົາໄປລົງນຳ GM ນີ້ຈະເປັນຫມາກຜົນບໍ່ ຫລືຈະເສັຍຖິ້ມໄປລ້າໆ. ທຸກໆຄົນກໍຫວັງຢ່າງຍິ່ງ ວ່າ GMໃຫມ່ ຈະພົບຄວາມສຳເຣັດ ເພາະບັນຫາຂອງGM ເກືອບວ່າເປັນເງົາ ຂອງປະເທດອະເມຣິກາ ໃນປັດຈຸບັນ.

ຈົບ

1 comments:

omphien said...

ຣາຍງານຂ່າວຄືບຫນ້າ...ທ່ານ Edward E. Whitacre Jr ຈະເຂົ້າມາຮັບຫນ້າທີ່ເປັນ ປະທານສະພາຊີ້ນຳຂອງGM ເມື່ອໃດGMອອກຈາກ ການດູແລຂອງສານ. ທ່ານຜູ່ນີ້ ເຄີຍເປັນປະທານສູງສຸດ ຂອງບໍຣິສັດໂທຣະສັບຍັກໃຫຍ່ AT&T ເລີ້ມແຕ່ປິ ໑໙໙໐ ຈົນເຖິງປີ ໒໐໐໗.

ເຊີນຕິດຕາມຣາຍຣະອຽດໄດ້ທີ່:
http://tinyurl.com/kompof

Post a Comment