Saturday, June 13, 2009

Weekly Review # 21, 2009

ປະຕິຮູບ ສາທາຣະນະສຸກ ໃນອະເມຣິກາ
______________________________________________________________________
ບົດຄວາມ
ການປະຕິຮູບ ຣະບົບສາທາຣະນະສຸກ (Health Care Reform)
ໂດຍ ໂອ່ມຜຽງ

ທ່ານໂອບາມາ ຈະສ້າງປະວັດສາດ ອັນຍິ່ງໃຫຍ່ໃຫ້ແກ່ທ່ານ ແລະອະເມຣິກາ ຖ້າທ່ານສາມາດປະຕິຮູບ ຣະບົບສາທາຣະນະສຸກ ຂອງສະຫະຣັຖ ອະເມຣິກາ ໄດ້ຢ່າງແທ້ຈິງ. ນີ້ຄືຫາງສຽງສ່ວນຫລາຍ ຂອງຊາວອະເມຣິກັນ.

ແຕ່ບັນຫາມີຢູ່ວ່າ ທ່ານຈະເຮັດໄດ້ສຳເຣັດບໍ່? ຖ້າສຳເຣັດນັ້ນ ທ່ານຈະສຳເຣັດເຖິງຂັ້ນໃດ?

ໃຜໆກໍຮັບຮູ້ນຳກັນແລ້ວວ່າ ຣະບົບສາທາຣະນະສຸກ ທີ່ໃຊ້ກັນຢູ່ໃນອະເມຣິກາທຸກໆມື້ນີ້ ຂາດຄວາມເປັນທັມ ຂາດຄວາມສເມີພາບ ຂາດປະສິດທິພາບ ແລະບໍ່ເຫມາະສົມນຳ ຖານະເປັນປະເທດມະຫາອຳນາດ.

ດຽວນີ້ ປະຊາຊົນອະເມຣິກາ ເຖິງ ໔໘ ລ້ານຄົນບໍ່ມີປະກັນພັຍ ດູແລສຸຂພາບ. ຮ້າຍກວ່າໄປກວ່ານັ້ນ ຫລາຍແຫລ່ງຂ່າວ ແລະຫລາຍນັກຊ່ຽວຊານ ຄາດວ່າທ້າຍປີ ໒໐໐໙ ຄອບຄົວຊົນຊັ້ນປານກາງ ອະເມຣິກັນເກີນກວ່າ ໒ ລ້ານຄົນ ຕ້ອງປະກາດສລາຍຕົວ (Personal bankruptcy) ຍ້ອນບັນຫາປິ່ນປົວສຸຂພາບ ແລະຍ້ອນອັກະວິດເສຖກິດ.

ສິ່ງທີ່ພາໃຫ້ປະຊາຊົນບໍ່ພໍໃຈຫລາຍ ແມ່ນອະເມຣິກາທຸ້ມເງິນເຂົ້າໃສ່ງົບປະມານສາທາ ຫລາຍກວ່າຫມູ່ ໃນບັນດາ ປະເທດປະເທດພັທນາດ້ວຍກັນ ແຕ່ຖ້າເວົ້າເຖິງ ຄຸນນະພາບຂອງ ຣະບົບສາທາອະເມຣິກາຕົກຢູ່ໃນອັນດັບທີ່ ໓໗ຂອງໂລກ ໃນບັນດາທັງມວນ ໑໙໔ ປະເທດ ອີງຕາມສະຖິຕິຂອງ ອົງການສາທາໂລກ (World Health Organization).

ໃນປີ ໒໐໐໗ ງົບສາທາຂອງອະເມຣິກາ ກວມເຖິງ ໑໗%ຂອງ GDP ຫລື $໒.໔ ໂກດ (trillions) ໂດລາ ຊຶ່ງສະເລັຍແລ້ວ ຕົກເປັນ $໗.໙໐໐ ໂດລາ ຕໍ່ຫົວຄົນ. ຖ້າທຽບໃສ່ ປະເທດ ສວິດຊະແລນ ງົບສາທາຂ້າເຈົ້າ ກວມ ໑໐.໙% ຂອງ GDP, ເຍັຽຣະມັນ ໑໐.໗ %, ການາດາ ໙. ໗% ແລະຝັ່ຣງ ໙.໕% ເທົ່ານັ້ນ ອີງຕາມຂໍ້ມູນຂອງ OECD ( Organization for Economic Cooperation and Development).

ຖ້າຣະບົບດັ່ງກ່າວ ຂາດປະສິດທິພາບ ເຖິງຂັ້ນນີ້ ເປັນຫຍັງ ຣະບົບນີ້ບໍ່ມີການປ່ຽນແປງ?

ໃນສມັຍປະທານ ກລິນເຕິນ ທ່ານນາງກລິນເຕິນ ໄດ້ພຍາຍາມໃຫ້ມີການປະຕິຮູບຣະບົບສາທາ ແຕ່ກໍປະສົບການຫລົ້ມເຫລວ. ແຕ່ນັ້ນມາ ບໍ່ໄດ້ມີໃຜກ້າເອົາເຣື່ອງນີ້ຂຶ້ນມາເວົ້າ ເພາະວ່າອຳນາດ ຂອງທຸຣະກິດທີ່ມີຜົນປະໂຍດນຳ ອຸດສາຫະກັມ ສາທານີ້ແຂງຫລາຍ. ຖ້ານັກການເມືອງຜູ່ໃດ ກ້າຍົກເຣື່ອງການປະຕິຮູບນີ້ຂຶ້ນມາ ນັກການເມືອງຜູ່ນັ້ນຫມົດອະນາຄົດ.

ທ່ານໂອບາມາເປັນຄົນແຣກ ທີ່ກ້າຍົກເຣື່ອງນີ້ຂຶ້ນມາອີກ ເລີ້ມແຕ່ທ່ານໄດ້ເຂົ້າຮັບຫນ້າທີ່ ເປັນປະທານະທິບໍດີ. ໃນແວບໄຊຍຂອງທ່ານ ທ່ານໄດ້ກ່າວວ່າ " ພວກເຮົາຕ້ອງໄດ້ປົວແປງ ຣະບົບສາທາຣະນະສຸກ ທີ່ແຕກຫັກ ແລະເຮັດໃນສິ່ງທີ່ຖືກຕ້ອງ ແກ່ອະເມຣິກາ ແລະຟື້ນຟຸເສຖກິດພວກເຮົາ-- ດຽວນີ້ທັງພາກສ່ວນບຸກຄົນ ແລະທັງພາກສ່ວນທຸຣະກິດ ບໍ່ສາມາດ ທີ່ຈະຄ້ຳການສົດໃຊ້ຣາຄາທີ່ສູງເກີນຄວນ ຂອງການດູແລສຸຂພາບແບບນີ້ ຕໍ່ໄປອີກ ແລະປະຊາຊົນ ອະເມຣິກັນ ຫລາຍລ້ານຄົນບໍ່ມີປະກັນໄພຍ ດູແລສຸຂພາບເລີຍ. ປະກັນໄພຍ ດູແລສຸຂພາບ ຕ້ອງນຳຜົນປະໂຍດມາໃຫ້ປະຊາຊົນ ແລະທຸຣະກິດ ບໍ່ແມ່ນແຕ່ນຳຜົນປະໂຍດ ມາໃຫ້ບໍຣິສັດປະກັນໄພຍ ແລະບໍຣິສັດ ຜລິດຢາ."

ໃນວິທີການປະຕິຮູບຄັ້ງນີ້ ທ່ານໃຊ້ຍຸທວິທີແຕກຕ່າງກັນກັບ ທ່ານນາງກລິນເຕິນໃຊ້ ໃນສມັຍເກືອບ ຊາວປີຫລັງ ຊຶ່ງປະກອບນະໂຍບາຍການປະຕິຮູບ ຈາກທຳນຽບຂາວ ແລ້ວບົ່ງຊີ້ ແລະສົ່ງລົງໃຫ້ສະພາ ພາກັນເປັນຜູ່ຮັບເອົາ. ຄັ້ງນີ້ ທ່ານໂອບາມາ ໄດ້ເຮັດແບບກົງກັນຂ້າມ. ທ່ານໄດ້ ມອບຫມາຍໃຫ້ທາງສະພາສູງ ແລະ ສະພາຕ່ຳເ ເປັນ ຜູ່ຄົ້ນຄວ້າແຜນການ ແລະສເນີຣາຍຣະອຽດຕ່າງໆຂຶ້ນມາ ຫາທຳນຽບຂາວ ວ່າຈະປະຕິຮູບແບບໃດ. ທາງທ່ານໂອບາມາ ມີແຕ່ເວົ້າເຖິງ ເປົ້າຫມາຍຂອງທ່ານ ວ່າທ່ານຢາກໃຫ້ປະຊາຊົນອະເມຣິກັນທຸກໆຄົນ ໄດ້ຮັບການດູແລ ສຸຂພາບໃນຣາຄາ ທີ່ເຫມາະສົມ ແລະຖືກກວ່າຣາຄາໃນທຸກມື້ນີ້.

ມາຮອດທຸກມື້ນີ້ ມີຫລາຍແຜນການ ທີ່ສະພາສູງ ສະພາຕ່ຳ ເອົາອອກມາຖົກຖຽງກັນ ວ່າຄວນຈະປະຕິຮູບແບບໃດ. ທ່ານໂອບາມາເອງ ໄດ້ ກ່າວວ່າ ການປະຕິຮູບຄັ້ງນີ້ ຕ້ອງມີ ແຜນປະກັນໄພບດູແລຂອງຫລວງ (Public option) ແທນທີ່ ຈະຮັກສາຮູບເດີມ ທີ່ປ່ອຍໃຫ້ທາງປະກັນໄພຍ ເອກະຊົນເທົ່ານັ້ນ ທີ່ມີສິດຜູກຂາດຝ່າຍດຽວ. ຄຳສເນີດັ່ງກ່າວນີ້ ພາໃຫ້ ທາງບໍຣິສັດປະກັນໄພຍ, ບໍຣິສັດຜລິດຢາ, ສະມາຄົມແພທ ແລະພັກ ຣິປະບລິກັນ ຂັດຄ້ານຢ່າງຫນັກ ເພາະມັນແຕະຕ້ອງ ເຖິງຜົນປະໂຍດສ່ວນຕົວຂອງພາກສ່ວນນີ້.

ເຫດຜົນຂັດຄ້ານທີ່ອ້າງອີງອອກມາ ວ່າຖ້າຣັຖເຂົ້າມາແຂ່ງນຳເອກະຊົນ ເອກະຊົນຈະເປັນຜູ່ເສັບປຽບ ບາງຄົນກ່າວວ່າ ຖ້າຣັຖເຂົ້າມາ ຄຸນນະພາບຂອງການດູແລສຸຂພາບຈະຕົກຕ່ຳລົງ ບາງຄົນກ່າວວ່າ ການປະຕິຮູບແບບນີ້ຈະພາ ໃຫ້ຣະບົບສາທາໃຫມ່ນີ້ ເປັນຣະບົບສັງຄົມນິຍົມ. ສຽງເຫລົ່ານີ້ ດັ່ງກ້ອງໄປທົ່ວສື່ສານມວນຊົນໃນອະເມຣິກາ ແລະທຸກຈອກແຈ.

ຕໍ່ຂ່າວລືດັ່ງກ່າວນີ້ ທ່ານໂອບາມາ ອອກມາກ່າວວ່າ ມັນບໍ່ເປັນຄວາມຈິງ. ໃນທັສນະຂອງທ່ານ ທ່ານວ່າ ແຜນປະກັນໄພບດູແລຂອງຫລວງ ບໍ່ໄດ້ກີດກັນທຸຣະກິດຂອງປະກັນໄພຍເອກະຊົນເລີຍ. ຖ້າຜູ່ໃດຢາກໃຊ້ຣະບົບເກົ່າທີ່ຕົວເອງມີຢູ່ ຜູ່ນັ້ນມີສິດໃຊ້ຕໍ່ໄປ ແຕ່ຖ້າຜູ່ໃດບໍ່ມັກຣະບົບເອກະຊົນ ຜູ່ນັ້ນຄວນຈະມີທາງເລືອກ ມາໃຊ້ຣະບົບຂອງຫລວງ. ຣະບົບຂອງຫລວງນີ້ ມີຈຸດປະສົງ ຢາກເປີດກວ້າງການດູແລສຸຂພາບ ທີ່ມີຄຸນນະພາບ ໃຫ້ຊາວອະເມຣິກັນຫມົດທຸກຄົນ.

ເນື່ອງຈາກວ່າ ການປ່ຽນຄັ້ງນີ້ ຈະເປັນການປ່ຽນແປງຄັ້ງໃຫຍ່ໃນປະວັດສາດ ຂອງອະເມຣິກາ. ຕ່າງກຸ່ມຈະຕໍ່ສູ້ກັນຢາກຫນັກ. ປັດຈຸບັນນີ້ ທີ່ສະພາສູງແລະສະພາຕ່ຳ ພັກເດໂມແກຣດສ່ວນຫລາຍແລ້ວ ຕ້ອງການໃຫ້ມີ ແຜນປະກັນໄພຍຂອງຣັຖ ມາຕື່ມອີກ ທາງພັກເຣປະບລີກັນບໍ່ຢາກໃຫ້ມີ ເພາະວ່າມັນແພງໂພດ. ບາງກຸ່ມສເນີ ຢາກ ໃຫ້ມີປະກັນໄພຍແບບດຽວ (Single Payer) ເທົ່ານັ້ນ. ຜົນອອກມາແນວໃດ ຈະມີຜົນສະທ້ອນ ຕໍ່ຊາວອະເມຣິກັນເຮົາ ຢ່າງຫລວງຫລາຍ ທັງດ້ານສວັດດີການ ແລະທາງດ້ານເສຖກິດ.

ສນັ້ນຖ້າທ່ານຜູ່ອ່ານ ຜູ່ໃດຢາກປະກອບ ຄວາມຄິດຄວາມເຫັນໃນເຣື່ອງນີ້ ທ່ານສາມາດໂທຣະສັບ ຫລືຕິດຕໍ່ ໄປຫາສະມາຊິກ ສະພາສູງ ແລະສະພາຕ່ຳໄດ້ ດຽວນີ້ເລີຍ. ໃນຣະບົບປະຊາທິປະໄຕ ສຽງຂອງທ່ານແຕ່ລະສຽງມີ ນ້ຳຫນັກ.

ຂ້າງລຸ່ມນີ້ ຄື ແວບໄຊຍຕ່າງໆ ທີ່ທ່ານສາມາດໃຊ້ເພື່ອ ອອກສຽງແລະຄວາມຄິດຄວາມເຫັນຂອງທ່ານ.
http://npalliance.org/
http://www.pnhp.org/
http://www.calnurses.org/

ຫລືທ່ານມີຄວາມຄິດຄວາມເຫັນ ຢາກສົນທະນາ ຂໍຮຽກເຊີນທ່ານຂຽນລົງໃສ່ ກະດານ Comments ຂ້າງລຸ່ມໄດ້ເລີຍ.

ຖ້າມີຂ່າວຄືບຫນ້າຫຍັງ ກ່ຽວກັບ ບົດຄວາມ ນີ້ ທາງ onelao.com ຈະຣາຍງານ ທ່ານຜູ່ອ່ານຕໍ່ໄປ.

ນອກນັ້ນ onelao.com ເຮົາໄດ້ ເອົາ Twitter Updated ເຂົ້າມາເສີມໄສ່ ບລອກພວກເຮົາອີກ ເພື່ອໃຫ້ທ່ານຜູ່ອ່ານມີໂອກາດ ຕິດຕາມຂ່າວຕ່າງໆທີ່ຫນ້າສົນໄຈ ພາຍໃນສັປດາ.

ຂອບໃຈ ທີ່ທ່ານເຂົ້າມາອ່ານ.

ຈົບ

0 comments:

Post a Comment