______________________________________________________________________
ບົດຄວາມ
ສະຖິຕິ ທີ່ເສົ້າໃຈ
ໂດຍ ໂອ່ມຜຽງ
ຫວ່າງສອງ ສາມປີຫລັງທີ່ຜ່ານ ມີຫມູ່ຜູ່ນຶ່ງເຮັດວຽກນຳກັນ ຈົ່ມວ່າ ລາວເບື່ອວຽກຫລາຍແລ້ວ ແຕ່ວ່າລາວໂຊກດີ ເພາະວ່າລາວຈະອອກໄປບຳນານ ພາຍໃນໄວໆນີ້. ແຕ່ເທົ້າທຸກມື້ນີ້ ຂ້ອຍຍັງເຫັນລາວແບກກັບເຂົ້າສວາຍ ມານັ່ງກິນເຂົ້ານຳຂ້ອຍ ຢູ່ກ້ອງຕົ້ນໄມ້ຢູ່ທຸກໆມື້.
ມື້ນຶ່ງ ຂ້ອຍເລີຍສວຍໂອກາດ ຖາມລາວ ວ່າ "ຕູ້ຍາມໃດຈະໄປບຳນານ?"
ເພິ່ນຕອບ ມາວ່າ "ໂອຍ ຄືເຈົ້າຮູ້ຫັ້ນແລ້ວ ຂ້ອຍວ່າ ຂ້ອຍຈະໄປປີນີ້ ແຕ່ມັນບໍ່ເປັນຈັ່ງບຸນ ສອງ ສາມປີຫລັງນີ້ ຂ້ອຍເອົາເງິນໄປ ຊື້ເຮືອນໃຫມ່ ຕັ້ງສອງຫລັງ ຢູ່ແຖວ ເຕມະກູລາ. ຄຶດວ່າມັນຂຶ້ນ ແລ້ວຈະຂາຍເອົາກຳໄຣ ມາເປັນທຶນສົມທົບ ອັດຕາເບັ້ຍບຳນານອີກ. ແຕ່ບໍ່ເປັນຈັ່ງບຸນ ຕລາດມັນເປັນຈັ່ງຊີ້ ຂ້ອຍເລີຍຖິ້ມບ້ານ ທັງສອງຫລັງນັ້ນຊ້ຳ. ມັນກໍຈຳເປັນ ແບກຈ໊ອບຕໍ່ໄປ ແບບນີ້ແລ້ວ ພໍ່ອາວເອີຍ".
ຂ້ອຍແລ້ວຖາມຕໍ່ໄປ " ຄັນຊັ້ນເງິນ ບຳນານ ໂຊໂຊ (Social Security) ເດ? "
ຕູ້ຕອບວ່າ "ຂ້ອຍໄປກວດເບິ່ງແລ້ວ ມັນບໍ່ພໍ ຖ້າຂ້ອຍຢາກ ອອກບຳນານອາຍຸ 62ປີ. ດຽວນີ້ຍັງຕ້ອງຈ່າຍຄ່າບ້ານຂ້ອຍຢູ່ ທຸກມື້ນີ້ຢູ່"
"ອ໋າວ! ເທື່ອແລ້ວເຈົ້າເວົ້ານຳຂ້ອຍວ່າ ເຈົ້າ ເປອົຟ (paid-off) ຫມົດແລ້ວບ້ານຫລັງນີ້..." ຂ້ອຍທ້ວງລາວ
"ມັນກໍຈ່າຍເກືອບຫມົດແລ້ວ ແຕ່ລູກຊາຍຊວນຂ້ອຍໄປ ຣີຟາຍນັງ(refinance) ໃຫມ່ ແລ້ວເອົາເງິນ ເອກວາຕີ (Equity) ໄປລົງທຶນຊື້ບ້ານ ສອງຫລັງ ຢູ່ ເຕມະກູລາຫັ້ນແລ້ວ. ເອົາອອກມາເປັນ ຕັ້ງສອງແສນ ເພື່ອເອົາໄປ ດາວ ບ້ານທັງສອງຫລັງ. ບາດປ່ອຍບ້ານແລ້ວ ມັນກໍຕົກນ້ຳໄຫລຄື ພວກເຮົາຮູ້ກັນນີ້ແລ້ວ. ເວົ້າມາແລ້ວ ຍັງເສັຍໃຈຢູ່ທຸກມື້ນີ້." ລາວທັງເວົ້າທັງແກວ່ງຫົວ.
"ຖືວ່າມັນຊວຍກໍແລ້ວກັນ ຕູ້ເອີຍ. ເປັນນຳກັນທັງບ້ານທັງເມືອງ. ຢ່າງນ້ອຍພວກເຮົາ ຍັງມີວຽກມີການຢູ່ " ຂ້ອຍປອບໃຈລາວ
"ເອົາແຕ່ເວນແຕ່ກັມວ່າແລ້ວເຣື່ອງນີ້... ແມ່ນຄວາມເຈົ້າ ພໍ່ອາວເອີຍ ຢ່າງນ້ອຍພວກເຮົາຍັງມີການເຮັດຢູ່. ຫລາຍໆຄົນຍັງລຳບາກ ຫລາຍກວ່າເຮົາ ຜູ່ທີ່ປະກາດ ແບ໋ງກໍຣັບຊີ ກໍເຕັມໄປຫມົດ. "
ເຣື່ອງແບບນີ້ກາຍເປັນເຣື່ອງທີ່ ພວກເຮົາມັກຈະໄດ້ຍິນເລື້ອຍໆ. ຜົນສະທ້ອນ ຂອງອັກວິດເສຖກິດຄັ້ງນີ້ ມັນບໍ່ແມ່ນຂອງທຳມະດາ. ທຶນຮອນທີ່ສະສົມໄວ້ ຫາຍໄປໄດ້ຢ່າງໄວວາ ແບບບໍ່ຄາດຝັນ.
ຖ້າຫາກໃຜເດີນທາງຜິດ ແລະຕັດສິນໃຈພາດ ຜູ່ນັ້ນກາຍເປັນສະຖິຕິເສົ້າຫມອງໄປ. ສນັ້ນ ພວກເຮົາມີຫຍັງກໍ ຊ່ວຍແບ່ງປັນກັນ ຕາມຄວາມສາມາດ ໃນຍາມຂັດສົນນີ້.
ຈົບ

2 comments: