ຜູ່ນຳ ບຣາຊີນ ຣັດເຊັຍ ຈີນ ແລະອິນເດັຍຈັບມືກັນ ໃນກອງປະຊຸມ ປະເທດ "ບຣິກ" ຄັ້ງແຣກ ທີ່ຣັດເຊັຍບົດຄວາມ
"ບຣິກ" (BRIC) ຢາກ ເບັ່ງກ້າມ
ໂດຍ ໂອ່ມຜຽງ
ໃນທ້າຍອາທິດທີ່ຜ່ານມາ ບັນດາປະເທດເສຖກິດຟື້ນຟູໃຫມ່ "ບຣິກ" BRIC ( Brazil Russia India China) ໄດ້ເຂົ້າຮ່ວມກອງປະຊຸມG8 ທີ່ປະເທດອິຕາລີອີກ ຢ່າງເປັນທາງການ. ການເຂົ້າຮ່ວມກອງປະຊຸມ ຂອງບັນດາປະເທດກຸ່ມປະເທດ "ບຣິກ" ຄັ້ງນີ້ ແຕກຕ່າງໃນຄັ້ງທີ່ຜ່ານມາ ເພາະວ່າພວກເພິ່ນໄດ້ສະແດງ ທ່າທີອອກມາວ່າ ພວກເພິ່ນເອງມີນ້ຳຫນັກທາງເສຖກິດ ຄຽງບ່າຄຽງໄລ່ກັບ ບັນດາ ກຸ່ມປະເທດຕາເວັນຕົກ ທີ່ຮັ່ງມີ.
ທາງປະເທດ "ບຣິກ"ຢາກໃຫ້ ຣະບົບການເງິນຕຣາໂລກ ມີການປ່ຽນແປງ ໂດຍສະເພາະແມ່ນ ຮຽກຮ້ອງໃຫ້ ເອົາເງິນປະເພດອື່ນມາແທນ ເງິນໂດລາ ສຳລັບເງິນສຳລອງຂອງໂລກ ຄືດັ່ງ ທີ່ໄດ້ຣາຍງານໄປໃນບົດຄວາມ ຂອງ ບລອກເຮົາໃນສບັບທີ່ຜ່ານມາ. ນອກຈາກຮຽກຮ້ອງແລ້ວ ຈີນເອງຍັງວາງນະໂຍບາຍ ສົ່ງເສີມການໃຊ້ນັກທຸຣະກິດຈີນ ໃຊ້ເງິນ ຢວນ ມາເປັນພາຫະນະການຄ້າຕ່າງປະເທດ. ມາເວົ້າເຖິງເຣື່ອງສະພາບແວດລ້ອມ ທາງ ປະເທດ "ບຣິກ"ໄດ້ຂັດຄ້ານ ຕໍ່ຂໍ້ສເນີ ຫລຸດຜ່ອນຄວານພິດ ກາກບອນ ຈາກບັນດາປະເທດຕາເວັນຕົກ. ເວົ້າລວມແລ້ວ ປັດຈຸບັນນີ້ ທາງປະເທດ ບຣິກນີ້ຢາກມີບົດບາດ ແລະມີປາກມີສຽງຂຶ້ນຕື່ມອີກ ໃນການດຳເນີນທິດທາງ ຂອງເສຖກິດໂລກ.
ສາເຫດທີ່ໃຫ້ບັນດາ ກຸ່ມປະເທດ "ບຣິກ" ປາກົດຢາກເບັ່ງກ້າມຕົວເອງຂຶ້ນມາ ມາຈາກອັກວິດເສຖກິດໂລກ ທີ່ພາໃຫ້ບັນດາ ປະເທດເສດຖີເກົ່າ ໃນຄ້າຍຕາວັນຕົກ ປາກົດອ່ອນເພັຍລົງ ໂດຍສະເພາະທາງດ້ານຜົລອອກການຜລິດ. ພາຍໃນປີ ໒໐໐໘ ເອງ GDP ຂອງອິນເດັຍຂຍາຍຕົວ ໖.໗% ຣັດເຊັຍ ໘.໑% ບຣາຊິນ ໕.໐໘% ແລະຈີນ ໙% ຖ້າທຽບໃສ່ ສຫຣແລ້ວ GDP ຂອງ ສຫຣ ໄດ້ຮົດຕົວລົງ -໖.໓%. ທາງ IMF ເອງໄດ້ກະຕວງວ່າ ພາຍໃນປີ ໒໐໐໙ ນີ້ GDP ທີ່ຂຍາຍຕົວ ຈະເກີດຂຶ້ນ ຢູ່ອິນເດັຍ ປະມານ ໔.໕% ແລະຢູ່ຈີນ ໖.໕% ສ່ວນຢູ່ໃນອະເມຣິກາ GDP ຈະຮົດຕົວລົງ -໒.໘% ແລະເສຖກິດໃນເອີຣົບ ຈະຮົດຕົວລົງຕື່ມອີກ ປະມານ -໔.໒%.
ນັກຊ່ຽວຊານທາງດ້ານເສຖກິດຫລາຍທ່ານ ໃຫ້ຄວາມເຫັນວ່າ ຫົວລາງຣົດໄຟ ທີ່ຈະແກ່ດຶງເສຖກິດໂລກ ອອກຈາກການຮົດຕົວ ຂອງເສຖກິດທີ່ປັ່ນປ່ວນໂລກຄັ້ງນີ້ ອາດຈະບໍ່ແມ່ນຫົວຣົດໄຟ ຂອງ ສຫຣ ຫລືຈາກບັນດາສະຫະພັນ ເອີຣົບ ຄືດັ່ງທີ່ເຄີຍເປັນມາແຕ່ກ່ອນ ເພາະວ່າ ພວກນີ້ຫມົດແຮງແລ້ວ. ພວກຂ້າເຈົ້າ ໃຫ້ຄວາມເຫັນຕໍ່ໄປວ່າ ຫົວຣົດໄຟໃຫມ່ ຄົງຈະມາຈາກ ບັນດາກຸ່ມເສຖກິດໃຫມ່ "ບຣິກ " ໂດຍມີປະເທດຈີນ ເປັນຜູ່ນຳຫນ້າ.
ຖ້າຫລຽວຫລັງເບິ່ງແລ້ວ ປະເທດຮັ່ງມີເຫລົ່ານີ້ ໄດ້ຄຸມເກມເສຖກິດໂລກແທ້ ມາແຕ່ໃນປີ ໑໙໔໕ ຫລັງຈາກສົງຄາມໂລກຄັ້ງທີ່ສອງສິ້ນສຸດລົງ. ເທົ່າທຸກມື້ນີ້ ບົດບາດທາງດ້ານເສຖກິດ ແລະທາງດ້ານການເມືອງ ຂອງກຸ່ມມະຫາອຳນາດນີ້ ຍັງເຂັ້ມແຂງຢູ່ ເຖິງວ່າສະພາບອັກວິດໂລກໃນປັດຈຸບັນ ອາດຈະພາໃຫ້ຫລາຍຄົນ ສົງສັຍວ່າກຳລັງຂອງ ກຸ່ມປະເທດນີ້ອາດຈະຫລຸດນ້ອຍ ຖອຍລົງ.
ແຕ່ວ່າມັນຈະເປັນໄປໄດ້ບໍ່ທີ່ ທາງປະເທດຕາເວັນຕົກຈະແກ້ໄຂບັນຕົວເອງບໍ່ຕົກ? ແລະທາງປະເທດ "ບຣິກ" ມີນ້ຳຫນັກພຽງພໍແທ້ບໍ່ ທີ່ຈະຍາດເອົາບົດບາດໃຫມ່ນີ້?
ພວກເຮົາລອງມາສົມທຽບ ສະຖິຕິຕົວເລກການຜລິດທັງຫມົດ ຫລື GDPປະຈຳປີ ຂອງອະເມຣິກາໃສ່ກັບບັນດາປະເທດ "ບຣິກ"ເບິ່ງ ເພື່ອເປີດກວ້າງທັສນະ ແລະຂຍາຍຄວາມເຂົ້າໃຈຕື່ມອີກ. ອະເມຣິກາມີ GDP ໑໔ ຕື້ (trillions) ຕໍ່ປີ ບຣາຊີນ ຜລິດອອກໄດ້ ໑.໙ ຕື້ ຣັດເຊັຍ ໒ ຕື້ ອິນເດັຍ ໑.໒ ຕື້ ແລະຈີນຜລິດໄດ້ ໔.໓ ຕື້ຕໍ່ປີ. ຖ້າມາໄລ່ຮ່ວມການຜລິດ ທັງ໔ ປະເທດເບິ່ງແລ້ວ ໄດ້ພຽງແຕ່ ສອງສ່ວນສາມ ຂອງການຜລິດອະເມຣິກາເທົ່ານັ້ນ.
ເມື່ອມາສົມທຽບໄສ່ການຜລິດຕໍ່ຫົວຄົນ ຫລື GDP per capita ແລ້ວແຮງເຂີນກັນໃຫຍ່. ອະເມຣິກາຜູ່ນຶ່ງ ສາມາດມີການຜລິດອອກໄດ້ $ ໔໗.໐໐໐ ຕໍ່ປີ ບຣາຊີນ $ ໘.໒໐໐ ຣັດເຊັຍ $ ໑໔.໖໐໐ ອິນເດັຍ $໑.໐໐໐ ແລະຈີນ $ ໓.໒໐໐ ຕໍ່ປີເທົ່ານັ້ນ. ຖ້າເບິ່ງລວມ ການຜລິດຕໍ່ຫົວຄົນໃນອະເມຣິກາ ເກືອບຂຸບເທົ່າການຜລິດຕໍ່ຫົວຄົນທັງ ໔ປະເທດ ຮວມເຂົ້າກັນ.
ຕື່ມເຂົ້າໄປນັ້ນ ຖ້າເຮົາເບິ່ງສະຖິຕິຂອງປະຊາຊົນທີ່ທຸກຍາກ ຂອງປະເທດ "ບຣິກ" ຍິ່ງຫນ້າວິຕົກໄປອີກ. ທະນາຄານໂລກ ປະເມີນວ່າ ອິນເດັຍມີຄົນທຸກເຖິງ ໔໒% ພາຍໃນປະເທດຂອງຕົນ ຈີນມີ ໑໐% ຣັດເຊັຍ ໑໖% ແລະ ບຣາຊີນ ໒໒%. ໃນນິຍາມຂອງທະນາຄານໂລກ ເພິ່ນຣະບຸວ່າ ຄົນທຸກແມ່ນບຸກຄົນທີ່ດຳເນີນຊີວິດ ຕ່ຳກວ່າ $໑.໐໘ ຕໍ່ມື້.
ນອກນັ້ນແລ້ວ ໃນບັນດາປະເທດເຫລົ່ານີ້ ເງື່ອນໄຂແລະໂຄງສ້າງຕ່າງ ທີ່ຈະໃຫ້ປະຊາຊົນທີ່ທຸກຍາກ ທີ່ຈະຍົກຣະດັບຊີວິດຂອງຕົນເອງຂຶ້ນ ຍັງຂາດເຂີນຢູ່ຫລາຍຢູ່. ຊ້ຳບໍ່ຫນຳ ຣັດເຊັຍ ກັບອິນເດັຍ ຍັງໄດ້ຮັບຄວາມຊ່ວຍເຫລືອ ຈາກ ສຫຣ.
ຖ້າຂໍ້ມູນເປັນຫລັກຖານ ເຖິງຂນາດນີ້ຢູ່ ເປັນຫຍັງປະເທດເຫລົ່ານີ້ ກ້າເບັ່ງກ້າມຕົນເອງ ຈົນເຖິງຂນາດນີ້? ຍ້ອນອະເມຣິກາ ຢືມເງິນພວກນີ້ຫລາຍໂພດບໍ? ຫລືວ່າມີເຫດຜົນອື່ນອີກ?
0 comments:
Post a Comment