Wednesday, July 8, 2009

Weekly Review #24, 2009- ອະນາຄົດ ຂອງເງິນ ໂດລາ

ເງິນໂດລາ ກຳລັງຖືກກົດດັນ ຢ່າງຫນັກຫນ່ວງ______________________________________________________________________
ບົດຄວາມ
ເງິນໂດລາ ຍັງມີອະນາຄົດບໍ່?
ໂດຍ ໂອ່ມຜຽງ

ຈີນວາງນະໂຍບາຍ ປິດລ້ອມເງິນໂດລາ ອີກເທື່ອນຶ້ງ ໂດຍທາງຣັຖບານຈີນຊຸກຍູ້ໃຫ້ ບໍຣິສັດຈີນໃຊ້ເງິນ ຢວນ ເປັນພາຫະນະການແລກປ່ຽນ ສິນຄ້າກັບປະເທດເພື່ອນບ້ານ ເປັນຕົ້ນນຳປະເທດວຽດນາມ ລາວ ມົງໂກລີ ແລະຖັນແຖວ ກຸ່ມປະເທດອາຊຽນ.


ປັດຈຸບັນນີ້
ໃນຂົງເຂດຊາຍແດນ ຣະຫວ່າງວຽດນາມກັບຈີນ ພໍ່ຄ້າຈີນ ຢາກຮັບແຕ່ເງິນຢວນ ຫລາຍກວ່າເງິນໂດລາ ໃນການຊື້ຂາຍສິນຄ້າ ຣະຫວ່າງສອງປະເທດນີ້. ພໍ່ຄ້າວຽດນາມຈະເອົາຫມາກໄມ້ ເປັນຕົ້ນຫມາກລີ້ນຈີ່ມາຂາຍໃຫ້ຈີນ ແລ້ວຊື້ເອົາເຄື່ອງບໍຣິໂພກຕ່າງໆ ນຳເຂົ້າໄປຂາຍໃນວຽດນາມຄືນ. ການແລກປ່ຽນສິນຄ້າດັ່ງກ່າວນີ້ ທາງພໍ່ຄ້າຈະຮຽກເປັນເງິນ ຢວນທັງນັ້ນ ແທນທີ່ຈະເປັນເງິນ $ໂດລາ ຄືດັ່ງທີ່ເຄີຍປະຕິບັດກັນມາ.

ເຫດຜົນອັນທີ່ນຶ່ງ ທີ່ພາໃຫ້ມີການປ່ຽນແປງ ແມ່ນຍ້ອນ ເງິນໂດລາຕົກລາຄາມາຕເລອດ ໃນໄລຍະຫລັງໆນີ້. ເຫດຜົນທີ່ສອງແມ່ນ
ສຳລັບພໍ່ຄ້າຈີນແລ້ວ ຈະບໍ່ຕ້ອງຫຍຸ້ງນຳອັຕຣາ ການແລກປ່ຽນເງິນອີກ ເພາະວ່າຖ້າເງິນໂດລາຕົກ ກຳໄຣຂອງພໍ່ຄ້າກໍຈະຕົກເຫມືອນກັນ ແລະເຫດຜົນທີ່ສາມ ຊຶ່ງເປັນເຫດຜົນທີ່ສຳຄັນ ທາງການຈີນອອກນະໂຍບາຍ ຫລຸດອັຕຣາພາສີ ລົງເຖິງ ໕% ສຳລັບບໍຣິສັດຈີນໃດ ທີ່ໃຊ້ເງິນຢວນ ຄ້າຂາຍກັບຕ່າງປະເທດ.

ທາງນັກທະນາຄານຈີນຄາດວ່າ ການຄ້າຂາຍ ຣະຫວ່າງຈີນກັບຮົ່ງກົງ ຄົງຈະໃຊ້ເງິນຢວນ ເຖິງ໕໐% ຂອງຕົວເລກການຄ້າທັງຫມົດ ພາຍໃນ ໕ປີຂ້າງຫນ້າ. ໃນປີ ໒໐໐໘ ສິນຄ້າທັງຫມົດທີ່ຈີນແລະຮົ່ງກົງແລກປ່ຽນກັນ ມີເຖິງ ໒໐໔ ພັນລ້ານ $ໂດລາ.

ນອກນັ້ນແລ້ວຈີນເລີ້ມຂາຍຊັບສິນທີ່ເປັນເງິນ$ໂດລາ ເປັນຕົ້ນແມ່ນພັນທະບັດຂອງ ສຫຣ ອະເມຣິກາເປັນຈຳນວນ ໔.໔ພັນລ້ານ
ໂດລາ$ ໃນຈຳນວນຫລາຍກວ່າ ໗໖໐ ພັນລ້ານທີ່ຈີນຍັງເກັບກຳໄວ້ ໃນເດືອນມິນາທີ່ຜ່ານມາ. ເຖິງ ໔ ພັນລ້ານ ໂດລາ$ ຈະເປັນຈຳນວນນ້ອຍ ແຕ່ການທີ່ຈີນກະທຳເຊັ່ນນີ້ ເປັນການສົ່ງສັນຍານໃຫ້ອະເມຣິກາອີກເທື່ອນຶ່ງວ່າ ຈີນບໍ່ເຊື່ອຫມັ້ນນຳ ຄຸນຄ່າຂອງເງິນໂດລາ.

ຄຽງຄູ່ກັນນັ້ນ ບັນດາ ປະເທດ ບຣິກ BRIC (Brazil, Russia, India, China) ທີ່ເຂົ້າປະຊຸມກັນໃນຄັ້ງແຣກ ທີ່ຣັຖເຊັຍ ໄດ້ພາກັນອອກສຽງຮ່ວມກັນວ່າ ທາງການຄ້າໂລກຕ້ອງຊອກຫາ ເອົາເງິນປະເພດອື່ນມາເປັນ ພາຫະນະ ແລກປ່ຽນການຄ້າຣະຫວ່າງປະເທດ ແລະເປັນເງິນສຳຣອງ ແທນເງິນໂດລາ. ຈີນເອງເຄີຍໄດ້ສເນີ ເຣື່ອງນີ້ຂຶ້ນມາເທື່ອນຶ່ງແລ້ວ ໃນເດືອນມິນາທີ່ຜ່ານມາ ໂດຍເອົາເງິນ ADR ມາແທນ( ຂພຈ ໄດ້ຣາຍງານຂ່າວນີ້ ໃຫ້ທ່ານຜູ່ອ່ານຟັງ ໃນສບັບທີ່໑໐).

ກ່ອນກອງປະຊຸມ G8ຄັ້ງຫລ້າສຸດ ທີ່ປະເທດອີຕາລີຊຶ່ງກຳລັງດຳເນີນກັນຢູ່ປັດຈຸບັນນີ້ ທາງອິນເດັຍຢ້ຳອີກວ່າ ວ່າທາງຣັຖບານອິນເດັຍ ຄວນຂາຍຊັບສິນພັນທະບັດທີເປັນເງິນໂດລາ$ອອກຕື່ມອີກ ຍ້ອນວ່າທາງອິນເດັຍ ຂາດຄວາມຫມັ້ນໃຈ ນຳເງິນໂດລາເຫມືອນກັນ.

ຕໍ່ການໂຈມຕີໃນທຸກຮອບດ້ານ ທາງຕລາດຫຸ້ນແລະບັນດາເສຖກິດທົ່ວໂລກ ເລີ້ມມີການກັງວົນ ນຳອະນາຄົດ ຂອງເງິນໂດລາ ແລະເສຖກິດຂອງອະເມຣິກາ ທີ່ຍັງບໍ່ໄປບໍ່ມາ. ພາຍໃນສາມເດືອນທີ່ຜ່ານມາ ເງິນໂດລາເອງ ໄດ້ຕົກຣາຄາກາຍ ໑໐% ຈາກ 89 ໃນເດືອນມິນາ ໒໐໐໙ ຈົນເຖິງ ໘໐ ໃນທ້າຍເດືອນມິຖຸນາ ອີງຕາມ ຂໍ້ມູນຂອງ US $ Index. ສະຖິຕິຄົນຫວ່າງງານນັບມື້ນັບທະວີຕົວຂຶ້ນ ເປັນເລກສອງຕົວແລ້ວ. ຣັຖໃຫຍ່ໆເຊັ່ນຣັຖ ຄາລີຟໍເນັຍໄດ້ອອກ IOU ແທນເຊັກ ເພື່ອຈ່າຍໃຫ້ທຸຣະກິດຕ່າງທີ່ຮັບໃຊ້ ຫລືຂາຍເຄື່ອງໃຫ້ຣັຖ.

ທ່ານຄິດວ່າອີກດົນປານໃດ ວ່າເງິນໂດລາ$ ຈະຕົກອັນດັບ ຫລືວ່າຈີນແລະປະເທດ BRIC ພຽງແຕ່ຢາກນາບຂູ່ເງິນໂດລາ ເທົ່ານັ້ນ?


0 comments:

Post a Comment