
______________________________________
ບົດຄວາມ
ທະນາຄານຍັກ ຫນ້າເລືອດ
ໂດຍ ໂອ່ມຜຽງ
ບໍ່ພໍຈັກເທົ່າໃດເດືອນທີ່ຜ່ານມາ ຂ່າວທົ່ວໂລກ ຊ່າລືກັນວ່າ ເສຖກິດໂລກຈະແຕກ ເພາະບັນດາທະນາຄານຍັກ ຢູ່ອະເມຣິກາ ຈະລົ້ມລະລາຍ. ຣັຖບານອະເມຣິກາພາກັນ ຟ້າວເອົາເງິນພາສີ ຂອງປະຊາຊົນ ກວ່າ ໑໐໐ພັນລ້ານໂດລາ ເຂົ້າມາຊ່ວຍ ທະນາຄານພວກນີ້ ເພື່ອກັນຣະບົບການເງິນທົ່ວໂລກ ຈະພັງ.
ບາດມາຮອດອາທິດນີ້ ພວກທະນາຄານທັງຫລາຍນີ້ ປະກາດວ່າທະນາຄານຕົນເອງ ມີຜົລກຳໄຣ ເປັນພັນໆ ລ້ານ ໃນໄຕຣມາດ ທີ່ຜ່ານມາ. Goldman Sachs ໄດ້ກຳໄຣ $ ໓.໔໔ ພັນລ້ານ JP Morgan $໒.໗ ພັນລ້ານ Citibank $໔.໓ ພັນລ້ານ Bank of America $໓.໔ ພັນລ້ານ. ຟັງໄປໃນຮູບນຶ່ງ ຄືວ່າແມ່ນຂ່າວດີ. ທາງ ຕລາດຫຸ້ນ Dow Jones ແລ່ນຂຶ້ນຕັ້ງ ໗% ພາຍໃນອາທິດດຽວ. ຫລາຍໆຄົນກໍພາກັນຕື່ນເຕັ້ນວ່າ ເສຖກິດອະເມຣິກາຄົງຈະເລີ້ມເຊົາ ຮົດຕົວແລ້ວ. ຈະເປັນຄວາມຈິງເທົ່າໃດນັ້ນ ພວກເຮົາຄົງຈະເບິ່ງກັນໄປຕື່ມອີກ.
ຄຽງຄູກັບຂ່າວດີນີ້ ກໍປະກົດວ່າ ຍັງມີແນວຂັດໃຈຫລາຍອັນ ທີ່ຕິດຕາມກັນມາ. ສິ່ງທີ່ພາໃຫ້ປະຊາຊົນ ສະແດງຄວາມບໍ່ພໍໃຈ ຫລາຍທີ່ສຸດ ແມ່ນ ທາງ Goldman Sachs ຈະກຳນົດເອົາເງິນກຳໄຣພວກນີ້ ມາຈ່າຍເງິນ ໂບນັສ ໃຫ້ພນັກງານເພິ່ນ ເກີນກວ່າ ພັນລ້ານ ໂດລາ ພາຍໃນປີນີ້ ຊຶ່ງສະເລັຍແລ້ວ ຕົກເປັນປະມານເກີນ ກວ່າ ໗ ແສນໂດລາ ຕໍ່ຄົນ.
ຕາມທຳມະດາແລ້ວ ທາງ Goldman Sachs ແລະ JP Morgan ຈ່າຍໂບນັສໃຫ້ ພນັກງານ ໃນອັນດັບນີ້ບໍ່ໄດ້ ເພາະພວກນີ້ໄດ້ ຮັບຄວາມຊ່ວຍເຫລືອຈາກຣັຖ. ສນັ້ນແລ້ວ ທັງສອງທະນາຄານ ຈຶ່ງຟ້າວໃຊ້ຫນີ້ ຣັຖບານຄືນແລ້ວ ເດືອນແລ້ວນີ້ ເພື່ອວ່າຕົນຈະມີໂອກາດ ຈ່າຍເງິນໂບນັສໃຫ້ກັນ ໄດ້ຕາມລຳພັງ.
ເມື່ອໃຊ້ຫນີ້ຄືນໄວປານນີ້ ຫລາຍຄົນໄດ້ຕັ້ງຄຳຖາມຄືນວ່າ ເປັນຫຍັງຈຶ່ງມາສົ່ງເງິນຄືນໄວແທ້.ພວກທະນາຄານຫນ້າເລືອດ ຕອບແບບ ເນຣະຄຸນຕໍ່ປະຊາຊົນອະເມຣິກາ ວ່າ ເງິນທີ່ຣັຖເອົາມາຊ່ວຍ ແມ່ນຖືກບັງຄັບຮັບເອົາ ທີ່ຈິງແທ້ ພວກເພິ່ນບໍ່ຕ້ອງການ ຈັກດອນເລີຍ ເພາະວ່າເຂົາມີເງິນສຳລອງໄວ້ພຽງພໍແລ້ວ.
ການກະທຳແບບນີ້ ຂອງ Goldman Sachs ນອກຈາກຈະເປັນ ການກະທຳແບບຫນ້າເລືອດແລ້ວ ຍັງເປັນການຕົບຫນ້າ ປະຊາຊົນ ອະເມຣິກັນໂດຍທົ່ວໄປ ຊຶ່ງພາກັນຕົກງານ ແລະລຳບາກເປັນແຖວ. ສະຖິຕິຈາກກົມແຮງງານ ແຈ້ງອອກມາວ່າ ເປີເຊັນຂອງຄົນຫວ່າງງານ ທົ່ວປະເທດ ຂຶ້ນເຖິງ ໙.໗%. ພາຍໃນຣັຖ ຄາລີຟໍເນັຍ ຄົນຫວ່າງງານ ຖີບຕົວຂຶ້ນເຖິງ ໑໑.໖% ຊຶ່ງເປັນຕົວເລກທີ່ສູງທີ່ສຸດ ພາຍໃນ ໒໖ ປີທີ່ຜ່ານມາ ທາງຣັຖ ມິຊິກັນ ຕົວເລກຄົນຫວ່າງງານ ແລ່ນຂຶ້ນ ເຖິງ ໑໕%.
ຣັຖບານຫລາຍໆຣັຖ ປະເຊີນບັນຫາເຣື່ອງງົບປະມານ ພາຍໃນຣັຖຂອງຕົນເອງ. ບາງຣັຖ ເຊັ່ນຣັຖຄາລີຟໍເນັຍ ຍັງບໍ່ສາມາດ ອອກງົບປະມານຕົນເອງໄດ້ ເພາະວ່າຣາຍໄດ້ພາສີເຂົ້າຣັຖ ກັບຣາຍຈ່າຍບໍ່ສົມດູນກັນ ຈົນເຖິງ ໒໖ ພັນລ້ານໂດລາ.
ນອກຈາກບັນຫາໃນໄລຍະນີ້ແລ້ວ ສິ່ງທີ່ເປັນຫ່ວງຕື່ມອີກ ແມ່ນໃນອະນາຄົດ ເສຖກິດອະເມຣິກາ ຈະບໍ່ພາກັນຖິ້ມແຂ້ວອີກເທື່ອນຶ່ງ ໃນໄວໆອີກບໍ ເມື່ອເບິ່ງພຶດທິກັມຂອງພວກທະນາຄານຍັກນີ້. ຖ້າວ່າພວກນີ້ ຫາກສາມາດໄດ້ກຳໄຣຫລາຍ ແລະໄວແບບນີ້ ພວກເຂົາຕ້ອງພາກັນສ່ຽງຈົນເກີນໄປ ແລະຣະບົບ ກວດກາຣະບົບການຫມູນເງິນ ແລະ ການລົງທຶນຕ່າງໆ ບໍ່ໄດ້ມີຫຍັງປ່ຽນແປງ. ສນັ້ນບໍ່ດົນ ພວກເຮົາຈະເຫັນປະວັດສາດຊ້ຳຮອຍອີກ ເພາະວ່າອັກວິດເສຖກິດ ທຸກມື້ແມ່ນພວກນີ້ເປັນຕົ້ນເຫດ.
ພັກ ເດໂມແກຣດ ກັບໂອບາມາ ອາດຈະເສັຍອຳນາດທາງສະພາ ຄືນໃຫ້ພວກຣີປະບລິແກນອີກ ໃນການເລືອກຕັ້ງປີ ໒໐໑໐ ເຫມືອນກັນກັບຕອນສມັຍກລິນເຕິນເສັຍທ່າ ໃຫ້ພວກ ກິ່ງກຣິສ ໃນປີ ໑໙໙໖ ຖ້າຫາກກົດຫມາຍ ການຄວມຄຸມເງິນ ບໍ່ມີການແກ້ໄຂ ແລະຖ້າບັນຫາຄົນຫວ່າງງານ ແກ້ບໍ່ຕົກ.
ຈົບ
0 comments:
Post a Comment