Saturday, July 25, 2009

Weekly Review #27, 2009- ຄວາມຫວັງ ເຈິ ຄວາມຈິງ

ການປະຕິຮູບສາທາ ຂອງໂອບາມາ ກຳລັງຈັບໄຂ້
__________________________________________________________________
ບົດຄວາມ
ຄວາມຫວັງ ເຈິ ຄວາມຈິງ
ໂດຍ ໂອ່ມຜຽງ

ອາທິດນີ້ ເປັນອາທິດທຳອິດ ທີ່ປະທານໂອບາມາ ພົບອຸປສັກໃຫຍ່ ໃນທ່າມກາງ ການເປັນປະທານະບໍດີ ຂອງທ່ານ.

ແຜນການການປະຕິຮູບສາທາຣະນະສຸກ ( ສາທາ) ທີ່ທ່ານວາງເປົ້າຫມາຍວ່າ ຈະໄດ້ຜ່ານສະພາໃນທ່ານເດືອນ ກໍຣະກະດານີ້ ຖືກເຍື້ອນໄປ ເພາະວ່າທາງສະພາສູງ ບໍ່ສາມາດຕົກລົງກັນໄດ້ເທື່ອ ຍ້ອນວ່າຫລາຍໆ ສມຊ ເປັນຫ່ວງນຳຣາຄາ ຂອງການປະຕິຮູບ ອາດຈະສູງເກີນໄປ ຊຶ່ງຈະມີຜົນສະທ້ອນອັນບໍ່ດີ ໃຫ້ແກ່ເສຖກິດ.

ພວກສມຊ ທີ່ຄັດຄ້ານ ບໍ່ແມ່ນແຕ່ ມາຈາກພັກ ຣີປະບຣິກັນ ແຕ່ພາຍໃນພັກ ເດໂມແກຣດຂອງທ່ານເອງ ຍັງສະແດງຄວາມກັງວົນເຫມືອນກັນ.

ໃນອາທິດທີ່ຜ່ານມານີ້ເອງ ທ່ານໂອບາມາເອງ ຕ້ອງໄດ້ອອກມາຢ້ຳດ້ວຍຕົວເອງ ຕໍ່ມະຫາຊົນ ວ່າ ການປະຕິຮູບສາທາ ຈຳເປັນທີ່ສຸດ ແລະທັງເປັນອົງປະກອບ ອັນສຳຄັນຫລາຍ ຕໍ່ການຟື້ນຟູທາງດ້ານເສຖກິດຂອງ ສຫຣ. ທ່ານກ່າວວ່າ ການປະຕິຮູບອັນຂະຫນານໃຫຍ່ ແບບນີ້ຈະຕ້ອງໄດ້ມີການເສັຍສລະ ຈາກຫລາຍພາກສ່ວນ ເປັນຕົ້ນແມ່ນພາກສ່ວນ ຂອງບໍຣິສັດຜລິດຢາປົວໂຣກ ໂຮງພຍາບານ ທາງປະກັນພັຍ ພນັກງານການແພທ ເຈົ້າຂອງບໍຣິສັດເອກະຊົນ ແລະບຸກຄົນທີ່ມີຣາຍໄດ້ສູງ.

ສ່ວນບັນດາ ພວກຊົນຊັ້ນປານກາງ ອາດຈະໄດ້ເສັຍສະລະເຫມືອນກັນ ແຕ່ທ່ານຮັບປະກັນ ວ່າ ພວກນີ້ ຈະບໍ່ໄດ້ເສັຍພາສີຂຶ້ນຕື່ມອີກ ໃນການປະຕິຮູບຄັ້ງນີ້.

ຕາມປະເພນີແລ້ວ ເດືອນສິງຫາ ແມ່ນສົກພັກຮ້ອນ ຂອງສມຊ ສະພາ ຂອງ ສຫຣ. ສມຊ ທັງຫລາຍຈະພາກັນ ຕ່າວກັບໄປບ້ານຂອງຕົນ ຕາມແຕ່ລະຫົວເມືອງແຕ່ລະຣັດ ຂອງຕົນ. ຕອນນີ້ຈະເປັນໂອກາດ ທີ່ຂ້າເຈົ້າຈະໄດ້ຟັງ ແລະຢັ່ງຫາງສຽງຈາກ ປະຊາຊົນ ທີ່ເລືອກຕັ້ງຂ້າເຈົ້າມາ ວ່າປະຊາຊົນມີຄວາມຮູ້ສຶກແນວໃດ ຕໍ່ການປະຕິຮູບນີ້.

ສນັ້ນ ການທີ່ ໂອບາມາອອກມາກ່າວ ຕໍ່ມະຫາຊົນນັ້ນ ລ້ວນແລ້ວແຕ່ມີຈຸດປະສົງ ຢາກໃຫ້ປະຊາຊົນ ກົດດັນ ບັນດາສມຊ ສະພາ ທີ່ຍັງລັ່ງເລໄຈນັ້ນ ມາສນັບສນູນ ແຜນການປະຕິຮູບຂອງຕົນ.

ຜົນອອກມາຈະເປັນແນວໃດນັ້ນ ກໍບໍ່ມີໃຜຮູ້ແນ່ນອນ. ທ່ານໂອບາມາເອງ ມີຄວາມຫວັງວ່າ ການປະຕິຮູບສາທາ ຈະເກີດຂຶ້ນ ຕາມແຜນການຂອງທ່ານ ແຕ່ທ່ານຍັງຈະຕ້ອງລໍໄປກ່ອນ ເພາະວ່າການປະຕິຮູບແບບປະວັດສາດນີ້ ແຕະຕ້ອງຜົລປະໂຍດ ຂອງຫລາຍພາກສ່ວນໃນສັງຄົມ.

ຜົລຂອງການປະຕິຮູບ ຈະສົ່ງສັນຍານ ສຳຄັນ ໃຫ້ປະຊາຊົນອະເມຣິກັນ ວ່າສັງຄົມທຶນນິຍົມ ອະເມຣິການີ້ຈະປັບຕົວ ຫາຄວາມສເມີພາບໃນສັງຄົມຂຶ້ນບໍ່ ຫລືວ່າຈະສືບຕໍ່ອຸດົມການວ່າ ມືໃຜຍາວຊາວໄດ້ຊາວເອົາ ເຫມືອນເດີມ.

0 comments:

Post a Comment