_______________________________________ຂ່າວທົ່ວໄປ
ໂດຍ ໂອ່ມຜຽງ
ທະນາຄານຍັກໃຫຍ່ອະເມຣິກາ ຈະຖືກຣັຖຍຶດ(Nationalization) ແທ້ບໍ?
ຫລາຍທະນາຄານຍັກໃຫຍ່ ຕົວຢ່າງ ທະນາຄານ "ຊີຕີ ແບ໊ງ" (Citibank) ກຳລັງຫັນໃຈປາຢູ່ ບໍ່ຮູ້ວ່າມື້ໃດ ຈະລົ້ມລະລາຍ ຍ້ອນອັກວິດການເງິນ ທີ່ພວກເຂົາເອງສ້າງຂຶ້ນມາ.ແຕ່ຍ້ອນວ່າ "ຊີຕີ ແບ໊ງ" ແມ່ນທະນາຄານໃຫຍ່ຫລາຍ ມີສາຂາ ແລະຫ້ອງການ ເຖິງ 12.000 ແຫ່ງ ຢາຍຢູ່ທົ່ວໂລກ ແລະມີລູກຄ້າເປັນຫລາຍໆ ຮ້ອຍລ້ານຄົນ ຖ້າຫາກ ທະນາຄານນີ້ ລົ້ມໄປ ມັນຈະມີຜົນສະທ້ອນ ອັນມະຫາສານ ແກ່ຕລາດເງີນກູ້ ແລະແກ່ທຸຣະກິດ ການຄັງທົ່ວໂລກ ເຫມືອນກັນ ກັບຕອນທະນາຄານ ລີມັນ ບຣາວເດີ (Lehman Brothers) ສະລາຍຕົວອີກ ໃນທ້າຍປີ 2008 ຫລືວ່າອາດຈະຮ້າຍກວ່ານັ້ນ ກໍເປັນໄດ້.
ຜູ່ມາຝາກເງິນນຳ ຈະຂາດຄວາມເຊື່ອຫມັ້ນ ຕໍ່ຄວາມຫມັ້ນຄົງຂອງທະນາຄານ ແລະພວກຂ້າເຈົ້າຈະພາກັນຖອນເງິນ ອອກທະນາຄານຫມົດ. ພ້ອມນັ້ນ ຜູ່ຖືຫຸ້ນທຶນ (Common stocks shareholders) ກໍຈະເສັຍເງິນໄປຫມົດ ເພາະວ່າ ຣາຄາຫຸ້ນ ຢູ່ຕລາດແລກຫຸ້ນ ນັບມື້ນັບກິດກ້ຽນລົງ.
ຖ້າຫາກເປັນເຊັ່ນນັ້ນແລ້ວ ສັງຄົມທັງຫມົດທົ່ວໂລກ ຈະມີການວຸ້ນວາຍກັນເປັນຢ່າງໃຫຍ່. ສນັ້ນ ຕໍ່ບັນຫາມີຢູ່ວ່າ ທາງຣັຖບານ ຂອງອະເມຣິກາ ຕ້ອງເຂົ້າມາແກ້ໄຂ ແຕ່ວ່າເພິ່ນຈະແກ້ໄຂວິທີໃດ?
ກ່ອນຣັຖບານໂອບາມາ ເຂົ້າມາແທນບຸສ ທາງ "ຊີຕີ ແບ໊ງ" ກໍໄດ້ຮັບການຊ່ວຍເຫລືອຈາກຣັຖ ແບບເງິນກູ້ ຈາກໂຄງການ "ທາປ" (TARP- Trouble Asset Relief Program) ເປັນຈຳນວນ $45 ພັນລ້ານໂດລາ(billions) ໂດຍເອົາຫຸ້ນພິເສດ (Preferred stocks) ຂອງຕົນ ມາຈຳຣັຖບານ. ນອກນັ້ນ ຣັຖບານຍັງໄດ້ ເປັນຜູ່ປະກັນເງິນ ທີ່ທະນາຄານໃຫ້ລູກຄ້າຢືມໄປແລ້ວ ເປັນຈຳນວນ ເຖິງ$385 ພັນລ້ານໂດລາ ອີກ.
ມາເຖິງປັດຈຸບັນນີ້ ທາງ "ຊີຕີ ແບ໊ງ" ກໍຍັງແກ້ບັນຫາບໍ່ຕົກ. ໃນຕົ້ນອາທິດ ນີ້ ທາງຄນະບໍຣິຫານ ຂອງ "ຊີຕີ ແບ໊ງ" ໄດ້ສເນີຕໍ່ ຣັຖບານກາງ ວ່າ ຢາກໃຫ້ຣັຖ ເຂົ້າມາເປັນ ຫຸ້ນສ່ວນນຳ 40% ໂດຍທີ່ ແລກປ່ຽນເອົາ ຫຸ້ນພິເສດ (Preferred stocks) ບາງສ່ວນ ທີ່ຣັຖ ກຳລັງຖືຢູ່ນັ້ນ ມາເປັນຫຸ້ນທຶນ (Common shares) ຫມາຍຄວາມວ່າ "ຊີຕີ ແບ໊ງ" ຮຽກຮ້ອງໃຫ້ ຣັຖປ່ຽນ ບົດບາດ ຈາກ ການເປັນເຈົ້າຫນີ້ ມາເປັນ ເຈົ້າທຶນ.
ຂໍ້ສເນີດັ່ງກ່າວນີ້ ຖືກພິຈະຣະນາ ຫມົດອາທິດ ເພາະວ່າ ຣັຖບານ ໂອບາມາ ບໍ່ຢາກ ວາງພາບພົດວ່າ ຣັຖມາຍຶດເອົາ "ຊີຕີ ແບ໊ງ" ຊຶ່ງຈະນຳຜົລແຕກຕື່ນ ມາສູ່ຕລາດການເງິນ. ປານນັ້ນ ກໍຍັງມີ ຂ່າວລືກັນເທົ່າ ຫມົດອາທິດ ແລ້ວ ທັງໃນຕົ້ນອາທິດນີ້ອີກ ວ່າຣັຖ ຈະຍຶດເອົາທະນາຄານຍັກໃຫຍ່ ຊຶ່ງເປັນສາເຫດ ໃຫ້ຫຸ້ນ ຂອງທະນາຄານ ພວກນີ້ ພ້ອມດ້ວຍ ຫຸ້ນຕ່າງໃນຕລາດ ຕົກຣາຄາຈົນເຖິງ 10%.
ແຕ່ໃນທີ່ສຸດ ໃນຕອນເຊົ້າຂອງມື້ວັນສຸກ ວັນທີ່ 27/2/09ວ່າ ທາງຣັຖບານໂອບາມາ ຕົກລົງເປັນເຈົ້າຂອງ "ຊີຕີ ແບ໊ງ" 36% ໂດຍ ເອົາ ຫຸ້ນພິເສດ (Preferred stocks) ຈຳນວນ $28 ພັນລ້ານ ທີ່ຕົວເອງ ຖືຢູ່ນັ້ນ ມາເແລກເອົາ ຫຸ້ນທຶນທັມມະດາ (Common shares). ຫມາຍຄວາມວ່າ ຣັຖບານໂອບາມາ ມີໄດ້ມີເສັຍ ນຳ "ຊີຕີ ແບ໊ງ"ຫລາຍຂຶ້ນອີກ. ອັນນີ້ ມັນເປັນຄັ້ງທີ່ 3 ແລ້ວທີ່ຣັຖບານເຂົ້າມາຊ່ວຍ "ຊີຕີ ແບ໊ງ" ໃນໄລຍະ ບໍ່ເທົ່າໃດເດືອນ ທີ່ຜ່ານມາ. ຣາຄາຫຸ້ນຂອງ "ຊີຕີ ແບ໊ງ"ວຸບຕົງ ລົງບາດດຽວ 39% ຍ້ອນຂ່າວນີ້.
ແຕ່ເຖິງຢ່າງໃດກໍຕາມ ດຽວນີ້ ຣັຖບານ ໄດ້ຫາວິທີແກ້ໄຂແບບໃຫມ່ຕື່ມອີກ ໂດຍໃຫ້ທະນາຄານ ຍັກໃຫຍ່ 19
ທະນາຄານ (Bank of America, Wells Fargo Bank etc... )ຕ້ອງຜ່ານ ການທົດສອບຄວາມເຂັ້ມແຂງ (Stress- test) ຂອງທະນາຄານຕົນ ພາຍໃຕ້ການກວດກາ ຂອງກະຊວງການຄັງ ເລີ້ມແຕ່ ວັນພຸດ ວັນທີ່ 25/2/09 . ຈຸດປະສົງການທົດສອບນີ້ ແມ່ນເພື່ອຢາກຮູ້ວ່າ ໃນບັນດາ 19 ທະນາຄານນີ້ ມີໃຜແດ່ຈະມີທຶນພຽງພໍ ທີ່ຈະຮັບສະພາບການໄດ້ ຖ້າເສຖກິດ ໃນປີ 2009 ແລະປີ 2010 ຍັງຮົດຕົວ ລົງອີກ.ສຳລັບ ທະນາຄານໃດ ທີ່ຂາດທຶນຮອນພຽງພໍ ທີ່ຈະຮັບສະພາບດັ່ງກ່າວມານີ້ ຣັຖບານຈະໃຫ້ໂອກາດ ທະນາຄານ ພວກນີ້ 6ເດືອນ ໄປ ຂົນຂວາຍຫາທຶນເອກະຊົນ ມາເສີມເຕີມທຶນ ທີ່ຕົວເອງຂາດເຂີນ. ຖ້າຫາກ ຫາມາບໍ່ໄດ້ ທາງຣັຖຈະພິຈະຣະນາ ແລະເຂົ້າມາຊ່ວຍ ເປັນກໍຣະນີໄປ. ບາງທະນາຄານ ອາດຈະໄປບໍ່ລອດ ແລະ ອາດຈະສລາຍຕົວ ຫລືມີຜູ່ອື່ນຊື້ໄປ. ຜົລທົດສອບນີ້ ຈະສຳເຣັດ ພາຍໃນຕົ້ນເດືອນ ເມສາ (4).
ສລຸບແລ້ວ ທ່າທີຂອງ ຣັຖບານ ໂອບາມາ ແມ່ນຢາກປະໃຫ້ທະນາຄານ ຢູ່ໃນກຳມືຂອງເອກະຊົນ ແຕ່ຖ້າຫາກ ຈຳເປັນແທ້ໆແລ້ວ ຣັຖບານຈຶ່ງ ຈະເຂົ້າມາມີບົດບາດ ເພາະວ່າ ຣັຖບານບໍ່ຢາກ ຍຶດເອົາທະນາຄານ ຂອງໃຜ. ບາງຄັ້ງ ມັນຕ້ອງຈຳເປັນເຮັດ ເພາະຖ້າບັນຫາພວກທະນາຄານ ພວກນີ້ ຍັງເປັນລົມເປັນແລ້ງຢູ່ ເສຖກິດທັງຫມົດຂອງ ອະເມຣິກາ ກໍຈະມືດມົນຕໍ່ໄປເຫມືອນກັນ.
-------------------------------------------------------------------------------------------------
ອັດຕຣາ ເງິນວ່າງງານ
ຂ້າງລຸ່ມນີ້ ຄື ຕາຕລາງ ອັດຕຣາເຕັມ ຂອງເງິນວ່າງງານ ປະຈຳອາທິດ ພາຍໃນແຕ່ລະຣັຖ. ຂໍ້ມູນມາຈາກ The Associated Press, state labor department Web sites.
| State | Maximum | State | Maximum |
|---|---|---|---|
Alabama | $255 | Montana | $407 |
Alaska | $370 | Nebraska | $308 |
Arizona | $240 | Nevada | $362 |
Arkansas | $409 | New Hampshire | $427 |
California | $450 | New Jersey | $584 |
Colorado | $475 | New Mexico | $455 |
Connecticut | $519 | New York | $405 |
Delaware | $330 | North Carolina | $494 |
District of Columbia | $359 | North Dakota | $385 |
Florida | $275 | Ohio | $372 |
Georgia | $330 | Oklahoma | $392 |
Hawaii | $545 | Oregon | $482 |
Idaho | $362 | Pennsylvania | $539 |
Illinois | $385 | Rhode Island | $528 |
Indiana | $390 | South Carolina | $326 |
Iowa | $443 | South Dakota | $285 |
Kansas | $423 | Tennessee | $275 |
Kentucky | $415 | Texas | $378 |
Louisiana | $284 | Utah | $444 |
Maine | $496 | Vermont | $409 |
Maryland | $380 | Virginia | $378 |
Massachusetts | $628 | Washington | $541* |
Michigan | $365 | West Virginia | $424 |
Minnesota | $566 | Wisconsin | $363 |
Mississippi | $230 | Wyoming | $387 |
Missouri | $320 |
____________________________________________________________________
ຂ່າວຄົນລາວ
ໂດຍ ໂອ່ມຜຽງ
ສານ ແລະຄະດີ ກຸ່ມອະດີດນາຍພົລວັງປາວ.....ໃນມື້ວັນທີ່ 24/2/09 ທີ່ ນະຄອນ ຊາກຣາແມນໂຕ ຜູ່ພິພາກສານຣັຖບານກາງ ສັ່ງໃຫ້ ຫ້ອງການ ໄອຍະການສູງສຸດ ມາພົວພັນແລະຕັດສິນວ່າ ຈະດຳເນີນ ຄະດີຂອງກຸ່ມ ອະດີດນາຍພົລ ວັງປາວຕໍ່ໄປບໍ ຫລືວ່າ ຈະຍົກເລີກຄະດີ ເພາະວ່າໄອຍະການຂັ້ນລຸ່ມ ຢາກຕື່ມຂໍ້ຫາ ໃສ່ໃຫມ່ອີກ ແລະ ບາງຫລັກຖານທີ່ຈະ ເອົາຂຶ້ນມາຖົກຖຽງ ກ່ຽວພັນກັນກັບ ຄວາມປອດພັຍ ຂອງສຫະຣັຖ.
ຂ່າວມໍຣະນະກັມ......ທ່ານ ລົມສຫວາດ ຊະນະນິກອນ ໂຄສົກ ວິທຍຸເກົ່າ ພຣະຣາຊອານາຈັກລາວ ແລະວິທຍຸ RFI ໄດ້ລ່ວງລັບໄປແລ້ວ ທີ່ປະເທດລາວ ຫລັງຈາກ ຫາອອກກິນເບັ້ຍບຳນານ ຈາກປະເທດຟັ່ຣງເສດ ບໍ່ພຽງເທົ່າໃດປີ. ຂໍສະແດງ ຄວາມເສົ້າສລົດໃຈມາຍັງຄອບຄົວ ຂອງເພິ່ນ.
____________________________________________________________________
ບົດຄວາມ
ໂດຍ ໂອ່ມຜຽງ
ໂສມຫນ້າ ການເມືອງໃຫມ່ຂອງອະເມຣິກາ ຕໍ່ໂລກການໄປຢ້ຽມຢາມປະເທດເອເຊັຍ ຂອງຣັຖມົນຕຣີ ກລິນເຕິນ ຄັ້ງນີ້ໄດ້ເຜິຍໂສມຫນ້າໃຫມ່ ຂອງການເມືອງຕ່າງປະເທດ ອະມຣິກາ ເປັນຕົ້ນ ແມ່ນການປ່ຽນແປງຈາກ ນະໂຍບາຍ ເດີນດ່ຽວຫົວແຂງ ແບບ“ຄາວບອຍ” ມາຫາ ນະໂຍບາຍ ການຮ່ວມມື ແລະຊອກຫາຄວາມເຂົ້າໃຈ ກັບປະເທດອື່ນໆ ບົນພຶ້ນຖານການນັບຖື ແລະໃຫ້ກຽດຊຶ່ງກັນແລະກັນ.
ຕົວຢ່າງ ໃນການສົນທະນາ ບັນຫາສພາບສິ່ງແວດລ້ອມ ກັບຜູ່ນຳຈີນ ຣມຕ ກລິນເຕິນໄດ້ກ່າວວ່າ ທາງຣັຖບານໂອບາມາພ້ອມແລ້ວ ທີ່ຈະຮ່ວມມືແກ້ໄຂ ຄ່ຽງຄູ່ກັບປະເທດຈີນ ສກັດກັ້ນຫລຸດຜ່ອນ ການປ່ອຍອາຍພິດ ອອກຈາກແລ່ງອຸດສາຫະກັມ ຂອງທັງສອງປະເທດ. ທ່າທີແບບນີ້ ແຕກຕ່າງຫລາຍກັບທ່າທີ່ຂອງ ຣັຖບານບຸສ ທີ່ບໍ່ສົນໃຈນຳເຣື່ອງນີ້ ພ້ອມທັງປິ່ນຫລັງໃສ່ ກອງປະຊຸມແລະສັນຍາກຽວໂຕ ທີ່ທົ່ວໂລກຮັບຮູ້ ໃນປີ 2001.
ນະທີ່ອິນໂດເນເຊັຍກໍເຫມືອນກັນ ທ່ານນາງ ກລິນເຕິນ ກໍໄດ້ໃຫ້ສັນຍາ ວ່າສະຫະຣັຖອະເມຣິກາ ຈະມີຫນ້າ ທາງການທູດນຳບັນດາ ກຸ່ມປະເທດອາເຊອານ ຫລາຍກວ່າເກົ່າ ແລະຈະເພີ້ມສັມພັນ ທາງການຄ້າ ແລະການຮັກສາຄວາມປອດພັຍ ໃນຂົງເຂດນີ້ຮ່ວມກັນ. ພ້ອມນັ້ນ ທາງອະເມຣິກາເອງ ກໍຈະໄປສຳຣວດເບິ່ງຄືນວ່າ ນະໂຍບາຍລົງໂທດ (sanction) ປະເທດພະມ້າຄວນຈະມີ ການປ່ຽນແປງຫຍັງແດ່ ເພາະວ່າແຕ່ເຫັນຜ່ານມານີ້ ຜົລອອກມາ ບໍ່ປາກົດໄດ້ດີ ເທົ່າທີ່ຄວນ. ກຸ່ມຜເດັດການທະຫານ ຍັງຄອງອຳນາດຢູ່ ແລະຍານາງ ຊຸນເຊັນ ກໍຍັງຖືກກັກຂັງ ຢູ່ບ້ານເພິ່ນຕາມເຄີຍ.
ມາເວົ້າເຖິງທາງດ້ານສິດທິມະນຸດ ທາງທ່ານ ນາງ ກລິນເຕິນ ໄດ້ເອົາພາກປະຕິບັດ ມາແທນຄຳເວົ້າ ຫລາຍກວ່າ ໂດຍທ່ານໄປໄຫວ້ພຣະ ແລະເຂົ້າໂບດກຣິສຕຽນຢູ່ທີ່ປະເທດຈີນ ນອກນັ້ນ ທ່ານນາງ ກໍໄດ້ພົບກັບ ບັນດາກຸ່ມຜູ່ຍິງຈີນ ແລະອິນໂດເນເຊັຍທີ່ໄດ້ ຕໍ່ສູ້ຍາດເອົາບົດບາດ ທາງການເມຶອງຂອງຕົນມາ. ແນ່ນອນ ການກະທຳພຽງຂັ້ນນີ້ ຈະສ້າງຄວາມບໍ່ພໍໃຈ ຕໍ່ບັນດາ ກຸ່ມທີ່ຕໍ່ສູ້ເພື່ອ ສິດທິມະນຸດທົ່ວໂລກ ທີ່ຕ້ອງການໃຫ້ຈີນ ເຄົາຣົບຕໍ່ກົດ ຂອງສິດທິມະນຸດ ແລະຕ້ອງການໃຫ້ ທ່ານນາງ ກລິນເຕິນ ປະນາມຈີນຢ່າງເປີດເຜີຍ. ຕໍ່ບັນຫານີ້ ທ່ານ ກ່າວວ່າ ເຣື່ອງສິດທີມະນຸດ ຈະມາຂັດຕໍ່ບັນຫາເສຖກິດນີ້ ຍັງບໍ່ໄດ້ເທື່ອ ເພາະວ່າ ການແກ້ໄຂ ອັກວິດເສຖກິດ ຂອງອະເມຣິກາ ຕ້ອງມາກ່ອນ.
ໃນທາງດ້ານເສຖກິດນີ້ ໃຜໆກໍຮູ້ເປັນຢ່າງຈະແຈ້ງແລ້ວວ່າ ຣັຖບານອະເມຣິກາຕ້ອງການເງິນ ມາແກ້ໄຂ ບັນຫາເສຖກິດຂອງຕົວເອງ. ເງິນນັ້ນຕ້ອງຈະມາຈາກ ປະເທດຈີນເປັນສ່ວນໃຫຍ່ ເພາະວ່າປັດຈຸບັນນີ້ ຣັຖບານຈີນ ມີເງິນສົດເກືອບ ຫລາຍ ໂກດ(trillions) ໂດລາ ຢູ່ໃນຄັງຂອງຕົນເອງ ຊື່ງໄດ້ມາຈາກ ການຄ້າຂາຍນຳອະເມຣິກາ ເປັນສ່ວນໃຫຍ່. ສນັ້ນ ຣມຕ ກລິນເຕິນ ຈຶ່ງກ່າວຕໍ່ປະທານຈີນ ຮວນ ຈຶຕາວ ວ່າທາງອະເມຣິກາ ຍິນດີ ທີ່ທາງຈີນ ໄດ້ຊື້ທະນາບັດຂອງຣັຖບານອະເມຣິກາ (Treasury bills) ເຖິງເກືອບ $800 ພັນລ້ານ (billions)ໂດລາ ໃນປີ2008 ແລະ ກລິນເຕິນເອງ ກໍຢາກຊຸກຍູ້ ໃຫ້ທາງຈີນ ສືບຕໍ່ລົງທຶນ ຊື້ທະນາບັດດັ່ງກ່າວຕໍ່ໄປ ເພາະອະເມຣິກາຍັງເປັນຕລາດ ທີ່ມີປະສິດທິພາບ ແລະຣັຖບານ ອະເມຣິກາຍັງຮັບປະກັນ ຕໍ່ການຈຳຫນ່າຍ ແລະຜົລຕອບແທນ ຂອງທະນາບັດ ດັ່ງກ່າວຢູ່ເຫມືອນເດີມ.
ນອກນັ້ນ ທ່ານນາງ ກລິນເຕິນ ໃຫ້ເຫດຜົລຕື່ມວ່າ ອະເມຣິກາແລະຈີນ ຕົກຢູ່ໃນເຮືອລຳດຽວກັນ ໃນສະພາບອັກວິດເສຖກິດໂລກປັດຈຸບັນນີ້. ຖ້າຫາກເສຖກິດ ອະເມຣິກາບໍ່ເດີນດີ ປະຊາຊົນອະເມຣິກັນ ກໍບໍ່ສາມາດຊື້ສິນຄ້າຈາກຈີນ ແລະຈີນເອງກໍຈະມີຄວາມຫຍຸ້ງຍາກ ນຳເສຖກິດຂອງຕົນເອງ ເພາະຈີນຈະບໍ່ມີຕລາດປ້ອນສິນຄ້າອອກນອກປະເທດ. ນອກນັ້ນ ສັງຄົມພາຍໃນ ຂອງຈີນ ຈະປັ່ນປ່ວນ ເພາະຄົນຈີນຈະຫວ່າງ ງານຫລາຍ ເນື່ອງຈາກວ່າ ຈີນຍັງບໍ່ມີຕລາດບໍຣິໂພກ ພາຍໃນປະເທດ ທີ່ຫມັ້ນຄົງເທື່ອ. ສນັ້ນ ຈີນຕ້ອງຊ່ວຍ ອະເມຣິກາຟື້ນຟູເສຖກິດອະເມຣິກາກ່ອນ ເພື່ອຈີນເອງ ຈະໄດ້ຟື້ນຟູເສຖກິດຕົວເອງ ໄປຕາມໆກັນ.
ເຖິງການເດີນທາງ ເທື່ອນີ້ ຈະຢູ່ໃນຮູບແບບຂັ້ນ ທີ່ແນະນຳຕົວເອງ ໃຫ້ຮູ້ຈັກກັນກໍຕາມ ແຕ່ພວກເຮົາກໍພໍ ສັງເກດໄດ້ວ່າ ການເດີນແຕ້ມການເມືອງຕ່າງປະເທດ ຂອງກລິເຕິນຊຸດນີ້ ແມ່ນອີງໃສ່ຍຸທວິທີ ການໃຊ້ ກຳລັງອ່ອນ(Soft power)ຫລາຍກວ່າ ແຕ່ກໍຍັງຮັກສາປະສິດທິພາບ ນ້ຳຫນັກຂອງອະເມຣິກາໄວ້ຫມືອນເດີມ. ແນ່ນອນ ບົດບາດ ແລະຊື່ສຽງຂອງອະເມຣິກາໃນໂລກ ຈະຫມັ້ນຄົງຢູ່ໄດ້ໃນອະນາຄົດນັ້ນ ຕ້ອງຂຶ້ນນຳວ່າ ອະເມຣິກາ ຈະແກ້ໄຂ ອັກວິດເສຖກິດໂລກ ໄດ້ດີແລະໄດ້ໄວເທົ່າໄດ. ສນັ້ນແລ້ວ ການເມືອງຕ່າງປະເທດ ຂອງອະເມຣິກາຄັ້ງນີ້ ແມ່ນກົມກຽວຫລາຍທີ່ສຸດ ນຳການເມືອງພາຍໃນປະເທດ ຂອງຕົນເອງ.
____________________________________________________________________ບົດຂຽນ ຈາກຜູ່ອ່ານ

ລຸງຫນວດ ເລົ່າເຣື່ອງ ອິນເຕີ້ຣແນຕ
ສັປດານີ້ ລຸງຫນວດ ຕິດພາຣະກິດໜັກຈື່ງບໍ່ຄ່ອຍມີເວລາຄົ້ນຄວ້າ ເຣ່ືອງທີ່ຂຽນໄວ້ກໍຍັງບໍ່ທັນ ສົມບູນຈື່ງຂໍນຳເອົາ ລາຍງານຂ່າວ ຈາກ Positioning ກ່ຽວກັບ ອິນເຕີ້ຣແນຕ ທີ່ກຳລັງພັທນາກ້າວໜ້າໃນ ປະເທດ ຈີນ ແລະວຽດນາມ ພ້ອມດ້ວຍ ຂໍ້ສັງເກດ ກ່ຽວກັບ ການໃຊ້ ອິນເຕີແນຕ ໃນ ສ.ປ.ປ.ລາວ ມາເລົ່າສູ່ກັນອ່ານ.
ອິນເຕີ້ຣແນຕ ໃນ ວຽດນາມ
ອິນເຕີ້ຣແນຕ ກາຍເປັນສື່ທາງເລືອກ ທີ່ມີບົທບາດ ແລະອິທທິພົລ ຕໍ່ຊາວວຽດນາມຫລາຍຂຶ້ນ ເລື່ອຢໆ ດ້ວຍຈຳນວນຜູ້ໃຊ້ກວ່າ 20.5 ລ້ານຄົນໃນປັຈຈຸບັນ ຫຣືປຣະມານ 24% ຂອງຈຳ ນວນປະຊາກອນທັ້ງຫມົດແລະຄາດວ່າໃນອີກ 4 ປີຂ້າງຫນ້າ ຊາວວຽນາມທີ່ໃຊ້ອິນເຕີ້ຣແນຕ ຈະມີຢູ່ປະມານ 27 ລ້ານຄົນ ຫຣືໃນປະຊາກອນ 3 ຄົນຈະມີຜູ້ໃຊ້ ອິນເຕີ້ຣແນຕ ຢູ່ 1 ຄົນນັ້ນເອງ.
ຜູ້ໃຊ້ຈຳນວນຫລາຍທີ່ວ່າ ສົ້ງຜົລໃຫ້ການໂຄສນາຜ່ານສື່ ອິນເຕີ້ຣແນຕ ທີ່ວຽດນາມກຳລັງ ບູມຫລາຍຂຶ້ນເລື່ອຍໆ ຈາກເດີມໃນປີ 2007 ທີ່ການໂຄສນາ ຜ່ານເວັບເປັນທີ່ນິຍົມສະເພາະ ກັບແບຣນດ໌ໃຫຍ່ໆ ເທ່ົານັ້ນ ແຕ່ໃນປີ 2008 ພົບວ່າລູກຄ້າຣະດັບກາງແລະຣະດັບຕ່ຳ ຢ່າງ ເຊ່ັນ ຄລິນິກຕຣວຈສຸຂພາພ ຣັກສາແຂ້ວ ຣ້ານອາຫາຣ ຣ້ານຄ້າກ່ຽວກັບແຟຊັ່ນ ແລະ ເສື້ອ ຜ້າ ກໍຫັນມາໃຊ້ຊ່ອງທາງນີ້ ໃນການໂຄສນາສິນຄ້າແລະບໍຣິກາຣຂອງຕົນ ເພິ່ມຂຶ້ນຢ່າງວ່ອງໄວ.
ນອກຈາກນີ້ແລ້ວບໍຣິສັທຢັກສ໌ໃຫຍ່ຢ່າງ Google ແລະ Yahoo ກໍບໍ່ໄດ້ລະເລີຍ ເຮັດ ຕລາດຜ່ານຊ່ອງທາງນີ້ ໂດຍເມື່ອເດືອນມິຖຸນາທີ່ຜ່ານມາ Yahoo ພາຄສ່ວນຕະວັນອອກ ສ່ຽງໃຕ້ໄດ້ເຂົ້າມາຣ່ວມມືກັບ 4 ບຣິສັທຂອງ ວຽດນາມເພື່ອຜນຶກເປັນເອເຢັ່ນ໌ໂຄສນາຜ່ານ ອິນເຕີ້ຣແນຕໂດຍເສພາະ ໃນຂນະທີ່ Google ວຽດນາມໄດ້ມອບ ສິທທິ໌ໃຫ້ບຣິສັທລາຢໃຫຍ່ ຂອງວຽດນາມ FPT ສາມາດໂຄສນາໃນ Google ວຽດນາມໄດ້ ຜ່ານ Google Adword ແລະ Adsense.
ທຸກວັນນີ້ຄົນວຽດນາມເລິ່ມເບີ່ງທີວີ ອ່ານຫນັງສືພິມພ໌ ແລະ ແມກກາຊີນ ໜ້ອຢລົງກວ່າເກົ່າ ແລະຫັນມາໃຊ້ເວລາ ໃນການອ່ານຂ່າວອອນໄລນ໌ ບໍຣິການ ຕ່າງໆ ແລະສື່ບັນເທິງຜ່ານ ອິນເຕີ້ຣແນຕ ຫລາຍຂຶ້ນ ເຮັດໃຫ້ມູລຄ່າຕລາດໂຄສນາຜ່ານອິນເຕີ້ຣແນຕໃນວຽດນາມເຕິບໂຕເຖຶງ 120-150% ຕໍ່ປີ ຣວມທັ້ງມີເວັບໄຊຕ໌ສະເພາະທາງເພິ່ມຂຶ້ນ.
ຢ່າງໃດກໍຕາມ ແມ້ວ່າການໂຄສນາຜ່ານ ອິນເຕີ້ຣແນຕ ຈະພັທນາໄປຢ່າງວ່ອງໄວ ແຕ່ກໍຢັງມີ ມູລຄ່າພຽງ 100 ລ້ານຫລຽນສະຫະຣັຖ ຫຣືຄິດເປັນ 1.5% ຂອງຕລາດໂຄສນາໃນ ວຽດນາມ ແມ້ວ່າມູລຄ່າຕລາດຈະຢັງບໍ່ທັນສູງນັກ ເມື່ອປຽບທຽບກັບສື່ອື່ນໆແຕ່ຈຳນວນຜູ້ໃຊ້ ບໍຣິການ ທີ່ເພິ່ມຂຶ້ນ ປຣະກອບກັບເສຖກິດໂລກ ຊ່ວງຂາລົງດັ່ງນີ້ ເຊື່ອວ່າການໂຄສນາຜ່ານ ອິນເຕີ້ຣແນຕ ທີ່ປະຫຢັດແລະວ່ອງໄວ ຈະກາຢເປັນໂອກາສ ທາງກາຣຕລາດໃຫມ່ຂອງໂລກ ອອນໄລນ໌ ໃນວຽດນາມ
ອິນເຕີ້ຣແນຕ ໃນປະເທດຈີນ
ປຣະຊາກອນເນັຕຊາວຈີນກຳລັງ ຂຍາຍໂຕຢ່າງພຸ່ງພວດ ໂດຍຂໍ້ມູລຈາກ China Internet Network Information Center ບອກວ່າ ຂນະນີ້ມີຄົນຈີນຫລິ້ນ ອິນເຕີ້ຣແນຕ ປະມານ 253 ລ້ານຄົນ ຈາກປີທີ່ແລ້ວຢັງມີຢູ່ພຽງ 91 ລ້ານຄົນ ຈຳນວນນີ້ 214 ລ້ານຄົນ ເລ່ນເນັຕຄວາມເຣັວສູງ “ສວນ ເຣນ” Marketing Director ຂອງ CMR Group ບອກວ່າ ໂຕເລຂນີ້ສະທ້ອນໃຫ້ເຫັນວ່າເຖຶງເວລາທີ່ສິນຄ້າບໍຣິກາຣຄວນຫັນມາສົນໃຈສື່ ອິນເຕີ້ຣແນຕ ໃນການໂຄສນາ ປຣະຊາສັມພັນທ໌ຫລາຍຂຶ້ນ ແລະນອກຈາກຄົນເຊິຣ໌ຟເນັຕ ຫລາຍຂຶ້ນແລ້ວ ຢອດໃຊ້ຈ່າຢຊ້ອປປິ້ງຜ່ານອິນເຕີ້ຣແນຕ ກໍຫລາຍຂຶ້ນເປັນເງົາຕາມໂຕ ອີກດ້ວຢ ໂດຢມີປະມານ 23.8 ລ້ານຄົນ ເພິ່ມຂຶ້ນ 72% ຈາກປີທີ່ແລ້ວ “ບ້ານເຮືອນ” ເປັນສະຖານທີ່ທີ່ຄົນຈີນໃຊ້ ອິນເຕີ້ຣແນຕ ຫລາຍທີ່ສຸດຄື 59% ແລະອີກທີ່ຄືຣ້ານ ອິນເຕີ້ຣແນຕ ຄາເຟ່ ມີຈຳນວນ 20% ສຳຫຣັບອຸປກອນ໌ທີ່ໃຊ້ເຊື່ອມຕໍ່ ອິນເຕີ້ຣແນຕ ຢັງພົບ ວ່າໂທຣສັພທ໌ມືຖືກຳລັງມີບົທບາທສູງ ເພາະມີເຖຶງ 73 ລ້ານຄົນ ຈຳນວນນີ້ 86% ອາຍຸ ຕ່ຳກວ່າ 30 ປີ.
ອິນເຕີ້ຣແນຕ ໃນ ສ.ປ.ປ.ລາວ
ຍັງບໍ່ທັນມີການ ສຳຫລວດ ແລະລາຍງານອອກມາ ຢ່າງເປັນທາງການ ວ່າ ສປປ ລາວ ມີຄວາມຫັນປ່ຽນປັບປຸງແລະ ກ້າວໜ້າໄປຮອດຂັ້ນໃດ ແຕ່ເທົ່າທີ່ສັງເກດເຫັນ ເວບໄຊດ໌ ຕ່າງໆ ບໍ່ວ່າພາກຣັຖແລະເອກກະຊົນລາວ ໄດ້ມີຄວາມຫລາກຫລາຍເພີ້ມຂື້ນທຸກມື້ ໂດຍ ສະເພາະນັກວິຊາການ ຜູ້ຊ່ຽວຊານທາງດ້ານເທກນິກ ແລະພາສາລາວ ໄດ້ມີ ບົທບາດອັນ ສຳຄັນ ໃນການພັທນາ font ອັກສອນລາວ ອອກມາໃຊ້. ສັງເກດເຫັນໄດ້ເດັ່ນຊັດວ່າ Hotel, Motel ແລະ ບ້ານພັກ Guest House ຫລາຍແຫ່ງທົ່ວປະເທດ ໄດ້ມີການ ລົງໂຄສນາຜ່ານ ອິນເຕີຣ໌ແນຕ ທັງຍັງອຳນວຍຄວາມ ສດວກໂດຍການສັ່ງຈອງຫ້ອງ ຜ່ານທາງອິນເຕີຣ໌ແນຕອີກດ້ວຍ.
ຕລາດຍັງເປີດກ້ວາງຢູ້
ເຖີງແມ່ນວ່າ ຄວາມກ້າວໜ້າໃນການພັທນາ ການບໍຣິການ ອິນເຕີ້ຣ໌ແນຕໃນລາວກຳລັງກ້າວ ໄປ ຢ່າງບໍ່ຢຸດຍັ້ງ ຕລາດຜູ້ບໍຣິໂພກ ຫລື ຜູ້ທີ່ຕ້ອງການ ການບໍຣີການ ກ່ຽວກັບ ອິນເຕີຣ໌ແນຕ ຍັງເປີດໂອກາດໃຫ້ນັກວິຊາການໜ້າໃຫມ່ ແຊກຊ້ອນ ບຽດສຽດ ຜັນໂຕເອງຫາຢູ່ຫາກີນໄດ້ ຕໍ່ໄປຢູ່ ເວົ້າງ່າຍໆ ການຕລາດກ່ຽວກັບ ອິນເຕີ້ຣ໌ແນຕ ໃນລາວ ຍັງບໍ່ທັນເຖີງຈຸດອີ່ມໂຕເທື່ອ ຂໍຖແນມວ່າ ເປັນຊ່ຽວຊານມີວິຊາການແທ້ໆ ກໍຫາກິນໄດ້ວ່າຊັ້ນສາ.
___________________________________________________________________ແບ່ງກັນຟັງ ປັນກັນຮູ້
ວິທະຍຸ ເອເຊັຍເສຣີ ມີຜູ່ຮ່ວມງານໃຫມ່ ເຂົ້າມາປະກອບທິມອີກ. ນັກຂ່າວຜູ່ນີ້ ມີຄວາມຊ່ຽວຊານ ທາງສື່ສານມວນຊົນ ແລະ ທັງເປັນນັກຄົ້ນຄວ້າ ກ່ຽວກັບ ທາງວິທຍາສາດສັງຄົມ ຂອງຄົນລາວ ພ້ອມທັງ ເປັນນັກຂຽນ ແລະ ອາຈານສອນ ດ້ວຍ. ທ່ານ ພົງສວັນ ສ.ຜາບມິໄຊຍ໌ ຈະມາ ປະກອບສ່ວນ ອອກອາກາດ ທຸກໆວັນຈັນ ໃນຣາຍການ ສາຣະຄະດີທົ່ວໄປ. ຕໍ່ໄປ ຂໍເຊີນທ່ານຮັບຟັງ ຜົລງານ ຈາກ ທ່ານ ໃນ ສາຣະຄະດີ ບົດຄວາມ "ການທ່ອງທ່ຽວ ຢູ່ ສປປ ລາວ" ໄດ້ເລີຍ.
ຈົບ
ອ່ານສບັບເກົ່າຂອງ Weekly Reviewໄດ້ທີ່ onelao.com

















