Saturday, March 28, 2009

Weekly Review #10, 2009

ເຊີນຮ່ວມສລອງ ບຸນປີໃຫມ່ລາວ ຄັ້ງທີ່ 33 ທີ່ເມືອງ ຊັນດີເອໂງ
____________________________________________________________________
ບົດຄວາມ
ໂດຍ ໂອ່ມຜຽງ

ຈີນ ສເນີ ປົດຊັ້ນ ເງິນໂດລາ

ໃນຕົ້ນອາທິດນີ້ ຜູ້ອຳນວຍການ ທະນາຄານແຫ່ງຊາດຂອງຈີນ ທ່ານ ຈູ ຊຽວຈວນ ອອກຖແລງການວ່າ ເງິນສຳລອງຂອງໂລກ ຄວນຈະມີການປ່ຽນແປງ ແລະບໍ່ຄວນທີ່ຈະອີງໃສ່ແຕ່ເງິນ ຂອງປະເທດໃດປະເທດນື່ງ ເທົ່ານັ້ນ ເພາະວ່າ ຖ້າເສຖກິດຂອງປະເທດນັ້ນ ມີບັນຫາ ມັນຈະສ້າງ ຄວາມກະທົບກະເທືອນ ໄປເຖິງເສຖກິດ ທົ່ວໂລກ. ເຖິງ ທ່ານ ຈູ ຊຽວຈວນ ບໍ່ໄດ້ເຈາະຈົງໃສ່ເງິນໂດລາ ຫລື ບົ່ງຊື່ສະຫະຣັຖ ອະເມຣິກາໂດຍກົງ ທຸກໆຄົນກໍເຂົ້າໃຈ ວ່າທ່ານຫມາຍເຖິງຫຍັງ ແລະເຖິງໃຜ.

ກ່ອນຖແລງການ ຂອງ ທ່ານ ຈູ ຊຽວຈວນນີ້ ທ່ານນາຍົກຈີນ ແວງ ຈີປາວ ໄດ້ສະແດງ ຄວາມ ເປັນຫ່ວງນຳຄວາມຫມັ້ນຄົງ ຂອງເງິນໂດລາ ຣະຫວ່າງ 2 ອາທິດຫລັງ ທີ່ຜ່ານມາ ເຫມືອນກັນ ຊຶ່ງເປັນສາເຫດໃຫ້ ປະທານໂອບາມາ ຕ້ອງອອກມາແກ້ຂ່າວ ແລະຮັບປະກັນຢ່າງເປັນທາງການ ວ່າເງິນໂດລາ ສຫຣ ຍັງຫມັ້ນຄົງຢູ່.

ທ່ານໂອບາມາ ຍັງຢ້ຳອີກ ວ່າ ອັຕຣາເງິນໂດລາຍິ່ງແຂງຕົວຂຶ້ນກວ່າເກົ່າ ໃນໄຣຍະຫັລງໆນີ້. ເຫດຜົນແມ່ນ ຍ້ອນນັກລົງທຶນທົ່ວໂລກ ຍັງເຊື່ອຫມັ້ນຕໍ່ການທຸ່ນທ່ຽງ ຂອງຣະບົບເສຖກິດ ແລະຣະບົບການເມືອງ ຂອງອະເມຣິກາ ເຖິງເສຖກິດອະເມຣິກາ ຈະປະເຊີນຫນ້າ ຕໍ່ການທ້າທາຍຫລາຍໆຢ່າງ ກໍຕາມ.

ເປັນທີ່ຮູ້ກັນດີແລ້ວວ່າ ປັດຈຸບັນນີ້ ເງິນໂດລາ ເປັນເຈົ້າພໍ່ຂອງເງິນຕຣາທົ່ວໂລກ. ທຸກໆເງິນຕຣາໃນໂລກ ແມ່ນຂຶ້ນກັນກັບ ການເຫນັງຕີງຂອງເງິນໂດລາ ໂດຍທາງກົງ ຫລືທາງອອ້ມ ທັງນັ້ນ. ເງິນສຳລອງ ຂອງທຸກໆທະນາຄານແຫ່ງຊາດ ຂອງແຕ່ລະປະເທດໃນໂລກ ລ້ວນແລ້ວ ແຕ່ເຕັມໄປດ້ວຍ ເງິນໂດລາ ເພາະເງິນໂດລາເປັນເງິນຄ້ຳປະກັນ ຄຸນຄ່າຂອງເງິນ ພາຍໃນປະເທດຂອງຂ້າເຈົ້າ. ອີກດ້ານນຶ່ງ ຖ້າຂາດເງິນໂດລາໄປ ການແລກປ່ຽນສິນຄ້າຕ່າງປະເທດກໍຈະລຳບາກຫລາຍ.

ທະນາຄານແຫ່ງຊາດປະເທດຈີນເອງ ມີເງິນສຳລອງ ແລະຖືຫນີ້ພັນທະບັດ ປະມານ 2ໂກດໂດລາ ຢູ່ໃນຄັງແຫ່ງຊາດຂອງຕົນ ຊຶ່ງສ່ວນຫລາຍກໍລ້ວນ ແຕ່ເປັນເງິນຕຣາໂດລາ ທັງນັ້ນ. ຍ້ອນວ່າຈີນມີເງິນສຳລອງ ເປັນເງິນໂດລາ ຢ່າງມະຫາສານນີ້ ຈີນຈຶ່ງສາມາດ ຮັກສາອັຕຣາແລກປ່ຽນເງິນຢວນບໍ່ໃຫ້ຂຶ້ນຣາຄາ ໄດ້ຕາມໃຈຊອບ ເຖິງຈະມີການກົດດັນ ຈາກປະເທດຕາເວັນຕົກ ຫລາຍເທົ່າໃດກໍຕາມ. ການທີ່ເງິນຢວນ ສາມາດຢູ່ໃນຣະດັບຕ່ຳ ມາຕລອດ ພາໃຫ້ສິນຄ້າອອກຂອງຈີນໄປຈຳຫນ່າຍ ຢູ່ຕ່າງປະເທດໄດ້ໃນຣາຄາຖືກ ພາໃຫ້ສິນຄ້າຜລິດຢູ່ຈີນ ຕີຕລາດໂລກໄດ້ ໃນ 20 ປີທີ່ຜ່ານມາ.

ຖ້າຫາກເປັນຈັ່ງຊັ້ນ ເປັນຫຍັງ ຈີນຈຶ່ງຍົກເອົາເຣື່ອງນີ້ ຂຶ້ນມາເວົ້າຕອນນີ້? ຍ້ອນສາເຫດ ວ່າຈີນເມື່ອຍຢູ່ໃນທ່າຮັບ ແລະເມື່ຍຖືກອະເມຣິກາ ກົດດັນໃຫ້ມີການ ຍົກຣາຄາ ເງິນຢວນຂຶ້ນບໍ? ຫລື ສາເຫດເນື່ອງມາຈາກວ່າ ອະເມຣິກາເພີ້ມຫນີ້ ງົບປະມານແຫ່ງຊາດ ຂອງຕົນຈົນເຖິງ ສອງເທົ່າ ຊື່ງອາດຈະນຳຜົລສທ້ອນໃຫ້ ເງິນໂດລາ ຕົກຣາຄາບໍ? ຫລື ຈີນຢາກສວຍໂອກາດ ຍົກ ຄວາມສຳຄັນ ແລະບົດບາດຂອງຕົວເອງຂຶ້ນ ໃນເວທີເສຖກິດສາກົນ ຂອງກອງປະຂຸມ G-20 ທີ່ ກຸງ ລອນດອນ ຂອງປະເທດອັງກິດ ຊຶ່ງຈະຈັດຂຶ້ນ ໃນ ວັນທີ່ 2 ເດືອນເມສາ ທີ່ຈະມາເຖິງນີ້ບໍ?

ຄຳຖາມຂ້າງເທິງລ້ວນແລ້ວ ທີ່ເປັນຄຳຖາມທີ່ມີເຫດຜົນ ແລະຄຳຕອບແທ້ໆ ຄົງຈະກົມກຽວກັນຫມົດ. ບາງນັກວິເຄາະ ໃຫ້ຂໍ້ສັງເກດວ່າ ຈີນຕອນນີ້ ເປັນຫ່ວງຕໍ່ ຄຸນຄ່າຂອງເງິນສຳລອງຂອງຕົນ ຫລາຍກວ່າສິ່ງອື່ນໆຫມົດ ເພາະວ່າ ຕອນນີ້ ຈີນຖືພັນທະບັດ ຂອງຣັຖບານອະເມຣິກາ ປະມານ 8ພັນລ້ານໂດລາ ແລະເງິນສົດເປັນນຶ່ງໂກດໂດລາ ສຫຣ ຢູ່ໃນຄັງແຫ່ງຊາດຂອງຕົນ. ສນັ້ນ ຖ້າເງິນໂດລາຕົກ ຄຸນຄ່າຂອງເງິນສຳລອງຂອງຈີນ ກໍຕ້ອງຕົກເຫມືອນກັນ.

ຕອນນີ້ ຈີນບໍ່ມີທາງເລືອກ ເພາະວ່າເວລາທີ່ມີເງິນກຳໄຣຈາການຄ້ານຳອະເມຣິກາ ເງິນພວກນີ້ສ່ວນຫລາຍ ແມ່ນໄດ້ແລ່ນໄປລົງທຶນ ນຳຕົ້ນຊັບທີ່ເປັນເງິນໂດລາ ທັ້ງນັ້ນ ເປັນຕົ້ນແມ່ນພັນທະບັດ ອະເມຣິກັນ. ອັນນີ້ ຄົງຈະເປັນສາເຫດໃຫຍ່ທີ່ສຸດ ທີ່ເຮັດໃຫ້ຈີນເປັນຫ່ວງ ເພາະວ່າ ຊະຕາກັມຄຸນຄ່າເງິນແລະຊັບສິນຂອງຕົນ ແມ່ນຂຶ້ນນຳເສຖກິດຂອງອະເມຣິກາຈົນເກີນໄປ ຊຶ່ງທຸກມື້ນີ້ ຍັງຕົກຢູ່ໃນສະພາບ ຫົວລ້ຽວຫົວຕໍ່ຢູ່.

ຊ້ຳບໍ່ຫນຳ ຣັຖບານໂອບາມາ ຫາກໍສເນີ ງົບປະມານສົກປີໃຫມ່ ເນັ້ນຫນັກເພີ້ມຣາຍຈ່າຍຣັຖບານຂຶ້ນ. ຫນີ້ຂອງຣັຖ ຈະເພີ້ມເປັນສອງເທົ່າໃນງົບໃຫມ່ນີ້ ແຕ່ຣັຖບານອະເມຣິກາບໍ່ມີເງິນ. ສນັ້ນ ເງິນນັ້ນຈະມາຈາກໃສ? ຣັຖບານອະເມຣິກາ ຕ້ອງກູ້ເງິນ ຫລືພິມເງິນໂດລາ ເຂົ້າມາຫມູນໃນຕລາດການເງິນ ຊຶ່ງມີໂອກາດ ທີ່ຈະພາໃຫ້ເງິນໂດລາ ເຟີ້ ຫລືຕົກຣາຄາໄປ ໃນອະນາຄົດ.

ຕໍ່ສະພາບການນີ້ ຈີນອ້າງວ່າ ເງິນສຳຣອງຂອງໂລກທີ່ອີງໃສ່ເງິນໂດລາ ແຕ່ຢ່າງດຽວນັ້ນ ພາໃຫ້ຣະບົບ ການເງິນໂລກບໍ່ທຸ່ນທ່ຽງ ເພາະວ່າເມື່ອເສຖກິດອະເມຣິກາປະເທດດຽວ ມີອັກວິດຄົນດຽວແບບນີ້ ເສຖກິດຫມົດໂລກປັ້ນປ່ວນຫມົດ ຄືດັ່ງທີ່ທຸກໆຄົນເຫັນກັນຢູ່ນີ້ແລ້ວ. ສນັ້ນ ຈີນຈຶ່ງສເນີ ເງິນສາກົນ ທີ່ບໍ່ຂຶ້ນນຳປະເທດໃດ ໂດຍເອົາແບບຢ່າງ ຫລືເອົາພາຫະນະການແລກປ່ຽນ ແບບ ແອສ ດີ ອາຣ (SDR- Special Drawing Rights).

SDR ເປັນພາຫະນະການແລກປ່ຽນເງິນ ຊນິດນຶ່ງ ທີ່ໄດ້ມີຕົ້ນຕໍມາ ແຕ່ 1969 ພາຍໃຕ້ການຄວບຄຸມ ຂອງສຖາບັນການເງິນນາໆຊາດ "ອາຍ ແອ໊ມ ແອຟ" IMF (International Monetary Fund). ປັດຈຸບັນ ກອງທຶນSDR ມີຣາຄາປະມານ 34 ພັນລ້ານໂດລາ.ໃນ SDR ນຶ່ງຈະບັນຈຸ ເງິນໂດລາ ສຫຣ 44% ເງິນ ເອີໂຣ 34% ເງິນເຢັນ ຍີ່ປຸ່ນ 11% ແລະເງິນ ປອນ ອັງກິດ 11%.

ຕົວຢ່າງ ວິທີໃຊ້ SDR ເປັນພາຫະນະແລກປ່ຽນ ແມ່ນ ຖ້າປະເທດໃດທີ່ມີເງິນໂດລາເຫລືອ ໃນຄັງຂອງຕົວເອງ ຫລືເອີ້ນກັນວ່າ ເງິນສຳຣອງ ແລະຖ້າປະເທດນັ້ນ ບໍ່ຢາກເກັບເງິນໂດລາໄວ້ ປະເທດນັ້ນສາມາດ ເອົາເງິນໂດລາສ່ວນນັ້ນ ມາແລກເອົາ ທະນາບັດ SDR ນຳ IMF ແທນທີ່ຈະໄປແຕກເງິນພວກນີ້ຢູ່ຕລາດແລກເງິນ ເປັນເງິນອື່ນ ຊຶ່ງຈະບຸບເງິນດັ່ງກ່າວນັ້ນລົງ.

ເມື່ອປະເທດດັ່ງກ່າວມີ ທະນາບັດ SDR ໃນກຳມືຂອງຕົວເອງ ເງິນທີ່ໄປແລກເອົານັ້ນກໍຖືກ ແຈກໄປເປັນ ເງິນໂດລາ ສຫຣ 44% ເງິນ ເອີໂຣ 34% ເງິນເຢັນ ຍີ່ປຸ່ນ 11% ແລະເງິນ ປອນ ອັງກິດ 11% ໃນຕົວ ຊຶ່ງຈະປົກປ້ອງຄຸນຄ່າຂອງເງິນ ຈຳພວກນັ້ນໃຫ້ທຸ່ນທ່ຽງກວ່າເກົ່າ ເພາະເງິນຈຳນວນນັ້ນ ຈະບໍ່ຂຶ້ນນຳການ ປ່ຽນແປງຂອງເງິນໂດລາ ສຫຣ ຢ່າງດຽວ ມັນຈະຂຶ້ນນຳການປ່ຽນແປງ ຂອງເງິນເອີໂຣ ເງິນເຢັນ ແລະເງິນປອນດ້ວຍ.

ນອກນັ້ນແລ້ວ ປະເທດດັ່ງກ່າວ ສາມາດເອົາ ທະນາບັດ SDR ໄປໃຊ້ເຫມືອນກັນກັບເງິນ ທົ່ວໄປ. ອັນນີ້ ຄືຜົນດີອັນນຶ່ງຂອງຣະບົບ SDR ແຕ່ກໍຍັງມີ ຫລາຍອັນອີກ ທີ່ SDR ຈະຊ່ວຍໃຫ້ຣະບົບການເງີນໂລກ ທຸ່ນທ່ຽງ ອີງຕາມຄວາມເຫັນ ຂອງບັນດານັກຊ່ຽວຊານທາງດ້ານນີ້ ຫລາຍໆຄົນ.

ຄ່ຽງຄູ່ກັບຂໍ້ສະດວກ ກໍຍັງມີຂໍ້ຫຍຸ້ງຍາກຫລາຍອັນ ທີ່SDR ບໍ່ໄດ້ຮັບຄວາມນິຍົມໃນໄຣຍະທີ່ຜ່ານມາ. ເຖິງຢ່າງໃດກໍຕາມ ຖ້າSDR ຈະເປັນເງິນສາກົນ ແບບຖາວອນດັ່ງທີ່ຈີນ ສເນີມານັ້ນ ແນ່ນອນ ກົດຣະບຽບການຄວມຄຸມ ແລະເງິນຕຣາທີ່ຈະປະກອບ SDR ຈະຕ້ອງມີເກີນກວ່າ ສີ່ເງິນຕຣາທີ່ມີຢູ່ໃນປັດຈຸບັນ.

ສິ່ງທີ່ຫນ້າ ສົນໃຈກ່ຽວກັບການ ສເນີ ສ້າງຕັ້ງເງິນສາກົນ ແທນເງິນໂດລາ ສຫຣນີ້ ບໍ່ແມ່ນມີແຕ່ປະເທດຈີນສເນີມາ ຍັງມີ ຣັດເຊັຍ ແລະ ອິນເດັຍ ພ້ອມດ້ວຍຫລາຍປະເທດເຫັນດີນຳ. ແຕ່ມັນຈະເປັນຈິງ ຫລືບໍ່ນັ້ນ ຄ່ອຍຕິດຕາມກັນຕໍ່ໄປອີກ. ____________________________________________________________________

ແບ່ງກັນຟັງ ປັນກັນຮູ້
ຕໍ່ໄປ ຂໍເຊີນຊວນ ທ່ານຜູ່ອ່ານມາ ຮັບຟັງ ບົດວິຈັຍ "
ການຊ່ວຍເຫລືອ ຂອງຕ່າງປະເທດ ຕໍ່ ສປປ ລາວ" ຂອງທ່ານ ພົງສວັນ ຈາກ ຣາຍການ ສາຣະຄະດີ ຂອງ ວິທຍຸ RFA ທີ່
http://tinyurl.com/cjpl7z

ຈົບ
onelao.com

Saturday, March 21, 2009

Weekly Review #9, 2009

____________________________________________________________________
ບົດຄວາມ

ບ໊າຍ ບ໊າຍ ເສຖກິດຣີງັນ(Reaganomics)
ໂດຍ ໂອ່ມຜຽງ

ພາຍໃນ 25 ປີທີ່ຜ່ານມາ ປັຣຊຍາເສຖກິດຣີງັນ ແບບຄົນທຸກກິນນ້ຳກ້ອງສອກຄົນຮັ່ງ ຄວບງຳ ທິດທາງ ແລະວິທີການປົກຄອງ ແລະການດຳເນີນເສຖກິດ ຂອງອະເມຣິກາເກືອບທຸກໆດ້ານ. ສັງຄົມທົ່ວໄປ ພາກັນບ້າ ບູຊາວັດຖຸ ແລະຄວາມໂລບມາກ ເປັນໃຫຍ່.

ການທົດລອງ ພັທນາເສຖກິດ ແບບນີ້ ເຄີຍນຳຄວາມຈະເຣີນ ແລະຄວາມສຸກ ມາແກ່ຊາດແລະປະຊາຊົນແທ້ ເພາະວ່າມີຫລາຍໆຄົນ ໄດ້ມັ່ງຄັ້ງຮັ່ງມີແທ້ ໃນໄຣຍະນັ້ນ. ແຕ່ເມື່ອເບິ່ງໃນສາຍຕາກວ້າງແລ້ວ ຜົນໄດ້ແທ້ ແມ່ນຕົກຢູ່ໃນກຳມື ຂອງຄົນສ່ວນນ້ອຍ ເທົ່ານັ້ນ. ສນັ້ນ ມັນຈຶ່ງພາໃຫ້ ການເລື່ອນລ່ຳຕ່ຳສູງ ຣະຫວ່າງ ຜູ່ມີ ແລະຜູ່ບໍ່ມີ ຂຍາຍກວ້າງ ຈົນເກີນໄປ. ຊົນຊັ້ນປານກາງ ຊຶ່ງເປັນສັນຫລັງຂອງເສຖກິດທຶນນິຍົມ ກຸດຫ້ຽນລົງໄປ ແລະເຮັດໃຫ້ ຊົນຊັ້ນທຸກຍາກກະໂດດຂຶ້ນໄປ . ສັງຄົມທົ່ວໄປ ເກີດມີຄວາມຕຶງຄຽດ.

ການຕຶງຄຽດຂອງບັນດາ ປະຊາຊົນຍິ່ງນັບມື້ນັບທະວີຂຶ້ນ ເລີ້ມແຕ່ ເສຖກິດຮົດຕົວມາ. ປະຊາຊົນຜູ່ຕົກງານ ເສັຍບ້ານ ແລະ ເສັຍຊັພສິນທີ່ສະສົມໄວ້ເພື່ອອະນາຄົດ ແລະເພື່ອຕອນອອກໄປບຳນານ ຕ້ອງມືດມົວກັນໄປຫມົດ ເພາະບໍ່ມີໃຜ ຮູ້ວ່າອະນາຄົດ ຈະມີການປ່ຽນແປງໄປ ໃນຮູບໃດ.

ປັດຈຸບັນນີ້ ປະຊາຊົນສ່ວນຫລາຍ ກຳລັງ ລະບາຍຄວາມຄຽດແຄ້ນ ຕໍ່ສະຖາບັນການເງິນ ເພາະວ່າເຂົາເປັນທັງຕົ້ນເຫດ ຂອງພາວິບັດເສຖກິດ ແລະທັງເປັນສັນຍາລັກ ຂອງການໂລບມາກ ໂລພາ. ບຸກຄົນທັງຫລາຍ ທີ່ເຮັດການຢູ່ໃນທຸຣະກິດນີ້ ຂາດຄວາມນັບຖື. ໃຜໆກໍປິ່ນຫລັງໃສ່ ພວກໃດທີ່ເຮັດການໃຫ້ ບໍຣິສັດການເງິນ ໃຫ້ທະນາຄານ ເພາະເຂົາຖືກັນວ່າ ພວກນີ້ຍຶດຖືອາຊີບ ທີ່ບໍ່ເປັນທັມ ນອກນັ້ນແລ້ວ ຍັງພາໃຫ້ຜູ່ອື່ນ ເປັນລ້ານໆຄົນ ເດືອດຮ້ອນນຳດ້ວຍ.

ການກະທຳຂອງບໍຣິສັດ ປະກັນພັຍ ເອ ອາຍ ຈີ (AIG) ທີ່ເອົາ ໂບນັສ $165 ລ້ານໂດລາ ໄປແຈກ ໃຫ້ພນັກງານ ຂັ້ນບໍຣິຫານ ຂອງບໍຣິສັດຕົນ ໃນອາທິດທີ່ຜ່ານມານີ້ ຍິ່ງໃຫ້ປະຊາຊົນ ຫມົດທັງຊາດ ໂມໂຫໃຫຍ່ເລີຍ. ພວກນີ້ມີນີສັຍ ມັກໄດ້ແຕ່ຢ່າງດຽວ ແລະບໍ່ຮູ້ສຶກຕົວ ວ່າສິ່ງໃດຄວນເອົາ ແລະສິ່ງໃດບໍ່ຄວນເອົາ. ຕໍ່ຄວາມຮູ້ສຶກ ອັນຮຸ່ນແຮງຈາກ ປະຊາຊົນ ທາງສະພາຕ່ຳ ອອກກົດຫມາຍໃຫມ່ໃນມື້ດຽວວ່າ ຈະເກັບເອົາພາສີ ເຖິງ 90% ຈາກຜູ້ໃດທີ່ໄດ້ຮັບ ໂບນັສ ຈາກບໍຣິສັດ ທີ່ໄດ້ຮັບທຶນຊ່ວຍເຫລືອ ຈາກຣັຖບານ.

ນອກນັ້ນແລ້ວ ຍັງມີບາງຄົນສົ່ງຈົດຫມາຍ ແລະໂທຣະສັບ ໄປນາບຂູ່ ພນັກງານ ແລະໂຮງການ AIG ອີກດ້ວຍ ຈົນທາງບໍຣິສັດໄດ້ ຈ້າງເອົາບໍຣິສັດຮັກສາຄວາມປອດພັຍ ມາຍາມໂຮງການ. ປະຊາຊົນພາກັນປະທ້ວງຢູ່ ຕໍ່ຫນັ້າໂຮງການ. ພນັກງານ AIG ຖືກຕຳຣວດແນະນຳ ບໍ່ໃຫ້ເຜີຍບັດປະຈຳຕົວ ຂອງບໍຣິສັດ ໃຫ້ຄົນຂ້າງນອກ ໂຮງການເຫັນ ເພາະມັນຈະເປັນອັນຕຣາຍ.

ຍ້ອນສາເຫດນີ້ ພນັກງານ AIG ຫລາຍຄົນທີ່ໄດ້ຮັບ ເງິນໂບນັສ ຮີບຟ້າວເອົາເງິນມາ ສົ່ງຄືນ ເພາະຢ້ານຊື່ ຂອງຕົວເອງຈະຖືກແຈ້ງມາໃຫ້ມວນຊົນຮູ້. ເຫນືອນັ້ນແລ້ວ ທີ່ບ້ານ ແລະຄຸ້ມບ້ານທີ່ພນັກງານ ພວກນີ້ຢູ່ ກໍມີການເຂັ່ງຕືງ ເພື່ອນບ້ານ ເລີ້ມບໍ່ເບິ່ງຫນ້າກັນ ເພາະຂ້າເຈົ້າຄິດວ່າພວກນີ້ຂູດຮີດ ປະເທດຊາດ.

ຄວາມຮູ້ສຶກ ແລະແນວຄິດອັນຄຽດແຄ້ນ ຈາກປະຊາຊົນແບບນີ້ ຈະພາກັນໄປຮອດໃສ ກໍມີໃຜຮູ້ ແຕ່ສິ່ງທີ່ຮູ້ແທ້ໆ ປະຊາຊົນອະເມຣິກາ ຫມົດສັດທາ ນຳປັຣຍາຂອງ ເສຖກິດຣິກັນ ທີ່ປ່ອຍໃຫ້ຕລາດເປັນເຈົ້າຄົນດຽວ. ອະເມຣິກາ ກຳລັງຂຽນປະວັດສາດໃຫມ່ ແລະມັນຈະແຕກຕ່າງກວ່າ ຈາກປະວັດສາດ 25ປີຜ່ານມ​າ. ພວກເຮົາ ຖ້າເບິ່ງນຳກັນ ວ່າມັນຈະປ່ຽນໄປ ແບບໃດ.
____________________________________________________________________

ແບ່ງກັນຟັງ ປັນກັນຮູ້
ຕໍ່ໄປ ຂໍເຊີນຊວນ ທ່ານຜູ່ອ່ານມາ ຮັບຟັງ ບົດວິຈັຍ "
ຄວາມ ສຳຄັນທາງດ້ານ ການຄົມມະນາຄົມ ໃນຂົງເຂດອ່າງ ແມ່ນ້ຳຂອງຄືແນວໃດແດ່?" ຂອງທ່ານ ພົງສວັນ ຈາກ ຣາຍການ ສາຣະຄະດີ ຂອງ ວິທຍຸ RFA ທີ່ http://tinyurl.com/dd7orz

ຈົບ
onelao.com

Saturday, March 14, 2009

Weekly Review #8, 2009

____________________________________________________________________
ບົດຄວາມ
ໂດຍ ໂອ່ມຜຽງ

ມັນເປັນໄປໄດ້ແນວໃດ?

ລອງເບິ່ງຄືນຫລັງນຳກັນ ປະມານປີນຶ່ງຜ່ານມາເບິ່ງວ່າ ມູນຄ່າຂອງບໍຣິສັດຍັກໃຫຍ່ການເງິນ ຂອງອະເມຣິກາ ເຊັ່ນ "ຊີຕີ ກຣຸບ" (Citigroup), "ແບ໊ງໂອຟອະເມຣິກາ" (Bank of America), "ເອອາຍຈີ" (AIG), "ແຟນນີເມ" (Fannie Mae) ແລະ"ເຟຼັດດີ ແມ໊ກ" (Freddie Mac) ຮັ່ງມີຂນາດໃດ.

ໃນ ວັນທີ່ 8/3/2008 ຫຸ້ນຂອງແຕ່ລະ ບໍຣິສັດຍັກໃຫຍ່ຂ້າງເທິງນີ້ ມີຣາຄາ $21.69 $34.45 $42.21 $22.37 ແລະ $19.18 ເປັນອັນດັບ ຕາມໆກັນມາ. ເມື່ອເອົາຣາຄາແຕ່ລະຫຸ້ນ ຂອງທັງຫ້າບໍຣິສັດ ນີ້ມາບວກເຂົ້າກັນ ມັນຈະຕົກ ເປັນຈຳນວນເງິນ $133.90 ຕໍ່ຫຸ້ນ.

ແຕ່ພໍມາຮອດປີນີ້ ວັນທີ 8/3/2009 ຫຸ້ນຂອງແຕ່ບໍຣິສັດພວກນີ້ ມີຣາຄາເຫລືອພຽງແຕ່ $1.03 $3.14 $0.35 $0.36 ແລະ $0.36 ຊຶ່ງລວມກັນແລ້ວ ຍັງເຫລືອແຕ່ $5.24 ຕໍ່ຫຸ້ນເທົ່ານັ້ນ.

ແມ່ນແລ້ວ! ພາຍໃນນຶ່ງປີເທົ່ານັ້ນ ຣາຄາຫຸ້ນພວກນີ້ຕົກ ຈາກ $133.90 ມາຍັງເຫລືອແຕ່ $5.24 ຫລືເວົ້າແບບນຶ່ງວ່າ ມູນຄ່າຫລັກຊັບ ຂອງບັນດາ ພວກບໍຣິສັດຍັກໃຫຍ່ ທັງຫ້ານີ້ ຖືກທຳລາຍໄປ 96% ພາຍໃນປີດຽວ.

ຄຳຖາມທີ່ຫລາຍຄົນ ຖາມກັນວ່າ: ມັນເປັນໄປໄດ້ແນວໃດ? ເປັນຍ້ອນຫຍັງ ຊັພສິນ ຂອງບໍຣິສັດພວກນີ້ ຈຶ່ງມາຫາຍຕົວ ໄປງ່າຍດາຍແບບນີ້?

ຄຳຖາມນີ້ຄົງຈະຫາຄຳຕອບ ທີ່ເຈາະຈົງແລະແຈ່ມແຈ້ງຍາກ ເພາະບັນຫານີ້ ສັບສົນຫລາຍ ທັງມີຫລາຍພາກສ່ວນ ກົມກຽວກັນ ແລະຮ່ວມຜິດນຳກັນ. ແຕ່ວ່າ ອີງຕາມຮ່ອງຮອຍຂອງຫລັກຖານ ໃນຫລາຍໆສິບປີຜ່ານມາ ພວກເຮົາ ກໍພໍ ວິຈັຍເຖິງຕົ້ນປາຍ ສາເຫດບາງຢ່າງ ທີ່ພາໃຫ້ຊັພສິລ ຂອງບໍຣິສັດແບບພວກນີ້ເສັຍໄປ. ຫລັກຖານສ່ວນໃຫຍ່ແລ້ວ ແມ່ນເກີດ ມາຈາກການດັດແປງ ຜ່ອນຍານ ກົດຫມາຍຄວາມຄຸມ ທຸຣະກິດ (De-regulation) ລວມທັງກົດຫມາຍ ຄວບຄຸມທະນາຄານ ແລະດ້ານເງິນດ້ວຍ.

ກົດຫມາຍຄວບຄຸມທະນາຄານ ແລະການເງິນນັ້ນ ເລີ້ມຍານລົງມາ ແຕ່ສມັຍ ປະທານະທິບໍດີຄາເຕິ ໂດຍການຜ່ານກົດຫມາຍ Community Reinvestment Act (CRA) ໃນປີ 1977. ຈຸດປະສົງຂອງກົດຫມາຍ ແມ່ນຢາກພັທນາເຂດທຸກຍາກ ໃຫ້ຂ້າເຈົ້າຂຍາຍເສຖກິດ ໃນທ້ອງຖິ່ນຂອງຕົວເອງ ດ້ວຍການຊຸກຍູ້ ທະນາຄານ ຕອ້ງເອົາເງິນບາງຈຳນວນ ໃຫ້ຄົນຢູ່ໃນຂົງເຂດທຸກຍາກຢືມ ຊຶ່ງສ່ວນຫລາຍແລ້ວແມ່ນ ຄົນຊົນຊາດສ່ວນນ້ອຍ ທີ່ບໍ່ມີເກຣດິດດີ ແລະບໍ່ມີຣາຍໄດ້ສູງ. ຖ້າຫາກທະນາຄານໃດ ບໍ່ປະຕິບັດ ຕາມເງື່ອນໄຂນີ້ໄດ້ ທະນາຄານພວກນັ້ນ ຈະບໍ່ສາມາດເປີດສາຂາ ຫລືທຳທຸຣະກິດຢູ່ເຂດນັ້ນ.

ຕໍ່ມາ ເມື່ອທ່ານຣີຫງັນ ຂິ້ນເປັນປະທານະທິບໍດີ ໃນປີ 1980 ນະໂຍບາຍຜ່ອນຍານ ທາງດ້ານການໃຫ້ເງິນກູ້ ຍິ່ງໄດ້ເລັ່ງລັດຂຶ້ນໄປອີກ ແຕ່ຕອນນີ້ ແມ່ນໂນ້ມໄປ ສົ່ງເສີມ ວົງການນັກທຸຣະກິດພຸ້ນ ບໍ່ແມ່ນ ມາຊ່ວຍເຫລືອ ຄົນຍາກຈົນ ເຫມືອນສມັຍທ່ານ ຄາເຕີ.

ທ່ານຣີຫງັນ ຍຶດຖືປັຣຊຍາການປົກຄອງ ແບບ Conservative ຊຶ່ງເຫັນອຳນາດຂອງຣັຖ ເປັນອຸປສັກ ຕໍ່ການຂຍາຍຕົວຂອງ ເສຖກິດ. ທ່ານເຫັນວ່າ ຕລາດເອກະຊົນ ເປັນກຸນແຈດຽວເທົ່ານັ້ນ ທີ່ຈະນຳພາ ຊາດອະເມຣິກາ ໄປສູ່ຄວາມວັທນາຖາວອນ. ສນັ້ນ ກົດຫມາຍ ແລະນະໂຍບາຍການເມືອງຕ່າງໆ ທີ່ດຳຣັດອອກມາ ໃນສມັຍນັ້ນ ລ້ວນແລ້ວແຕ່ ໃຫ້ສິດ ທາງເອກະຊົນ ເກືອບຫມົດ ໂດຍສະເພາະແມ່ນໃຫ້ ສິດພິເສດ ແກ່ນາຍທຶນຍັກໃຫຍ່ ໃນນັ້ນກໍມີບັນດາ ບັນດານາຍທືນທະນາຄານດ້ວຍ.

ກະແສແນວຄິດ ແລະຄວາມເຊື່ອຖືວ່າ "ຕລາດເປັນເຈົ້າ" ຢ່າງດຽວແບບນີ້ ໄດ້ສືບຕໍ່ເນື່ອງ ມາຕລອດຈົນເຖິງ ສມັຍປະທານ GW Bush ຊຶ່ງລວມແລ້ວ ເປັນເວລາຍາວນານເກືອບ 30ປີ. ຜົນອອກມາ ກໍຄື ໂຄງຮ່າງ ຂອງຣະບົບການເງິນ ທັງພາຍໃນປະເທດ ແລະນອກປະເທດ ຖືກດັດແປງ ເພື່ອຮັບໃຊ້ຜົລປະໂຍດ ຂອງນາຍທຶນໃຫຍ່ ເຈົ້າຂອງທະນາຄານໃຫຍ່ ໂດຍບໍ່ຄະນຶງເຖິງຜົລປະໂຍດ ຂອງປະຊາຊົນໂດຍທົ່ວໄປ.

ເມື່ອເປັນດັ່ງນັ້ນແລ້ວ ທາງທະນາຄານ ພາກັນ ສວຍໂອກາດ ແຂ່ງຊິງກັນ ຍາດເອົາກຳໄຣມາ ໃຫ້ບໍຣິສັດ ໂດຍທຸກວິທີທາງ ບາງຄັ້ງກໍຣະເມີດ ກົດຣະບຽບຂອງຕົວເອງ ທີ່ຣະບຸໄວ້ ບາງຄັ້ງ ກໍໃຊ້ ອຳນາດການເມືອງ ທີ່ຕົວເອງມີ ຫາວິທີ ໃຫ້ທາງຣັຖບານ ປ່ຽນກົດຫມາຍ ມາຮັບໃຊ້ຜົລປະໂຍດ ຂອງກຸ່ມຂອງຕົນເອງ.

ຕົວຢ່າງ ໃນປີ 1999 ໄດ້ມີກົດຫມາຍໃຫມ່ ອອກມາ ເອີ້ນວ່າ The Gramm-Leach-Billey Act of 1999. ກົດຫມາຍໄຫມ່ນີ້ ອະນຸຍາດໃຫ້ທະນາຄານ ມີສິດ ເປັນເຈົ້າຂອງບໍຣິສັດການເງິນອື່ນໆ ເຊັ່ນບໍຣິສັດລົງທຶນການເງິນ (Investment company) ແລະ ບໍຣິສັດປະກັນພັຍ (Insurance company) ໂດຍ ລົບລ້າງກົດຫມາຍເກົ່າ ແຕ່ສມັຍອັກວິດເສຖກິດ ຍຸກ 1930 ທີ່ຫວງຫ້າມ ບໍ່ໃຫ້ທະນາຄານ ມີສິດເປັນເຈົ້າຂອງ ທຸຣະກິດ ຈຳພວກນີ້.

ຜົລຂອງການປ່ຽນແປງ ກົດຫມາຍໃຫມ່ນີ້ ພາໃຫ້ມີຂະບວນ ການຊື້ຂາຍທະນາຄານເປັນຢ່າງໃຫຍ່ ຊຶ່ງເປັນບໍ່ເກີດ ທະນາຄານຍັກໃຫຍ່ ແບບ Citibank ແລະBank of America ຂຶ້ນມາ ພາຍໃນສິບປີຫລັງນີ້ເອງ. ມາເຖິງປັດຈຸບັນນີ້ ທະນາຄານຍັກໃຫຍ່ ພວກນີ້ມີຢູ່ 9 ທະນາຄານດ້ວຍກັນ ແຕ່ເຂົາກຳເງິນ ທີ່ຄົນມາຝາກທະນາຄານ ທົ່ວອະເມຣິກາເຖິງ 50%.

ກົງກັນຂ້າມ ກັບການຂຍາຍຕົວຢ່າງມະຫາສານ ຂອງທະນາຄານຍັກໃຫຍ່ ບັນດາການຈັດຕັ້ງຂອງຣັຖ ຮົດຕົວລົງ ພນັກງານກວດກາ ບັນຊີທະນາຄານ (Regulators) ຫລົດນ້ອຍ ແລະອ່ອນເພັຍລົງ ວຽກງານ ແລະຄວາມຮັບຜິດຊອບ ຫລາຍຂຶ້ນກວ່າເກົ່າ ຍ້ອນຣັຖບານຕັດງົບປະມານອອກ. ນອກນັ້ນ ທາງຣັຖບານ ແຕ່ງຕັ້ງເອົາ ບຸກຄົນທີ່ບໍ່ສົນໄຈ ນຳການປະຕິບັດງານ ຄວມຄຸມກົດຫມາຍ ທະນາຄານແລະການເງິນ ມາເປັນຫົວຫນ້າການຈັດຕັ້ງອີກ ຊຶ່ງພາໃຫ້ບົດບາດ ຂອງການຈັດຕັ້ງ ພວກນີ້ ຕ່ຳລົງ ແລະກາຍມາເປັນ ການຈັດຕັ້ງ "ເສືອກະດາດ" ເທົ່ານັ້ນ.

ຄຽງຄູ່ກັນ ນັ້ນທາງບໍຣິສັດກວດບັນຊີເອກະຊົນ (Auditing Company) ແລະທາງບໍຣິສັດຕີຣາຄາຫຸ້ນ ແລະພັນທະບັດ (Rating Agency) ກໍຮ່ວມຫົວກັນຣຸດຜ່ອນ ການເຂັ່ງຂັດ ຕໍ່ການກວດຂັນບັນຊີລົງ. ຕາມທັມະດາ ບໍຣິສັດພວກນີ້ ເປັນການຈັດຕັ້ງເອກະຣາດ ມີຫນ້າທີ່ເປັນກັມະການ ຮັກສາຄວາມສັກສິດ ຂອງສມຸດບັນຊີ ແລະຊື່ສຽງຂອງທຸກບໍຣິສັດ ທີ່ເຂົາກວດກາ ຫລືຕີຣາຄາ. ແຕ່ຍ້ອນມີຄວາມກົດດັນ ຫລາຍຢ່າງ ບາງບໍຣິສັດເຫລົ່ານີ້ ພາກັນ ປະຕິບັດງານ ຜິດພາດໄປ. ບັນຊີທະນາຄານ ຫລືບໍຣິສັດ ໃດທີ່ຢູ່ໃນສະພາບຄອນແຄນ ກໍໄດ້ຮັບຄະແນນ ວ່າ ເປັນທະນາຄານ ຫລືບໍຣິສັດ ທີ່ສົມບຸນ ແລະປອດພັຍໄປ.

ແຕ່ຍ້ອນຄວາມເຊື່ອຖື ຕໍ່ໂຄງຮ່າງ ແລະຣະບົບການກວດກາບັນຊີການເງິນນີ້ ແລະຍ້ອນຄວາມເຊື່ອຖື ຕໍ່ຫລັກຊັບ ຂອງທະນາຄານ ບັນດາການຈັດຕັ້ງຕ່າງໆ ເປັນຕົ້ນບໍຣິສັດສະສົມເງິນ ບໍຣິສັດບໍຣິຫານເບັ້ຍບຳນານ ພາກັນເອົາຊັພສິນ ຂອງສະມາຊິກຂອງຂ້າເຈົ້າ ມາລົງທຶນນຳເປັນ ຕື້ເປັນໂກດ ໂດລາ. ຝູງຄົນກໍພາກັນເຊື່ອ ແລະ ມາລົງທືນນຳ ເພາະວ່າຜົລຕອບແທນ ຈະໄດ້ດີ ແລະການສ່ຽງກໍບໍ່ມີຫລາຍ ເພາະວ່າໃຜກໍຄຶດວ່າ ເງິນຢູ່ບ່ອນໃດທີ່ປອດພັຍກວ່າຫມູ່ ຖ້າຫາກບໍ່ແມ່ນຢູ່ນຳທະນາຄານ. ນອກນັ້ນ ເງິນຈາກຕ່າງປະເທດ ກໍຂົ້າມາອະເມຣິກາຢ່າງຫລວງ ເພາະໃຜໆ ກໍເຫັນວ່າເສຖກິດ ຂອງອະເມຣິກາຫມັ້ນຄົງ ແລະການລົງທຶນ ໄດ້ຜົລກຳໄຣ.

ໃນທ້າຍຍຸກ 1990 ຊຶ່ງກົງກັນກັບ ຕອນ ທີ່ຍຸກ ດ໊ອດຄອມ (Dotcom) ງຽບລົງ ແລະຕອນອັກວິດການເງິນຢູ່ເອເຊັຍ 1997-98 ກຳລັງຣະບາດ ເງິນຍິ່ງລັ່ງເຂົ້າມາ ອະເມຣິກາຕື່ມອີກ. ເງິນພວກນີ້ ຕ້ອງການຕລາດ ໂດຍສະເພາະແລ້ວ ແມ່ນຕລາດ ພັນທະບັດ (Bonds Market) ຊຶ່ງ ຕອນນັ້ນ ບໍ່ມີຫລາຍ ແລະບໍ່ພໍຕອບສນອງ ຄວາມຕ້ອງການ ຂອງລູກຄ້າ. ຕໍ່ຫນ້າການລັ່ງໄຫລເງິນ ເຂົ້າມາປະເທດຕົນເອງ ຢ່າງຫລວງຫລາຍດັ່ງນີ້ ບັນດາທະນາຄານຍັກໃຫຍ່ ຕ້ອງຊອກຫາວິທີ ຜລິດແລະຈຳຫນ່າຍ ສິນຄ້າການເງິນແບບໃຫມ່ ອອກມາເພື່ອ ຕອບສນອງ ຄວາມຕ້ອງການ ຂອງລູກຄ້າ ແລະມັນກໍເປັນ ໂອກາດ ເພີ້ມທະວີຣາຍໄດ້ໄຫ້ ແກ່ບໍຣິສັດ ອີກດ້ວຍ.

ສນັ້ນ ພວກນີ້ຈຶ່ງສ້າງພັນທະບັດ ແບບໃຫມ່ຂຶ້ນມາ ທີ່ຈ່າຍດອກເບັ້ຍສູງ ໂດຍເອົາຫລັກຊັບເຄຫະ ຢູ່ໃນອະເມຣິກາ ເປັນປະກັນ. ພັນທະບັດໃຫມ່ນີ້ ເອີ້ນກັນວ່າ ຊີດີໂອ (CDO- Collaterized Debt Obligation). ໃນພັນທະບັດພວກນີ້ ມີ ຫນີ້ຊື້ບ້ານແບບໃຫມ່ ທີ່ອຳນວຍຄວາມສະດວກ ໃຫ້ຄົນກູ້ເງິນຊື້ບ້ານໄດ້ ຫລືຕຶກການຄ້າ ໄດ້ງ່າຍກວ່າ ບັນດາໂປຣແກມ ເງິນຊື້ບ້ານທົ່ວໄປ ຊຶ່ງມີກົດຣະບຽບເຂັ່ງຂັດ ຂອງອົງການ Fannie Mae ແລະ Fannie Mae. ຫນີ້ຊື້ບ້ານແບບໃຫມ່ ບາງແບບບໍ່ຕ້ອງການເງິນ Down ບໍ່ຕ້ອງການກວດເກຣດິດ ແລະບໍ່ຕ້ອງການ ປະກາດຣາຍໄດ້ ຊຶ່ງທີ່ຮູ້ກັນ ວ່າ Subprime loans.

ຫນີ້ Subprime ນີ້ເປັນຕົ້ນເຫດໃຫ້ຕລາດຂາຍເຮືອນຣະເບີດຂຶ້ນ ໃນໄລຍະປີ 2000-2006. ຣາຄາບ້ານ ແລ່ນຂຶ້ນປານຈະຣວດ. ບ້ານໃຫມ່ຂຶ້ນຄືກັນກັບເຫັດ ແຕ່ຣັຖ Florida ຈົນເຖິງ Arizona. ຝູງຄົນພາກັນ ຫຸ້ມກັນໄປຊື້ບ້ານ ຈົນບໍຣິສັດປຸກເຮືອນປຸກນຳບໍ່ທັນ.

ຕອນແຣກ ຫນີ້ປະເພດນີ້ດຳເນີນ ສາຍຂອງຂ້າເຈົ້າເອງ ເປັນຕົ້ນແມ່ນທະນາຄານຍັກໃຫຍ່ ແບບ Citibank ແລະ Bear Stearn ເປັນຕົວຕັ້ງຈຳຫນ່າຍ ທັງຫນີ້ ແລະພັນທະບັດໃຫ້ບັນດາລູກຄ້າຂອງຂ້າເຈົ້າເອງໃ ທາງ Fannie Mae ແລະ Freddie Mac ບໍ່ໄດ້ມາກ່ຽວຂ້ອງ. ແຕ່ຍ້ອນທາງສອງ ບໍຣິສັດນີ້ ເລີ້ມເສັຍຕລາດ ແລະຣາຍໄດ້ ໃຫ້ພວກ Subprime loans ນີ້ ໃນປີ 2004-06 ທາງ Fannie Mae ແລະ Freddi Mac ຈຶ່ງປ່ຽນນະໂຍບາຍແລະກົດຣະບຽບ ຂອງຕົວເອງ ເຂົ້າມາກ່ຽວຂ້ອງນຳຕລາດພວກນີ້. ນອກນັ້ນ ແລ້ວ ບໍຣິສັດ AIG ຊຶ່ງເປັນບໍຣິສັດປະກັນພັຍທີ່ໃຫຍ່ ເຫັນໂອກາດວ່າ ຕົວເອງ ຈະຫາເງິນໄດ້ນຳຕລາດໃຫມ່ນີ້ ເລີຍຕັ້ງພແນກໃຫມ່ຂຶ້ນມາ ເພື່ອຂາຍປະກັນພັຍ ຮັບປະກັນຫນີ້ບ້ານ Subprime.

ພໍມາເຖິງກາງປີ 2006 ມາ ພວກທີ່ກູ້ຫນີ້ Subprime ເລີ້ມບໍ່ຈ່າຍຄ່າບ້ານ ທາງວົງການ Subprime ເລີ້ມກັງວົນຂຶ້ນມາ. ພວກກຳພັນທະບັດ CDO ບໍ່ໄດ້ຮັບດອກເບັ້ຍ ຣາຄາບ້ານເລີ້ມຕົກລົງ ເຣື່ອງເລີຍຮ້ອນຂຶ້ນ ພາໃຫ້ຕລາດແຕກຕື່ນ ກັນມາຈົນຮອດທຸກວັນນີ້. ຄວາມເຊື່ອຖືຕໍ່ຕລາດຫຸ້ນ ຕລາດທະນາບັດຈືດຈາງລົງ ໃຜຂາຍອອກໄດ້ກໍພາກັນຂາຍອອກ. ທະນາຄານກໍງົດເອົາເງິນໄຫ້ຄົນຢືມ. ຫຸ້ນຂອງທະນາຄານຍັກໃຫຍ່ ທີ່ກ່າວມາຈຶ່ງຕົກຣາຄາ ຢ່າງເຫລືອເຊື່ອ ຄືດັ່ງຕົວຢ່າງທີ່ກ່າວມາ. ຊັພສິນຕ່າງໆເລີຍຫມົດຄຸນຄ່າໄປ.

ສລຸບແລ້ວ ຄວາມຜິດພາດໃນອັກວິດການເງິນນີ້ ບໍ່ແມ່ນຫາກໍມີມາ. ຫລາຍພາກສ່ວນມີ ສ່ວນຜິດນຳກັນ ໃນນັ້ນມີທັງ ນັກທຸຣະກິດ ນັກການເມືອງ. ເວົ້າລວມແລ້ວຣະບົບການເງິນ ຈະຕ້ອງມີການປ່ຽນແປງ ທັງພາຍໃນປະເທດ ແລະພາຍໃນໂລກ.

ຣະບົບທືນນິຍົມຍັງເຂັ້ມແຂງຕາມເຄີຍ.ທາງຣັຖມົລຕີການຄັງ ທັງ 20 ປະເທດ (G-20) ກຳລັງປະຊຸມກັນ ຢູ່ ທີ່ລອນດອນໃນອາທິນີ້ ເພື່ອຫາທາງປັບປຸງແກ້ໄຂ ຊັພພິດໃຫ້ຕົກແຕກ.

____________________________________________________________________________

ແບ່ງກັນອ່ານ ປັນກັນຮູ້
ທ້າຍສຸດນີ້ ຂໍເຊີນຊວນ ທ່ານຜູ່ອ່ານມາ ຮັບຟັງ ບົດວິຈັຍ "
ປະເມີນ ຜົນ ກອງປະຊຸມ ສຸດຍອດຂອງກຸ່ມ ອາຊຽນເປັນຄັ້ງທີ14" ຂອງທ່ານ ພົງສວັນ ຈາກ ຣາຍການ ສາຣະຄະດີ ຂອງ ວິທຍຸ RFA ທີ່ http://tinyurl.com/br9u32

ຈົບ
onelao.com

Saturday, March 7, 2009

Weekly Review #, 2009

ຣັຖບານ ອະເມຣິກາ ຈ່າຍບໍ່ອັ້ນ!!!
________________________________________
ຂ່າວທົ່ວໄປ

ໂດຍ ໂອ່ມຜຽງ

ແຜນການ ບັນເທົາເຈົ້າຂອງບ້ານ

ຫລັງຈາກ ປະທານໂອບາມາ ປະກາດ ໃນສອງອາທິດທີ່ຜ່ານມາ ວ່າຈະຊ່ວຍ ບັນດາຜູ້ທີ່ມີບັນຫາ ຜ່ອນຄ່າບ້ານ ເຖິງ 9 ລ້ານຄົນ ຫລາຍໆຄົນ ກໍລໍຄອຍເບິ່ງລາຍຣະອຽດ ວ່າ ມີໃຜແດ່ ຈະມີເງື່ອນໄຂ ໄດ້ຮັບການຊ່ວຍເຫລືອ ຈາກແຜນການ ທີ່ທ່ານກ່າວມາ.

ໃນທີ່ສຸດ ວັນທີ່ລໍຄອຍ ກໍມາເຖິງ. ໃນມື້ວັນພຸດ ວັນທີ່ 4/3/2009 ກະຊວງການຄັງ ໄດ້ເຜີຍແຜ່ ກົດຣະບຽບ ແລະກົດແນະນຳໃຫມ່ ຂອງແຜນການ ບັນເທົາເຈົ້າຂອງບ້ານ ອອກມາ ຊຶ່ງໃຫ້ ເລີ້ມລົງປະຕິບັດໄດ້ ທັນທີ.

ແຜນການດັ່ງກ່າວ ມີສອງໂປຣແກມໃຫຍ່ດ້ວຍກັນ ຊຶ່ງແຕ່ລະໂປຣແກມ ມີເງື່ອນໄຂ ແລະຈຸດປະສົງ ແຕກຕ່າງກັນ.

ໂປຣແກມທີ່ນຶ່ງ ແມ່ນການກູ້ເງິນໃຫມ່ ໃຊ້ຫນີ້ເກົ່າ ຫລືແບບ "ຣີຟາຍແນນ" (Refinance) . ເງື່ອນໄຂ ຂອງຜູ່ຈະຮັບການຊ່ວຍ ແບບ "ຣີຟາຍແນນ" ມີດັ່ງນີ້:
  1. ຫນີ້ບ້ານ (Mortgage) ທີ່ຢາກ "ຣີຟາຍແນນ" ຕ້ອງຢູ່ໃນບັນຊີຂອງ ບໍຣິສັດ ຣັຖວິສາຫະກິດ ແຟນນີ ເມ (Fannie Mae) ຫລື ຂອງ ເຟຣດີ ແມ໊ກ(Freddie Mac). ເຮັດແນວໃດຈະຮູ້ວ່າ ຢູ່ໃນບັນຊີ ຂອງບໍຣິສັດທັງສອງນີ້? ວິທີທີ່ງ່າຍ ທີ່ສຸດ ແມ່ນໂທຣະສັບ ໄປຖາມບໍຣິສັດ ທີ່ທ່ານໄດ້ສົ່ງເງິນ ຜ່ອນຄ່າບ້ານ ໄປໃຫ້ແຕ່ລະງວດ
  2. ບ້ານທີ່ຕ້ອງການ "ຣີຟາຍແນນ" ຕ້ອງເປັນບ້ານທີ່ເຈົ້າຂອງຢູ່ (owner-occupied) ບໍ່ແມ່ນບ້ານໃຫ້ຄົນເຊົ່າ
  3. ເຈົ້າຂອງບ້ານບໍ່ເຄີຍຊັກຊ້າໃນການຜ່ອນຄ່າບ້ານ
  4. ເຈົ້າຂອງບ້ານ ຕ້ອງສາມາດພິສູດຕໍ່ທະນາຄານ ວ່າມີຣາຍໄດ້ ພຽງພໍ ທີ່ຈະຜ່ອນຫນີ້ໃຫມ່ໄດ້
  5. ຫນີ້ບ້ານຣະດັບນຶ່ງ (First mortgage) ບໍ່ໃຫ້ເກີນ 105% ຂອງຣາຄາບ້ານໃນປັດຈຸບັນ. ຕົວຢ່າງ ຖ້າຣາຄາບ້ານ ໃນປັດຈຸບັນແມ່ນ $200,000 ຫນີ້ບ້ານຣະດັບນຶ່ງ ແມ່ນບໍ່ໃຫ້ເກີນ $210,000. ຖ້າມີຫນີ້ບ້ານຣະດັບສອງ (Second mortgage) ກໍບໍ່ເປັນຫຍັງ ທ່ານສາມາດ ຣີຟາຍແນນ ໄດ້ ຕາບໃດ ຫນີ້ບ້ານຣະດັບນຶ່ງ (First mortgage) ບໍ່ໃຫ້ເກີນ 105% ຂອງຣາຄາບ້ານໃນປັດຈຸບັນ.
  6. ເຈົ້າຂອງບ້ານ ມີໂອກາດ ຮອດເດືອນ 6 ປີ2010 ທີ່ ຈະ "ຣີຟາຍແນນ" ນຳໂປຣແກມນີ້ .
ໂປຣແກມທີ່ສອງ ແມ່ນການດັດແປງ ຫນີ້ (Loan modification). ເງື່ອນໄຂ ຂອງຜູ່ຈະຮັບການຊ່ວຍ ແບບ "ດັດແປງ ຫນີ້" ມີດັ່ງນີ້:
  1. ຫນີ້ບ້ານດັ່ງກ່າວ ຕ້ອງເປັນເປັນຫນີ້ທີ່ກູ້ຢືມ ກ່ອນ ຫລື ຕ້ອງຢືມໃນວັນທີ່ 1/1/2009.
  2. ບ້ານ ຕ້ອງເປັນບ້ານທີ່ເຈົ້າຂອງຢູ່ (owner-occupied) ບໍ່ແມ່ນບ້ານໃຫ້ຄົນເຊົ່າ
  3. ຣາຄາບ້ານໃນປັດຈຸບັນ ບໍ່ໃຫ້ເກີນ $759,750 ສຳລັບບ້ານທີ່ເປັນບ້ານຫລັງດຽວ (Single family residence)
  4. ຣາຍຜ່ອນຄ່າບ້ານແຕ່ລະເດືອນ ລວມທັງພາສີ ຕາດິນ ປະກັນໄພຍບ້ານ ຄ່າທຳສະມາຄົມເຈົ້າຂອງບ້ານ (Homeowners association dues) ຕ້ອງເກີນຣາຍໄດ້ ທັງຫມົດ(Gross income) ຂອງບັນດາ ຜູ່ທີ່ກູ້ຫນີ້ບ້ານ 31%
  5. ເຈົ້າຂອງບ້ານ ທີ່ກຳລັງຈະຖິ້ມບ້ານ ຫລືກຳລັງປະກາດຕົວ ລົ້ມລະລາຍ(Bankruptcy) ມີເງື່ອນໄຂ ຮັບການບັນເທົາ ຈາກໂປຣແກຣມນີ້
  6. ຖ້າຫາກຖືກຮັບບັນເທົາ ຈາກ ໂຄງການນີ້ ຣາຍຜ່ອນຄ່າບ້ານປະຈຳເດືອນ ຈະຫລຸດລົງພຽງ 31% ຂອງຣາຍໄດ້ທັງຫມົດ ຂອງບັນດາເຈົ້າຂອງບ້ານ ດ້ວຍ ການຫລຸດດອກເບັ້ຍ ຫລື ຢືດຍາວເວລາໃຊ້ຫນີ້ໄປເຖິງ 40ປີ ຫລືບາງຄັ້ງອາດຈະຕັດຕົ້ນຫນີ້ລົງ ສຸດແລ້ວແຕ່ທາງທະນາຄານ ແລະຣັຖຈະຕົກລົງກັນ.
  7. ເຈົ້າຂອງບ້ານ ມີໂອກາດ ດັດແປງຫນີ້ ນຳໂປຣແກມນີ້ ຄັ້ງດຽວເທົ່ານັ້ນ ແລະ ໂປຣແກມນີ້ ຈະດຳເນີນງານ ໄປເຖິງ ວັນທີ່ 31/12/2012.
ແຜນການ "ບັນເທົາເຈົ້າຂອງບ້ານ" ຄາດຫມາຍວ່າ ຈະຊ່ວຍເຈົ້າຂອງບ້ານ ແບບ "ຣີຟາຍແນນ"ໄດ້ ປະມານ 5ລ້ານຫລັງ ແລະ ຈະຊ່ວຍແບບ "ດັດແປງ ຫນີ້" ໄດ້ ປະມານ 4 ລ້ານຫລັງ.

ສ່ວນຣາຍຣະອຽດເພີ້ມເຕີມ ກ່ຽວກັບ ແຕ່ລະໂປຣແກມນັ້ນ ເຈົ້າຂອງບ້ານ ຕ້ອງຕິດຕໍ່ນຳ ຜູ່ຕາງຫນ້າທະນາຄານ ຫລືນຳບໍຣິສັດກູ້ເງິນ.
-------------------------------------------------------------------------------------------------

ພລັງງານແບບໃຫມ່ ແລະການກໍ່ສ້າງເສຖກິດໃຫມ່ ໃນສຫະຣັຖອະເມຣິກາ

ໃນມື້ວັນທີ່ 22/2/2009 ນະທີ່ກອງປະຊຸມຮ່ວມປະຈຳປີ ຂອງສະມາຊິກ ສະພາອະເມຣິກັນ ທ່ານປະທານທິບໍດີ ໂອບາມາ ໄດ້ກ່າວ ວ່າ ພລັງງານແບບໃຫມ່ ເປັນ ນຶ່ງໃນສາມຈຸດໃຫຍ່ ທີ່ທ່ານແນໄສ່ ເພື່ອແກ້ໄຂ ອັກວິດເສຖກິດ ພ້ອມທັງ ກໍ່ສ້າງ ພັທນາເສຖກິດໃຫມ່ຂອງ ສຫະຣັຖອະເມຣິກາ ໃນໄລຍະຍາວນານ. ສອງຈຸດໃຫຍ່ອື່ນນັ້ນ ແມ່ນການປະຕິຮູບ ຣະບົບສາທາຣະນະສຸກ ແລະປັບປຸງ ການສຶກສາ ໃຫ້ມີມາຕຖານດີຂຶ້ນ.

ເຫດຜົນ ທີ່ທ່ານແນໃສ່ ພລັງງານແບບໃຫມ່ ເປັນພາຫະນະ ແກ້ໄຂແລະພັທນາເສຖກິດ ມີຢູ່ຫລາຍປະການ ຕົ້ນຕໍແລັວ ແມ່ນ ທາງດ້ານຄວາມປອດໄພຍຂອງຊາດ ທາງດ້ານການຮັກສາ ສິ່ງແວດລ້ອມ ແລະທາງດ້ານເສຖກິດ.

ທາງດ້ານຄວາມປອດໄພຍຂອງຊາດ ອະເມຣິກາ ຕ້ອງຣຸດຜ່ອນການໃຊ້ນຳມັນ ຈາກຕ່າງປະເທດ ເພາະວ່າດຽວນີ້ ອະເມຣິກາເພິ່ງຕໍ່ນຳມັນ ຈາກຕ່າງປະເທດຫລາຍໂພດ. 70% ຂອງຈຳນວນ ນ້ຳມັນທັງຫມົດທີ່ ອະເມຣິກາໃຊ້ ພາຍໃນປິ 2008 ແມ່ນໄດ້ສັ່ງຊື້ ຈາກຕ່າງປະເທດ ເປັນຕົ້ນ ແມ່ນຈາກປະເທດ ການາດາ ເມັກຊິໂກ ເວເນຊູເອລາ ແລະ ປະເທດ ຊາອູ ຊຶ່ງ ລວມແລ້ວ ຕົກເປັນເງິນ ເຖິງ $475 ພັນລ້ານໂດລາ. ໃນນັ້ນ 60% ແມ່ນຈ່າຍໃຫັປະເທດ ຊາອຸ ປະເທດດຽວ.

ຖ້າບັນດາ ປະເທດດັ່ງກ່າວ ຕັດການລຳລຽງນ້ຳມັນ ຫລືເພີ້ມຣາຄານ້ຳມັນແລ້ວ ເສຖກິດອະເມຣິກາ ຈະມີ ການກະທົບກະເທືອນຢ່າງຫນັກ ແລະຈະມີຜົລສະທ້ອນຕໍ່ ຄວາມຫມັ້ນຄົງຂອງຊາດ ເພາະວ່າ ການຄົມະນາຄົມ ພາຍໃນອະເມຣິກາ ທາງດ້ານການທະຫານ ແລະດ້ານພົລເຮືອນ ໄດ້ອີງໄສ່ ການໃຊ້ນ້ຳມັນເຖິງ 97%. ນອກນັ້ນແລ້ວ ເງິນບາງພາກສ່ວນທີ່ອະເມຣິກາ ເອົາໄປຈ່າຍຄ່ານ້ຳນັ້ນ ກາຍໄປຕົກຢູ່ໃນມື ຂອງຜູ່ກໍ່ການຮ້າຍ ທີ່ຫວັງທຳລາຍ ອະເມຣິກາ.

ນອກຈາກການໃຊ້ນ້ຳມັນຢ່າງບໍ່ອັ້ນແລ້ວ ອະເມຣິກາຍັງໃຊ້ຖ່ານຫີນ ຢ່າງຫລວງຫລາຍ ໃນການຜລິດກະແສໄຟຟ້າ. ການໃຊ້ທາດທັງສອງ ມາເປັນພື້ນຖານ ການຜລິດພລັງງານ ຮັບໃຊ້ ເສຖກິດຂອງຕົນນັ້ນ ໄດ້ສ້າງຜົລສະທ້ອນ ອັນເສັຍຫາຍ ທາງດ້ານຄຸນພາບ ຂອງອາກາດ ນ້ຳ ແລະທັງເປັນພິດ ໃຫ້ແກ່ດິນດອນ ຕອນຫຍ້າອີກດ້ວຍ. ສິ່ງທີ່ຫນ້າວິຕົກກວ່າຫມູ່ ແມ່ນເຣື່ອງອາຍພິດ ກາກບອນ ດາຍອົກຊ່າຍ(CO2) ທີ່ທາດຖ່ານຫີນ ແລະທາດນ້ຳມັນສົ່ງອອກມາສູ່ອາກາດ ຊຶ່ງເປັນສາເຫດ ສ້າງໃຫ້ອຸນະພູມຂອງໂລກ ຮ້ອນຂຶ້ນອີກ ຊຶ່ງລ້ວນແລ້ວແຕ່ ພາໃຫ້ ສະພາບແວດລ້ອມ ເສື່ອມໂຊມລົງ.

ເພື່ອແກ້ໄຂ ບັນຫາດັ່ງກ່າວນີ້ ທາງອະເມຣິກາ ຕອ້ງຫັນທິດທາງໃຫມ່ ໃນການຜລິດພລັງງານ ແລະການຫມູນໃຊ້ ສັພຍາກອນທຳມະຊາດ ມາຮັບໃຊ້ສັງຄົມຕົນເອງ ແລະ ສວຍໂອກາດປົວແປງ ລິເລີ້ມກໍ່ສ້າງເສຖກິດໃຫມ່ ຂອງຕົວເອງ ໄປພ້ອມໆກັນ. ອະເມຣິກາ ຕ້ອງຫລຸດຜ່ອນ ການໃຊ້ທາດທີ່ບໍ່ສະອາດ ແລະເປັນໄພຍຕໍ່ສະພາບແວດລ້ອມ ແລ້ວຫັນມາເພີ້ມການ ໃຊ້ທາດທີ່ສະອາດ ແລະເປັນມິດກັບ ສະພາບແວດລ້ອມ ເປັນຕົ້ນແມ່ນ ການໃຊ້ ແສງຕາເວັນ ກະແສລົມ ກະແສນ້ຳແລະ ແກສທຳມະຊາດ.

ສນັ້ນ ໃນແຜນການກະຕຸ້ນເສຖກິດ ທີ່ທ່ານໂອບາມາ ໄດ້ເຊັນ ເປັນກົດຫມາຍທີ່ ນະຄອນ ແດນເວີນັ້ນ ໄດ້ວາງເປົ້າຫມາຍ ວ່າໃຫ້ອະເມຣິກາ ເພີ້ມຜລິດ ພລັງງານໃຫມ່ ໃນປີ 2012 ໃຫ້ໄດ້ ເຖິງສອງເທົ່າຂອງທີ່ຈຳນວນ ທີ່ຜລິດໄດ້ ໃນປັດຈຸບັນ. ພ້ອມນີ້ ທ່ານ ຍັງໄດ້ອະນຸມັດ ງົບປະມານ ຈຳນວນ ຫລາຍກວ່າ $45 ພັນລ້ານ ເພື່ອມາປະຕິບັດ ແຜນການນີ້.

ເງິນຈຳພວກ ຈະແຈກຢາຍກັນໄປໃຊ້ ໃນແຕ່ລະໂຄງການດັ່ງນີ້:
  1. $13 ພັນລ້ານໂດລາ ສຳລັບ ປັບປຸງ ໂຮງການຫລວງ ບ້ານຫລວງ ພ້ອມດ້ວຍເຮືອນຢູ່ຂອງປະຊາຊົນ ນຶ່ງລ້ານ ຫລັງ ໃຫ້ມີປະສິທິພາບ ໃນການໃຊ້ ພລັງງານ ໃຫ້ດີຂຶ້ນ ໂດຍຫລຸດຜ່ອນການໃຊ້ພລັງງານ ໃຫ້ນ້ອຍລົງ
  2. $10 ພັນລ້ານໂດລາ ເພື່ອ ກໍ່ສ້າງ ແລະປັບປຸງເຄື່ອຄາຍສົ່ງກະແສໄຟຟ້າ ໃຫ້ທັນສມັຍ ແລະຕິດຕັ້ງ ເຄື່ອງວັດແທກໄຟຟ້າ ສລາດ (Smart meters) ທີ່ບ້ານຄົນ
  3. $20 ພັນລ້ານໂດລາ ໃຫ້ເປັນ ເກຣດິດພາສີ ແກ່ບໍຣິສັດ ຫລືບ້ານຄົນ ທີ່ຜລິດພລັງງານ ໄຟຟ້າໂດຍໃຊ້ ກະແສລົມ ແສງແດດ ແລະກະແສນ້ຳ
  4. $2 ພັນລ້ານໂດລາ ເພື່ອຄົ້ນຄວ້າ ຫມໍ້ໄຟຣົຖໄຟຟ້າ
  5. $500 ລ້ານໂດລາ ຊ່ວຍພັທນາ ຝຶກສ້າງ ພນັກແລະຜູ່ຊ່ຽວຊານ ທາງດ້ານພລັງງານໃຫມ່
ສລຸບແລ້ວ ແຜນການ ໃຊ້ພລັງງານແບບໃຫມ່ ຈະສ້າງຫນ້າທີ່ ວຽກງານໃຫມ່ໃຫ້ປະຊາຊົນຂຶ້ນ ປະມານ 5 ແສນ ຄົນ ແລະ ທັງໄດ້ຮັບການສນັບສນູນ ຈາກຕ່າງປະເທດອີກດ້ວຍ ໂດຍສະເພາະຈາກ ນາຍົກຣັຖມົລຕຣີ ອັງກິດ ກອກເດິນ ບຣາວ ທີ່ມາຢ້ຽມຢາມ ສຫຣ ອະເມຣິກາ ຕົ້ນສັປດານີ້. ທ່ານ ກ່າວວ່າ ການພັທນາ ພລັງງານຂຽວ ແມ່ນ ຊ່ອງທາງ ພັທນາເສຖກິດ ທີ່ຖືກຕ້ອງ.
____________________________________________________________________

ບົດຂຽນ ຈາກຜູ່ອ່ານ





ສົມເດັຈພຣະເທພຣັຕນຣາຊສຸດາຯ ສ​ຍາມບໍຣົມຣາຊກຸມາຣີ ແລະ ທ່ານບຸນຍັງ ວໍລະຈິດ ຮ່ວມ ເປັນປະທານ ເປີດຣົຖໄຟສາຍ ຫນອງຄາຍ-ທ່ານາແລ້ງ
ຣາຍງານຂ່າວ ຈາກ Manager Online


ຫນອງຄາຍ- ສົມເດັຈພຣະເທພຣັຕນຣາຊສຸດາຯ ສ​ຍາມບໍຣົມຣາຊກຸມາຣີ ສເດັຈ ເປັນອົງຄ໌ ປະທານພິທີ ເປິດການເດິນຂບວນຣົຖໄຟຖ້ຽວປະຖົມຣຶກສ໌ຣະຫວ່າງປະເທສໄທຢ-ສປປ.

ລາວທາງດ້ານລາວຢ້ຳຣຖໄຟສາຢນີ້ມີຄວາມສຳຄັນຕໍ່ລາວ ເປັນຣົຖໄຟສາຍປະວັຕສາສຕຣ໌ ສາຍທຳອິດ ຂອງລາວ(ຖ້າບໍ່ຄິດໄລ່ສາຍຣົຖໄຟທີ່ ຟຣັ່ງສ້າງຄ້າງໄວ້ທີ່ ເມືອງດອນໂຂງ)ເຖີງແມ່ນວ່າຈະມີລະຍະທາງ ພຽງ 3.5 ກມ.ກໍຕາມ.

ພາຍໃນອານາຄົຕພ້ອມຂຍາຍສ້າງລາງເຊື່ອມຕໍ່ປະເທສເພື່ອນບ້ານດ້ານອື່ນໆ ເຊື່ອມການຄ້າ-ທ່ອງທ່ຽວ. ການກໍ່ສ້າງທາງຣົຖໄຟຈາກຊ່ວງເຄີງກາງສະພານມິຕຣພາພໄທຢ-ລາວ ເຖຶງ ສະຖານີທ່ານາແລ້ງ ລະຢະທາງ 3.5 ກິໂລເມຕຣຕົກເປັນເງິນ 197 ລ້ານບາທ ໂດຍເປັນເງິນຊ່ວຍເຫລືອ ແບບ ໃຫ້ລ້າຣ້ອຢລະ 30 ແລະເງິນກູ້ຢືມ ຜ່ອນສົ່ງແບບມີເງື່ອນໄຂຣ້ອຢລະ 70.

ໃນການນີ້ ນາຍອະພິສິທທິ໌ ເວຊຊາຊີວະ ນາຍົກຣັຖມົນຕຣີ ພ້ອມດ້ວຍນາຢໂສພົນ ຊາຣັມຢ໌ ຣັຖມົນຕຣີວ່າການກະຊວງ ຄົມມະນາຄົມ, ນາຍກະສິຕຢ໌ ພິຣົມຢ໌ ຣັຖມົນຕຣີວ່າການກະຊວງ ການຕ່າງ ປະເທສ, ນາຍຊານຊັຍ ຊັຍຣຸ່ງເຣືອງ ຣັຖມນຕຣີວ່າການ ກະຊວງອຸຕສາຫກັມ, ຄຸນຍິງກັລຢາ ໂສພົນພນິຊ ຣັຖມນຕຣີວ່າການ ກະຊວງວິທຢາສາສຕຣ໌ ແລະເທຄໂນໂລຢີ, ນາຍນິພົນທ໌ ພຣ້ອມພັນທຸ໌ ເລຂາທິການ ນາຍົກ ຣັຖມົນຕຣີ, ນາຍກວີ ກິຕຕິສຖາພອນ ຜູ້ວ່າຣາຊການ ຈັງຫວັດຫນອງຄາຍ ນຳຂ້າຣາຊການ ທະຫາຣ ຕຳຣວຈ ນັກຮຽນ ນັກສຶກສາປະຊາຊົນ ໃນຈັງຫວັດຫນອງຄາຍ ເຂ້າເຝົ້າຮັບສະເດັຈຢ່າງເນືອງແນ່ນ.

ທາງຝ່າຍລາວນຳໂດຍ ທ່ານາສົມມາດ ພົນເສນາ ຣັຖມົນຕຣີວ່າການ ກະຊວງໂຍທາທິການ ແລະ ຂົນສົ່ງ, ທ່ານລັດຕະນະມະນີ ຄຸນພິວົງ ຣັຖມົນຕຣີຊ່ວຍວ່າການ ກະຊວງໂຍທາທິການແລະຂົນສົ່ງ, ທ່ານ ກອບແກ້ວ ຫລວງໂຄດ ຮອງອະທິບໍດີກົມພິທີການທູຕ, ທ່ານສົມປອງ ພົນເສນາ ຮອງຫັວຫນ້າອົງຄ໌ການ ຣົຖໄຟລາວ ນຳຄນະເຝ້າຣັບເສດັຈດ.

ຈາກນັ້ນເວລາ 10.05 ນ ສົມເດັຈພຣະເທພຣັຕນຣາຊສຸດາຯ ສ​ຍາມບໍຣົມຣາຊກຸມາຣີ ສເດັຈ ໂດຍຣົຖໄຟພຣະທີ່ນັ່ງ ເຖິງສະຖານີທ່ານາແລ້ງ ເມືອງຫາດຊາຢຟອງ ສປປ.ລາວ ຕາມຄຳກຣາບບັງຄົມທູລ ເຊິນ ໂດຢມີທ່ານບຸນຍັງ ວໍລະຈິດ ຮອງປຣະທານປະເທສ ສປປ.ລາວ ພຣ້ອມດ້ວຢ ດຣ.ສົມມາດ ພົລເສນາ ຣມຕ.ກະຊວງໂຍທາທິການແລະກ່ໍສຣ້າງ ຄນະຣັຖມົນຕຣີທີ່ກ່ຽວຂ້ອງຂອງລາວຈາກນັ້ນເສດັຈຯ ປຣະທັບທີ່ຫ້ອງ ພັກຮັບຮອງ ແລະຣ່ວມເປັນປະທານ ເປິດເດິນຣົຖໄຟໄທຢ-ລາວ ໂດຢເສດັຈຯ ປະທັບພາຢໃນເຕັນທ໌ ຮັບຮອງ ຮ່ວມກັບທ່ານບຸນຢັງ ວໍລະຈິດ ຮອງປະທານ ສປປ.ລາວ

ທ່ານ ສົມມາດ ພົນເສນາ ຣມວ. ກະຊວງໂຍທາທິການແລະກໍ່ສ້າງ ສປປ.ລາວ ກ່າວວ່າ ຣັຖບາລລາວ ແລະປຣະຊາຊົນລາວ ຂໍຂອບໃຈຣັຖບາລໄທຢແລະປະຊາຊົນໄທຢ ທີ່ໄດ້ໃຫ້ການ ສນັບ ສນຸນແລະສົ່ງເສິມ ໃຫ້ໂຄຣງການ ຯ ນີ້ສຳເຣັຈ ລຸລ່ວງໄປດ້ວຢດີ ຊຶ່ງຣົຖໄຟສາຢນີ້ ມີຄວາມສຳຄັນຢິ່ງ ຂອງປຣະເທສ ສປປ.ລາວ ຄື ເປັນຄວາມ ສັມພັນທ໌ອັນດີຣະຫວ່າງຣັຖບາລລາວກັບຣັຖບາລໄທຢ ປະຊາຊົນລາວກັບປະຊາຊົນໄທຢ ເປັນຣົຖໄຟ ສາຢປຣະວັຕິສາສຕຣ໌ ເນື່ອງຈາກເປັນຣົຖໄຟສາຢ ແຣກຂອງລາວ ແລະມີຄວາມຫມາຢສຳຄັນ ແມ້ຈະມີ ຣະຢະ ທາງເພີຢງ 3.5 ກມ.ກໍຕາມ ໃນອະນາຄົຕ ຈະມີການຂຍາຢເສ້ັນທາງເພິ່ມຂຶ້ນ ໂດຢເສພາະທີ່ເຫລືອ ອີກ 9 ກມ. ກໍຈະຖຶງນະຄອນຫລວງວຽງຈັນທນ໌ ແລະເຊື່ອວ່າຈະໄດ້ຣັບການສນັບສນຸນສົ່ງເສິມຈາກ ຣັຖບາລໄທຢ ແລະປະຊາຊົນຄົນໄທຢເປັນຢ່າງດີ ເນື່ອງຈາກການຂົນສົ່ງຣະບົບຣາງເປັນໂຄງສຣ້າງ ພື້ນຖານ ຂອງການພັທນາ ດ້ານເສຖກິຈ ສັງຄົມຊຶ່ງ ທີ່ຜ່ານມາຣັຖບາລໄທຢແລະປະຊາຊົນຄົນໄທຢ ກໍໄດ້ໃຫ້ຄວາມຊ່ວຢເຫລືອ ຄວາມຣ່ວມມື ດ້ວຢດີ ຕລອດມາ ເສ້ັນທາງຣົຖໄຟສາຢນີ້ໃນອະນາຄຕ ຈະມີການຂຢາຢເພິ່ມ ເພື່ອເຊື່ອມຕໍ່ໄປຢັງປະເທສເພື່ອນ ບ້ານອື່ນໆ ຈະທຳໃຫ້ປະເທສລາວຊຶ່ງບໍ່ມີ ທາງອອກ ສູ່ທະເລສາມາຣຖເປັນຕັວເຊື່ອມແລະເປັນທາງຜ່ານ ໄປຢັງປະເທສອື່ນໆ ຈຶງຄວາມພາຄພູມິໃຈ ຂອງຊາວລາວ ຊາວໄທຢ ຕລອດຈົນປະເທສອື່ນໆ ທັ້ງໃນ ອະນຸພູມິພາຄແລະພູມິພາຄອື່ນໆ ອີກດ້ວຢ ໃນໂອກາສນີ້ ຂ້າພເຈ້າ ຂໍເປັນຕັວແທນຣັຖບາລລາວ ຂໍຂອບໃຈ ຣັຖບາລໄທຢ ທີ່ໄດ້ໃຫ້ການສນັບສນຸນ ໂຄງການນີ້ ຈົນສຳເຣັຈລຸລ່ວງມາດ້ວຢດີ ແລະຂໍຣັບມອບໂຄງການນີ້ ໄວ້ເພື່ອດຳເນິນການຕໍ່ໄປ

ຈາກນັ້ນ ສົມເດັຈພຣະເທພຣັຕນະຣາຊສຸດາຯ ສຍາມບໍຣົມຣາຊກຸມາຣີ ທ່ານບຸນຢັງ ວໍລະຈິດ ຣອງປະທານປະເທສ
ສປປ.ລາວ ໄດ້ຣ່ວມເປັນປະທານໃນພິທີເປິດເດິນຣົຖໄຟໄທຢ-ລາວຢ່າງ ເປັນທາງ ການໂດຍເສດັຈຯ ຕັດຣິບບິ້ນປ່ອຍຜ້າແພປ້າຍລູກໂປ່ງ ປູກຕົ້ນລີລາວດີ (ດອກຈຳປາ) ແລະສາຍພຣະຣູບ (ຖ່າຍພາບ) ຮ່ວມກັບຄນະຝ່າຍລາວເປັນທີ່ຣະລຶກ ຈາກນັ້ນເສດັຈໂດຍຣົຖຢົນຕ໌ພຣະທີ່ນັ່ງ ທີ່ທາງການ ລາວຈັດຖວາຢ ຕາມຄຳກຣາບບັງຄົມທູລເພື່ອປະກອບພຣະກໍຣະນີກິຈໃນປະເທສ ສປປ.ລາວ

ຣົຖໄຟລາວ ມີມາ ແຕ່ສມັຍ ທ່ານ ປາວີ

ສາຍທາງລາງແລະຣົຖໄຟ ໃນປະເທດລາວນັ້ນ ມີມາແຕ່ສມັຍ ທ່ານ August Pavie ນຳຂບວນ ມາສຳຣວດຕັ້ງແຕ່ ສມັຍທ້າຍໆປີ 1800 ຕໍ່ໃສ່ຕົ້ນປີ 1900 ພູ້ນແລ້ວ ແຕ່ຄວາມເປັນໄປບໍ່ໄດ້ແລະສີ່ງກີດ ຂວາງທາງທັມມະຊາຕ ເກາະແກ້ງ ຫມູ່ດອນຕ່າງໆໄດ້ເຮັດໃຫ້ ໂຄງການສ້າງສາ ທາງຣົຖໄຟໃນປະເທດ ລາວ ຢຸດສງັກ ແລະເລື່ອນລາງ ຈືດຈາງຫາຍໄປ.

ບໍ່ໄດ້ມີການບັນທຶກ ໃນຣັຖບານກ່ອນມີການປ່ຽນແປງການປົກຄອງວ່າ ເປັນດ້ວຍເຫດໃດ ຝຣັ່ງຈື່ງ ບໍຣິຫານການຣົຖໄຟ ໃນປະເທດຂເມນແລະປະເທດວຽດນາມ ໃຫ້ຈເຣີນຮຸ່ງເຮືອງໄດ້ ແຕ່ປ່ອຍປະລະເລີຍ ບໍ່ຫົວຊາໃນການສ້າງ ແລະພັທນາ ການຣົຖໄຟໃນປະເທດລາວ?

ຣົຖໄຟວຽດນາມກ້າວສູ່ TGV (Train a Grand Vitesse)

ເມື່ອບໍ່ນານມານີ້ ທາງການວຽດນາມເປີດເຜີຍວ່າ ກຳລັງພິຈາຣະນາເປີດຊອງປະມູນກ່ຽວກັບການ ສ້າງທາງແລະຊື້ຣົຖໄຟ ຫົວກະສູນທີ່ມີຄວາມໄວສູງ ແບບດຽວກັບ TGV ຂອງ France ຫລືຂອງຍີ່ປຸ່ນ ເພ່ືອເຊື່ອມຕໍ່ສອງນະຄອນຫລວງ ຮ່າໂນຍແລະໂຮຈິມີນ ຊີຕີ້. "ລຸງຫນວດ" ຂໍພະວານາໃຫ້ເປັນໄປໄດ້ ໄວໆ ເພາະເວລານີ້ ປະເທດໄທຍຊ່ວຍສ້າງລາງໃຫ້ລາວ ແລະ ຄິດວ່າປະເທດວຽດນາມ ຄົງຈະຊ່ອຍ ຫົວຈັກແລະຕູ້ຣົຖໄຟໃຫ້ລາວ ເຖີງຈະແມ່ນຂອງເກົ່າ ຫລື second hand ກໍຍັງດີ.

ເພື່ອຂະຍາຍຄວາມເຂົ້າໃຈເພີ້ມຕື່ມ ຂອງການກຳເນີດແລະວິວັທນາການຂອງຣົຖໄຟ "ລຸງຫນວດ" ຂໍ ນຳເອົາ link ມາໃຫ້ທ່ານຜູ້ອ່ານເພື່ອສຶກສາຂໍ້ມູນຕື່ມຕໍ່ໄປ http://en.wikipedia.org/wiki/Railway

ແບ່ງກັນອ່ານ ປັນກັນຮູ້
ທ້າຍສຸດນີ້ ຂໍເຊີນຊວນ ທ່ານຜູ່ອ່ານມາ ຮັບຟັງ ພາກອາວະສານ ຂອງ ບົດຄວາມ "ການທ່ອງທ່ຽວ ທີ່ ສປປ ລາວ" ຂອງ ທ່ານ ພົງສວັນ ຊຶ່ງ ຈະເວົ້າເຖິງ ສະຖິຕິ ຂອງນັກທ່ອງທ່ຽວ ລາວພົ້ນທະເລ ທີ່ໄປທ່ຽວ ສປປ ລາວ ແລະ ການປະກອບສ່ວນ ແບບເງົາມືດ ຂອງ ລາວ ພົ້ນທະເລ ຕໍ່ການຂຍາຍ ຕົວຂອງເສຖກິດລາວ ຈາກ ຣາຍການ ສາຣະຄະດີ ຂອງ ວິທຍຸ RFA
ທີ່ http://tinyurl.com/ack23j

ຈົບ
onelao.com