ສະລອງປີໄຫມ່ຢູ່ວັດພຸທຣາມ ປີ ໒໕໕໒ ທີ່ຊັນດີເອໂງ ພາກ ໒____________________________________________________________________
ພິທີທາງສາສນາ
ຫລັງຈາກຣາຍາການ ແຫ່ນາງ ສັງຂານເສັດສິ້ນແລ້ວ ບັນດານາງສັງຄານ ພ້ອມດ້ວຍຜຸ່ອະວຸໂສ ພາຍໃຕ້ການນຳຂອງ ພຣະສົງທັງຫລາຍ ພາກັນເລີ້ມພິທີທາງສາສນາ ໃຫ້ຈະເຣີນພອນແກ່ ພະພຸທນິກະຊົນທັງຫລາຍ ມີອາຍຸວັນໂນ ສຸຂາພາລັງ (ພາບເທິງແລະລຸ່ມ).

ອາຣັກຂາຜູ່ນີ້ເອົາການດີເວີຍ! ຫນ້າສັນລະເສີນ.

ວົງດົນຕຣີພຶ້ນເມືອງ ອັນປະກອບດ້ວຍລະນາດ ຄ້ອງວົງ ຄຸ່ຍແລະກອງວົງ ແລະນັກດົນຕຣີ ພາກັນຂັບກ່ອມເພງລາວເດີມ ອັນເກົ່າແກ່ ມາໃຫ້ພໍ່ແມ່ພີ່ນ້ອງລາວເຮົາທີ່ມາ ຮັບເອົາພອນປີໄຫມ່ນຳຄູບາອາຈານ.

ຮູບຂ້າງເທິງ ຄືເຄື່ອງບູຊາ ວາງສີລາລືກ. ຮູບຂ້າງລຸ່ມ ແມ່ນໂຕະທີ່ເຕັມໄປດ້ວຍຫີນແລະດິນຊາຍ ຂອງເຄື່ອງບູຊາ ວາງສີລາລືກ ຂອງຫໍແຈກທີ່ຈະໄດ້ເລີ້ມຈັດສ້າງຂຶ້ນພາຍໃນປີນີ້. ອີງຕາມຂໍ້ມູນຈາກກັມມະການວັດ ທາງຫ້ອງການເມືອງ ຫາກໍໄດ້ອອກໃບອະນຸຍາດ ໃຫ້ປຸກຫໍແຈກນີ້ຂຶ້ນ ຕົ້ນເດືອນເມສານີ້. ປີຫນ້າປີໃນ ຖ້າສັດທາພຽງພໍ ພວກເຮົາມີຫ້ອງແຈກມາດຕະຖານແລ້ວເພິ່ນວ່າ. ເຊີນຮ່ວມໂມທະນາ ເອົາບຸນນຳກັນເດີ ພີ່ນ້ອງເອີຍ!

____________________________________________________________________
ຣາຍການອາຫານ

ເມື່ອເຮັດບຸນແລ້ວໆ ອອກຕົນຍາດຍົມາກັນເລາະເບິ່ງຕາດຮ້ານອາຫານຕ່າງໆ ວ່າອັນໃດແຊບ.

ຕຳຫມາມຮຸ່ງຂາຍຂາດແຕ່ເຊົ້າເຖິງແລງ

ເຂົ້າປຽກຕາດນີ້ ຂາຍດີຂນາດເລີຍ. ຂ້ອຍສັ່ງສີ່ຖ້ວຍ ໄດ້ຖ້າເປັນເຄິ່ງຊົ່ວໂມງຄ່ອຍໄດ້ ແຕ່ວ່າ ແຊບຫລາຍເດີ. ໃຜບໍ່ໄດ້ກິນເສັຍໄຈ.

ອາກາດຂອງມື້ເຮັດບຸນຮ້ອນພິເສດ ໙໓ ອົງສາ ຟາແຣນຮາຍ. ນ້ຳທຸກຊະນິດຂາຍອອກຫມົດ. ແຊບສຸດແມ່ນໂອລ້ຽງ!!!

ຈືນມັນ ຈືນກວ້າຍບ້ານເຮົາກໍມີ...ຈືນອອກມາຢ່າງສົດໆໂລດ. ນອກນັ້ນຍັງມີກັບແຈ່ວປາແດກ ແລະແຈ່ວບອງ ພ້ອມດ້ວຍຊີ້ນແຫ້ງ ມາຂາຍດ້ວຍ.

ກິນເຂົ້າແຊບໆ ແລະມ່ວນສະບາຍໂລດ ພີ່ນ້ອງເຮົາ ເພາະເຈົ້າຫນ້າທີ່ຕຳຣວດ ປະຈຳເມືອງຊັນດີເອໂງເຮົາທັງໄດ້ເຂົ້າມາຮ່ວມນຳ ທັງປະກອບສ່ວນການຮັກສາ ຄວາມສງົບ....

ນຳເຈົ້າຫນ້າຮັກສາຄວາມປອດໄພຍຂອງເອກະຊົນ ອີກດ້ວຍ.
____________________________________________________________________
ຣາຍການບັນເທິງ
ໂຄສົກປະຈຳງານກ່າວເປີດພິທີມ່ວນຊື່ນ

ຫມໍລຳລາວທີ່ມີຊື່ດັງ ກຳລັງລຳກ່ອມຜູ່ຊົມ ຄູ່ກັນກັບຫມໍແຄນ ໂອນເຊິນ

ຫມໍແຄນ ໂອນເຊິນກຳລັງໂຊດ່ຽວ

ນັກຮ້ອງຍິງນ້ອຍກຳລັງໂຊຟອມ ສຽງມ່ວນຫລາຍ..

ນັກຮ້ອງຫລານນ້ອຍຜູ່ນີ້ແຮງພາໃຫ້ພໍ່ແມ່ພີ່ນ້ອງ ເຮົາຊ໊ອກເລີຍ ທັງຮ້ອງເພງມ່ວນທັງຟ້ອນງາມດ້ວຍ. ຫລານຜູ່ນີ້ມີພອນສວັນແທ້ເດີ. ບໍ່ດົນຄົງຈະເຫັນປະກົດຕົວ ຢູ່ ຣາຍການ American Idol...

ບັນດາແຂກທັງຫລາຍທີ່ເຂົ້າມາຮ່ວມໃນງານບຸນປີນີ້

ແລະແຂກຜູ່ສຳຄັນທີ່ສຸດ ທີ່ຈະສືບຕໍ່ຮັກສາປະເພນີອັນສວຍງາມເຮົາ ໃນອະນາຄົດ.
I'm the next Lao-American generation who will carry on our beautiful Lao heritage...