Saturday, May 30, 2009

Weekly Review #19, 2009

ສານສູງສຸດ ຂອງ ສຫຣ ອະເມຣິກາ
______________________________________________________________________

ບົດຄວາມ
ໂອບາມາ ສ້າງປະວັດສາດ ອີກແລ້ວ
ໂດຍ ໂອ່ມຜຽງ


ຂ່າວໃຫຍ່ ແລະຂ່າວດັງ ທາງດ້ານການເມືອງ ແລະທາງດ້ານກົດຫມາຍພາຍໃນ ຂອງອະເມຣິກາ ໃນອາທິດທີ່ຜ່ານມານີ້ ແມ່ນທ່ານໂອບາມາ ໄດ້ຄັດເລືອກ ເອົາທ່ານນາງ ໂຊຍາ ໂຊໂຕມາຢໍ ເປັນຜູ່ຕັດສິນສານຊັ້ນສູງສຸດ ຂອງ ສະຫະຣັຖ ອະເມຣິກາ ເຂົ້າແທນທ່ານ ຊູເຕີ ທີ່ຈະອອກບຳນານ ພາຍໃນຣະດູຮ້ອນ ຂອງປີນີ້.

ການຄັດເລືອກເອົາທ່ານນາງ ໂຊໂຕມາຢໍ ມາເປັນຄະນະສນານສູງສຸດຄັ້ງນີ້ ສ້າງປະວັດສາດອັນໃຫມ່ອັນນຶ່ງອີກ ຖ້າຈະເວົ້າເຖິງ ຄວາມກ້າວຫນ້າ ຂອງຊົນຊາດຊົນເຜົ່າສ່ວນນ້ອຍ ໃນອະເມຣິກາ ເພາະວ່າ ທ່ານ
ນາງ ໂຊໂຕມາຢໍ ເປັນຜູ່ຍິງຄົນ ລາຕິນາ ຫລືຄົນ ຮິສປານິກ ຄົນແຣກ ທີ່ໄດ້ຄັດເລືອກມາຮັບຫນ້າທີ່ອັນສູງສົ່ງນີ້. ພ້ອມນັ້ນເພິ່ນກໍມີປະວັດ ຄ້າຍກັບ ປະທານໂອບາມາ ຊຶ່ງໃຫຍ່ໂຕຂຶ້ນມາ ຈາກຊົນຊັ້ນທຳມະດາ ແຕ່ທ່ານໄດ້ໃຊ້ຄວາມພຍາຍາມ ບຸກບືນຕົວເອງ ຈົນມາເຖິງຂັ້ນນີ້.

ຫນ້າທີ່ ເປັນຄະນະສານສູງສຸດ ເປັນຫນ້າທີ່ສຳຄັນທີ່ສຸດ ເພາະວ່າ ຜົນຂອງການຕັດສິນ ແຕ່ລະຄະດີ ຈາກສານນີ້ ຈະເປັນປະວັດຕົວຢ່າງ (Precedent) ໃນການນຳໃຊ້ກົດຫມາຍຕ່າງໆ ທີ່ກ່ຽວຂ້ອງນຳຄະດີ ດັ່ງກ່າວ ທັງທົ່ວປະເທດ ຈະເປັນກົດຫມາຍການຄ້າ ກົດຫມາຍອາດຍາ ຫລືກົດຫມາຍກ່ຽວກັບສິດທິຂອງພົລເມືອງ ກໍຕາມ.


ນອກເຫນືອນັ້ນແລ້ວ ຕ່ຳແຫນ່ງນີ້ ເປັນຕ່ຳແຫນ່ງ ຕລອດຊີວິດອີກດ້ວຍ. ຫມາຍຄວາມວ່າ ຖ້າບຸກຄົນໃດໄດ້ຕ່ຳແຫນ່ງ ນີ້
ຜູ່ນັ້ນ ມີສິດກຳຕ່ຳແຫນ່ງນີ້ໄດ້ຈົນທ້າວຕາຍ ນອກຈາກວ່າຜູ່ກ່ຽວຈະລາອອກເອງ ເຫມືອນກັນກັບ ທ່ານສານ ຊູເຕີ ກຳລັງເຮັດຢູ່ດຽວນີ້ ຫລືບຸກຄົນນີ້ທຳຜິດກົດຫມາຍແທ້ໆ ຜູ່ນັ້ນຈະຖືກໄລ່ອອກ. ແລະ ຈຳນວນຂອງ ຜູ່ທີ່ເປັນຄະນະສານສູງສຸດ ຂອງ ສຫຣ ໃນແຕ່ລະຊຸດ ມີນຳກັນທັງຫມົດ ແຕ່ ໙ ທ່ານເທົ່ານັ້ນ.

ອີງຕາມກົດຫມາຍແລ້ວ ທ່ານປະທານນະທິບໍດີ ເປັນຜູ່ຂັດເລືອກເອົາບຸກຄົນ ເຫມືອນທ່ານໂອບາມາ ຂັດເລືອກເອົາທ່ານນາງ ໂຊໂຕມາຢໍ ແຕ່ບຸກຄົນຜູ່ນີ້ຕ້ອງຜ່ານການອອກສຽງສ່ວນຫລາຍ ຈາກສະພາສູງກ່ອນ ຈຶ່ງຈະກ້າວເຂົ້າໄປກຳເອົາຫນ້າທີ່ ເປັນສານຊັ້ນສູງສຸດໄດ້. ມີຫລາຍຄັ້ງ ຜູ່ທີ່ປະທານາທິບໍດີ ສົ່ງຜູ່ທີ່ຕົນຂັດເລືອກ ຂຶ້ນໄປໃຫ້ສະພາສູງ ແຕ່ທາງສະພາສູງບໍ່ເຫັນດີນຳ ຜູ່ນັ້ນຕ້ອງໄດ້ຖອນຕົວກໍມີ. ຕົວຢ່າງໃນສມັຍການປົກຄອງ ຂອງປະທານນະທິບໍດິ ບູສ ທີ່ຜ່ານມາ ທ່ານໄດ້ສເນີເອົາທ່ານນາງ ມາຍເອີ ຂຶ້ນໄປ ແຕ່ທາງພັກ ເຣປະບລິກັນຂອງເພິ່ນເອງ ບໍ່ເຫັນດີນຳ ທ່ານນາງ ມາຍເອີ ເລີຍໄດ້ຖອນຕົວ.

ຫລາຍທ່ານທີ່ເປັນຜູ່ຊ່ຽວຊານທາງຝ່າຍນີ້ ຄາດຄະເນວ່າ ທ່ານນາງ
ໂຊໂຕມາຢໍ ຄົງຈະບໍ່ມີອຸປສັກ ຫລາຍຈົນເກີນໄປ ຈາກສພາສູງ. ແຕ່ມັນກໍຍັງບໍ່ແນ່ເຫມືອນກັນ ເພາະວ່າທາງຝ່າຍຂວາຈັດ ຂອງພັກເຣປະບລິກັນ ບໍ່ພໍໃຈ ແລະບໍ່ເຫັນດີນຳການຄັດເລືອກເອົາ ທ່ານນາງຜູ່ນີ້.

ພາຍໃຕ້ການນຳພາ ຂອງໂຄສົກວິທ
ຍຸຂວາຈັດທີ່ດົງດັງ ທ້າວ ຣັສ ລິມບອນ ແລະ ອະດີດປະທານສະພາຕ່ຳ ນຸດ ຫງິງກຣິດ ໄດ້ຣະດົມພັກພວກຂ້າເຈົ້າ ຂັດຂວາງ ບໍ່ໄຫ້ການເລືອກເອົາທ່ານນາງ ໂຊໂຕມາຢໍ ໂດຍຕັ້ງຂໍ້ຫາວ່າ ເພິ່ນເປັນຄົນແຍກຜິວ ແລະເປັນຜູ່ເຂື່ອນໄຫວບິດເບືອນກົດຫມາຍ ຕ້ານຜົນປະໂຍດຂອງ ຄົນຜີວຂາວ.

ເຖິງຢ່າງໃດກໍຕາມ ທ່ານນາງ ໂຊໂຕມາຢໍ ເປັນນັກກົດຫມາຍຜູ່ນຶ່ງ ທີ່ມີປະສົບປະການຫລາຍສິບປີ ໃນເຣື່ອງການຕັດສິນ ຄະດີ ຢູ່ສານຕ່ຳ ສານອຸທອນ. ທ່ານເອງເຄີຍຖືກ ປະທານ ບູສ (ຜູ່ພໍ່) ຄັດເລືອກ ມາເປັນຜູ່ຕັດສິນຢູ່ສານອຸທອນ ເກືອບຊາວປີຫລັງທີ່ຜ່ານມາ ແລະ ທ່ານນາງກໍໄດ້ຮັບການສນັບສນູນ ຈາກສະພາສູງໃນຕອນນັ້ນເຫມືອນກັນ. ນອກນັ້ນແລ້ວ ທ່ານນາງກໍໄດ້ຜ່ານການສຶກສາ ຈາກສຖາບັນທາງກົດຫມາຍ ແຢ໊ວ (Yale Law School) ຊຶ່ງເປັນນຶ່ງໃນສຖາບັນທີ່ມີອັນດັບ ແລະຊື່ສຽງດົງດັນທາງດ້ານກົດຫມາຍ ຂອງອະເມຣິກາ.

ສນັ້ນເປີເຊັນ ທີ່ທ່ານນາງ ໂຊໂຕມາຢໍ ຈະສ້າງປະວັດສາດ ໃນອະເມຣິກາ ເຫມືອນກັບທ່ານ ໂອບາມາ ມີຫລາຍທີ່ສຸດ.

ຂພຈ ຈະຂຽນລົມທ່ານຜູ່ອ່ານຕໍ່ໄປ ໃນຂ້າງຫນ້າກ່ຽວກັບຂ່າວຄືບຫນ້າໃນເຣື່ອງນີ້.

ຈົບ

onelao.com

Sunday, May 24, 2009

Weekly Review #18, 2009

ວັນຈາຣຶກ (Memorial Day)
_____________________________________________________________________
ຮູບປັ້ນ ຈາຣຶກວັນຍຸຕິ ສົງຄາມໂຣກຄັ້ງທີ່ສອງ

ຫໍພິທພັນ ເຮືອຣົບ ມິດເວ (Midway Air Carrier Museum)

ເຮລີຄອບເຕີ ໃຊ້ໃນສົງຄາມ ອິນໂດຈີນ

Wednesday, May 20, 2009

WR# 17, 2009 - California Special Election Edition

_________________________________________
ຜົນຂອງການເລືອກຕັ້ງພິເສດ ຂອງ ຣັຖຄາລີຟໍເນັຍ
ໂດຍ ໂອ່ມຜຽງ


ຂ້າງລຸ່ມ ຄືຜົນຂອງການປ່ອນບັດມື້ວານນີ້:

ຂໍ້ 1A: ສະສົມງົບປະມານ "Rainy Day" Budget Stabilization Fund... 34.1% 65.9% -NO
ຂໍ້ 1B: ທຶນການສືກສາ Education Funding. Payment Plan... 37.4% VS 62.6% -NO
ຂໍ້ 1C: ດັດແປງການແຈກຣາຍໄດ້ຈາກສລາກກິນແບ່ງ Lottery Modernization Act... 35.4% VS 64.6% -NO
ຂໍ້ 1D: ທຶນຮັບໃຊ້ເດັກ Children's Services Funding... 34.2% VS 65.8% -NO
ຂໍ້ 1E: ທຶນສຳລັບຮັກສາໂຣກຈິດ Mental Health Funding.... 33.6% VS 66.4% -NO
ຂໍ້ 1F: ເງິນເດືອນຂອງນັກການເມືອງ Elected Officials Salaries.... 73.9% VS 26.1% Yes

ທຸກໆຂໍ້ສເນີ ຈາກ ທ່ານ ຊອກຊະນາເກີ ບໍ່ຜ່ານຈັກຂໍ້ ຍົກເວັ້ນຂໍ້ F ທີ່ບໍ່ໃຫ້ຂຶ້ນເງິນເດືອນນັກການເມືອງ ຕອນມີພາວະຂັບຂັນທາງເສຖກິດ.

ຕໍ່ການປຣາໄຊຄັ້ງນີ້ ທ່ານປະທານຣັຖ ແລະຜູ່ແທນທັງຫລາຍ ຈະດຳເນີນນະໂຍບາຍ ແບບໃດຕໍ່ໄປ ເພື່ອໃຫ້ງົບຂອງຣັຖ ຕ້ອງກ່ຳເກີງ ຕາມທຳມະນູນຂອງຣັຖ ຊຶ່ງຂາດການສົມດູດກາຍ 21ພັນລ້ານໂດລາ?

ໃຜໆກໍຮູ້ແລ້ວວ່າ ຕ້ອງມີການຕັດງົບ ອອກຈາກທຸກໆຂະແນງການຢ່າງໃຫຍ່. ບັນຫາມັນມີຢູ່ວ່າ ໃຜຈະຖືກຕັດຫລາຍກວ່າໃຜ ຣະຫວ່າງຂະແນງ ການສຶກສາ ປະຊາສົງເຄາະ ແລະຂະແນງ ຮັກສາຄວາມປອດພັຍ.

ຖ້າຟັງຕໍ່ໄປ...

Saturday, May 16, 2009

Weekly Review #17, 2009

ໄຟໄຫມ້ ຄັງກາລີຟໍເນັຍ
____________________________________________________________________
ບົດຄວາມ

ໄຟໄຫມ້ ຄັງຣັຖຄາລີຟໍເນັຍ ອີກແລ້ວ!
ໂດຍ ໂອ່ມຜຽງ

ອີກບໍ່ພໍເທົ່າໃດມື້ ປະຊາຊົນຂອງຣັຖຄາລີຟໍເນັຍ ຕ້ອງໄດ້ພາກັນລຽນແຖວ ປ່ອນບັດເລືອກຕັ້ງອີກເທື່ອນຶ່ງ.

ການເລືອກຕັ້ງພິເສດ ໃນມື້ວັນອັງຄານ ວັນທີ່ 19 ເດືອນພຶສພາ (5) ນີ້ ບໍ່ແມ່ນການປ່ອນ
ບັດ ເລືອກເອົາຜູ່ແທນ ແຕ່ເປັນການປ່ອນບັດ ເລືອກເອົາກົດຫມາຍໄຫມ່ ກ່ຽວກັບການປະຕິຮູບ ຣະບົບການດຳເນີນ ງົບປະມານ ພາຍໃນຣັຖຄາລີຟໍເນັຍເອງ.

ຂໍ້ສເນີກົດຫມາຍໃຫມ່ທີ່ຈະໄດ້ປ່ອນບັດກັນຊຸດນີ້ແມ່ນ ຂໍ້ສເນີ 1A ຫາ 1F ຊຶ່ງລວມກັນຫມົດແລ້ວ ຈະນຳເງິນມາເພີ້ມງົບປະມານຂອງຣັຖ ປະມານ 6 ພັນລ້ານ ໂດລາ ຖ້າຫາກຜູ່ມາປ່ອນບັດເຫັນດີນຳ. ຖ້າຫາກຂໍ້ເນີນີ້ບໍ່ຜ່ານ ຣັຖກາລີຟໍເນັຍຈະຂາດງົບໄປ 21 ພັນລ້ານໂດລາ ເພາະວ່າປັດຈຸບັນນີ້ ຣັຖກຳລັງຂາດງົບ 15 ພັນລ້ານ ໂດລາ.

ເປັນຫຍັງ ສະພາບການເງິນຂອງຣັຖ
ຄາລີຟໍເນັຍ ຈຶ່ງຂັດສົນເຖິງຂັ້ນນີ້?

ເຫດຜົນທີ່ນຶ່ງ ແມ່ນຍ້ອນຣາຍໄດ້ທາງພາສີເຂົ້າຣັຖລຸດລົງ ຍ້ອນການລຸດຜ່ອນການເຫນັງຕິງຂອງທຸຣະກິດຕ່າງໆ ພາຍໃນຣັຖ. ຣາຄາຂອງບ້ານແລະເຄຫະຕົກ ພາໃຫ້ພາສີຊ່ວຍສາອາກອນຕົກໄປນຳກັນ. ກົງ ກັນຂ້າມ ກັບຣາຍຮັບ ຣາຍຈ່າຍຂອງຣັຖ ຕ້ອງເພື້ມທະວີຂຶ້ນ ໂດຍສະເພາະທາງ ດ້ານການສາທາຣະນະສຸກ ແລະທາງດ້ານການສຶກສາ.

ເນື່ອງຈາກວ່າ ຣະບົບສາທາຣະນະສຸກຂອງອະເມຣິກາ ຂຶ້ນນຳວຽກແລະບໍຣິສັດ ສນັ້ນ ຄົນສ່ວນຫລາຍຈະມີ ປະກັນໄພຮັກສາສຸຂພາບ ມາຈາກທີ່ເຮັດການ. ໃນເມື່ອມີການຕົກງານຂຶ້ນມາ ຄົນງານຜູ່ນັ້ນ ບໍ່ພຽງແຕ່ເສັຍຣາຍໄດ້ເທົ່ານັ້ນ ແຕ່ລາວຍັງເສັຍປະກັນໄພສຸຂພາບ ສຳລັບຕົວເອງ ແລະ ຄອບຄົວອີກດ້ວຍ. ສນັ້ນ ຖ້າຫາກມີການຕ້ອງການປິ່ນປົວ ບັນດາປະຊາຊົນພວກນີ້ ຈະຕ້ອງເຂົ້າມາເພິ່ງຣັຖ ແລະ ພາໃຫ້ຣັຖມີ ຣາຍຈ່າຍເພີ້ມຂຶ້ນອີກ.

ທາງດ້ານການສຶກສາກໍເຊັ່ນກັນ.
ບັນດາຜູ່ວ່າງງານ ພາກັນລັ່ງກັບມາເຂົ້າໂຮງຮຽນຄືນ. ຫລາຍໆຄົນຕ້ອງໄດ້ກັບໄປ ຝຶກອາຊີບໃຫມ່ ເພື່ອກະຕຽມ ວຽກແບບໃຫມ່. ຈຳນວນນັກຮຽນ ຍິ່ງເພີ້ມຂຶ້ນ. ສນັ້ນງົບທາງດ້ານການສຶກສາ ຄວນຈະເພີ້ມຂຶ້ນ. ທາງແຕ່ຣັຖ ອາດຈະຕອບສນອງຄວາມຕ້ອງການບໍ່ໄດ້ ຍອ້ນຂາດງົບປະມານ. ຜູ່ຢາກເຂົ້າຮຽນຕໍ່ ອາດຈະບໍ່ມີບ່ອນຮຽນ.

ສນັ໊ນ ທາງອອກຂອງຣັຖ ມີແນວໃດແດ່ ເມື່ອມີການທ້າທາຍແບບນີ້?

ວິທີນຶ່ງກໍຄື ການອອກກົດຫມາຍໃຫມ່ ທີ່ກຳລັງສເນີກັນຢູ່ນີ້. ແຕ່ວ່າ ຫາກທາງປະຊາຊົນບໍ່ເຫັນດີນຳ ຣັຖຈະຕ້ອງມີມາຕການ ຕັດຣາຍຈ່າຍຂອງຕົນລົງ ເປັນຕົ້ນແມ່ນການຕັດພນັກງານຂອງຣັຖອອກ. ທາງອອກແບບນີ້ ກຳລັງດຳເນີນງານກັນຢູ່ ຕາມແຕ່ລະເຂດ ເປັນຕົ້ນ ໃນອາທິດທີ່ຜ່ານມາ ທາງຫມວດໂຮງຮຽນ ຂອງນະຄອນເມືອງ ລອສ ແອນເຈີແລສ ໄດ້ເລີ້ມສົ່ງຫນັງສືແຈ້ງໃຫ້ຄຣູຈຳນວນ 2000 ຄົນ ວ່າໃນສົກປີຮຽນຕໍ່ມານີ້ ຂ້າເຈົ້າບໍ່ມີວຽກເຮັດແລ້ວ. ຄຽງຄູ່ກັນນັ້ນ ທາງຜູ່ປົກຄອງຣັຖ ທ່ານຊອກຊນາຍເງີ ໄດ້ປະກາດວ່າ ທ້າຍເດືອນພຶສພານີ້ ພນັກງານຂອງຣັຖ
ຄາລີຟໍເນັຍ ຈະຕົກງານ ປະມານ 5000 ຄົນ ຖ້າການປ່ອນບັດວັນອັງຄານນີ້ ບໍ່ຜ່ານ.

ນອກນັ້ນແລ້ວ ທາງຄຸກ ກໍຈະເລີ້ມປ່ອຍນັກໂທດຄະດີເບົາ ອອກກ່ອນກຳນົດ ປະມານ ສອງ ຫມື່ນກວ່າຄົນ ເພາະທາງຄຸກ ບໍ່ມີງົບພຽງພໍ ທີ່ຈະຂັງພວກນີ້ຕໍ່.

ຕອນສຸດທ້າຍ ທາງຣັຖ ຄົງໄດ້ຂຶ້ນພາສີ ນຳປະຊາຊົນອີກ ຫລີ ອາດຈະໄດ້ຂາຍ ສັບສິນຂອງຣັຖ ເປັນຕົ້ນ ແມ່ນຕຶກຫລືດິນດອນຕ່າງໆ ມາແກ້ໄຂບັນຫາ.

ອີງຕາມ ຂໍ້ມູນຂອງປະວັດສາດ ຂອງຣັຖ
ຄາລີຟໍເນັຍ ພັຍພິບັດເສຖກິດຄັ້ງນີ້ ມີຜົນສະທ້ອນ ອັນມະຫາສານ ຊຶ່ງອາດຈະກາຍ ພັຍພິບັດຄັ້ງປີ 1929. ນັກຊ່ຽວຊານເສຖກິດ ຫລາຍຄົນ ຄາດໄວ້ວ່າ ພັຍພິບັດຄັ້ງນີ້ ອາດຈະຍຶດເຍຶ້ອໄປອີກ ເຖິງ ສາມປີ ກ່ອນຈະຟື້ນຄຶນໄດ້.

ຈະເປັນແນວໃດແທ້ ພວກເຮົາຖ້າຕິດຕາມກັນ ຕໍ່ໄປ.

ຈົບ

onelao.com

Saturday, May 9, 2009

Weekly Review #16, 2009

_____________________________________________________________________

ບົດຄວາມ

ແມ໊ກດາໂນ ເປັນສັນຍາລັກ ຫຍັງແທ້?
ໂດຍ ໂອ່ມຜຽງ

ປັດຈຸບັນນີ້ ຮ້ານຂາຍແຮມເບີເງີ ແມ໊ກດາໂນ ມີທຸຣະກິດຢູ່ ຫລາຍກວ່າ ໑໒໐ ປະເທດ ໃນໂລກ. ແມ໊ກດາໂນ ກາຍເປັນສັນຍາລັກ ຂອງຣະບົບທຶນນິຍົມ ທັງປັນເຄື່ອງຫມາຍ ຂອງຄວາມກ້າວຫນ້າ ທາງດ້ານເສຖກິດ ຂອງປະເທດ.

ຖ້າປະເທດໃດ ສາມາດນຳເອົາ ຮ້ານແມ໊ກດາໂນ ເຂົ້າມາຕັ້ງຢູ່ພາຍໃນປະເທດຕົນໄດ້ ຫມາຍຄວາມວ່າປະເທດນັ້ນ ໄດ້ບັນລຸຜົນສຳເຣັດ ໃນການພັທນາເສຖກິດ ພາຍໃນປະເທດຕົນ ຈົນເກີດໃຫ້ມີຊົນຊັ້ນປານກາງ ທີ່ມີຣາຍໄດ້ສູງສົມ ເມື່ອທຽບໃສ່ ສະແຕ໊ນດາດ ຂອງໂລກ. ອັນນີ້ເປັນນຶ່ງ ໃນເງື່ອນໄຂ ທີ່ບໍຣິສັດ ແມ໊ກດາໂນ ວາວໄວ້ ກ່ອນຈະອະນຸມັດ ໃຫ້ຮ້ານຂ້າເຈົ້າ ເປີດຢູ່ໃນປະເທດໃດ ປະເທດນຶ່ງ.

ພາຍໃນອະເມຣິກາເອງ ກ່ອນທາງບໍຣິສັດ ແມ໊ກດາໂນ ຈະອະນຸມັດ ໃຫ້ເປີດຮ້ານຂອງເຂົາ ຜູ່ທີ່ຈະມາເປັນເຈົ້າຂອງ ຕ້ອງມີຣະດັບ ແລະທຶນຊັບສັບສູງພຽງພໍ ເຊັ່ນຕ້ອງມີ ເງິນສົດ $250, 000 ມາໂຊ. ພ້ອມນັ້ນ ເຈົ້າຂອງ ຫລືຜູ່ຈັດການ ແລະທິມ ຕ້ອງຜ່ານການຝຶກຫັດ ແລະສອບຜ່ານ ຫລັກສູດອັນເຂັ້ມງວດ ຂອງມະຫາວິທຍາລັຍ ແຮມເບີເງີ ທີ່ ອິນລີນອຍ ອີກດ້ວຍ ເພື່ອຮັບປະກັນຄຸນນະພາບ ແລະຊື່ສຽງຂອງ ແບຣນ ແມ໊ກດາໂນ.

ຖ້າເງື່ອນໄຂຂ້າງເທິງຄົບຖ້ວນ ທາງບໍຣິສັດ ຈຶ່ງຈະຫາສຖານທີ່ ແລະປຸກຮ້ານໄຫມ່ໃຫ້.

ຈຸດພິເສດ ໃນການເປັນເຈົ້າຂອງທຸຣະກິດ ຂອງຮ້ານແມ໊ກດາໂນນັ້ນ ແມ່ນ ເຈົ້າຂອງຮ້ານແທ້ໆ ຍັງແມ່ນບໍຣິສັດ ແມ໊ກດາໂນ໌. ສ່ວນ "ເຈົ້າຂອງທຸຣະກິດ ຫລືຜູ່ຈັດການ ຫລື Franchisee "ເປັນພຽງຜູ່ເຊົ່າທຸຣະກິດ ຈາກບໍຣິສັດ ແມ໊ກດາໂນເທົ່ານັ້ນ ຊຶ່ງຈະຕົກເປັນປະມານ ໑໒% ຂອງຣາຍຮັບ.

ເງື່ອນໄຂ ການພົວພັນການຄ້າແບບນີ້ ເປັນການບັງຄັບໃນຕົວ ຕໍ່ຜູ່ໃດມາເຊົ່າທຸຣະກິດຈາກ ແມ໊ກດາໂນ ຕ້ອງປະຕິບັດນຳ ກົດຣະບຽບຂອງບໍຣິສັດນີ້ຢ່າງເຂັ້ມງວດ. ສນັ້ນ ຖ້າການບໍຣິການຮ້ານໃດ ບໍ່ໄດ້ຣະດັບມາຕຖານ ຂອງ ແມ໊ກດາໂນ ທາງບໍຣິສັດ ມີສິດປ່ຽນເຈົ້າຂອງບໍຣິການໄດ້ທຸກເວລາ.

ເຖິງຈະມີເງື່ອນໄຂເຂັ້ມງວດປານນີ້ ຍັງມີແຂກສຳຄັນຫລາຍຄົນ ເລີ້ມແຕ່ນັກທຸຣະກິດ ຈົນເຖິງນັກການທູດ ແລະນັກການເມືອງຈາກຫລາຍປະເທດຢາກ ເອົາຮ້ານແມ໊ກດາໂນ ເຂົ້າໄປປະເທດຂ້າເຈົ້າ ອີງຕາມ ຄຳກ່າວ ຂອງປະທານບໍຣິສັດ ແມ໊ກດາໂນ. ແຕ່ວ່າ ທາງ ບໍຣິສັດ ແມ໊ກດາໂນ ບໍ່ສາມາດປ່ອຍ ໃຫ້ເອົາເຂົ້າໄປໄດ້ເທື່ອ ເພາະວ່າເງື່ອນໄຂ ທາງເສຖກິດແລະອື່ນໆຂອງປະເທດນັ້ນ ຍັງບໍ່ພຽບພ້ອມ.

ສນັ້ນຍັງມີຫລາຍປະເທດ ທີ່ຍັງລໍໂອກາດ ເອົາສັນຍາລັກອັນໃຫຍ່ຂອງທຶນນິຍົມ ເຂົ້າໄປປະດັບຄວາມຮັ່ງມີ ຂອງປະເທດຕົນ.

ນອກເຫນືອບົດບາດ ທາງດ້ານເສຖກິດແລ້ວ ຮ້ານ ແມ໊ກດາໂນ ບໍ່ພຽງແຕ່ເປັນສັນຍາລັກຂອງຄວາມຮັ່ງມີ ຂອງປະເທດເທົ່ານັ້ນ ເຄື່ອງຫມາຍປະຕູຄຳ ຂອງແມ໊ກດາໂນນີ້ (Golden Arches) ຍັງເປັນ ສັນຍາລັກຂອງປະເທດທີ່ຮັກສັນຕິພາບ ອີກດ້ວຍ.

ອີງຕາມ ການຄົ້ນຄວ້າຂອງນັກຂຽນແລະນັກຫນັງສືພິມຊື່ດັງ ທ່ານໂທມັສ ຟຣິດແມ໊ນ (Thomas Friedman) ເພິ່ນໄດ້ອອກທິສດີໄຫມ່ອັນນຶ່ງອອກມາ ເອີ້ນວ່າທິສດີ ປະຕູຄຳ ສກັດກັ້ນ ການປະທະ (The Golden Arches Theory of Conflict Prevention).

ທິສດີກ່າວວ່າ ເວລາປະເທດໃດປະເທດນຶ່ງ ທີ່ໄດ້ພັທນາເສຖກິດຕົວເອງ ຈົນເຖິງຂັ້ນທີ່ມີຊົນຊັ້ນປານກາງ ຫລາຍພໍສົມຄວນ ທີ່ຈະມາຄ້ຳເຄື່ອຄ່າຍຂອງຮ້ານ ແມ໊ກດາໂນ ໄດ້ ປະເທດນັ້ນຈະກາຍເປັນ ປະເທດ ແມ໊ກດາໂນ ພາຍໃນຕົວແລະ ປະຊາຊົນຂອງ ປະເທດ ແມ໊ກດາໂນ ຈະບໍ່ມັກ ເຮັດສົງຄາມກັນ. ຂ້າເຈົ້າມັກຕໍ່ຫາງ ຊື້ແຮມເບີເງີ ຫລາຍກວ່າ.

ຖ້າຈະຕີຄວາມຫມາຍໄປແນວນຶ່ງແລ້ວ ການໂລກາພິວັດ ພາໃຫ້ຍົກຣະດັບເສຖກິດ ຂອງຫລາຍໆປະເທດຂຶ້ນ ຊຶ່ງເປັນຜົນສະທ້ອນ ໃຫ້ການຕັດສິນໃຈທີ່ຈະເຮັດສົງຄາມ ຣະຫວ່າງປະເທດ ທີ່ມີເສຖກິດກ້າວຫນ້າເທົ່າທຽມກັນ ຫລົດນ້ອຍຖອຍລົງ ເປັນຕົ້ນແມ່ນໃນ ບັນດາພາຍໃນປະເທດທີ່ໃນເຄື່ອຄ່າຍ ແມ໊ກດາໂນ.

ເຖິງຢ່າງໃດກໍຕາມ ສົງຄາມເປັນຂອງຫລີກລ້ຽງບໍ່ໄດ້ ໃນບາງກໍຣະນີ ແຕ່ຖ້າຫາກມັນເກີດຂຶ້ນ ມັນກໍຈະເກີດຂຶ້ນໃນຣະຍະສັ້ນ ຕົວຢ່າງ ສົງຄາມຣະຫວ່າງ ຣັດເຊັຍ ແລະ ຈອກເຈັຍ ທີ່ເກີດຂຶ້ນ ໃນປີ 2008 ທີ່ຜ່ານມາ .

ສນັ້ນສັນຍາລັກ ຂອງ ແມ໊ກດາໂນ ບໍ່ພຽງແຕ່ສັນຍາລັກ ຂອງຄວາມມັ່ງຄັ້ງສົມບູນ ຂອງປະເທດເທົ່ານັ້ນ ແຕ່ຍັງມີສ່ວນປະກອບ ອັນສຳຄັນ ໃນການຮັກສາສັນຕິພາບພາຍໃນບັນດາ ປະເທດ ແມ໊ກດາໂນ ດ້ວຍກັນ.

Saturday, May 2, 2009

Weekly Review #15, 2009

ຢ່າຕ້ອງສິດຂອງເຮົາ!!!
____________________________________________________________________
ອະເມຣິກັນ ແລະສິດທິເປັນເຈົ້າຂອງປືນ
ໂດຍ ໂອມຜຽງ

ເຖິງເສຖກິດທົ່ວປະເທດຈະຕົກຕ່ຳປານໃດກໍຕາມ ແຕ່ທຸຣະກິດການຜລິດອາວຸດ ໃນອະເມຣິກາ ໄດ້ກຳໄຣມາຕລອດ. ຫຸ້ນສ່ວນຂອງບໍຣິສັດໃຫຍ່ໆ ທີ່ຜລິດປືນພາກັນພຸ່ງຂຶ້ນເປັນແຖວໃນໄຣຍະ 6ເດືອນຫລັງນີ້ ເປັນຕົ້ນບໍຣິສັດ ຊມິດ ແອນ ແວດເຊິນ(Smith & Wesson) ແລະບໍຣິສັດ ຣູເງີ (Rugers) ຂຶ້ນເຖິງ 80% ແຕ່ກາງເດືອນຕຸລາ (10) ເປັນຕົ້ນມາ .

ເລີ້ມແຕ່ມີຂ່າວລືວ່າ ໂອບາມາຈະໄດ້ຂຶ້ນເປັນປະທານທິບໍດີ ໃນທ້ອງເດືອນ ຕຸລາ (10) ປີ 2008 ພວກລູກຄ້າ ແລະພວກມັກຫລິ້ນປືນ ພາກັນລັ່ງເຂົ້າໄປຊື້ປືນແບບຜິດປົກະຕິ. ປືນຫລາຍໆຊະນິດ ໂດຍສະເພາະປືນໃຊ້ໃນສົງຄາມ ແບບ AR-16 ທີ່ມີລັກສະນະຄ້າຍກັນກັບ M-16 ຊຶ່ງເປັນປືນປະຈຳການ ຂອງກອງທັບອະເມຣິກາ ຂາດຕລາດ ແລະປືນ AK-47. ທາງເຈົ້າຂອງຮ້ານຂາຍປືນ ບໍ່ເຄີຍເຫັນຄົນລັ່ງເຂົ້າມາຊື້ປີນແບບນີ້ ໃນປະວັດສາດເລີຍ.

ຕາມຄວາມເຫັນຂອງ ຜູ້ຊ່ຽວຊານເຣື່ອງຕລາດປືນຢູ່ໃນອະເມຣິກາ ຂ້າເຈົ້າວ່າເຫດຜົນທີ່ຄົນ ພາກັນຟ້າວໄປຊື້ປືນ
ຍ້ອນມີຂ່າວລືກັນວ່າ ຖ້າໂອບາມາໄດ້ຂື້ນອຳນາດເມື່ອໃດ ການຊື້ຂາຍປືນ ຈະຖືກຈຳກັດທີ່ສຸດ. ຂ່າວລືຕື່ມໄປອີກວ່າ ໂອບາມາ ຈະອອກກົດຫມາຍໃຫມ່ມາ ເຮັດໃຫ້ການເປັນເຈົ້າຂອງປືນ ນັບມື້ນັບຍາກຂຶ້ນ. ບາງຄົນອ້າງວ່າ ມີແຕ່ຜູ້ຮ້າຍເທົ່ານັ້ນ ທີ່ຈະມີປືນ ເພາະພວກເຂົາສາມາດຊື້ອາວຸດເຖື່ອນໄດ້ ສຳລັບຜູ້ຢູ່ໃຕ້ກົດຫມາຍ ຈະເປັນເຍື່ອໃຫ້ ຄົນຮ້າຍຍ້ອນຕົນບໍ່ມີ ປືນ ມາປົກປ້ອງຄວາມປອດໄພຍ ໃນບ້ານຂອງຕົນ.

ຜ່ານມາ ການຕົກຖຽງເຣື່ອງສິດທິ ໃນການເປັນເຈົ້າຂອງປືນ ບາງຣັຖໄດ້
ອອກກົດຫມາຍໃຫມ່ມາ ເພື່ອສກັດກັ້ນ ບໍ່ໃຫ້ຄົນບາງຈຳພວກ ມີສິດເປັນເຈົ້າຂອງປືນໄດ້. ບຸກຄົນທີ່ບໍ່ມີສິດເປັນເຈົ້າຂອງປືນ ເປັນຕົ້ນ ຜູ້ທີ່ເຄີຍມີຄະດີຮຸ່ນແຮງ ມາກ່ອນ ເຊັ່ນເຄີຍຖືກສານລົງໂທດ ໃນຄະດີອາຊຍາການ ຫລືພວກເສັຍຈິດ. ປືນສົງຄາມທີ່ເຫລົ່າມາຂ້າງເທິງ ຊື້ຂາຍບໍ່ໄດ້ ຢູ່ໃນ ທີ່ຣັຖ ຄາລີຟໍເນັຍ.

ກົດຫມາຍໃນການຊື້ປືນແຕ່ລະຊະນິດ ແຕກຕ່າງກັນ
. ສຳລັບຜູ້ໃດຢາກຊື້ປືນຍາວ ເປັນຕົ້ນປືນລູກຊອງ ແລະປືນລ່າເນື້ອ ທາງການກາລີຟໍເນັຍ ບັງຄັບ ໃຫ້ກວດກາເບິງເບື້ອງຫລັງຂອງຜູ້ທີ່ຈະຊື້ປືນ . ຖ້າຫາກເບື້ອງຫລັງຂາວສະອາດ ບໍ່ມີຄະດີຕິດ ຜູ່ນັ້ນສາມາດຊື້ປືນໄດ້. ແຕ່ສຳລັບບຸກຄົນໃດຢາກຊື້ປືນສັ້ນນັ້ນ ນອກຈາກຈະຕ້ອງສືບເບິ່ງເບື້ອງຫລັງແລ້ວ ຜູ່ທີ່ຈະຊື້ປືນຈະຕ້ອງສອບຜ່ານການເຂົ້າໃຈກົດຫມາຍ ແລະຄວາມປອດໄພຍ ຂອງການເປັນເຈົ້າຂອງປືນສັ້ນໄດ້. ນອກນັ້ນແລ້ວ ທາງຣັຖ ຄາລີຟໍເນັຍ ບໍ່ໃຫ້ມີການຊື້ຂາຍ ປືນບາງຊນິດ ໂດຍສະເພາະປືນ AK-17 ແລະປືນສັ້ນ .22 LR ບາງຊະນິດ ທີ່ເອີ້ນກັນ "Saturday nigh special"ເພາະວ່າ ອາວຸດຈຳພວກນີ້ ເປັນອາວຸດທີ່ ພວກແກ້ງ ແລະພວກຄາຕກອນ ນິຍົມໃຊ້ໄປຍິງກັນ.

ແຕ່ຢູ່ຣັຖ ອາຣີໂຊນາ ຊຶ່ງຕິດກັບຣັຖກາລີຟໍເນັຍ ກົດຫມາຍພັດຕ່າງກັນຟ້າກັບດິນ. ຢູ່ຣັຖນີ້ອາວຸດແບບປືນ ຊື້ຂາຍກັນໄດ້ເກືອບທຸກຊະນິດ ແລະບໍ່ມີກຳຫນົດອີກ. ຫມາຍຄວາມວ່າຄົນຜູ່ນຶ່ງ ຢາກຊື້ປືນຈັກກະບອກກໍໄດ້. ສນັ້ນປືນແລະອາວຸດສົງຄາມ ທີ່ພວກແກ້ງຄ້າຢາເສບຕິດເມັກຊິແກນ ເອົາໄປໃຊ້ຂ້າກັນຢ່າງນອງເລືອດ ຢູ່ປະເທດເມັກຊິໂກໃນປັດຈຸບັນນີ້ ສ່ວນຫລາຍແລ້ວ ແມ່ນອອກມາຈາກ ຣັຖອາຣີໂຊນາ ແລະຣັຖເທັກຊັດ ຊຶ່ງມີກົດຫມາຍບໍ່ເຂັ້ມແຂງຕໍ່ການຈຳຫນ່າຍອາວຸດ ແລະ ທັງມີຊາຍແດນຕິດກັບ ເມັກຊິໂກ.

ທາງຣັຖມົນຕຣີກະຊວງຕ່າງປະເທດ ຍານາງທ່ານ ຮີນລາຣີ ກລີນເຕິນ ຍອມຮັບຮູ້ເປັນທາງການ ຕອນເພິ່ນໄປຢາມ ປະເທດເມັກຊິໂກ ວ່າ ບັນຫາອາວຸດສົງຄາມທີ່ໃຊ້ມາຂ້າກັນ ຢູ່ເມັກຊິໂກນີ້ ສ່ວນຫລາຍແລ້ວແມ່ນມາຈາກ ອະເມຣິກາ. ທາງອະເມຣິກາ ຈະເຮັດສຸດຄວາມສາມາດ ສກັດກັ້ນບໍ່ໃຫ້ອາວຸດພວກນີ້ຮົ່ວໄຫລເຂົ້າມາ ເມັກຊິໂກ. ແຕ່ເພິ່ນເອງ ໄດ້ກ່າວວ່າ ສຳລັບທີ່ຈະບໍ່ໃຫ້ມີການຈຳຫນ່າຍ ຫລືບໍ່ໃຫ້ຄົນອະເມຣິກັນເປັນເຈົ້າຂອງປືນນັ້ນ ເປັນໄປໄດ້ຍາກ ເພາະວ່າ ການເມືອງພາຍໃນອະເມຣິກາ ຍັງບໍ່ມີເງື່ອນໃຫ້ມີກົດຫມາຍແບບນີ້ ຂຶ້ນມາໄດ້ເທື່ອ.

ໃນທ້າຍອາທິດແລ້ວນີ້ເອງ ທ່ານໂອບາມາ ໄດ້ອອກມາກ່າວເຫມືອນກັນວ່າ ການທີ່ຈະສືບຕໍ່ ກົດຫມາຍຫວງຫ້າມບໍ່ໃຫ້ປະຊາຊົນມີອາວຸດສົງຄາມ (Assault Weapon Ban) ດັ່ງທ່ານສັນຍາໄວ້ ຕອນຫາສຽງເລືອກຕັ້ງນັ້ນ ດຽວນີ້ບໍ່ໄດ້ຢູ່ໃນຣາຍການຂອງນະໂຍບາຍການເມືອງ ແລະທັງບໍ່ໄດ້ຢູ່ໃນແຜນການປະຕິບັດງານຂອງເພິ່ນ ໃນໄຣຍະນີ້.

ທ່າທີໄຫມ່ຂອງປະທານໂອບາມາກ່ຽວກັບເຣື່ອງນີ້ ຊີ້ໃຫ້ເຫັນຢ່າງຈະແຈ້ງວ່າ ຄວາມກົດດັນແລະພລັງທາງການເມືອງ ຂອງປະຊາຊົນອະເມຣິກາບາງກຸ່ມ ທີ່ບູຊາອາວຸດປືນນີ້ຍັງແຮງຫລາຍ. ສນັ້ນ ການຫວງແຫນຍຶດຖືສິດທິ ເປັນເຈົ້າຂອງປືນຂອງປະຊາຊົນອະເມຣິກັນ ຍັງຈະສືບຕໍ່ ແລະຍັງຂະເປັນຈຸດ
ພິເສດອັນນຶ່ງ ຂອງວັທນະທັມອະເມຣິກັນ ອີກນານຕໍ່ໄປຢູ່.

ຈົບ
onelao.com