Saturday, June 27, 2009

Weekly Review #23, 2009 ສະຖິຕິ ທີ່ເສົ້າໃຈ

ສະຖິຕິບ້ານທີ່ທະນາຄານຈະຍຶດ ເພີ້ມຂຶ້ນເຖິງ ໑໐.໙% ໃນທ້າຍເດືອນມິນາ ໒໐໐໙
______________________________________________________________________
ບົດຄວາມ
ສະຖິຕິ ທີ່ເສົ້າໃຈ
ໂດຍ ໂອ່ມຜຽງ

ຫວ່າງສອງ ສາມປີຫລັງທີ່ຜ່ານ ມີຫມູ່ຜູ່ນຶ່ງເຮັດວຽກນຳກັນ ຈົ່ມວ່າ ລາວເບື່ອວຽກຫລາຍແລ້ວ ແຕ່ວ່າລາວໂຊກດີ ເພາະວ່າລາວຈະອອກໄປບຳນານ ພາຍໃນໄວໆນີ້. ແຕ່ເທົ້າທຸກມື້ນີ້ ຂ້ອຍຍັງເຫັນລາວແບກກັບເຂົ້າສວາຍ ມານັ່ງກິນເຂົ້ານຳຂ້ອຍ ຢູ່ກ້ອງຕົ້ນໄມ້ຢູ່ທຸກໆມື້.

ມື້ນຶ່ງ ຂ້ອຍເລີຍສວຍໂອກາດ ຖາມລາວ ວ່າ "ຕູ້ຍາມໃດຈະໄປບຳນານ?"

ເພິ່ນຕອບ ມາວ່າ "ໂອຍ ຄືເຈົ້າຮູ້ຫັ້ນແລ້ວ ຂ້ອຍວ່າ ຂ້ອຍຈະໄປປີນີ້ ແຕ່ມັນບໍ່ເປັນຈັ່ງບຸນ ສອງ ສາມປີຫລັງນີ້ ຂ້ອຍເອົາເງິນໄປ ຊື້ເຮືອນໃຫມ່ ຕັ້ງສອງຫລັງ ຢູ່ແຖວ ເຕມະກູລາ. ຄຶດວ່າມັນຂຶ້ນ ແລ້ວຈະຂາຍເອົາກຳໄຣ ມາເປັນທຶນສົມທົບ ອັດຕາເບັ້ຍບຳນານອີກ. ແຕ່ບໍ່ເປັນຈັ່ງບຸນ ຕລາດມັນເປັນຈັ່ງຊີ້
ຂ້ອຍເລີຍຖິ້ມບ້ານ ທັງສອງຫລັງນັ້ນຊ້ຳ. ມັນກໍຈຳເປັນ ແບກຈ໊ອບຕໍ່ໄປ ແບບນີ້ແລ້ວ ພໍ່ອາວເອີຍ".

ຂ້ອຍແລ້ວຖາມຕໍ່ໄປ " ຄັນຊັ້ນເງິນ ບຳນານ ໂຊໂຊ (Social Security) ເດ? "

ຕູ້ຕອບວ່າ "ຂ້ອຍໄປກວດເບິ່ງແລ້ວ ມັນບໍ່ພໍ ຖ້າຂ້ອຍຢາກ ອອກບຳນານອາຍຸ 62ປີ. ດຽວນີ້ຍັງຕ້ອງຈ່າຍຄ່າບ້ານຂ້ອຍຢູ່ ທຸກມື້ນີ້ຢູ່"

"ອ໋າວ! ເທື່ອແລ້ວເຈົ້າເວົ້ານຳຂ້ອຍວ່າ ເຈົ້າ ເປອົຟ (paid-off) ຫມົດແລ້ວບ້ານຫລັງນີ້..." ຂ້ອຍທ້ວງລາວ

"ມັນກໍຈ່າຍເກືອບຫມົດແລ້ວ ແຕ່ລູກຊາຍຊວນຂ້ອຍໄປ ຣີຟາຍນັງ(refinance) ໃຫມ່ ແລ້ວເອົາເງິນ ເອກວາຕີ (Equity) ໄປລົງທຶນຊື້ບ້ານ ສອງຫລັງ ຢູ່ ເຕມະກູລາຫັ້ນແລ້ວ. ເອົາອອກມາເປັນ ຕັ້ງສອງແສນ ເພື່ອເອົາໄປ ດາວ ບ້ານທັງສອງຫລັງ. ບາດປ່ອຍບ້ານແລ້ວ ມັນກໍຕົກນ້ຳໄຫລຄື ພວກເຮົາຮູ້ກັນນີ້ແລ້ວ. ເວົ້າມາແລ້ວ ຍັງເສັຍໃຈຢູ່ທຸກມື້ນີ້." ລາວທັງເວົ້າທັງແກວ່ງຫົວ.

"ຖືວ່າມັນຊວຍກໍແລ້ວກັນ ຕູ້ເອີຍ. ເປັນນຳກັນທັງບ້ານທັງເມືອງ. ຢ່າງນ້ອຍພວກເຮົາ ຍັງມີວຽກມີການຢູ່ " ຂ້ອຍປອບໃຈລາວ

"ເອົາແຕ່ເວນແຕ່ກັມວ່າແລ້ວເຣື່ອງນີ້... ແມ່ນຄວາມເຈົ້າ ພໍ່ອາວເອີຍ ຢ່າງນ້ອຍພວກເຮົາຍັງມີການເຮັດຢູ່. ຫລາຍໆຄົນຍັງລຳບາກ ຫລາຍກວ່າເຮົາ ຜູ່
ທີ່ປະກາດ ແບ໋ງກໍຣັບຊີ ກໍເຕັມໄປຫມົດ. "

ເຣື່ອງແບບນີ້ກາຍເປັນເຣື່ອງທີ່ ພວກເຮົາມັກຈະໄດ້ຍິນເ
ລື້ອຍໆ. ຜົນສະທ້ອນ ຂອງອັກວິດເສຖກິດຄັ້ງນີ້ ມັນບໍ່ແມ່ນຂອງທຳມະດາ. ທຶນຮອນທີ່ສະສົມໄວ້ ຫາຍໄປໄດ້ຢ່າງໄວວາ ແບບບໍ່ຄາດຝັນ.

ຖ້າຫາກໃຜເດີນທາງຜິດ ແລະຕັດສິນໃຈພາດ ຜູ່ນັ້ນກາຍເປັນສະຖິຕິເສົ້າຫມອງໄປ. ສນັ້ນ ພວກເຮົາມີຫຍັງກໍ ຊ່ວຍແບ່ງປັນກັນ ຕາມຄວາມສາມາດ ໃນຍາມຂັດສົນນີ້.

ຈົບ

Thursday, June 18, 2009

Weekly Review #22, 2009 ທວິດເຕີ (twitter)

ທວິດເຕີ ຖາມຂ່າວ ມູລາ ແລະປະທານອີຣານ
______________________________________________________________________
ບົດຄວາມ
ຕວິດເຕີ (twitter) ແມ່ນຫຍັງ?
ໂດຍ ໂອ່ມຜຽງ

ຄັ້ງແຣກທີ່ ຂພຈ ໄດ້ຮູ້ກ່ຽວກັບ Twitter ແມ່ນທ້າຍເດືອນທັນວາ ປີ໒໐໐໘ ໃນເວລາທີ່ ພວກກໍ່ການຮ້າຍຈາກ ປາກິສຕານຍຶດເອົາ ໂຮງແຮມ ທັສມາຮານ ທີ່ເມືອງ ມຸມບາຍ ປະເທດອິນເດັຍ. ບັນດາຜູ່ຄົນທີ່ພັກເຊົາ ແລະຄ້າງຢູ່ໂຮງແຮມນັ້ນ ສາມາດຣາຍງານຂ່າວ ອອກມາໃຫ້ຊາວໂລກຮູ້ ໂດຍບໍ່ຂາດສາຍ ດ້ວຍການໃຊ້ໂທຣະສັບມືຖື ແລະຣະບົບ twitter.

ຕອນນັ້ນ ທາງໂທຣະທັດ CNN ເອງໄດ້ກ່າວວ່າ ຂ່າວທີ່ຖ່າຍທອດສົດອອກອາກາດສ່ວນຫລາຍແລ້ວ ມາຈາກ ການຣາຍງານຂອງ ຣະບົບ twitter ເກືອບຫມົດ.

ແຕ່ມື້ນັ້ນມາ ຣະບົບTwitter ໄດ້ຮັບຄວາມນິຍົມຂຶ້ນມາເລື້ອຍໆ. ຮອດມື້ນີ້ ຣະບົບTwitter ຍິ່ງດັງຂຶ້ນມາອີກ ເມື່ອພວກປະທ້ວງການເລືອກຕັ້ງ ທີ່ອີຣານ ນຳໃຊ້ຣະບົບນີ້ ເປັນຣະບົບສື່ສານ ຖ່າຍທອດຂ່າວສົດຕ່າງໆ ທີ່ເກີດຂຶ້ນໃນອີຣານໃຫ້ໂລກຮູ້ ໂດຍຫລີກເວັ້ນ ການສກັດກັ້ນ ຂອງຣັຖບານ. ນອກນັ້ນ ຣະບົບTwitterຍັງຖືກນຳໃຊ້ເປັນເຄື່ອງມື ປຸກຣະດົມປະຊາຊົນ ອອກມາເດີນຂະບວນປະທ້ວງແຕ່ລະວັນ ອີກດ້ວຍ.

ເຖິງຢ່າງໃດກໍຕາມ ທົ່ວໂລກ ໄດ້ອີງໄສ່ ຣະບົບ twitter ເພື່ອຕິດຕາມສະຖານະການ ທີ່ອິຣານ ເພາະວ່າ ນັກຂ່າວຕ່າງປະເທດ ຖືກຣັຖບານອີຣານ ຫວງຫ້າມ ບໍ່ໃຫ້ຣາຍງານຂ່າວ ຂອງການປະທ້ວງ. ນອກນັ້ນແລ້ວ ນັກຂ່າວຕ່າງປະເທດ ຫລາຍໆຄົນ ຕ້ອງເດີນທາງອອກຈາກອີຣານ ຫລັງຈາກ ອີຣານ ບໍ່ອະນຸຍາດ ໃຫ້ດຳເນີນຫນ້າທີ່ ເປັນນັກຂ່າວໃນອີຣານອິກ.

ປັດຈຸບັນນີ້ ທາງຣັຖບານ ອີຣານ ພຍາຍາມປິດ ຊ່ອງtwitter ແຕ່ຍັງບໍ່ມີຄວາມສາມາດ ເຮັດໄດ້ເທື່ອ. ນັກວິຊາການຫລາຍຄົນກ່າວວ່າ ວິທີດຽວ ທີ່ຣັຖອີຣານຈະປິດຣະບົບ twitter ນີ້ໄດ້ ຣັຖບານຕ້ອງປິດ ສັນຍານ ອິນເຕີເນັດ ເຂົ້າໃນປະເທດຂອງຕົນ ທັງຫມົດເລີຍ ຊຶ່ງອາດເປັນໄປໄດ້ຍາກ ເພາະວ່າ ທາງຣັຖບານ ອີຣານ ຍັງຕ້ອງການໃຊ້ ອິນເຕີແນດ ເຫມືອນກັນ.

ເວົ້າໄປແລ້ວ twitter ນີ້ແມ່ນຫຍັງ ແທ້?

ຣະບົບ twitter ແມ່ນຣະບົບສື່ສານສັງຄົມ (Social Networking) ແບບນຶ່ງ ທີ່ໃຊ້ງ່າຍ ແລະສາມາດເປີດກວ້າງ ການຕິດຕໍບຸກຄົນຕ່າງໆ ທີ່ສົນໃຈໃນເຣື່ອງດຽວກັນໄດ້ສະດວກ. ຣະບົບ twitter ແມ່ນຢູ່ຣະຫວ່າງກາງ ຂອງຣະບົບສື່ສານ email, IM (instant messaging) ແລະ blog ທີ່ຫລາຍຄົນຮູ້ຈັກໃຊ້ແລ້ວ.

ຈຸດພິເສດ ຂອງຣະບົບTwitter ແມ່ນການຮຽນໃຊ້ງ່າຍແລະໄວ ທັງກະທັດລັດອີກດ້ວຍ ເພາະ ຂໍ້ຄວາມແຕ່ລະຄັ້ງ ທີ່ສົ່ງອອກບໍ່ໃຫ້ເກີນ ຕົວອັກສອນ ໑໔໐ ຕົວ. ຜູ່ໃຊ້twitter ທັງຫມົດ ສາມາດໃຊ້ໂທຣະສັບມືຖື ຫລື ຄອມປຸຍເຕີ ເພີ່ອສົ່ງຂໍ໊ຄວາມTwitter ຫລືເອີ້ນກັນ ວ່າ tweetແຕ່ລະອັນ. ນອກນັ້ນ ຣະບົບTwitterນີ້ ເປັນຣະບົຍກະຈາຍເຂື່ອຄາຍ ບໍ່ແມ່ນຣະບົບສູນກາງ. ສນັ້ນ ການທີ່ຈະປິດ ຫລືສກັດກັ້ນ ຣະບົບ twitter ນີ້ຍາກຫລາຍ ເພາະຊ່ອງສົ່ງສັນຍານ ມັນຢາຍກັນໄປທົ່ວໂລກ. ມັນຈະຍາກກວ່າ ເກັບປູໃສ່ດົ້ງ.

ນອກຈານການຫມູນໃຊ້ທີ່ກ່າວມາຂ້າງເທິງແລ້ວ ຫລາຍໆຄົນໃຊ້ ຣະບົບTwitterເພື່ອຕິດຕາມຂ່າວ ຕິດຕາມບຸກຄົນທີ່ຕົນເອງສົນໃຈ ຫລືໃຊ້ໃນການຕລາດ. ບາງຄົນໃຊ້ຣະບົບtwitter ເປັນວິທີຕິດຕໍ່ ສະມາຊິກພາຍໃນຄອບຄົວ ແລະຫມູ່ເພື່ອນໄກ້ສິດເທົ່ານັ້ນ ພາຍໃນຣະບົບຫ້ອງສ່ວນຕົວໄດ້ ເຫມືອນກັນ.

ຜ່ານມານີ້ ການຫມູນໃຊ້ຣະບົບສື່ສານ twitter ມີຜົນປະໂຍດອັນດີຫລາຍຢ່າງ ມາສູ່ສັງຄົມຂອງມະນຸດ ໂດຍໃຫ້ແຕ່ລະຄົນ ໃກ້ສິດກັນຂຶ້ນຫລາຍກວ່າເກົ່າ. ຖ້າຫາກທ່ານຜູ່ອ່ານສົນໃຈ ກະຣຸນາໄປທົດລອງໃຊ້ໄດ້ທີ່ twitter.

Happy tweeting!!!

ຈົບ

ຫມາຍເຫດ: twitter ທີ່ຕໍ່ໃສ່ ບລອກຂອງທີ່ທ່ານອ່ານນີ້ ແມ່ນຕິດຕັ້ງຢູ່ http://twitter.com/onelao

Saturday, June 13, 2009

Weekly Review # 21, 2009

ປະຕິຮູບ ສາທາຣະນະສຸກ ໃນອະເມຣິກາ
______________________________________________________________________
ບົດຄວາມ
ການປະຕິຮູບ ຣະບົບສາທາຣະນະສຸກ (Health Care Reform)
ໂດຍ ໂອ່ມຜຽງ

ທ່ານໂອບາມາ ຈະສ້າງປະວັດສາດ ອັນຍິ່ງໃຫຍ່ໃຫ້ແກ່ທ່ານ ແລະອະເມຣິກາ ຖ້າທ່ານສາມາດປະຕິຮູບ ຣະບົບສາທາຣະນະສຸກ ຂອງສະຫະຣັຖ ອະເມຣິກາ ໄດ້ຢ່າງແທ້ຈິງ. ນີ້ຄືຫາງສຽງສ່ວນຫລາຍ ຂອງຊາວອະເມຣິກັນ.

ແຕ່ບັນຫາມີຢູ່ວ່າ ທ່ານຈະເຮັດໄດ້ສຳເຣັດບໍ່? ຖ້າສຳເຣັດນັ້ນ ທ່ານຈະສຳເຣັດເຖິງຂັ້ນໃດ?

ໃຜໆກໍຮັບຮູ້ນຳກັນແລ້ວວ່າ ຣະບົບສາທາຣະນະສຸກ ທີ່ໃຊ້ກັນຢູ່ໃນອະເມຣິກາທຸກໆມື້ນີ້ ຂາດຄວາມເປັນທັມ ຂາດຄວາມສເມີພາບ ຂາດປະສິດທິພາບ ແລະບໍ່ເຫມາະສົມນຳ ຖານະເປັນປະເທດມະຫາອຳນາດ.

ດຽວນີ້ ປະຊາຊົນອະເມຣິກາ ເຖິງ ໔໘ ລ້ານຄົນບໍ່ມີປະກັນພັຍ ດູແລສຸຂພາບ. ຮ້າຍກວ່າໄປກວ່ານັ້ນ ຫລາຍແຫລ່ງຂ່າວ ແລະຫລາຍນັກຊ່ຽວຊານ ຄາດວ່າທ້າຍປີ ໒໐໐໙ ຄອບຄົວຊົນຊັ້ນປານກາງ ອະເມຣິກັນເກີນກວ່າ ໒ ລ້ານຄົນ ຕ້ອງປະກາດສລາຍຕົວ (Personal bankruptcy) ຍ້ອນບັນຫາປິ່ນປົວສຸຂພາບ ແລະຍ້ອນອັກະວິດເສຖກິດ.

ສິ່ງທີ່ພາໃຫ້ປະຊາຊົນບໍ່ພໍໃຈຫລາຍ ແມ່ນອະເມຣິກາທຸ້ມເງິນເຂົ້າໃສ່ງົບປະມານສາທາ ຫລາຍກວ່າຫມູ່ ໃນບັນດາ ປະເທດປະເທດພັທນາດ້ວຍກັນ ແຕ່ຖ້າເວົ້າເຖິງ ຄຸນນະພາບຂອງ ຣະບົບສາທາອະເມຣິກາຕົກຢູ່ໃນອັນດັບທີ່ ໓໗ຂອງໂລກ ໃນບັນດາທັງມວນ ໑໙໔ ປະເທດ ອີງຕາມສະຖິຕິຂອງ ອົງການສາທາໂລກ (World Health Organization).

ໃນປີ ໒໐໐໗ ງົບສາທາຂອງອະເມຣິກາ ກວມເຖິງ ໑໗%ຂອງ GDP ຫລື $໒.໔ ໂກດ (trillions) ໂດລາ ຊຶ່ງສະເລັຍແລ້ວ ຕົກເປັນ $໗.໙໐໐ ໂດລາ ຕໍ່ຫົວຄົນ. ຖ້າທຽບໃສ່ ປະເທດ ສວິດຊະແລນ ງົບສາທາຂ້າເຈົ້າ ກວມ ໑໐.໙% ຂອງ GDP, ເຍັຽຣະມັນ ໑໐.໗ %, ການາດາ ໙. ໗% ແລະຝັ່ຣງ ໙.໕% ເທົ່ານັ້ນ ອີງຕາມຂໍ້ມູນຂອງ OECD ( Organization for Economic Cooperation and Development).

ຖ້າຣະບົບດັ່ງກ່າວ ຂາດປະສິດທິພາບ ເຖິງຂັ້ນນີ້ ເປັນຫຍັງ ຣະບົບນີ້ບໍ່ມີການປ່ຽນແປງ?

ໃນສມັຍປະທານ ກລິນເຕິນ ທ່ານນາງກລິນເຕິນ ໄດ້ພຍາຍາມໃຫ້ມີການປະຕິຮູບຣະບົບສາທາ ແຕ່ກໍປະສົບການຫລົ້ມເຫລວ. ແຕ່ນັ້ນມາ ບໍ່ໄດ້ມີໃຜກ້າເອົາເຣື່ອງນີ້ຂຶ້ນມາເວົ້າ ເພາະວ່າອຳນາດ ຂອງທຸຣະກິດທີ່ມີຜົນປະໂຍດນຳ ອຸດສາຫະກັມ ສາທານີ້ແຂງຫລາຍ. ຖ້ານັກການເມືອງຜູ່ໃດ ກ້າຍົກເຣື່ອງການປະຕິຮູບນີ້ຂຶ້ນມາ ນັກການເມືອງຜູ່ນັ້ນຫມົດອະນາຄົດ.

ທ່ານໂອບາມາເປັນຄົນແຣກ ທີ່ກ້າຍົກເຣື່ອງນີ້ຂຶ້ນມາອີກ ເລີ້ມແຕ່ທ່ານໄດ້ເຂົ້າຮັບຫນ້າທີ່ ເປັນປະທານະທິບໍດີ. ໃນແວບໄຊຍຂອງທ່ານ ທ່ານໄດ້ກ່າວວ່າ " ພວກເຮົາຕ້ອງໄດ້ປົວແປງ ຣະບົບສາທາຣະນະສຸກ ທີ່ແຕກຫັກ ແລະເຮັດໃນສິ່ງທີ່ຖືກຕ້ອງ ແກ່ອະເມຣິກາ ແລະຟື້ນຟຸເສຖກິດພວກເຮົາ-- ດຽວນີ້ທັງພາກສ່ວນບຸກຄົນ ແລະທັງພາກສ່ວນທຸຣະກິດ ບໍ່ສາມາດ ທີ່ຈະຄ້ຳການສົດໃຊ້ຣາຄາທີ່ສູງເກີນຄວນ ຂອງການດູແລສຸຂພາບແບບນີ້ ຕໍ່ໄປອີກ ແລະປະຊາຊົນ ອະເມຣິກັນ ຫລາຍລ້ານຄົນບໍ່ມີປະກັນໄພຍ ດູແລສຸຂພາບເລີຍ. ປະກັນໄພຍ ດູແລສຸຂພາບ ຕ້ອງນຳຜົນປະໂຍດມາໃຫ້ປະຊາຊົນ ແລະທຸຣະກິດ ບໍ່ແມ່ນແຕ່ນຳຜົນປະໂຍດ ມາໃຫ້ບໍຣິສັດປະກັນໄພຍ ແລະບໍຣິສັດ ຜລິດຢາ."

ໃນວິທີການປະຕິຮູບຄັ້ງນີ້ ທ່ານໃຊ້ຍຸທວິທີແຕກຕ່າງກັນກັບ ທ່ານນາງກລິນເຕິນໃຊ້ ໃນສມັຍເກືອບ ຊາວປີຫລັງ ຊຶ່ງປະກອບນະໂຍບາຍການປະຕິຮູບ ຈາກທຳນຽບຂາວ ແລ້ວບົ່ງຊີ້ ແລະສົ່ງລົງໃຫ້ສະພາ ພາກັນເປັນຜູ່ຮັບເອົາ. ຄັ້ງນີ້ ທ່ານໂອບາມາ ໄດ້ເຮັດແບບກົງກັນຂ້າມ. ທ່ານໄດ້ ມອບຫມາຍໃຫ້ທາງສະພາສູງ ແລະ ສະພາຕ່ຳເ ເປັນ ຜູ່ຄົ້ນຄວ້າແຜນການ ແລະສເນີຣາຍຣະອຽດຕ່າງໆຂຶ້ນມາ ຫາທຳນຽບຂາວ ວ່າຈະປະຕິຮູບແບບໃດ. ທາງທ່ານໂອບາມາ ມີແຕ່ເວົ້າເຖິງ ເປົ້າຫມາຍຂອງທ່ານ ວ່າທ່ານຢາກໃຫ້ປະຊາຊົນອະເມຣິກັນທຸກໆຄົນ ໄດ້ຮັບການດູແລ ສຸຂພາບໃນຣາຄາ ທີ່ເຫມາະສົມ ແລະຖືກກວ່າຣາຄາໃນທຸກມື້ນີ້.

ມາຮອດທຸກມື້ນີ້ ມີຫລາຍແຜນການ ທີ່ສະພາສູງ ສະພາຕ່ຳ ເອົາອອກມາຖົກຖຽງກັນ ວ່າຄວນຈະປະຕິຮູບແບບໃດ. ທ່ານໂອບາມາເອງ ໄດ້ ກ່າວວ່າ ການປະຕິຮູບຄັ້ງນີ້ ຕ້ອງມີ ແຜນປະກັນໄພບດູແລຂອງຫລວງ (Public option) ແທນທີ່ ຈະຮັກສາຮູບເດີມ ທີ່ປ່ອຍໃຫ້ທາງປະກັນໄພຍ ເອກະຊົນເທົ່ານັ້ນ ທີ່ມີສິດຜູກຂາດຝ່າຍດຽວ. ຄຳສເນີດັ່ງກ່າວນີ້ ພາໃຫ້ ທາງບໍຣິສັດປະກັນໄພຍ, ບໍຣິສັດຜລິດຢາ, ສະມາຄົມແພທ ແລະພັກ ຣິປະບລິກັນ ຂັດຄ້ານຢ່າງຫນັກ ເພາະມັນແຕະຕ້ອງ ເຖິງຜົນປະໂຍດສ່ວນຕົວຂອງພາກສ່ວນນີ້.

ເຫດຜົນຂັດຄ້ານທີ່ອ້າງອີງອອກມາ ວ່າຖ້າຣັຖເຂົ້າມາແຂ່ງນຳເອກະຊົນ ເອກະຊົນຈະເປັນຜູ່ເສັບປຽບ ບາງຄົນກ່າວວ່າ ຖ້າຣັຖເຂົ້າມາ ຄຸນນະພາບຂອງການດູແລສຸຂພາບຈະຕົກຕ່ຳລົງ ບາງຄົນກ່າວວ່າ ການປະຕິຮູບແບບນີ້ຈະພາ ໃຫ້ຣະບົບສາທາໃຫມ່ນີ້ ເປັນຣະບົບສັງຄົມນິຍົມ. ສຽງເຫລົ່ານີ້ ດັ່ງກ້ອງໄປທົ່ວສື່ສານມວນຊົນໃນອະເມຣິກາ ແລະທຸກຈອກແຈ.

ຕໍ່ຂ່າວລືດັ່ງກ່າວນີ້ ທ່ານໂອບາມາ ອອກມາກ່າວວ່າ ມັນບໍ່ເປັນຄວາມຈິງ. ໃນທັສນະຂອງທ່ານ ທ່ານວ່າ ແຜນປະກັນໄພບດູແລຂອງຫລວງ ບໍ່ໄດ້ກີດກັນທຸຣະກິດຂອງປະກັນໄພຍເອກະຊົນເລີຍ. ຖ້າຜູ່ໃດຢາກໃຊ້ຣະບົບເກົ່າທີ່ຕົວເອງມີຢູ່ ຜູ່ນັ້ນມີສິດໃຊ້ຕໍ່ໄປ ແຕ່ຖ້າຜູ່ໃດບໍ່ມັກຣະບົບເອກະຊົນ ຜູ່ນັ້ນຄວນຈະມີທາງເລືອກ ມາໃຊ້ຣະບົບຂອງຫລວງ. ຣະບົບຂອງຫລວງນີ້ ມີຈຸດປະສົງ ຢາກເປີດກວ້າງການດູແລສຸຂພາບ ທີ່ມີຄຸນນະພາບ ໃຫ້ຊາວອະເມຣິກັນຫມົດທຸກຄົນ.

ເນື່ອງຈາກວ່າ ການປ່ຽນຄັ້ງນີ້ ຈະເປັນການປ່ຽນແປງຄັ້ງໃຫຍ່ໃນປະວັດສາດ ຂອງອະເມຣິກາ. ຕ່າງກຸ່ມຈະຕໍ່ສູ້ກັນຢາກຫນັກ. ປັດຈຸບັນນີ້ ທີ່ສະພາສູງແລະສະພາຕ່ຳ ພັກເດໂມແກຣດສ່ວນຫລາຍແລ້ວ ຕ້ອງການໃຫ້ມີ ແຜນປະກັນໄພຍຂອງຣັຖ ມາຕື່ມອີກ ທາງພັກເຣປະບລີກັນບໍ່ຢາກໃຫ້ມີ ເພາະວ່າມັນແພງໂພດ. ບາງກຸ່ມສເນີ ຢາກ ໃຫ້ມີປະກັນໄພຍແບບດຽວ (Single Payer) ເທົ່ານັ້ນ. ຜົນອອກມາແນວໃດ ຈະມີຜົນສະທ້ອນ ຕໍ່ຊາວອະເມຣິກັນເຮົາ ຢ່າງຫລວງຫລາຍ ທັງດ້ານສວັດດີການ ແລະທາງດ້ານເສຖກິດ.

ສນັ້ນຖ້າທ່ານຜູ່ອ່ານ ຜູ່ໃດຢາກປະກອບ ຄວາມຄິດຄວາມເຫັນໃນເຣື່ອງນີ້ ທ່ານສາມາດໂທຣະສັບ ຫລືຕິດຕໍ່ ໄປຫາສະມາຊິກ ສະພາສູງ ແລະສະພາຕ່ຳໄດ້ ດຽວນີ້ເລີຍ. ໃນຣະບົບປະຊາທິປະໄຕ ສຽງຂອງທ່ານແຕ່ລະສຽງມີ ນ້ຳຫນັກ.

ຂ້າງລຸ່ມນີ້ ຄື ແວບໄຊຍຕ່າງໆ ທີ່ທ່ານສາມາດໃຊ້ເພື່ອ ອອກສຽງແລະຄວາມຄິດຄວາມເຫັນຂອງທ່ານ.
http://npalliance.org/
http://www.pnhp.org/
http://www.calnurses.org/

ຫລືທ່ານມີຄວາມຄິດຄວາມເຫັນ ຢາກສົນທະນາ ຂໍຮຽກເຊີນທ່ານຂຽນລົງໃສ່ ກະດານ Comments ຂ້າງລຸ່ມໄດ້ເລີຍ.

ຖ້າມີຂ່າວຄືບຫນ້າຫຍັງ ກ່ຽວກັບ ບົດຄວາມ ນີ້ ທາງ onelao.com ຈະຣາຍງານ ທ່ານຜູ່ອ່ານຕໍ່ໄປ.

ນອກນັ້ນ onelao.com ເຮົາໄດ້ ເອົາ Twitter Updated ເຂົ້າມາເສີມໄສ່ ບລອກພວກເຮົາອີກ ເພື່ອໃຫ້ທ່ານຜູ່ອ່ານມີໂອກາດ ຕິດຕາມຂ່າວຕ່າງໆທີ່ຫນ້າສົນໄຈ ພາຍໃນສັປດາ.

ຂອບໃຈ ທີ່ທ່ານເຂົ້າມາອ່ານ.

ຈົບ

Saturday, June 6, 2009

Weekly Review #20, 2009

______________________________________________________________________
ບົດຄວາມ
GM ລອກຄາບໃຫມ່
ໂດຍ ໂອ່ມຜຽງ

ວິກິດການເສຖກິດຄັ້ງນີ້ ນຳຜົນສະທ້ອນອັນຫນັກຫນ່ວງ ມາສູ່ຄວາມຫມັ້ນຄົງຂອງ ຫລາຍທຸຣະກິດໃຫຍ່ໆ ໃນອະເມຣິກາ. ຕອນແຣກແມ່ນທຸຣະກິດເຄຫະ(Real Estate)
ຕໍ່ມາແມ່ນທຸຣະກິດ ການເງິນ (Finance). ດຽວນີ້ມັນລາມມາເຖິງ ທຸຣະກິດການຜລິດຣົຖຍົນ (Automobile).

"ຈີແອມ" GM (General Motors) ເຄີຍເປັນບໍຣິສັດຍັກໃຫຍ່ ຜລິດຣົຖ ຂອງອະເມຣິກາ ທັງ
ເຄີຍເປັນ ບໍຣິສັດທີ່ຮັ່ງມີ ໃນອັນດັບນຶ່ງຂອງໂລກ ເປັນເວລາເຖິງ ໗໐ ກວ່າປີ ແລະ ພ້ອມນັ້ນ GM ຍັງ ເປັນສັນຍາລັກຂອງຄວາມຍິ່ງໃຫຍ່ ຂອງຣະບົບເສຖກິດທຶນນິຍົມ, ແຕ່ໃນທີ່ສຸດ ກໍກາຍມາເປັນເຫຍື່ອ ຂອງວິກິດການເສຖກິດຂອງໂລກຄັ້ງນີ້ ອີກບໍຣິສັດນຶ່ງຈົນໄດ້.

ໃນມຶ້ວັນທີ່ ໑ ເດືອນ ມີຖຸນາ (6) ທີ່ຜ່ານມານີ້ ສິ່ງທີ່ຫລາຍໆຄົນບໍ່ຄາດຝັນ ກາຍມາເປັນຄວາມຈິງ. GM ໄດ້ປະກາດລົ້ມສະລາຍຕົວແບບຊົ່ວຄາວ ແລະ
ໄດ້ມອບເນື້ອມອບຕົວ ພ້ອມດ້ວຍສິດທຸກສິ່ງທຸກຢ່າງ ໃຫ້ສານ ລົ້ມລະລາຍ(Bankruptcy Court) ເພື່ອເພິ່ງຮົ່ມໂພຮົ່ມໄຊ ກົດຫມາຍລົ້ມລະລາຍ ພາກທີ່໑໑ (Chapter 11 Bankruptcy) .

ກົດຫມາຍ ລົ້ມລະລາຍ ພາກທີ່ ໑໑ ອະນຸມັດ ໃຫ້ ບໍຣິສັດໃດທີ່ ຕົກຢູ່ພາວະຂັບຂັນເຫມືອນກັບ GM ມີໂອກາດ ກໍ່ລ້າງສ້າງຕົວໄຫມ່ ໂດຍມີການເຈຣະຈາ ສັນຍາໃຫມ່ ນຳບັນດາເຈົ້າຫນີ້ ແລະ ສະຫະພັນແຮງງານ ຖ້າຫາກມີ ການຈັດຕັ້ງສະຫະພັນ ແຮງງານ ພາຍໃນບໍຣິສັດ ຂອງຕົນ ພາຍໃຕ້ການດູແລ ແລະການຕັດສິນຂອງສານ.


ກົດຫມາຍສລາຍຕົວ ພາກທີ່ ໑໑
ຈະແຕກຕ່າງກັນກັບ ພາກທີ່ ໗ (Chapter 7) ຢູ່ບ່ອນວ່າ ຖ້າບໍຣິສັດໃດ ເລືອກປະກາດສລາຍຕົວ ແບບພາກທີ່ ໗ ນັ້ນ ບໍຣິສັດນັ້ນຈະສລາຍຕົວ ແບບຖາວອນ. ສິ່ງໃດທີ່ບໍຣິສັດມີ ແມ່ນຕ້ອງຖືກຂາຍຫມົດ ແລ້ວເອົາເງິນມາແຈກ ໃຫ້ເຈົ້າຫນີ້ ແລະເຈົ້າຫຸ້ນ ຕາມລຳດັບ. ຕົວຢ່າງ ກໍຄື ການປະກາດສລາຍຕົວ ຂອງບໍຣິສັດຍັກໃຫຍ່ ລີມັນ ບຣາເດີ (Lehmans Brothers) ໃນ ປີ ໒໐໐໘ຊຶ່ງຫາຍສາບສູນ ແລະບໍ່ມີຮ່ອງຮອຍຫຍັງເລີຍ.

ເປັນຫຍັງ GM ຕ້ອງປະກາດລົ້ມສະລາຍຕົວ?

ເວົ້າງ່າຍໆແລ້ວ ເຫດຜົນທີ່ GM ຕ້ອງປະກາດສະລາຍຕົວ ເພາະວ່າ
GM ບໍ່ສາມາດໃຊ້ຫນີ້ທີ່ຍັງຄ້າງຄາຢູ່ ແລະ GM ຫມົດຄວາມສາມາດທີ່ຈະກູ້ເງິນຕື່ມອີກ ມາດຳເນີນກິຈການຂອງຕົນ. ນອກນັ້ນ ຫນີ້ຂອງ GM- $໑໗໒.໘ ພັນລ້ານ ໂດລາ- ເກີນກວ່າ ມູນຄ່າຂອງຫລັກສັບຂອງຕົນ- $໘໒.໓ ພັນລ້ານ ໂດລາ- ທີ່ມີຢູ່ຈົນເກີນຄວນ ຕໍ່. ມາຕອນນີ້ ຣາຍຮັບຂອງ GM ກໍຫລຸດລົງຢ່າງຫລວງຫລາຍ ຍ້ອນວ່າ ລູກຄ້າບໍ່ຊື້ຣົຖ.

ແຕ່ວ່າເຣື່ອງຂອງ GMລົ້ມສລາຍນີ້ ບໍ່ແມ່ນການລົ້ມສລາຍ ແບບບໍຣິສັດທົ່ວໆໄປ ເພາະວ່າມີເຣື່ອງການເມືອງ ເຂົ້າມາສັບຊ້ອນ ເນື່ອງຈາກວ່າທາງຣັຖບານກາງ ໄດ້ເຂົ້າມາກ່ຽວຂອ້ງ.
ເລີ້ມແຕ່ ທ້າຍປີ ໒໐໐໘ ມາ GM ໄດ້ຮັບ ເງິນກູ້ຈາກຣັຖບານ ຫລາຍກວ່າ ໑໐ ພັນລ້ານໂດລາ ແຕ່ມາຮອດທຸກມື້ນີ້ ເງິນຈຳນວນນັ້ນ ຈ່າຍຫມົດແລ້ວ ແຕ່ GM ຍັງຟື້ນຕົວບໍ່ໄດ້ຄືເກົ່າ.

ຕໍ່ສະພາບການດັ່ງກ່າວ ທາງຣັຖບານກາງ ແລະເຈົ້າຫນີ້ຕ່າງໆຂອງ
GM ພອ້ມດ້ວຍກັບສະຫະພັນແຮງງານ UAW (United Auto Workers) ກັບຄະນະຜູ່ຈັດການ ຂອງ GM ໄດ້ປຶກສາວ່າ ຈະເຮັດແນວໃດຕໍ່ໄປ.

ໃນຕອນແຣກ ທຸກໆຝ່າຍເຫັນຢາກຫລີກລ້ຽງສານ ແຕ່ໃນທີ່ສຸດກໍບໍ່ມີທາງເລືອກ ບໍຣິສັດ GM ຕ້ອງເພິ່ງບາຣະມີ ຂອງສານ ໂດຍປະກາດການສລາຍຕົວ ພາຍໃຕ້ກົດຫມາ
ຍສລາຍຕົວ ພາກທີ່໑໑ ເພື່ອຕັ້ງຕົວໃຫມ່ ແລະຈັດຕັ້ງ ບໍຣິສັດ GM ໃຫມ່ຂຶ້ນ.

ມີຫຍັງຈະເກີດຂຶ້ນແດ່ຕອນທີ່ GM ຍັງຢູ່ໃນກຳມືຂອງສານສລາຍຕົວນີ້?

ເມື່ອGM ເລືອກປະກາດຕົວດັ່ງນີ້ ແລ້ວສັນຍາຕ່າງໆ ກັບເຈົ້າຫນີ້ທັງຫລາຍ ຈະຕອ້ງໄດ້ມາທົບທວນຄືນ ໃຫມ່ຫມົດ ບາງສັນຍາອາດຈະຖືກລົບລ້າງ ລວມທັງສັນຍາ ຫນີ້ສິນເກົ່າ ແລະສັນຍາແຮງງານ ຣະຫວ່າງ GM ກັບ ສະຫະພັນແຮງງານ UAW. ສວັດດີການຂອງພນັກເກົ່າຂອງ GM ທີ່ອອກໄປບຳນານ ຕ້ອງມີການດັດແປງ. ສາຂາການຜລິດແບຣນ(Brand)ຕ່າງໆ ທີ່ເຄີຍຢູ່ໃຕ້ ຄັນຮົ່ມຂອງ GM ຕ້ອງໄດ້ປະກາດຂາຍ ຖ້າເຫັນວ່າບໍ່ມີຜົນປະໂຍດ ຕໍ່ GM. ຄ່ຽງຄູ່ກັນນັ້ນ ດີເລີ ຫລືບໍຣິສັດທີ່ຂາຍຣົຖ GM ພາຍໃນອະເມຣິກາ ຫລາຍບໍຣິສັດຈະໄດ້ຖືກຕັດອອກໄປ.

GM ປະກາດວ່າ ບໍຣິສັດ GM ໄຫມ່ຈະເກັບໄວ້ແຕ່ ໔ ແບຣນ ເທົ່ານັ້ນ ແຄດີແລ໊ກ (Cadillac), ບຸຍອິກ (Buick), ເຊີວວໂຣເລ (Chevrolet), ແລະ ຈີແອມຊີ (GMC). ສ່ວນອື່ນທາງ GM ຈະຂາຍອອກຫມົດ. ບາງແບຣນທີ່ຂາຍອອກບໍ່ໄດ້ ຄືແບຣນ ປົງຕິອັກ (Pontiac) ທາງ GM ຕ້ອງເສັຍສລະໄປເລີຍ. ສ່ວນພວກ ດີເລີຣົຖນັ້ນ
GM ຈະຕັດ ຈາກ ໖໐໐໐ ກວ່າ ບໍຣິສັດ ລົງມາເຫລືອແຕ່ ໓໐໐໐ ບໍຣິສັດ ເທົ່ານັ້ນ.

ເຫລືອນັ້ນ GM ມີສິດປະກາດຂາຍ ສັພສົມບັດຕ່າງໆທີ່ຕົນມີໄດ້ ອີງຕາມມາຕຣາ ໓໖໓ (section 363) ຂອງກົດຫມາຍສລາຍຕົວ ພາກ໑໑. ສນັ້ນ ພວກເຮົາຈຶ່ງເຫັນນຳກັນ ໃນຂ່າວຕ່າງໆ ວ່າ ໃນອາທິດທີ່ຜ່ານໆມາ ມີຫລາຍບໍຣິສັດຕົກລົງ ຊື້ສັບສິນອັນສຳຄັນ ທີ່GM ປະກາດຂາຍ. ເປັນຕົ້ນ ບໍຣິສັດ ຊີຊວນ ແຕງຊົງ
Sichuan Tengzhong Heavy Industrial ຈາກຈີນຕົກລົງ ຊື້ສາຂາ Hummer, ບໍຣິສັດແຂ່ງຣົຖ ແປນສກີ ຈະເອົາສາຂາ ຣົຖ Saturn ແລະ ບໍຣິສັດ ແມ໊ກນາ Magna ຂອງ ການາດາ ແລະ ທະນາຄານ ສເບີແບ໊ງ Sberbank ຂອງຣັຖເຊັຍ ເຂົ້າມາເປັນເຈົ້າຂອງ ຣົຖໂອໂປ Opel ຢູ່ ເອີຣົບ ຮ່ວມກັບ GM ແລະຄົນງານຂອງ Opel.

ບັນດາໂຮງງານຕ່າງທີ່ຜລິດສິນຄ້າ ພ້ອມດ້ວຍເຄື່ອຄ່າຍ ຂອງການຈຳນ່າຍສິນຄ້າພວກນີ້ ຈະຕົກຢູ່ໃນກຳມື ຂອງເຈົ້າຂອງໄຫມ່ ເປັນຜູ່ຊີ້ຂາດ. ແຕ່ສຳລັບໂຮງງານປະກອບຣົຖຂອງ GMແລ້ວ ແມ່ນຈະຫຍໍ້ຈາກ ໔໗ ໂຮງງານ ໃຫ້ເຫລືອໄວ້ແຕ່ ໓໔ ໂຮງງານພາຍໃນທ້າຍປີ ໒໐໑໐ ແລະ ໓໓ ໂຮງງານເທົ່ານັ້ນ ພາຍໃນປີ໒໐໑໒.

ສະເພາະໂຮງງານທີ່ຖືກຂາຍໄປ ບາງພາກສ່ວນອາດຈະຖືກປິດໄປ ແລະບາງໂຮງງານທີ່ເຄີຍມີ ສະຫະພັນແຮງງານ ຕໍ່ໄປອາດຈະບໍ່ມີອີກ ສຸດແລ້ວແຕ່ການຕັດສິນຂອງເຈົ້າຂອງໄຫມ່ .

ແນ່ນອນແລ້ວຜົນສະທ້ອນ ຕໍ່ບັນດາຄົນງານຂອງGM ຄົນງານຂອງ ບໍຣິສັດທີ່ຜລິດເຄື່ອງອະໄຣ ແລະບໍຣິສັດ ທີ່ຈຳຫນ່າຍຣົຖ ໃຫ້GM ຈະຕ້ອງໄດ້ຮັບຜົນສະທ້ອນຫນັກ. ສັນຍາແຮງງານສຳລັບຄົນງານຂອງສະຫະພັນ ທີ່ຍັງທຳງານທີ່GM ນັ້ນໄດ້ມີການປ່ຽນແປງ ໂດຍຫລຸດຜ່ອນຄ່າແຮງງານ ແລະຄ່າສວັດດີການລົງ ເຖິງ ໑໐% ເພື່ອໃຫ້ສມ່ຳສເມີກັບ ບໍຣິສັດຄູ່ແຂ່ງ ເປັນຕົ້ນແມ່ນບໍຣິສັດຂອງຍິ່ປຸ່ນ. ສຳລັບພວກທີ່ບໍ່ໂຊກດີ ທາງການຄາດຄະເນວ່າ GM ຈະຕັດແຮງງານອອກ ເຖິງ ໒໐.໐໐໐ ຄົນ. ຖ້າບວກໃສ່ບັນດາຄົນງານ ຈາກບໍຣິສັດຜລິດເຄື່ອງອະໄຣ ແລະບໍຣິສັດຂາຍຣົຖໃຫ້ GM ແລ້ວຄົນຈະຕົກງານ ກາຍແສນຄົນພາຍໃນປີນີ້ ແລະປີ ໒໐໑໐.

ສຳລັບພວກທີ່ໄປບຳນານ ປະມານ ສີ່ແສນຄົນ ພ້ອມດວ້ຍຄອບຄົວ ທີ່ໄດ້ຮັບສວັດດີການຈາກ GM ນັ້ນ, ສວັດດີການແຕ່ລະເດືອນ ຈະໄດ້ຖືກຕັດລົງ ໄປຄ່ຽງຄູ່ກັນ ເພາະວ່າ ມີຄົນເຮັດວຽກ ພາຍໃນ UAW ພຽງ ໕໔.໐໐໐ ຄົນເທົ່ານັ້ນ ທີ່ມາລ້ຽງຄົນກິນບຳນານ ຕັ້ງ ໔໐໐.໐໐໐ຄົນ. ແຕ່ດຽວນີ້ ພວກນີ້ຍັງບໍ່ທັນໄດ້ຮັບ ຜົນສະທ້ອນຫຍັງເທື່ອ.

ໂສມຫນ້າໄຫມ່ຂອງ GM ຈະເປັນແນວໃດ?

ຣັຖບານໂອບາມາ ຈະມາເປັນຜູ່ຖືຫຸ້ນໃຫຍ່ທີ່ສຸດ ໖໐%ໂດບການທຸ້ມເງິນເຂົ້າ GM ຈົນເຖິງ ໕໐ ພັນລ້ານໂດລາ ນອກນັ້ນ ທາງຣັຖບານ ການາດາ ຈະເປັນເຈົ້າຂອງນຳ ໑໒% ສະຫະພັນUAW ຈະມີຫຸ້ນສ່ວນນຳອີກ ໑໐% ແລະພວກເຈົ້າຫນີ້ເກົ່າທັງຫລາຍ ຕົກລົງມາເປັນເຈົ້າຫຸ້ນນຳ ໑໐%.

ທາງຜູ່ກ່ຽວຂ້ອງນຳເຣື່ອງນີ້ ກ່າວວ່າ ບໍຣິສັດ GM ທີ່ກຳລັງລອກຄາບໃຫມ່ນີ້ ຈະພົ້ນອອກຈາກການດູແລຈາກສານ ແລະ ຈະອອກມາປາກົດຕົວ ໃນ
ຮູບໃຫມ່ ພາຍໃນ ໓໐ ຫາ ໖໐ ວັນຂ້າງຫນ້ານີ້. ບໍຣິສັດໃຫມ່ນີ້ ຈະມີປະສິດທິພາບກວ່າເກົ່າ ແຕ່ຍັງໃຊ້ຄນະຜູ່ຈັດການ ທິມເກົ່າຢູ ແລະສະຫະພັນແຮງງານກຸ່ມເກົ່າຢູ່.

ຫລາຍໆຄົນຍັງຈັບຕາ ເບິ່ງຢູ່ວ່າເງິນພາສີທີ່ຣັຖເອົາໄປລົງນຳ GM ນີ້ຈະເປັນຫມາກຜົນບໍ່ ຫລືຈະເສັຍຖິ້ມໄປລ້າໆ. ທຸກໆຄົນກໍຫວັງຢ່າງຍິ່ງ ວ່າ GMໃຫມ່ ຈະພົບຄວາມສຳເຣັດ ເພາະບັນຫາຂອງGM ເກືອບວ່າເປັນເງົາ ຂອງປະເທດອະເມຣິກາ ໃນປັດຈຸບັນ.

ຈົບ