__________________________________________________________________
ບົດຄວາມ
ຄວາມຫວັງ ເຈິ ຄວາມຈິງ
ໂດຍ ໂອ່ມຜຽງ
ອາທິດນີ້ ເປັນອາທິດທຳອິດ ທີ່ປະທານໂອບາມາ ພົບອຸປສັກໃຫຍ່ ໃນທ່າມກາງ ການເປັນປະທານະບໍດີ ຂອງທ່ານ.
ແຜນການການປະຕິຮູບສາທາຣະນະສຸກ ( ສາທາ) ທີ່ທ່ານວາງເປົ້າຫມາຍວ່າ ຈະໄດ້ຜ່ານສະພາໃນທ່ານເດືອນ ກໍຣະກະດານີ້ ຖືກເຍື້ອນໄປ ເພາະວ່າທາງສະພາສູງ ບໍ່ສາມາດຕົກລົງກັນໄດ້ເທື່ອ ຍ້ອນວ່າຫລາຍໆ ສມຊ ເປັນຫ່ວງນຳຣາຄາ ຂອງການປະຕິຮູບ ອາດຈະສູງເກີນໄປ ຊຶ່ງຈະມີຜົນສະທ້ອນອັນບໍ່ດີ ໃຫ້ແກ່ເສຖກິດ.
ພວກສມຊ ທີ່ຄັດຄ້ານ ບໍ່ແມ່ນແຕ່ ມາຈາກພັກ ຣີປະບຣິກັນ ແຕ່ພາຍໃນພັກ ເດໂມແກຣດຂອງທ່ານເອງ ຍັງສະແດງຄວາມກັງວົນເຫມືອນກັນ.
ໃນອາທິດທີ່ຜ່ານມານີ້ເອງ ທ່ານໂອບາມາເອງ ຕ້ອງໄດ້ອອກມາຢ້ຳດ້ວຍຕົວເອງ ຕໍ່ມະຫາຊົນ ວ່າ ການປະຕິຮູບສາທາ ຈຳເປັນທີ່ສຸດ ແລະທັງເປັນອົງປະກອບ ອັນສຳຄັນຫລາຍ ຕໍ່ການຟື້ນຟູທາງດ້ານເສຖກິດຂອງ ສຫຣ. ທ່ານກ່າວວ່າ ການປະຕິຮູບອັນຂະຫນານໃຫຍ່ ແບບນີ້ຈະຕ້ອງໄດ້ມີການເສັຍສລະ ຈາກຫລາຍພາກສ່ວນ ເປັນຕົ້ນແມ່ນພາກສ່ວນ ຂອງບໍຣິສັດຜລິດຢາປົວໂຣກ ໂຮງພຍາບານ ທາງປະກັນພັຍ ພນັກງານການແພທ ເຈົ້າຂອງບໍຣິສັດເອກະຊົນ ແລະບຸກຄົນທີ່ມີຣາຍໄດ້ສູງ.
ສ່ວນບັນດາ ພວກຊົນຊັ້ນປານກາງ ອາດຈະໄດ້ເສັຍສະລະເຫມືອນກັນ ແຕ່ທ່ານຮັບປະກັນ ວ່າ ພວກນີ້ ຈະບໍ່ໄດ້ເສັຍພາສີຂຶ້ນຕື່ມອີກ ໃນການປະຕິຮູບຄັ້ງນີ້.
ຕາມປະເພນີແລ້ວ ເດືອນສິງຫາ ແມ່ນສົກພັກຮ້ອນ ຂອງສມຊ ສະພາ ຂອງ ສຫຣ. ສມຊ ທັງຫລາຍຈະພາກັນ ຕ່າວກັບໄປບ້ານຂອງຕົນ ຕາມແຕ່ລະຫົວເມືອງແຕ່ລະຣັດ ຂອງຕົນ. ຕອນນີ້ຈະເປັນໂອກາດ ທີ່ຂ້າເຈົ້າຈະໄດ້ຟັງ ແລະຢັ່ງຫາງສຽງຈາກ ປະຊາຊົນ ທີ່ເລືອກຕັ້ງຂ້າເຈົ້າມາ ວ່າປະຊາຊົນມີຄວາມຮູ້ສຶກແນວໃດ ຕໍ່ການປະຕິຮູບນີ້.
ສນັ້ນ ການທີ່ ໂອບາມາອອກມາກ່າວ ຕໍ່ມະຫາຊົນນັ້ນ ລ້ວນແລ້ວແຕ່ມີຈຸດປະສົງ ຢາກໃຫ້ປະຊາຊົນ ກົດດັນ ບັນດາສມຊ ສະພາ ທີ່ຍັງລັ່ງເລໄຈນັ້ນ ມາສນັບສນູນ ແຜນການປະຕິຮູບຂອງຕົນ.
ຜົນອອກມາຈະເປັນແນວໃດນັ້ນ ກໍບໍ່ມີໃຜຮູ້ແນ່ນອນ. ທ່ານໂອບາມາເອງ ມີຄວາມຫວັງວ່າ ການປະຕິຮູບສາທາ ຈະເກີດຂຶ້ນ ຕາມແຜນການຂອງທ່ານ ແຕ່ທ່ານຍັງຈະຕ້ອງລໍໄປກ່ອນ ເພາະວ່າການປະຕິຮູບແບບປະວັດສາດນີ້ ແຕະຕ້ອງຜົລປະໂຍດ ຂອງຫລາຍພາກສ່ວນໃນສັງຄົມ.
ຜົລຂອງການປະຕິຮູບ ຈະສົ່ງສັນຍານ ສຳຄັນ ໃຫ້ປະຊາຊົນອະເມຣິກັນ ວ່າສັງຄົມທຶນນິຍົມ ອະເມຣິການີ້ຈະປັບຕົວ ຫາຄວາມສເມີພາບໃນສັງຄົມຂຶ້ນບໍ່ ຫລືວ່າຈະສືບຕໍ່ອຸດົມການວ່າ ມືໃຜຍາວຊາວໄດ້ຊາວເອົາ ເຫມືອນເດີມ.
Saturday, July 25, 2009
Saturday, July 18, 2009
Weekly Review #26- ທະນາຄານຍັກ ຫນ້າເລືອດ

______________________________________
ບົດຄວາມ
ທະນາຄານຍັກ ຫນ້າເລືອດ
ໂດຍ ໂອ່ມຜຽງ
ບໍ່ພໍຈັກເທົ່າໃດເດືອນທີ່ຜ່ານມາ ຂ່າວທົ່ວໂລກ ຊ່າລືກັນວ່າ ເສຖກິດໂລກຈະແຕກ ເພາະບັນດາທະນາຄານຍັກ ຢູ່ອະເມຣິກາ ຈະລົ້ມລະລາຍ. ຣັຖບານອະເມຣິກາພາກັນ ຟ້າວເອົາເງິນພາສີ ຂອງປະຊາຊົນ ກວ່າ ໑໐໐ພັນລ້ານໂດລາ ເຂົ້າມາຊ່ວຍ ທະນາຄານພວກນີ້ ເພື່ອກັນຣະບົບການເງິນທົ່ວໂລກ ຈະພັງ.
ບາດມາຮອດອາທິດນີ້ ພວກທະນາຄານທັງຫລາຍນີ້ ປະກາດວ່າທະນາຄານຕົນເອງ ມີຜົລກຳໄຣ ເປັນພັນໆ ລ້ານ ໃນໄຕຣມາດ ທີ່ຜ່ານມາ. Goldman Sachs ໄດ້ກຳໄຣ $ ໓.໔໔ ພັນລ້ານ JP Morgan $໒.໗ ພັນລ້ານ Citibank $໔.໓ ພັນລ້ານ Bank of America $໓.໔ ພັນລ້ານ. ຟັງໄປໃນຮູບນຶ່ງ ຄືວ່າແມ່ນຂ່າວດີ. ທາງ ຕລາດຫຸ້ນ Dow Jones ແລ່ນຂຶ້ນຕັ້ງ ໗% ພາຍໃນອາທິດດຽວ. ຫລາຍໆຄົນກໍພາກັນຕື່ນເຕັ້ນວ່າ ເສຖກິດອະເມຣິກາຄົງຈະເລີ້ມເຊົາ ຮົດຕົວແລ້ວ. ຈະເປັນຄວາມຈິງເທົ່າໃດນັ້ນ ພວກເຮົາຄົງຈະເບິ່ງກັນໄປຕື່ມອີກ.
ຄຽງຄູກັບຂ່າວດີນີ້ ກໍປະກົດວ່າ ຍັງມີແນວຂັດໃຈຫລາຍອັນ ທີ່ຕິດຕາມກັນມາ. ສິ່ງທີ່ພາໃຫ້ປະຊາຊົນ ສະແດງຄວາມບໍ່ພໍໃຈ ຫລາຍທີ່ສຸດ ແມ່ນ ທາງ Goldman Sachs ຈະກຳນົດເອົາເງິນກຳໄຣພວກນີ້ ມາຈ່າຍເງິນ ໂບນັສ ໃຫ້ພນັກງານເພິ່ນ ເກີນກວ່າ ພັນລ້ານ ໂດລາ ພາຍໃນປີນີ້ ຊຶ່ງສະເລັຍແລ້ວ ຕົກເປັນປະມານເກີນ ກວ່າ ໗ ແສນໂດລາ ຕໍ່ຄົນ.
ຕາມທຳມະດາແລ້ວ ທາງ Goldman Sachs ແລະ JP Morgan ຈ່າຍໂບນັສໃຫ້ ພນັກງານ ໃນອັນດັບນີ້ບໍ່ໄດ້ ເພາະພວກນີ້ໄດ້ ຮັບຄວາມຊ່ວຍເຫລືອຈາກຣັຖ. ສນັ້ນແລ້ວ ທັງສອງທະນາຄານ ຈຶ່ງຟ້າວໃຊ້ຫນີ້ ຣັຖບານຄືນແລ້ວ ເດືອນແລ້ວນີ້ ເພື່ອວ່າຕົນຈະມີໂອກາດ ຈ່າຍເງິນໂບນັສໃຫ້ກັນ ໄດ້ຕາມລຳພັງ.
ເມື່ອໃຊ້ຫນີ້ຄືນໄວປານນີ້ ຫລາຍຄົນໄດ້ຕັ້ງຄຳຖາມຄືນວ່າ ເປັນຫຍັງຈຶ່ງມາສົ່ງເງິນຄືນໄວແທ້.ພວກທະນາຄານຫນ້າເລືອດ ຕອບແບບ ເນຣະຄຸນຕໍ່ປະຊາຊົນອະເມຣິກາ ວ່າ ເງິນທີ່ຣັຖເອົາມາຊ່ວຍ ແມ່ນຖືກບັງຄັບຮັບເອົາ ທີ່ຈິງແທ້ ພວກເພິ່ນບໍ່ຕ້ອງການ ຈັກດອນເລີຍ ເພາະວ່າເຂົາມີເງິນສຳລອງໄວ້ພຽງພໍແລ້ວ.
ການກະທຳແບບນີ້ ຂອງ Goldman Sachs ນອກຈາກຈະເປັນ ການກະທຳແບບຫນ້າເລືອດແລ້ວ ຍັງເປັນການຕົບຫນ້າ ປະຊາຊົນ ອະເມຣິກັນໂດຍທົ່ວໄປ ຊຶ່ງພາກັນຕົກງານ ແລະລຳບາກເປັນແຖວ. ສະຖິຕິຈາກກົມແຮງງານ ແຈ້ງອອກມາວ່າ ເປີເຊັນຂອງຄົນຫວ່າງງານ ທົ່ວປະເທດ ຂຶ້ນເຖິງ ໙.໗%. ພາຍໃນຣັຖ ຄາລີຟໍເນັຍ ຄົນຫວ່າງງານ ຖີບຕົວຂຶ້ນເຖິງ ໑໑.໖% ຊຶ່ງເປັນຕົວເລກທີ່ສູງທີ່ສຸດ ພາຍໃນ ໒໖ ປີທີ່ຜ່ານມາ ທາງຣັຖ ມິຊິກັນ ຕົວເລກຄົນຫວ່າງງານ ແລ່ນຂຶ້ນ ເຖິງ ໑໕%.
ຣັຖບານຫລາຍໆຣັຖ ປະເຊີນບັນຫາເຣື່ອງງົບປະມານ ພາຍໃນຣັຖຂອງຕົນເອງ. ບາງຣັຖ ເຊັ່ນຣັຖຄາລີຟໍເນັຍ ຍັງບໍ່ສາມາດ ອອກງົບປະມານຕົນເອງໄດ້ ເພາະວ່າຣາຍໄດ້ພາສີເຂົ້າຣັຖ ກັບຣາຍຈ່າຍບໍ່ສົມດູນກັນ ຈົນເຖິງ ໒໖ ພັນລ້ານໂດລາ.
ນອກຈາກບັນຫາໃນໄລຍະນີ້ແລ້ວ ສິ່ງທີ່ເປັນຫ່ວງຕື່ມອີກ ແມ່ນໃນອະນາຄົດ ເສຖກິດອະເມຣິກາ ຈະບໍ່ພາກັນຖິ້ມແຂ້ວອີກເທື່ອນຶ່ງ ໃນໄວໆອີກບໍ ເມື່ອເບິ່ງພຶດທິກັມຂອງພວກທະນາຄານຍັກນີ້. ຖ້າວ່າພວກນີ້ ຫາກສາມາດໄດ້ກຳໄຣຫລາຍ ແລະໄວແບບນີ້ ພວກເຂົາຕ້ອງພາກັນສ່ຽງຈົນເກີນໄປ ແລະຣະບົບ ກວດກາຣະບົບການຫມູນເງິນ ແລະ ການລົງທຶນຕ່າງໆ ບໍ່ໄດ້ມີຫຍັງປ່ຽນແປງ. ສນັ້ນບໍ່ດົນ ພວກເຮົາຈະເຫັນປະວັດສາດຊ້ຳຮອຍອີກ ເພາະວ່າອັກວິດເສຖກິດ ທຸກມື້ແມ່ນພວກນີ້ເປັນຕົ້ນເຫດ.
ພັກ ເດໂມແກຣດ ກັບໂອບາມາ ອາດຈະເສັຍອຳນາດທາງສະພາ ຄືນໃຫ້ພວກຣີປະບລິແກນອີກ ໃນການເລືອກຕັ້ງປີ ໒໐໑໐ ເຫມືອນກັນກັບຕອນສມັຍກລິນເຕິນເສັຍທ່າ ໃຫ້ພວກ ກິ່ງກຣິສ ໃນປີ ໑໙໙໖ ຖ້າຫາກກົດຫມາຍ ການຄວມຄຸມເງິນ ບໍ່ມີການແກ້ໄຂ ແລະຖ້າບັນຫາຄົນຫວ່າງງານ ແກ້ບໍ່ຕົກ.
ຈົບ
Labels:
Lao Laotian
Wednesday, July 15, 2009
Weekly Review # 25, 2009 "ບຣິກ" (BRIC) ຢາກ ເບັ່ງກ້າມ
ຜູ່ນຳ ບຣາຊີນ ຣັດເຊັຍ ຈີນ ແລະອິນເດັຍຈັບມືກັນ ໃນກອງປະຊຸມ ປະເທດ "ບຣິກ" ຄັ້ງແຣກ ທີ່ຣັດເຊັຍບົດຄວາມ
"ບຣິກ" (BRIC) ຢາກ ເບັ່ງກ້າມ
ໂດຍ ໂອ່ມຜຽງ
ໃນທ້າຍອາທິດທີ່ຜ່ານມາ ບັນດາປະເທດເສຖກິດຟື້ນຟູໃຫມ່ "ບຣິກ" BRIC ( Brazil Russia India China) ໄດ້ເຂົ້າຮ່ວມກອງປະຊຸມG8 ທີ່ປະເທດອິຕາລີອີກ ຢ່າງເປັນທາງການ. ການເຂົ້າຮ່ວມກອງປະຊຸມ ຂອງບັນດາປະເທດກຸ່ມປະເທດ "ບຣິກ" ຄັ້ງນີ້ ແຕກຕ່າງໃນຄັ້ງທີ່ຜ່ານມາ ເພາະວ່າພວກເພິ່ນໄດ້ສະແດງ ທ່າທີອອກມາວ່າ ພວກເພິ່ນເອງມີນ້ຳຫນັກທາງເສຖກິດ ຄຽງບ່າຄຽງໄລ່ກັບ ບັນດາ ກຸ່ມປະເທດຕາເວັນຕົກ ທີ່ຮັ່ງມີ.
ທາງປະເທດ "ບຣິກ"ຢາກໃຫ້ ຣະບົບການເງິນຕຣາໂລກ ມີການປ່ຽນແປງ ໂດຍສະເພາະແມ່ນ ຮຽກຮ້ອງໃຫ້ ເອົາເງິນປະເພດອື່ນມາແທນ ເງິນໂດລາ ສຳລັບເງິນສຳລອງຂອງໂລກ ຄືດັ່ງ ທີ່ໄດ້ຣາຍງານໄປໃນບົດຄວາມ ຂອງ ບລອກເຮົາໃນສບັບທີ່ຜ່ານມາ. ນອກຈາກຮຽກຮ້ອງແລ້ວ ຈີນເອງຍັງວາງນະໂຍບາຍ ສົ່ງເສີມການໃຊ້ນັກທຸຣະກິດຈີນ ໃຊ້ເງິນ ຢວນ ມາເປັນພາຫະນະການຄ້າຕ່າງປະເທດ. ມາເວົ້າເຖິງເຣື່ອງສະພາບແວດລ້ອມ ທາງ ປະເທດ "ບຣິກ"ໄດ້ຂັດຄ້ານ ຕໍ່ຂໍ້ສເນີ ຫລຸດຜ່ອນຄວານພິດ ກາກບອນ ຈາກບັນດາປະເທດຕາເວັນຕົກ. ເວົ້າລວມແລ້ວ ປັດຈຸບັນນີ້ ທາງປະເທດ ບຣິກນີ້ຢາກມີບົດບາດ ແລະມີປາກມີສຽງຂຶ້ນຕື່ມອີກ ໃນການດຳເນີນທິດທາງ ຂອງເສຖກິດໂລກ.
ສາເຫດທີ່ໃຫ້ບັນດາ ກຸ່ມປະເທດ "ບຣິກ" ປາກົດຢາກເບັ່ງກ້າມຕົວເອງຂຶ້ນມາ ມາຈາກອັກວິດເສຖກິດໂລກ ທີ່ພາໃຫ້ບັນດາ ປະເທດເສດຖີເກົ່າ ໃນຄ້າຍຕາວັນຕົກ ປາກົດອ່ອນເພັຍລົງ ໂດຍສະເພາະທາງດ້ານຜົລອອກການຜລິດ. ພາຍໃນປີ ໒໐໐໘ ເອງ GDP ຂອງອິນເດັຍຂຍາຍຕົວ ໖.໗% ຣັດເຊັຍ ໘.໑% ບຣາຊິນ ໕.໐໘% ແລະຈີນ ໙% ຖ້າທຽບໃສ່ ສຫຣແລ້ວ GDP ຂອງ ສຫຣ ໄດ້ຮົດຕົວລົງ -໖.໓%. ທາງ IMF ເອງໄດ້ກະຕວງວ່າ ພາຍໃນປີ ໒໐໐໙ ນີ້ GDP ທີ່ຂຍາຍຕົວ ຈະເກີດຂຶ້ນ ຢູ່ອິນເດັຍ ປະມານ ໔.໕% ແລະຢູ່ຈີນ ໖.໕% ສ່ວນຢູ່ໃນອະເມຣິກາ GDP ຈະຮົດຕົວລົງ -໒.໘% ແລະເສຖກິດໃນເອີຣົບ ຈະຮົດຕົວລົງຕື່ມອີກ ປະມານ -໔.໒%.
ນັກຊ່ຽວຊານທາງດ້ານເສຖກິດຫລາຍທ່ານ ໃຫ້ຄວາມເຫັນວ່າ ຫົວລາງຣົດໄຟ ທີ່ຈະແກ່ດຶງເສຖກິດໂລກ ອອກຈາກການຮົດຕົວ ຂອງເສຖກິດທີ່ປັ່ນປ່ວນໂລກຄັ້ງນີ້ ອາດຈະບໍ່ແມ່ນຫົວຣົດໄຟ ຂອງ ສຫຣ ຫລືຈາກບັນດາສະຫະພັນ ເອີຣົບ ຄືດັ່ງທີ່ເຄີຍເປັນມາແຕ່ກ່ອນ ເພາະວ່າ ພວກນີ້ຫມົດແຮງແລ້ວ. ພວກຂ້າເຈົ້າ ໃຫ້ຄວາມເຫັນຕໍ່ໄປວ່າ ຫົວຣົດໄຟໃຫມ່ ຄົງຈະມາຈາກ ບັນດາກຸ່ມເສຖກິດໃຫມ່ "ບຣິກ " ໂດຍມີປະເທດຈີນ ເປັນຜູ່ນຳຫນ້າ.
ຖ້າຫລຽວຫລັງເບິ່ງແລ້ວ ປະເທດຮັ່ງມີເຫລົ່ານີ້ ໄດ້ຄຸມເກມເສຖກິດໂລກແທ້ ມາແຕ່ໃນປີ ໑໙໔໕ ຫລັງຈາກສົງຄາມໂລກຄັ້ງທີ່ສອງສິ້ນສຸດລົງ. ເທົ່າທຸກມື້ນີ້ ບົດບາດທາງດ້ານເສຖກິດ ແລະທາງດ້ານການເມືອງ ຂອງກຸ່ມມະຫາອຳນາດນີ້ ຍັງເຂັ້ມແຂງຢູ່ ເຖິງວ່າສະພາບອັກວິດໂລກໃນປັດຈຸບັນ ອາດຈະພາໃຫ້ຫລາຍຄົນ ສົງສັຍວ່າກຳລັງຂອງ ກຸ່ມປະເທດນີ້ອາດຈະຫລຸດນ້ອຍ ຖອຍລົງ.
ແຕ່ວ່າມັນຈະເປັນໄປໄດ້ບໍ່ທີ່ ທາງປະເທດຕາເວັນຕົກຈະແກ້ໄຂບັນຕົວເອງບໍ່ຕົກ? ແລະທາງປະເທດ "ບຣິກ" ມີນ້ຳຫນັກພຽງພໍແທ້ບໍ່ ທີ່ຈະຍາດເອົາບົດບາດໃຫມ່ນີ້?
ພວກເຮົາລອງມາສົມທຽບ ສະຖິຕິຕົວເລກການຜລິດທັງຫມົດ ຫລື GDPປະຈຳປີ ຂອງອະເມຣິກາໃສ່ກັບບັນດາປະເທດ "ບຣິກ"ເບິ່ງ ເພື່ອເປີດກວ້າງທັສນະ ແລະຂຍາຍຄວາມເຂົ້າໃຈຕື່ມອີກ. ອະເມຣິກາມີ GDP ໑໔ ຕື້ (trillions) ຕໍ່ປີ ບຣາຊີນ ຜລິດອອກໄດ້ ໑.໙ ຕື້ ຣັດເຊັຍ ໒ ຕື້ ອິນເດັຍ ໑.໒ ຕື້ ແລະຈີນຜລິດໄດ້ ໔.໓ ຕື້ຕໍ່ປີ. ຖ້າມາໄລ່ຮ່ວມການຜລິດ ທັງ໔ ປະເທດເບິ່ງແລ້ວ ໄດ້ພຽງແຕ່ ສອງສ່ວນສາມ ຂອງການຜລິດອະເມຣິກາເທົ່ານັ້ນ.
ເມື່ອມາສົມທຽບໄສ່ການຜລິດຕໍ່ຫົວຄົນ ຫລື GDP per capita ແລ້ວແຮງເຂີນກັນໃຫຍ່. ອະເມຣິກາຜູ່ນຶ່ງ ສາມາດມີການຜລິດອອກໄດ້ $ ໔໗.໐໐໐ ຕໍ່ປີ ບຣາຊີນ $ ໘.໒໐໐ ຣັດເຊັຍ $ ໑໔.໖໐໐ ອິນເດັຍ $໑.໐໐໐ ແລະຈີນ $ ໓.໒໐໐ ຕໍ່ປີເທົ່ານັ້ນ. ຖ້າເບິ່ງລວມ ການຜລິດຕໍ່ຫົວຄົນໃນອະເມຣິກາ ເກືອບຂຸບເທົ່າການຜລິດຕໍ່ຫົວຄົນທັງ ໔ປະເທດ ຮວມເຂົ້າກັນ.
ຕື່ມເຂົ້າໄປນັ້ນ ຖ້າເຮົາເບິ່ງສະຖິຕິຂອງປະຊາຊົນທີ່ທຸກຍາກ ຂອງປະເທດ "ບຣິກ" ຍິ່ງຫນ້າວິຕົກໄປອີກ. ທະນາຄານໂລກ ປະເມີນວ່າ ອິນເດັຍມີຄົນທຸກເຖິງ ໔໒% ພາຍໃນປະເທດຂອງຕົນ ຈີນມີ ໑໐% ຣັດເຊັຍ ໑໖% ແລະ ບຣາຊີນ ໒໒%. ໃນນິຍາມຂອງທະນາຄານໂລກ ເພິ່ນຣະບຸວ່າ ຄົນທຸກແມ່ນບຸກຄົນທີ່ດຳເນີນຊີວິດ ຕ່ຳກວ່າ $໑.໐໘ ຕໍ່ມື້.
ນອກນັ້ນແລ້ວ ໃນບັນດາປະເທດເຫລົ່ານີ້ ເງື່ອນໄຂແລະໂຄງສ້າງຕ່າງ ທີ່ຈະໃຫ້ປະຊາຊົນທີ່ທຸກຍາກ ທີ່ຈະຍົກຣະດັບຊີວິດຂອງຕົນເອງຂຶ້ນ ຍັງຂາດເຂີນຢູ່ຫລາຍຢູ່. ຊ້ຳບໍ່ຫນຳ ຣັດເຊັຍ ກັບອິນເດັຍ ຍັງໄດ້ຮັບຄວາມຊ່ວຍເຫລືອ ຈາກ ສຫຣ.
ຖ້າຂໍ້ມູນເປັນຫລັກຖານ ເຖິງຂນາດນີ້ຢູ່ ເປັນຫຍັງປະເທດເຫລົ່ານີ້ ກ້າເບັ່ງກ້າມຕົນເອງ ຈົນເຖິງຂນາດນີ້? ຍ້ອນອະເມຣິກາ ຢືມເງິນພວກນີ້ຫລາຍໂພດບໍ? ຫລືວ່າມີເຫດຜົນອື່ນອີກ?
Wednesday, July 8, 2009
Weekly Review #24, 2009- ອະນາຄົດ ຂອງເງິນ ໂດລາ
ເງິນໂດລາ ກຳລັງຖືກກົດດັນ ຢ່າງຫນັກຫນ່ວງ______________________________________________________________________ເງິນໂດລາ ຍັງມີອະນາຄົດບໍ່?
ໂດຍ ໂອ່ມຜຽງ

ຈີນວາງນະໂຍບາຍ ປິດລ້ອມເງິນໂດລາ ອີກເທື່ອນຶ້ງ ໂດຍທາງຣັຖບານຈີນຊຸກຍູ້ໃຫ້ ບໍຣິສັດຈີນໃຊ້ເງິນ ຢວນ ເປັນພາຫະນະການແລກປ່ຽນ ສິນຄ້າກັບປະເທດເພື່ອນບ້ານ ເປັນຕົ້ນນຳປະເທດວຽດນາມ ລາວ ມົງໂກລີ ແລະຖັນແຖວ ກຸ່ມປະເທດອາຊຽນ.
ປັດຈຸບັນນີ້ ໃນຂົງເຂດຊາຍແດນ ຣະຫວ່າງວຽດນາມກັບຈີນ ພໍ່ຄ້າຈີນ ຢາກຮັບແຕ່ເງິນຢວນ ຫລາຍກວ່າເງິນໂດລາ ໃນການຊື້ຂາຍສິນຄ້າ ຣະຫວ່າງສອງປະເທດນີ້. ພໍ່ຄ້າວຽດນາມຈະເອົາຫມາກໄມ້ ເປັນຕົ້ນຫມາກລີ້ນຈີ່ມາຂາຍໃຫ້ຈີນ ແລ້ວຊື້ເອົາເຄື່ອງບໍຣິໂພກຕ່າງໆ ນຳເຂົ້າໄປຂາຍໃນວຽດນາມຄືນ. ການແລກປ່ຽນສິນຄ້າດັ່ງກ່າວນີ້ ທາງພໍ່ຄ້າຈະຮຽກເປັນເງິນ ຢວນທັງນັ້ນ ແທນທີ່ຈະເປັນເງິນ $ໂດລາ ຄືດັ່ງທີ່ເຄີຍປະຕິບັດກັນມາ.
ເຫດຜົນອັນທີ່ນຶ່ງ ທີ່ພາໃຫ້ມີການປ່ຽນແປງ ແມ່ນຍ້ອນ ເງິນໂດລາຕົກລາຄາມາຕເລອດ ໃນໄລຍະຫລັງໆນີ້. ເຫດຜົນທີ່ສອງແມ່ນສຳລັບພໍ່ຄ້າຈີນແລ້ວ ຈະບໍ່ຕ້ອງຫຍຸ້ງນຳອັຕຣາ ການແລກປ່ຽນເງິນອີກ ເພາະວ່າຖ້າເງິນໂດລາຕົກ ກຳໄຣຂອງພໍ່ຄ້າກໍຈະຕົກເຫມືອນກັນ ແລະເຫດຜົນທີ່ສາມ ຊຶ່ງເປັນເຫດຜົນທີ່ສຳຄັນ ທາງການຈີນອອກນະໂຍບາຍ ຫລຸດອັຕຣາພາສີ ລົງເຖິງ ໕% ສຳລັບບໍຣິສັດຈີນໃດ ທີ່ໃຊ້ເງິນຢວນ ຄ້າຂາຍກັບຕ່າງປະເທດ.
ທາງນັກທະນາຄານຈີນຄາດວ່າ ການຄ້າຂາຍ ຣະຫວ່າງຈີນກັບຮົ່ງກົງ ຄົງຈະໃຊ້ເງິນຢວນ ເຖິງ໕໐% ຂອງຕົວເລກການຄ້າທັງຫມົດ ພາຍໃນ ໕ປີຂ້າງຫນ້າ. ໃນປີ ໒໐໐໘ ສິນຄ້າທັງຫມົດທີ່ຈີນແລະຮົ່ງກົງແລກປ່ຽນກັນ ມີເຖິງ ໒໐໔ ພັນລ້ານ $ໂດລາ.
ນອກນັ້ນແລ້ວຈີນເລີ້ມຂາຍຊັບສິນທີ່ເປັນເງິນ$ໂດລາ ເປັນຕົ້ນແມ່ນພັນທະບັດຂອງ ສຫຣ ອະເມຣິກາເປັນຈຳນວນ ໔.໔ພັນລ້ານ ໂດລາ$ ໃນຈຳນວນຫລາຍກວ່າ ໗໖໐ ພັນລ້ານທີ່ຈີນຍັງເກັບກຳໄວ້ ໃນເດືອນມິນາທີ່ຜ່ານມາ. ເຖິງ ໔ ພັນລ້ານ ໂດລາ$ ຈະເປັນຈຳນວນນ້ອຍ ແຕ່ການທີ່ຈີນກະທຳເຊັ່ນນີ້ ເປັນການສົ່ງສັນຍານໃຫ້ອະເມຣິກາອີກເທື່ອນຶ່ງວ່າ ຈີນບໍ່ເຊື່ອຫມັ້ນນຳ ຄຸນຄ່າຂອງເງິນໂດລາ.
ຄຽງຄູ່ກັນນັ້ນ ບັນດາ ປະເທດ ບຣິກ BRIC (Brazil, Russia, India, China) ທີ່ເຂົ້າປະຊຸມກັນໃນຄັ້ງແຣກ ທີ່ຣັຖເຊັຍ ໄດ້ພາກັນອອກສຽງຮ່ວມກັນວ່າ ທາງການຄ້າໂລກຕ້ອງຊອກຫາ ເອົາເງິນປະເພດອື່ນມາເປັນ ພາຫະນະ ແລກປ່ຽນການຄ້າຣະຫວ່າງປະເທດ ແລະເປັນເງິນສຳຣອງ ແທນເງິນໂດລາ. ຈີນເອງເຄີຍໄດ້ສເນີ ເຣື່ອງນີ້ຂຶ້ນມາເທື່ອນຶ່ງແລ້ວ ໃນເດືອນມິນາທີ່ຜ່ານມາ ໂດຍເອົາເງິນ ADR ມາແທນ( ຂພຈ ໄດ້ຣາຍງານຂ່າວນີ້ ໃຫ້ທ່ານຜູ່ອ່ານຟັງ ໃນສບັບທີ່໑໐).
ກ່ອນກອງປະຊຸມ G8ຄັ້ງຫລ້າສຸດ ທີ່ປະເທດອີຕາລີຊຶ່ງກຳລັງດຳເນີນກັນຢູ່ປັດຈຸບັນນີ້ ທາງອິນເດັຍຢ້ຳອີກວ່າ ວ່າທາງຣັຖບານອິນເດັຍ ຄວນຂາຍຊັບສິນພັນທະບັດທີເປັນເງິນໂດລາ$ອອກຕື່ມອີກ ຍ້ອນວ່າທາງອິນເດັຍ ຂາດຄວາມຫມັ້ນໃຈ ນຳເງິນໂດລາເຫມືອນກັນ.
ຕໍ່ການໂຈມຕີໃນທຸກຮອບດ້ານ ທາງຕລາດຫຸ້ນແລະບັນດາເສຖກິດທົ່ວໂລກ ເລີ້ມມີການກັງວົນ ນຳອະນາຄົດ ຂອງເງິນໂດລາ ແລະເສຖກິດຂອງອະເມຣິກາ ທີ່ຍັງບໍ່ໄປບໍ່ມາ. ພາຍໃນສາມເດືອນທີ່ຜ່ານມາ ເງິນໂດລາເອງ ໄດ້ຕົກຣາຄາກາຍ ໑໐% ຈາກ 89 ໃນເດືອນມິນາ ໒໐໐໙ ຈົນເຖິງ ໘໐ ໃນທ້າຍເດືອນມິຖຸນາ ອີງຕາມ ຂໍ້ມູນຂອງ US $ Index. ສະຖິຕິຄົນຫວ່າງງານນັບມື້ນັບທະວີຕົວຂຶ້ນ ເປັນເລກສອງຕົວແລ້ວ. ຣັຖໃຫຍ່ໆເຊັ່ນຣັຖ ຄາລີຟໍເນັຍໄດ້ອອກ IOU ແທນເຊັກ ເພື່ອຈ່າຍໃຫ້ທຸຣະກິດຕ່າງທີ່ຮັບໃຊ້ ຫລືຂາຍເຄື່ອງໃຫ້ຣັຖ.ທ່ານຄິດວ່າອີກດົນປານໃດ ວ່າເງິນໂດລາ$ ຈະຕົກອັນດັບ ຫລືວ່າຈີນແລະປະເທດ BRIC ພຽງແຕ່ຢາກນາບຂູ່ເງິນໂດລາ ເທົ່ານັ້ນ?
Subscribe to:
Posts (Atom)
