Friday, September 25, 2009

Weekly Review #28- ກັບມາແລ້ວ



ສະບາຍດີ ທຸກໆທ່ານ

ເປັນເວລາເກືອບສອງເດືອນແລ້ວ ທີ່ບລອກຂອງພວກເຮົາໄດ້ງຽບໄປ ແຕ່ຕອນນີ້ໄດ້ກັບມາພໍ້ກັນຄືນອີກເທື່ອນຶ່ງ.

ໃນໄລຍະສອງເດືອນທີ່ຜ່ານມາ ຖ້າເວົ້າລວມແລ້ວ ການເຂື່ອນໄຫວທາງນະໂຍບາຍເສຖກິດການເມືອງຂອງອະເມຣິກາ ຍັງແມ່ນເຈາະຈົ່ງໃສ່ການປະຕິຮູບ ຣະບົບສາທາຣະນະສຸກເປັນຈຸດໄຫຍ່. ຈົນເຖິງປັດຈຸດບັນນີ້ ການຕໍ່ສູ້ຢ່າງບໍ່ລົດລະ ຂອງຣັຖບານ ໂອບາມາ ຍັງສືບຕໍ່ຢ່າງດຸເດືອດ.

ເວທີທີ່ກຳລັງຖົກຖຽງກັນຫນັກທີ່ສຸດ ພາຍໃນອາທິດນີ້ແມ່ນເກີດຂຶ້ນ ທີ່ສະພາສູງ ຣະຫວ່າງສະມາຊິກ ສະພາສູງ ທີ່ສັງກັດຢູ່ໃນ ຄະນະກັມມະການການເງິນ Finance Committee ຊຶ່ງມີທ່ານ ໂບກັສ ຈາກຣັຖ ມົນຕານາ (Montana) ເປັນປະທານ.

ເຣື່ອງໃຫຍ່ທີ່ຍັງຂ້ອງຄາກັນຢູ່ທຸກ ແມ່ນກ່ຽວກັບການໃຫ້ປະຊາຊົນມີທາງເລືອກ ຊື້ປະກັນໄພຍ ຈາກອົງການ ປະກັນໄພຍໃຫມ່ ຂອງຣັຖບານກາງ ຫລືເອີ້ນກັນວ່າ Public Option ຊຶ່ງເປັນ ຂໍ້ສເນີທີ່ທ່ານໂອບາມາ ພ້ອມດ້ວຍສຽງສ່ວນຫລາຍ ພາຍໃນພັກ ເດໂມແກຣດ ຍົກຂຶ້ນມາ ເພື່ອໃຫ້ປະຊາຊົນທົ່ວໄປ ມີທາງເລືອກ. ແຕ່ທາງຝ່າຍ ຣິປະບລີກັນ ພ້ອມດ້ວຍບໍຣິສັດປະກັນໄພຍ ບໍ່ຍອມ ເພາະວ່າພວກເຂົາຢ້ານວ່າຣັຖບານຈະມາເປັນຄູ່ແຂ່ງເຂົາ.

ສນັ້ນໃນກາງຣະດູຮ້ອນທີ່ຜ່ານມາ ບັນດາສະມາຊິກພັກເດໂມແກຣດ ຖືກປະຊາຊົນທີ່ສັງກັດນຳຂບວນການ Conservative ຊຶ່ງມີພັກ ຣີປະບລິກັນເປັນຜູ່ນຳ ໂຈມຕີຕິຕຽນຢ່າງບໍ່ໄວ້ຫນ້າຈັກເມັດເລີຍ.ໃຜຢາກເວົ້າຢາກດ່າແນວໃດ ແມ່ນເອົາອອກມາເວົ້າຫມົດ. ບາງກຸ່ມກໍພາກັນຈັດ ເດີນຂບວນແຫ່ປ້າຍ ເອົາຫນວດໃສ່ຮູບໂອບາມາ ເຫມືອນກັນກັບ ຮິດເລີ. ບາງຄົນກໍຄັດປືນ ໄປເດີນຂະບວນ.

ຖ້າເບິ່ງໄປແລ້ວເຫມືອນກັນກັບ ວ່າສົງຄາມກາງເມືອງໃກ້ຈະຣະເບີດ. ແຕ່ໂຊກດີປະຊາຊົນອະເມຣິກາ ມີສະຕິປະຊາທິປະໄຕສູງ ເຫດການຮຸ່ນແຮງບໍ່ປາກົດຂຶ້ນມາ. ພວກທີ່ອອກມາປະທ້ວງ ກໍບໍ່ໄດ້ຖືກຈັບໄປສຳມະນາ ຫລືຖືກສົ່ງໄປດັດສ້າງ ເພາະກົດຫມາຍ ແລະສິດເສຣິພາບຂອງການປາກເວົ້າ ຂອງແຕ່ລະບຸກຄົນ ສັກສິດ ແລະຖືກຍົກສູງກວ່າ ສິດຂອງບຸກຄົນ ຫລືພັກການເມືອງໃດ ການເມືອງນຶ່ງ.

ເຖິງຢ່າງໃດກໍຕາມ ອີງຕາມການປະເມີນຜົນຂອງການຖົກຖຽງກັນມາ ແຕ່ຂັ້ນພື້ນຖານຈົນເຖິງຂັ້ນສະພາສູງ ຫລາຍຄົນສລຸບໄດ້ວ່າ ອຳນາດແລະການແຊກຊຶມຂອງບໍຣິສັດປະກັນໄພຍແຂງຫລາຍ. ເຂົາສາມາດຄວບຄຸມ ແລະຊື້ທັງພັກຣິປະບລິກັນ ແລະບາງພາກສ່ວນ ຂອງພັກເດໂມແກຣດ ພ້ອມດ້ວຍການຈັດຕັ້ງສື່ສານມວນຊົນຕ່າງໆ ໃຫ້ຖັບມ້າງ ແຜນການປະຕິຮູບ ສາທາ ຂອງປະທານ ໂອບາມາ ຈົນເກືອບຈະສຳເຣັດ. ມາຮອດເທົ້າທຸກມື້ນີ້ ການຕໍ່ສູ້ນີ້ຈະນຳຜົນຂອງການປະຕິຮູບ ມາເປັນຮູບໃດນັ້ນກໍຍັງບໍ່ມີ ບອກໄດ້ເທື່ອ.

ແຕ່ທ່ານໂອບາມາ ວ່າເພິ່ນຢາກເຊັນ ລາງກົດຫມາຍການປະຕິຮູບ ພາຍໃນທ້າຍປີ ໒໐໐໙ ນີ້. ຈະເປັນໄປໄດ້ຫລືບໍ່ ພວກເຮົາ ພາກັນຕິດຕາມຕໍ່ໄປນຳກັນ.

ຖ້າທ່ານມີຄວາມຄິດ ຄວາມເຫັນຫຍັງ ກໍເຊີນອອກມາລົມກັນໄດ້.