ເສຖກິດອະເມຣິກາ ດີຂຶ້ນແທ້ບໍ?
ພາຍໃນສາມສີ່ເດືອນຫລັງຜ່ານມານີ້ ຕລາດຫຸ້ນປາກົດວ່າຟົດຟື້ນເປັນພິເສດ. ໃນອາທິດນີ້ເອງ ດາວໂຈ່ນ Dow Jones ແລ່ນຂຶ້ນກາຍ ໑໐,໐໐໐. ເມື່ອທຽບໃສ່ ປີທີ່ຜ່ານມາ ຕົວເລກດັ່ງກ່າວ ຕົກເຖິງຂີດ ໖,໐໐໐ ພຸ້ນ. ທາງບໍຣິສັດທະນາຄານຍັກ Goldman Sachs and JP Morgan ໄດ້ກຳໄຣເຖິງ 3 ພັນລ້ານໂດລາ ໃນເທີ້ມແລ້ວ. ພວກເພິ່ນຕຽມຈ່າຍ ໂບນັສ ໃຫ້ພນັກງານເພິ່ນເປັນລ້ານໆໂດລາ.
ນັກຂ່າວ ແລະນັກເສຖກິດພາກັນຕື່ນເຕັ້ນ ໂຄສະນາວ່າ ເສຖກິດຂອງອະເມຣິກາ ເຊົາຮົດຕົວແລ້ວ ແລະຢູ່ໃນສພາບທຸ່ນທ່ຽງ. ໃນອະນາຄົດຕໍ່ໄປ ເສຖກິດຈະຄ່ອຍຂຍາຍຕົວຄືນ. ຫມາຍຄວາມວ່າວຽກງານຈະມີຫລາຍຂຶ້ນ ຄົນຫວ່າງງານຈະຫລຸດລົງ. ນອກນັ້ນເພິ່ນໃຫ້ສັງເກດວ່າ ເມື່ອຕລາດຫຸ້ນຟື້ນຕົວຄືນ ເຖິງຂນາດນີ້ແລ້ວ ຕລາດທົ່ວໄປຈະຕິດຕາມມາ ພາຍໃນ ໖ເດືອນ.
ແຕ່ຄຳຖາມມີຢູ່ວ່າ ການກະຕວງແລະຂ່າວຕື່ນເຕັ້ນຈາກ ວອນສຕຣິດ ມີຄວາມຈິງຂນາດໃດສຳລັບປະຊາຊົນທົ່ວໄປ?
ຫລາຍໆຄົນກໍຍັງບໍ່ແນ່ໃຈ ວ່າມັນເປັນຈິງ ເພາະວ່າຂ້າເຈົ້າບໍ່ໄດ້ຮູ້ສຶກວ່າເສຖກິດດີຂຶ້ນ ແລະຂ້າເຈົ້າ ບໍ່ໄດ້ຮັບຜົລດີຫຍັງ ຈາກຄວາມລ້ຳລວຍ ຂອງ ບັນດາ ບໍຣິສັດຂອງວອນສຕຣິດເລີຍ.
ໃນຕົວຈິງແລ້ວ ຕົວເລກຄົນຫວ່າງງ ແລ່ນຂຶ້ນມາຕລອດ ຈົນຈະຮອດ ໑໐% ແລ້ວ. ຫມາຍຄວາມວ່າຄົນຕົກການ ຫລາຍກວ່າຄົນໄດ້ເຮັດການ. ພວກທີ່ຫວ່າງງານ ຊອກຫາງານໃຫມ່ບໍ່ໄດ້. ດ້ວເຫດນີ້ ທາງຣັຖບານໂອບາມາ ມີແຜນການ ຈະໃຫ້ຜູ່ໃດທີ່ຍັງຫວ່າງງານຢູ່ ໄດ້ຮັບເງິນຫວ່າງງານຕໍ່ໄປອີກ ໘ ອາທິດ. ແຕ່ຕອນນີ້ ຍັງບໍ່ເປັນທາງການເທື່ອ.
ສິ່ງທີ່ຫນ້າວິຕົກພິເສດ ສຳອັກະວິດເສຖກິດຄັ້ງນີ້ ແມ່ນສະພາບຄົນຫວ່າງງານ ຂອງພວກຫນຸ່ມນ້ອຍ ຣະຫວ່າງ ອາຍຸ ໑໖-໒໔ ປີ ຫນັກທີ່ສຸດ. ສຖິຕິຫວ່າງງານ ຂອງພວກເລົ່ານີ້ ຖີບຕົວຂຶ້ນສູງທີ່ສຸດ ຈາກ໑໓% ໃນປີກາຍ ເຖິງ ໑໘% ໃນປີນີ້. ພວກທີ່ໄດ້ຮັບຜົນສະທ້ອນໃນກຸ່ມ ຈະຮວມທັງ ຜູ່ທີ່ບໍ່ຈົບອຸດົມ ຈົນເຖິງພວກທີ່ມີປະກາສຂັ້ນປຣິນຍາໂທ. ອະນາຄົດ ພວກນີ້ແມ່ນມືດມົວ ພໍສົມຄວນ.
ສລຸບໄດ້ວ່າຕລາດກາຊີໂນຢູ່ ວອນສຕຣິດບໍ່ເປັນເຄື່ອງວັດແທກ ທີ່ແນ່ນອນສຳລັບການຟື້ນຕົວຂອງເສຖກິດອະເມຣິກາ. ການທີ່ຣັຖບານເອົາເງິນໄປຊ່ວຍທະນາຄານຍັກທັງຫລາຍ ບໍ່ໄດ້ນຳຜົລປະໂຍດເທົ່າທີ່ຄວນມາໃຫ້ເສຖກິດທົ່ວໄປ. ທະນາຄານນ້ອຍ ຍັງບໍ່ກ້າເອົາເງິນໃຫ້ບໍຣິສັດຕ່າງລົງທຶນ ຂຍາຍການຜລິດ. ປະຊາຊົນບໍ່ກ້າ ຫລືບໍ່ສາມາດຈ່າຍເງິນໄດ້ ຕາມລຳພັງ ເພາະຣາຍໄດ້ເຂົ້າບ້ານບໍ່ພຽງພໍ. ຕລາດບໍຣິໂພລົງຕົວ. ຣາຄາເງິນໂດລາຕົກ ພາໃຫ້ສິນຄ້າໃຫຍ່ ຄືນ້ຳມັນຖີບຕົວຂຶ້ນ.
ຫນັກທີ່ສຸດເປັນຕົ້ນເຫດໃຫ້ຫລາຍຄົນ ບໍ່ມີຄວາມຮູ້ສຶກຫຍັງ ໃນການຟື້ນຕົວຂອງຕລາດຫຸ້ນ. ພ້ອມນັ້ນ ສຳລັບຜູ່ຕົກງານນັ້ນ ຄວາມຫັວງທີ່ຫາການໃຫມ່ ຫລຸດນ້ອຍຖ້ອຍລົງ ແລະຍັງຕ້ອງເປັນຫ່ວງວ່າລາຍໄດ້ເຂົ້າມາບ້ານຈະມາແຕ່ໃສ ຖ້າກຳນົດກິນເງິນຫວ່າງງານ ຫາກຫມົດໄປ.
ເຣື່ອງນີ້ເປັນເຣື່ອງທີ່ ຫລາຍລ້ານຄົນຢູ່ອະເມຣິກາ ຕ້ອງໄດ້ຄຶດຫນັກ. ແຕ່ກໍຍັງມີຂ່າວດີຢູ່ວ່າ ຕອນນີ້ຍັງບໍ່ເປັນທາງການເທື່ອ.