"ຊາດໃດ ທີ່ລືມ ຜູ່ປ້ອງກັນຊາດ ຊາດນັ້ນຈະຖືກຫລົງລືມ"
ວັນທີ່ 31 ຂອງເດືອນພຶສພາ ປີ 2010 ເປັນວັນທີ່ປະຊາຊົນອະເມຣິກາ ສະລອງ ແລະຈາຣຶກ ເຖິງຄຸນງາມຄວາມດີ ຂອງບັນດາ ຜູ່ທີ່ເສັຍສລະຊີວິດ ຮັບໃຊ້ຊາດ ໃນສມັຍສົງຄາມ ທີ່ຜ່ານມາ.
ພາບຂ້າງລຸ່ມນີ້ ເປັນພາບຂອງອະນຸສາວະຣີເຄື່ອນທີ່ ຂອງສົງຄາມອິນໂດຈີນ ທີ່ມາໂຊ ໃຫ້ປະຊາຊົນ ໃນຂົງເຂດ ເມືອງ ຊັນດີເອໂງ. ອະນຸສາວະລີນີ້ເປັນ ຂໍ້ບັນທຶກອັນສຳຄັນອັນນຶ່ງ ຂອງການກົມກຽວທາງປະວັດສາດ ຣະຫວ່າງປະເທດລາວ ແລະອະເມຣິກາ ໃນສມັຍສົງຄາມອິນໂດຈີນ.

ພວງມະລາ ຈາກສະມາຄົມນັກຣົບເກົ່າ ປະຈຳທ້ອງຖິ່ນ

ຫລານໆຊອກຫາຊື່ຂອງພໍ່ເຖົ້າຢູ່ນຳອະນຸສາວະລີ ຂອງຜູ່ເສັຍສລະ

ຊອກຫາເພື່ອນເກົ່າ ທີ່ເຄີຍຮັບໃຊ້ຊາດນຳກັນ

ພາກສ່ວນນຶ່ງ ຂອງຣາຍຊື່ ຂອງຜູ່ເສັຍສລະ

ອະດີດທະຫານ ທີ່ຮັບໃຊ້ຊາດໃນສົງຄາມເກົາຫລີ ແລະ ສົງຄາມອິນໂດຈີນ ຍັງສືບຕໍ່ປະຕິບັດຫນ້າທີ່ ໃຫ້ກຽດແກ່ເພື່ອນນັກຣົບ ທີ່ລ່ວງລັບໄປ.
0 comments:
Post a Comment