Sunday, May 2, 2010

ນ້ຳຖ້ວມ ຄັ້ງປະວັດສາດ ທີ່ Nashville


ໃນວັນເສົາ ວັນທີ່໑ ພຶສພາ ນ້ຳໄດ້ຖ້ວມ ເມືອງNashville ຣັຖ Tennessee ຢ່າງເປັນປວັດສາດ. ຖນົນຫົນທາງຕ່າງໆ ທັງ Freeways ຕາມຊານເມືອງ ໄດ້ປິດໄປຫລາຍແຫ່ງ ແລະພາໃຫ້ການສັນຈອນ ພາຍໃນເມືອງ ມີການຢຸດສງັກໄປຫລາຍເຂດ. ນອກນັ້ນ ກໍຍັງມີຜູ່ຄົນເສັຍຊີວິດ ເຖິງ 5 ຄົນ ຕາມການຣາຍງານ ຂອງຂ່າວສານມວນຊົນ.

ທ່ານກິ່ງໄຊ "ແຂກ" ພີ່ນ້ອງລາວເຮົາຄົນນຶ່ງ ທີ່ຢູ່ໃກ້ກັບສະພາບການ ກ່າວວ່າ " ນ້ຳຖ້ວມຕອນນີ້ມີ ຮອດຟືນໄຫລ ເຫມືອນກັບນ້ຳນອງຢູ່ບ້ານເຮົາ...ມາຢູ່ Nashville ຮອດ 30 ປີແລ້ວ ບໍ່ເຄີຍເຫັນນ້ຳຖ້ວມແບບນີ້ຈັກເທື່ອ... " .


ພ້ອມນີ້ ທ່ານ ກິ່ງໄຊ ຍັງໄດ້ເອົາຮູບອັນເປັນປວັດສາດທີ່ເພິ່ນຖ່າຍມາດ້ວຍຕົວເອງນັ້ນ ມາແບ່ງປັນໃຫ້ພວກເຮົາເບິ່ງນຳອີກ. ຂອບໃຈຫລາຍໆ ແລະຂໍໃຫ້ທ່ານແລະຄອບຄົວ ໂຊກດີ!

2 comments:

  1. Wao!!! it's so terrible flood... I do hope it never flood Laos again from now on...
    ReplyDelete
  2. Wao!!! it was terrible flood... I do hope it never floods Laos again from now on.....
    ReplyDelete