ທັງສະພາສູງແລະສະພາຕ່ຳ ສ້າງປະວັດສາດ ໂດຍລົບລ້າງກົດຫມາຍ " Don't Ask, Don't Tell" "ຢ່າຖາມ ຢ່າບອກ" ທີ່ໃຊ້ກັນຢູ່ທຸກວັນນີ້.ການລົບລ້າງກົດຫມາຍດັ່ງກ່າວນີ້ ຫມາຍວ່າ ກອງທັບອະເມຣິກາທັງຫມົດ ຕ້ອງຍຸຕິ ການຈຳແນກແລະກີດກັ້ນ ບໍ່ໃຫ້ກະເທີຍ ຮັບໃຊ້ຫນ້າທີ່ການທະຫານ. ເວົ້າອີກແບບນຶ່ງ ແມ່ນວ່າ ການລົບລ້າງກົດຫມາຍດັ່ງກ່າວ ເປີດໂອກາດ ໃຫ້ພວກກະເທີຍມີສິດຮັບໃຊ້ ຫນ້າທີ່ທະຫານອະເມຣິກາ ໃນທຸກເລົ່າ ໄດ້ຢ່າງເປີດເຜີຍ.
ທ່ານໂອບາມາກໍຈະໄດ້ເຊັນຮັບກົດຫມາຍດັ່ງກ່າວນີ້ ໃຫ້ເປັນທາງການ ອາທິດຫນ້ານີ້ .
ເຖິງຢ່າງໃດກໍຕາມ ກົດຫມາຍດັ່ງກ່າວຈະຕ້ອງລໍຖ້າ ອີກຫລາຍເດືອນ ຈື່ງຈະເອົາລົງມາປະຕິບັດໄດ້ ຫລັງຈາກໂອບາມາເຊັນຮັບຮູ້. ນອກນັ້ນ ທາງທຳນຽບຂາວ ຕ້ອງຢັ້ງຢືນຕື່ມອີກວ່າ ກົດຫມາຍໃຫມ່ນີ້ ຈະບໍ່ນຳຄວາມເສັຍຫາຍ ມາໃຫ້ແກ່ເລົ່າທັບ.
ຫລັງຈາກນັ້ນແລ້ວ ທາງກອງທັບ ຕ້ອງລໍຖ້າ ອີກ60ວັນ ກ່ອນຈະນຳເອົາກົດຫມາຍນີ້ ລົງມາປະຕິບັດໄດ້.
0 comments:
Post a Comment