Monday, December 20, 2010

ອະເມຣິກາ ຣະງັບ ກິມຈີ່ແດງ!

ໄດ້ຫລາຍອາທິດມາແລ້ວ ທີ່ເກົາຫລີເຫນືອ ນາບຂູ່ວ່າຕົນຈະຖລົມເກົາຫລີໃຕ້ຈົນກ້ຽງ ຖ້າເກົາຫລີໃຕ້ ຍັງຈະດຳເນີນ ປະຕິບັດແຜນການຊ້ອມຣົບ ຢູ່ເກາະຢອນປຽງ ທີ່ຕິດກັບຊາຍແດນເກົາຫລີເຫນືອ.

ຫມົດທັງໂລກເປັນຫ່ວງ ຢ້ານເກີດສົງຄາມໃຫຍ່ ໃນເອເຊັຍພາກນັ້ນ. ສພາການຫມັ້ນຄົງ ຂອງສຫະປະຊາຊາດ ຮຽກປະຊຸມສຸກເສີນ. ອະເມຣິກາ ຟ້າວສົ່ງຜູ່ຕາງຫນ້າຂອງຕົນ ທ່ານ ຣິຊາກເຊິນ ຜູ່ເປັນປະທານປົກຄອງຣັຖ ນິວເມັກຊິໂກ ໄປນະຄອນປຽງແຢງ ຂອງເກົາຫລີເຫນືອ ເພື່ອໄກ່ເກັຍ ຫາທາງ ລຸດຜ່ອນຄວາມເຂັ່ງຕຶງ. ທ່ານຣິຊາກເຊິນຜູ່ນີ້ ມີການພົວພັນແບບພິເສດນຳ ຜູ່ນຳເກົາຫລີເຫນືອ ແຕ່ໃດໆມາ.

ເພື່ອໃຫ້ໂອກາດການເຈຣະຈາອອກຜົລ ທາງເກົາຫລີໃຕ້ເອງຕົກລົງ ເຍື້ອນການຊ້ອມຣົບໄປ ວັນນຶ່ງ ໂດຍຂໍ້ອ້າງວ່າ ສະພາບການອາກາດ ບໍ່ອຳນວຍ.

ພໍທ່ານ ຣິຊາກເຊິນ ມາເຖິງເກົາຫລີເຫນືອ ທ່ານກໍສາມາດໂອ້ລົມຝ່າຍເກົາຫລີເຫນືອ ໃຫ້ປ່ຽນທິດທາງ ຜ່ອນຄາຍສພາບການຕຶງຄຽດລົງ. ໃນທີ່ສຸດ ເກົາຫລີເຫນືອເອງກໍປ່ຽນໃຈ ແລະປະກາດວ່າຕົວເອງຈະບໍ່ຕອບໂຕ້ ຕໍ່ການຊ້ອມຣົບ ຂອງເກົາຫລີໃຕ້ ໂດຍອີງເຫດຜົນວ່າ "ມັນບໍ່ກຸ້ມຄ່າ".

ສນັ້ນ ເມື່ອໄດ້ຍິນວ່າທາງຝ່າຍເກົາຫລີເຫນືອ ວ່າຈະບໍ່ມີການຕອບໂຕ້ ທາງຝ່າຍເກົາຫລີໃຕ້ ກໍເລີ້ມດຳເນີນ ການຊ້ອມຣົບຂອງຕົນ ທີ່ໄດ້ກະກຽມໄວ້ ດ້ວຍການຍິງປືນໃຫຍ່ ພ້ອມດ້ວຍລູກກະສູນແທ້ ໃສ່ຈຸດຕ່າງພາຍໃນເກາະ ຢອນປຽງ. ຝ່າຍເກົາຫລີເຫນືອເອງ ກໍໄດ້ຮັກສາສັຈະ ເຂົາ ກໍບໍ່ໄດ້ຕອບໂຕ້ຄືນຈັກນັດເລີຍ.

ນອກນັ້ນແລ້ວ ເກົາຫລີເຫນືອຍັງຍິນຍອມ ອະນຸຍາດໃຫ້ຜູ່ສັງເກດການ ຂອງສະຫະປະຊາຊາດ ເຂົ້າໄປໃນໂຮງງານ ນິວເຄລັຍຂອງເຂົາອີກ.ອັນນີ້ເປັນບາດກ້າວສຳຄັນ ອັນໃຫຍ່ ທີ່ຈະຣົດຜ່ອນການເຄັງຕຶງ ຣະຫວ່າງສອງປະເທດທີ່ກ່ຽວຂ້ອງໄປຕື່ມອີກ.

ຄຳຖາມມີຢູ່ວ່າ ເປັນຫຍັງເກົາຫລີເຫນືອ ຈຶ່ງປ່ຽນໃຈ? ທ່ານຣິຊາກເຊິນ ເອົາຂອງຂວັນຫຍັງ ໄປຈອບອອຍເກົາຫລີເຫນືອ ຈຶ່ງເຮັດໃຫ້ພວກນີ້ປ່ຽນໃຈ? ຫລືວ່າ ບົດບາດການເມືອງຕ່າງປະເທດ ຂອງມະຫາອຳນາດອະເມຣິກາ ຍັງເຂັ້ມແຂງເຫມືອນເດີມຢູ່ບໍ ຈຶ່ງສາມາດແກ້ບັນຫາອັນຫນັກຫນາ ໄດ້ຜົນເຖິງຂັ້ນນີ້ ທັ້ງໆທີ່ຈີນແລະຣັດເຊັຍເອງ ຂາດຄວາມສາມາດ ລຸລ່ວງບັນຫານີ້ ໄດ້ດ້ວຍຕົວເອງ?

ຄຳຖາມຂໍ້ສຸດທ້າຍ ເປັນຄຳຖາມທີ່ຫນ້າສົນໃຈ ສຳລັບຜູ່ໃດຍັງຄິດວ່າ ອະເມຣິການີ້ ກາຍເປັນເສືອກະດາດໄປແລ້ວ.

0 comments:

Post a Comment