ທ່ານໄບບອນ ສີລາວົງ (1957-2010)ໄບບອນ ສີລາວົງ ຜູ່ທີ່ເປັນເພື່ອນທີ່ແສນດີ ຂອງພວກເຮົາ ໄດ້ເຖິງມໍຣະນະກັມໄປແລ້ວ ໃນຄືນວັນຈັນ ວັນທີ່ 13 ເດືອນທັນວາ ຄ.ສ. 2010 ທີ່ເມືອງ ຟາວເຕິນ ວານເລ (Fountain Valley) ຣັຖ ກາລີຟໍເນັຍ ດ້ວຍໂຣກຂອງຜູ່ກ່ຽວເອງ.
ພິທີປານະກິດສົບຂອງທ່ານ ໄດ້ຈັດຂຶ້ນໃນມື້ວັນອາທິດ ວັນທີ່ 19 ເດືອນທັນວາ ຄ.ສ. 2010 ຊຶ່ງມີຄອບຄົວຍາດຕິພີ່ນ້ອງ ພ້ອມດ້ວຍເພື່ອນຝູງ ເປັນຈຳນວນຫລວງຫລາຍ ໄດ້ເຂົ້າມາຮ່ວມ.
"ໄບບອນ" ໄດ້ສ້າງຄວາມດີຄວາມງາມ ໄວ້ກັບເພື່ອນຝູງ ບໍ່ວ່ານ້ອຍແລະໃຫຍ່. ໃຜໆກໍມີຄວາມຮັກຫອມ ຕໍ່ນ້ຳໃຈໄມຕຣີຈິດ ທີ່ເພື່ອນເຄີຍມີໄວ້ໃຫ້ນຳຫມູ່ຫມົດທຸກຄົນ ແລະທຸກໆຄົນຈະຈົດຈຳ ຄວາມດີຄວາມງາມ ຂອງເພື່ອນໄວ້.
ຂໍໃຫ້ດວງວິນຍານຂອງເພື່ອນ ຈົ່ງໄປເກີດທີ່ດີເຖິງສຸກເທີ້ນ!
0 comments:
Post a Comment