ອີງຕາມແລ່ງຂ່າວສາກົນແຈ້ງມາວ່າ ອຳນາດເຖື່ອນຕາມເຂດທ້ອງຖິ່ນຢູ່ປະເທດຈີນ ກຳລັງຣະບາດຫນັກ.ຂ່າວຫລ້າສຸດ ແມ່ນການຕາຍຂອງ ທ່ານກຽງ ຢຸນຮີ ອາຍຸ 53ປີ ທີ່ຖືກຣົດຢຽບຕາຍ. ການຕາຍຂອງທ່ານຜູ່ນີ້ ເປັນທີ່ຫນ້າສົງສັຍທີ່ສຸດ ເຖິງເກີດມາການວິຈານຢ່າງໃຫຍ່ ພາຍໃນວົງການອິນເຕີເນັດ ພາຍໃນປະເທດຈີນ. ຂ້າເຈົ້າສົງສັຍວ່າທ່ານຜູ່ນີ້ ແມ່ນຣັຖບານທ້ອງຖິ່ນເປັນຜູ່ສັງຫານ ແລະເຈົ້າຫນ້າທີ່ຊ່ວຍກັນປິດບັງຄວາມຈິງ.
ປວັດຂອງທ່ານກຽງ ຢຸນຮີ ແມ່ນເປັນນັກຕໍ່ສູ້ເພື່ອຄວາມເປັນທັມໃຫ້ແກ່ຊາວບ້ານ ຢູເອກິງ ຂອງ ແຂວງເຊຈຽງ. ທ່ານໄດ້ຕໍ່ຕ້ານ ການຍຶດດິນແບບບໍເປັນທັມຈາກຣັຖ ມາໄດ້ 6ປີແລ້ວ.
ໃນມື້ທີ່ທ່ານໄດ້ຮັບເຄາະຮ້າຍນັ້ນ ມີຄົນໂທຣສັບ ມາຫາທ່ານ ໃຫ້ທ່ານອອກບ້ານໄປພົບ ໂດຍການໃຫ້ການຂອງຄອບຄົວທ່ານ. ພໍທ່ານຍ່າງອອກບ້ານໄປບໍ່ພໍເທົ່າໃດ ທ່ານກໍຖືກຣົດບັນທຸກຢຽບຕາຍ.
ອີງຕາມພິຍານ ທີ່ເຫັນເຫດການໄດ້ກ່າວວ່າ ທ່ານທ່ານກຽງ ຢຸນຮີຖືກຄົນກຸ່ມນຶ່ງ ຈັບກຸມຍັງຄັບທ່ານ ໃຫ້ນອນຢຽດຢູ່ກາງຖນົນ.ພໍທ່ານລົ້ມນອນຢູ່ພື້ນຖນົນ ກໍມີຣົຖບັນທຸກນັ້ນແລ່ນມາຢຽບ ຈົນແປ.
ເມື່ອໄດ້ຍິນຂ່າວດັ່ງນັ້ນ ຊາວບ້ານພາກັນ ມາອ້ອມສົບຂອງທ່ານໄວ້ເພື່ອເກັບກຳເອົາຫລັກຖານ ແຕ່ເຈົ້າຫນ້າທີ່ຕຳຣວດພາກັນມາຍາດເອົາສົບຂອງທ່ານອອກໄປ ເພື່ອລຶບລ້າງຫລັກຖານ ຈົນເຖິງມີການປະທະກັນ.
ຮູບການຕາຍຂອງທ່ານນີ້ ຊີ້ໃຫ້ເຫັນວ່າຜູ່ກ່ຽວຖືກຣົດຢຽບ ຈົນແປ ແທນທີ່ຈະຖືກຕຳ ຊຶ່ງສອດຄ່ອງກັບ ການໃຫ້ຄວາມ ຂອງພິຍານ. ແຕ່ທາງການ ແທນທີ່ຈະສືບສວນ ເອົາຂໍ້ມູນຄວາມຈິງ ຊ້ຳໄປຈັບກຸມເອົາພິຍານ ແລະ ຄອບຄົວຂອງຜູ່ເຄາະຮ້າຍ ໄປເຂົ້າຄຸກ. ຊ້ຳບໍ່ຫນຳ ທາງການກ່າວຫາວ່າຜູ່ທີ່ເປັນພິຍານນັ້ນ ເປັນຄົນກິນຢາເສບຕິດ ແລະເປັນຜູ່ສ້າງເຣື່ອງຂຶ້ນມາ.
ການຍຶດດິນແບບຜິດກົດຫມາຍ ແລະການໃຊ້ອຳນາດເຖື່ອນຂອງເຈົ້າຫນ້າທີ່ຈີນ ໄດ້ຣະບາດຫນັກ. ທາງປະຊາຊົນພາກັນວິຈານ ແລະຕິຕຽນຣັຖບານ ຈົນທາງການໄດ້ອອກມາແກ້ຂ່າວຢ່າງໄວ ແລະ ໃຊ້ມາຕການຄວບຄຸມຂ່າວ ແບບແຊນເຊີການວິພາກວິຈານໃນ ອິນເຕີແນຕ ຢ່າງເຂັ້ມງວດ .
ເນື່ອງຈາກການຕຳນິຕິຕຽນໂດຍກົງ ເປັນພັຍອັນຕລາຍ ຄົນສ່ວນຫລາຍແລ້ວຈະໃຊ້ວິທີຊຽງຫມ້ຽງ ໂດຍຂຽນເຢາະເຢີ້ຍອຳນາດການປົກຄອງຫລາຍກວ່າ. ແຕ່ເຖິງປານນັ້ນ ບັນດາຜູ່ຕິຕຽນຣັຖບານ ຫລາຍໆຄົນຖືກກັກຂັກ ແລະລົງໂທດຢ່າງຫນັກເປັນ ຫລາຍໆລາຍ.
ຜູ່ທີ່ກຳລັງຮັບໃຊ້ໂທດ ໃນຖານະທີ່ຕໍ່ຕ້ານຣັຖບານ ເພື່ອຄວາມເປັນທັມ ທີ່ດັງໃນປະເທດຈີນ ກໍຄືທ່ານ ລ່ຽວຊຽວໂບ ຊຶ່ງທ່ານຫາກໍໄດ້ຮັບລາງວັນ ໂນແບວປີນີ້.
ເຊີນອ່ານຣາຍຣະອຽດຂ່າວນີ້ ເປັນພາສາອັງກິດ.
0 comments:
Post a Comment