Monday, April 19, 2010

ພາບຂ່າວ ບຸນສລອງປີໃຫມ່ລາວ ທີ່ວັດ ພຸທຣາມ ເມືອງ ຊັນດີເອໂງ 2010


ພິທີຕັກບາດ ຕ້ອນຮັບປີໃຫມ່ ໃນວັນອາທິດ ວັນທີ່ 18 ເດືອນ ເມສາ ພສ 2553

ມີພຣະຄູບາທັງຫມົດ ຊາວອົງ ມາບິນທະບາດ



ຕັກບາດ ທັງຢູ່ໃນຫໍທັມ ແລະຢູ່ໃນເດີ່ນວັດ ຍ້ອນສັດທາມາເປັນຢ່າງຫລວງຫລາຍ





ຜູ່ມີບຸນນີ້ ນີ້ວມືຄ່ອງແຄ້ວດີ ທັງໄຈ້....
....ທັງນັບ.
------------------------------------

ຕັກບາດແລ້ວ ພາກັນສົງນ້ຳພຣະປີນີ້ບ່ອນສົງນ້ຳພຣະຂຍາຍໃຫຍ່ກວ່າເກົ່າ ແລະ ມີອົງປະກອບຫລາຍຢ່າງເປັນຕົ້ນແມ່ນມີນາກມາເສີມອີກ. ສິລປະອັນການຂວັດລາຍອັນສວຍງາມ ແລະການອອກແບບສ້າງບ່ອນສົງນ້ຳພຣະນີ້ ແມ່ນຜົນງານ ຂອງທ່ານຫຸມແພງແລະຄອບຄົວຂອງທ່ານ ທີ່ເມືອງ ຊັນດີເອໂງນີ້ເອງ.
ຫມັ້ນຍືນນຳລູກຫລານ ເດີຕູ້!ຫລານນ້ອຍ ລໍຖ້າແມ່ຕູ້ສົງນ້ຳພຣະ
ນີ້ຄືນຶ່ງໃນຈຳນວນ ນາກໃຫມ່ເຂົ້າມາເສີມໃນປີນີ້
----------------------------------------------------------

ຖ້າໃຜຢາກບູຊາພຣະ ຫລືສ່ຽງຊີ ເຊີນແວ່ໄປ ທາງຜາມນີ້

ຄນະກັມະການວັດຍິ້ມແຍ້ມ ຊ່ວຍກຳກັບ ນຳການບູຊາເອົາພຣະ ຢູ່ຜາມສ່ຽງຊີ


ທາດຊາຍຕົບໄວ້ ສລອງປີໃຫມ່ ຕາມຮີດເກົ່າຄອງມາ

ຄູ່ໃດເດນໍ ໄດ້ປັກດອກກຸລາບນີ້ໄວ້.... ຂໍໃຫ້ຮັກທັງສອງຫມັ້ນຄົງຊົ່ວກາລະນານ ເທີ້ນ!
(ຍັງມີຕໍ່ ສບັບຫນ້າ)