Friday, December 31, 2010

ໂຊກດີ ປີໄຫມ່ 2011

ກ່ອນອື່ນ ຂ້າພະເຈົ້າຂໍສະແດງຄວາມຂອບໃຈ ນຳທ່ານຜູ່ອ່ານທຸກໆທ່ານ ທີ່ໄດ້ເຂົ້າມາແວ່ຢາມ Onelao Blog ໃນຊ່ວງປີ 2010. ຂ້າພະເຈົ້າຫວັງວ່າ ພວກເຮົາຄົງຈະໄດ້ເຫັນກັນອີກ ໃນປີ 2011.

ພ້ອມນີ້
ຂ້າພະເຈົ້າ ຂໍອວຍໄຊໃຫ້ພອນທ່ານຜູ່ອ່ານ ພ້ອມດ້ວຍເພື່ອນມິດທັງຫລາຍ ຈົ່ງມີສຸຂພາບເຂັ້ມແຂງ ປາສຈາກໂລກພັຍໄຂ້ເຈັບ ປາຖນາສິ່ງໃດ ກໍຂໍໃຫ້ໄດ້ສິ່ງນັ້ນ ໃນປີ 2011 ເທີ້ນ.

Thursday, December 30, 2010

ອະນາຄົດ ຂອງກາລີຟໍເນັຍ 2011

ຈະມີຫຍັງແດ່ລໍຖ້າ ຣັຖກາລີຟໍເນັຍ ໃນປີໃຫມ່ 2011 ນີ້?

ຄົງຈະມີທັງດີ ທັງການທ້າທາຍ ລໍຖ້າພວກເຮົາໃນປີ 2011. ພວກເຮົາມາເລີ້ມກັນແບບຂ່າວດີກັນກ່ອນນໍ.

ຂ່າວດີມີຢູ່ດັ່ງຕໍ່ລົງໄປນີ້:
  1. ຊາວກາລີຟໍເນັຍຈະໄດ້ມີ ປະທານປົກຄອງໃຫມ່ (Governor) ທ່ານ ແຈຣີ ບຣາວ (Jerry Brown). ເພິ່ນໄດ້ຖືກເລືອກຕັ້ງ ເຂົ້າມາແທນທ່ານ ອາກໂນ ຊອດສນາຍເງີ (Arnold Schwarzenegger)ທີ່ຫມົດຫນ້າທີ່ການໄປຕາມກຳນົດ.
  2. ຈະໄດ້ມີຕລາດແລກປ່ຽນປະກັນພັຍສຸຂພາບ ເພື່ອອຳນວຍຄວາມສະດວກ ໃຫ້ບຸກຄົນຫລືບໍຣິສັດ ຊອກຊື້ປະກັນພັຍໄດ້ ສະດວກກວ່າເກົ່າ.
  3. ຮ້ານອາຫານ ຕ້ອງຫ້າມໃຊ້ນຳມັນຄົວກິນ Trans-fat ເຂົ້າມາໃຊ້ຄົວອາຫານ ເພາະນ້ຳມັນດັ່ງກ່າວພາໃຫ້ ມີໄຂມັນ(Cholesterol) ສູງ.
  4. ຖ້າຜູ່ໃດຖືກຕຳຣວດຈັບ ແລະພົບພໍ້ກັນຊາຕິດຕົວຕ່ຳກວ່າ ນຶ່ງ ອ່າວ (ounce) ຫລື ປະມານ 30 ກຣາມ (grammes) ຜູ່ນັ້ນຈະບໍ່ຖືກຈັບໄປລົງຄະດີ ແຕ່ອາດຈະຖືກປັບໃຫມເຖິງ $100 ໂດລາ.
ຂ່າວທີ່ທ້າທາຍແມ່ນ:
  1. ງົບປະມານຂອງຣັຖໃນສົກ 2011-12 ອາດຈະຂາດເຂີນເຖິງປະມານ 28 ພັນລ້ານ ໂດລາ ($28 billions).
  2. ພນັກງານຂອງຣັຖ ແລະໂຄງການການສຶກສາ ແລະສັງຄົມສົງຕ່າງໆເຄາະຈະໄດ້ຮັບການ ກະທົບ.
  3. ພາສີຕ່າງຄົງຈະຄົງຕົວຢູ່ ຫລືອາດຈະເພີ້ມຂຶ້ນ.
ບັນຫາທີ່ທ້າທາຍນີ້ ລ້ວນແລ້ວແຕ່ເປັນບັນຫາເສຖກິດທັງນັ້ນ ຊຶ່ງຣັຖບານຊຸດໃຫມ່ຂອງທ່ານ ແຈຣີ ບຣາວ ຈະພຍາຍາມແກ້ໄຂ. ທ່ານຈະແກ້ໄຂແບບໃດ ແລະຈະແກ້ໄຂໄດ້ດີເທົ່າໃດນັ້ນ ພວກເຮົາລໍຖ້າເບິ່ງນຳກັນ ເພາະບັນຫານີ້ເປັນບັນຫາທີ່ຫນັກແລະເຂັ້ມງວດທີ່ສຸດ ສຳລັບອະນາຄົດຂອງຣັຖ ກາລີຟໍເນັຍ.

Wednesday, December 29, 2010

ອຳນາດເຖື່ອນ ກຳລັງຣະບາດຢູ່ຈີນ

ອີງຕາມແລ່ງຂ່າວສາກົນແຈ້ງມາວ່າ ອຳນາດເຖື່ອນຕາມເຂດທ້ອງຖິ່ນຢູ່ປະເທດຈີນ ກຳລັງຣະບາດຫນັກ.

ຂ່າວຫລ້າສຸດ ແມ່ນການຕາຍຂອງ ທ່ານກຽງ ຢຸນຮີ ອາຍຸ 53ປີ ທີ່ຖືກຣົດຢຽບຕາຍ. ການຕາຍຂອງທ່ານຜູ່ນີ້ ເປັນທີ່ຫນ້າສົງສັຍທີ່ສຸດ ເຖິງເກີດມາການວິຈານຢ່າງໃຫຍ່ ພາຍໃນວົງການອິນເຕີເນັດ ພາຍໃນປະເທດຈີນ. ຂ້າເຈົ້າສົງສັຍວ່າທ່ານຜູ່ນີ້ ແມ່ນຣັຖບານທ້ອງຖິ່ນເປັນຜູ່ສັງຫານ ແລະເຈົ້າຫນ້າທີ່ຊ່ວຍກັນປິດບັງຄວາມຈິງ.

ປວັດຂອງທ່ານກຽງ ຢຸນຮີ ແມ່ນເປັນນັກຕໍ່ສູ້ເພື່ອຄວາມເປັນທັມໃຫ້ແກ່ຊາວບ້ານ ຢູເອກິງ ຂອງ ແຂວງເຊຈຽງ. ທ່ານໄດ້ຕໍ່ຕ້ານ ການຍຶດດິນແບບບໍເປັນທັມຈາກຣັຖ ມາໄດ້ 6ປີແລ້ວ.

ໃນມື້ທີ່ທ່ານໄດ້ຮັບເຄາະຮ້າຍນັ້ນ ມີຄົນໂທຣສັບ ມາຫາທ່ານ ໃຫ້ທ່ານອອກບ້ານໄປພົບ ໂດຍການໃຫ້ການຂອງຄອບຄົວທ່ານ. ພໍທ່ານຍ່າງອອກບ້ານໄປບໍ່ພໍເທົ່າໃດ ທ່ານກໍຖືກຣົດບັນທຸກຢຽບຕາຍ.

ອີງຕາມພິຍານ ທີ່ເຫັນເຫດການໄດ້ກ່າວວ່າ ທ່ານທ່ານກຽງ ຢຸນຮີຖືກຄົນກຸ່ມນຶ່ງ ຈັບກຸມຍັງຄັບທ່ານ ໃຫ້ນອນຢຽດຢູ່ກາງຖນົນ.ພໍທ່ານລົ້ມນອນຢູ່ພື້ນຖນົນ ກໍມີຣົຖບັນທຸກນັ້ນແລ່ນມາຢຽບ ຈົນແປ.

ເມື່ອໄດ້ຍິນຂ່າວດັ່ງນັ້ນ ຊາວບ້ານພາກັນ ມາອ້ອມສົບຂອງທ່ານໄວ້ເພື່ອເກັບກຳເອົາຫລັກຖານ ແຕ່ເຈົ້າຫນ້າທີ່ຕຳຣວດພາກັນມາຍາດເອົາສົບຂອງທ່ານອອກໄປ ເພື່ອລຶບລ້າງຫລັກຖານ ຈົນເຖິງມີການປະທະກັນ.

ຮູບການຕາຍຂອງທ່ານນີ້ ຊີ້ໃຫ້ເຫັນວ່າຜູ່ກ່ຽວຖືກຣົດຢຽບ ຈົນແປ ແທນທີ່ຈະຖືກຕຳ ຊຶ່ງສອດຄ່ອງກັບ ການໃຫ້ຄວາມ ຂອງພິຍານ. ແຕ່ທາງການ ແທນທີ່ຈະສືບສວນ ເອົາຂໍ້ມູນຄວາມຈິງ ຊ້ຳໄປຈັບກຸມເອົາພິຍານ ແລະ ຄອບຄົວຂອງຜູ່ເຄາະຮ້າຍ ໄປເຂົ້າຄຸກ. ຊ້ຳບໍ່ຫນຳ ທາງການກ່າວຫາວ່າຜູ່ທີ່ເປັນພິຍານນັ້ນ ເປັນຄົນກິນຢາເສບຕິດ ແລະເປັນຜູ່ສ້າງເຣື່ອງຂຶ້ນມາ.

ການຍຶດດິນແບບຜິດກົດຫມາຍ ແລະການໃຊ້ອຳນາດເຖື່ອນຂອງເຈົ້າຫນ້າທີ່ຈີນ ໄດ້ຣະບາດຫນັກ. ທາງປະຊາຊົນພາກັນວິຈານ ແລະຕິຕຽນຣັຖບານ ຈົນທາງການໄດ້ອອກມາແກ້ຂ່າວຢ່າງໄວ ແລະ
ໃຊ້ມາຕການຄວບຄຸມຂ່າວ ແບບແຊນເຊີການວິພາກວິຈານໃນ ອິນເຕີແນຕ ຢ່າງເຂັ້ມງວດ .

ເນື່ອງຈາກການຕຳນິຕິຕຽນໂດຍກົງ ເປັນພັຍອັນຕລາຍ ຄົນສ່ວນຫລາຍແລ້ວຈະໃຊ້ວິທີຊຽງຫມ້ຽງ ໂດຍຂຽນເຢາະເຢີ້ຍອຳນາດການປົກຄອງຫລາຍກວ່າ. ແຕ່ເຖິງປານນັ້ນ ບັນດາຜູ່ຕິຕຽນຣັຖບານ ຫລາຍໆຄົນຖືກກັກຂັກ ແລະລົງໂທດຢ່າງຫນັກເປັນ ຫລາຍໆລາຍ.

ຜູ່ທີ່ກຳລັງຮັບໃຊ້ໂທດ ໃນຖານະທີ່ຕໍ່ຕ້ານຣັຖບານ ເພື່ອຄວາມເປັນທັມ ທີ່ດັງໃນປະເທດຈີນ ກໍຄືທ່ານ ລ່ຽວຊຽວໂບ
ຊຶ່ງທ່ານຫາກໍໄດ້ຮັບລາງວັນ ໂນແບວປີນີ້.

ເຊີນອ່ານຣາຍຣະອຽດຂ່າວນີ້ ເປັນພາສາອັງກິດ.

Friday, December 24, 2010

ສຸກສັນ ວັນກຣິສມາສ...Merry Christmas...Joyeux Noel!

ຂໍອວຍພອນໃຫ້ທ່ານຜູ່ອ່ານ ທຸກໆທ່ານ ຈົ່ງມ່ວນຊື່ນແລະເບີກບານ ໃນວັນກຣິສມັສ.

Thursday, December 23, 2010

ສປປ ລາວໄດ້ນາຍົກໃຫມ່ ຢ່າງກະທັນຫັນ

ທ່ານ ທອງສິງ ທັມມະວົງ
ນາຍົກໃຫມ່ ຂອງ ສປປ ລາວ

ທ່ານບົວສອນ ບຸບຜາວັນ ໄດ້ຍື່ນໃບລາອອກຈາກການເປັນນາຍົກຂອງສປປລາວ ຕໍ່ກອງປະຊມຄັ້ງທີ່10 ຂອງສະພາແຫ່ງຊາດ ດ້ວຍເຫດຜົນວ່າ ທ່ານມີ "ບັນຫາຄອບຄົວ".

ການລາອອກ ແບບກະທັນຫັນຂອງທ່ານບົວສອນນີ້ ເປັນທັງເຫດການປວັດສາດ ແລະເປັນທີ່ຫນ້າແປກໃຈ. ບໍ່ມີໃຜຄາດໄດ້ເລີຍ ວ່າທ່ານຈະຍ່າງອອກຈາກຕຳແຫນ່ງອັນສຳຄັນ ໄວປານນີ້ ແລະ ກ່ອນກຳນົດອີກດ້ວຍ.

ຜູ່ທີ່ຖືກແຕ່ງຕັ້ງຂຶ້ນມາແທນ ແມ່ນທ່ານທອງສິງ ທັມມະວົງ ອາຍຸ 66ປີ. ທ່ານເຄີຍມີຫນ້າທີ່ ເປັນປະທານສະພາແຫ່ງຊາດ ແລະທ່ານເປັນ ຜູ່ແທນສພາຕາງຫນ້າ ແຂວງຫລວງພຣະບາງດ້ວຍ ກ່ອນທ່ານໄດ້ຮັບຕຳແຫນ່ງນາຍົກນີ້ .

ອີງຕາມຂ່າວສານປະເທດລາວ ທ່ານນາຍົກໃຫມ່ ຈະແນໃສ່ ການປັບປຸງບົດບາດ ແລະ ການປະຕິບັດຫນ້າທີ່ ຂອງຣັຖບານ ເພື່ອຮັບປະກັນຄວາມຫມັ້ນຄົງທາງດ້ານການເມືອງ ແລະຄວາມປອດໄພຍ ທາງດ້ານການສັງຄົມ.

ນອກນັ້ນແລ້ວ ທ່ານຈະເນັ້ນຫນັກໃນການປ່ຽນແປງ ແລະປັບປຸງວິທີການປະຕິບັດງານ ຂອງພນັກງານຣັດຢ່າງເຂັ້ມງວດ.

Tuesday, December 21, 2010

ໄບບອນ ຈາກພວກເຮົາໄປແລ້ວ...

ທ່ານໄບບອນ ສີລາວົງ (1957-2010)

ໄບບອນ ສີລາວົງ ຜູ່ທີ່ເປັນເພື່ອນທີ່ແສນດີ ຂອງພວກເຮົາ ໄດ້ເຖິງມໍຣະນະກັມໄປແລ້ວ ໃນຄືນວັນຈັນ ວັນທີ່ 13 ເດືອນທັນວາ ຄ.ສ. 2010 ທີ່ເມືອງ ຟາວເຕິນ ວານເລ (Fountain Valley) ຣັຖ ກາລີຟໍເນັຍ ດ້ວຍໂຣກຂອງຜູ່ກ່ຽວເອງ.

ພິທີປານະກິດສົບຂອງທ່ານ ໄດ້ຈັດຂຶ້ນໃນມື້ວັນອາທິດ ວັນທີ່ 19 ເດືອນທັນວາ ຄ.ສ. 2010 ຊຶ່ງມີຄອບຄົວຍາດຕິພີ່ນ້ອງ ພ້ອມດ້ວຍເພື່ອນຝູງ ເປັນຈຳນວນຫລວງຫລາຍ ໄດ້ເຂົ້າມາຮ່ວມ.

"ໄບບອນ" ໄດ້ສ້າງຄວາມດີຄວາມງາມ ໄວ້ກັບເພື່ອນຝູງ ບໍ່ວ່ານ້ອຍແລະໃຫຍ່. ໃຜໆກໍມີຄວາມຮັກຫອມ ຕໍ່ນ້ຳໃຈໄມຕຣີຈິດ ທີ່ເພື່ອນເຄີຍມີໄວ້ໃຫ້ນຳຫມູ່ຫມົດທຸກຄົນ ແລະທຸກໆຄົນຈະຈົດຈຳ ຄວາມດີຄວາມງາມ ຂອງເພື່ອນໄວ້.

ຂໍໃຫ້ດວງວິນຍານຂອງເພື່ອນ ຈົ່ງໄປເກີດທີ່ດີເຖິງສຸກເທີ້ນ!



Monday, December 20, 2010

ອະເມຣິກາ ຣະງັບ ກິມຈີ່ແດງ!

ໄດ້ຫລາຍອາທິດມາແລ້ວ ທີ່ເກົາຫລີເຫນືອ ນາບຂູ່ວ່າຕົນຈະຖລົມເກົາຫລີໃຕ້ຈົນກ້ຽງ ຖ້າເກົາຫລີໃຕ້ ຍັງຈະດຳເນີນ ປະຕິບັດແຜນການຊ້ອມຣົບ ຢູ່ເກາະຢອນປຽງ ທີ່ຕິດກັບຊາຍແດນເກົາຫລີເຫນືອ.

ຫມົດທັງໂລກເປັນຫ່ວງ ຢ້ານເກີດສົງຄາມໃຫຍ່ ໃນເອເຊັຍພາກນັ້ນ. ສພາການຫມັ້ນຄົງ ຂອງສຫະປະຊາຊາດ ຮຽກປະຊຸມສຸກເສີນ. ອະເມຣິກາ ຟ້າວສົ່ງຜູ່ຕາງຫນ້າຂອງຕົນ ທ່ານ ຣິຊາກເຊິນ ຜູ່ເປັນປະທານປົກຄອງຣັຖ ນິວເມັກຊິໂກ ໄປນະຄອນປຽງແຢງ ຂອງເກົາຫລີເຫນືອ ເພື່ອໄກ່ເກັຍ ຫາທາງ ລຸດຜ່ອນຄວາມເຂັ່ງຕຶງ. ທ່ານຣິຊາກເຊິນຜູ່ນີ້ ມີການພົວພັນແບບພິເສດນຳ ຜູ່ນຳເກົາຫລີເຫນືອ ແຕ່ໃດໆມາ.

ເພື່ອໃຫ້ໂອກາດການເຈຣະຈາອອກຜົລ ທາງເກົາຫລີໃຕ້ເອງຕົກລົງ ເຍື້ອນການຊ້ອມຣົບໄປ ວັນນຶ່ງ ໂດຍຂໍ້ອ້າງວ່າ ສະພາບການອາກາດ ບໍ່ອຳນວຍ.

ພໍທ່ານ ຣິຊາກເຊິນ ມາເຖິງເກົາຫລີເຫນືອ ທ່ານກໍສາມາດໂອ້ລົມຝ່າຍເກົາຫລີເຫນືອ ໃຫ້ປ່ຽນທິດທາງ ຜ່ອນຄາຍສພາບການຕຶງຄຽດລົງ. ໃນທີ່ສຸດ ເກົາຫລີເຫນືອເອງກໍປ່ຽນໃຈ ແລະປະກາດວ່າຕົວເອງຈະບໍ່ຕອບໂຕ້ ຕໍ່ການຊ້ອມຣົບ ຂອງເກົາຫລີໃຕ້ ໂດຍອີງເຫດຜົນວ່າ "ມັນບໍ່ກຸ້ມຄ່າ".

ສນັ້ນ ເມື່ອໄດ້ຍິນວ່າທາງຝ່າຍເກົາຫລີເຫນືອ ວ່າຈະບໍ່ມີການຕອບໂຕ້ ທາງຝ່າຍເກົາຫລີໃຕ້ ກໍເລີ້ມດຳເນີນ ການຊ້ອມຣົບຂອງຕົນ ທີ່ໄດ້ກະກຽມໄວ້ ດ້ວຍການຍິງປືນໃຫຍ່ ພ້ອມດ້ວຍລູກກະສູນແທ້ ໃສ່ຈຸດຕ່າງພາຍໃນເກາະ ຢອນປຽງ. ຝ່າຍເກົາຫລີເຫນືອເອງ ກໍໄດ້ຮັກສາສັຈະ ເຂົາ ກໍບໍ່ໄດ້ຕອບໂຕ້ຄືນຈັກນັດເລີຍ.

ນອກນັ້ນແລ້ວ ເກົາຫລີເຫນືອຍັງຍິນຍອມ ອະນຸຍາດໃຫ້ຜູ່ສັງເກດການ ຂອງສະຫະປະຊາຊາດ ເຂົ້າໄປໃນໂຮງງານ ນິວເຄລັຍຂອງເຂົາອີກ.ອັນນີ້ເປັນບາດກ້າວສຳຄັນ ອັນໃຫຍ່ ທີ່ຈະຣົດຜ່ອນການເຄັງຕຶງ ຣະຫວ່າງສອງປະເທດທີ່ກ່ຽວຂ້ອງໄປຕື່ມອີກ.

ຄຳຖາມມີຢູ່ວ່າ ເປັນຫຍັງເກົາຫລີເຫນືອ ຈຶ່ງປ່ຽນໃຈ? ທ່ານຣິຊາກເຊິນ ເອົາຂອງຂວັນຫຍັງ ໄປຈອບອອຍເກົາຫລີເຫນືອ ຈຶ່ງເຮັດໃຫ້ພວກນີ້ປ່ຽນໃຈ? ຫລືວ່າ ບົດບາດການເມືອງຕ່າງປະເທດ ຂອງມະຫາອຳນາດອະເມຣິກາ ຍັງເຂັ້ມແຂງເຫມືອນເດີມຢູ່ບໍ ຈຶ່ງສາມາດແກ້ບັນຫາອັນຫນັກຫນາ ໄດ້ຜົນເຖິງຂັ້ນນີ້ ທັ້ງໆທີ່ຈີນແລະຣັດເຊັຍເອງ ຂາດຄວາມສາມາດ ລຸລ່ວງບັນຫານີ້ ໄດ້ດ້ວຍຕົວເອງ?

ຄຳຖາມຂໍ້ສຸດທ້າຍ ເປັນຄຳຖາມທີ່ຫນ້າສົນໃຈ ສຳລັບຜູ່ໃດຍັງຄິດວ່າ ອະເມຣິການີ້ ກາຍເປັນເສືອກະດາດໄປແລ້ວ.

Saturday, December 18, 2010

ກອງທັບອະເມຣິກາ ຕ້ອງຮັບເອົາກະເທີຍ!

ທັງສະພາສູງແລະສະພາຕ່ຳ ສ້າງປະວັດສາດ ໂດຍລົບລ້າງກົດຫມາຍ " Don't Ask, Don't Tell" "ຢ່າຖາມ ຢ່າບອກ" ທີ່ໃຊ້ກັນຢູ່ທຸກວັນນີ້.

ການລົບລ້າງກົດຫມາຍດັ່ງກ່າວນີ້ ຫມາຍວ່າ ກອງທັບອະເມຣິກາທັງຫມົດ ຕ້ອງຍຸຕິ ການຈຳແນກແລະກີດກັ້ນ ບໍ່ໃຫ້ກະເທີຍ ຮັບໃຊ້ຫນ້າທີ່ການທະຫານ. ເວົ້າອີກແບບນຶ່ງ ແມ່ນວ່າ ການລົບລ້າງກົດຫມາຍດັ່ງກ່າວ ເປີດໂອກາດ ໃຫ້ພວກກະເທີຍມີສິດຮັບໃຊ້ ຫນ້າທີ່ທະຫານອະເມຣິກາ ໃນທຸກເລົ່າ ໄດ້ຢ່າງເປີດເຜີຍ.

ທ່ານໂອບາມາກໍຈະໄດ້ເຊັນຮັບກົດຫມາຍດັ່ງກ່າວນີ້ ໃຫ້ເປັນທາງການ ອາທິດຫນ້ານີ້ .

ເຖິງຢ່າງໃດກໍຕາມ ກົດຫມາຍດັ່ງກ່າວຈະຕ້ອງລໍຖ້າ ອີກຫລາຍເດືອນ ຈື່ງຈະເອົາລົງມາປະຕິບັດໄດ້ ຫລັງຈາກໂອບາມາເຊັນຮັບຮູ້. ນອກນັ້ນ ທາງທຳນຽບຂາວ ຕ້ອງຢັ້ງຢືນຕື່ມອີກວ່າ ກົດຫມາຍໃຫມ່ນີ້ ຈະບໍ່ນຳຄວາມເສັຍຫາຍ ມາໃຫ້ແກ່ເລົ່າທັບ.

ຫລັງຈາກນັ້ນແລ້ວ ທາງກອງທັບ ຕ້ອງລໍຖ້າ ອີກ60ວັນ ກ່ອນຈະນຳເອົາກົດຫມາຍນີ້ ລົງມາປະຕິບັດໄດ້.

Friday, December 17, 2010

ໂອບາມາ ເຊັນຮັບ ກົດຫມາຍພາສີໃຫມ່

ທ່ານໂອບາມາ ໄດ້ເຊັນຮັບເອົາຂໍ້ຕົກລົງພາສີໃຫມ່ ຣະຫວ່າງ ທ່ານແລະພັກເຣປະບລີກັນ ມາເປັນກົດຫມາຍໄຫມ່ ໃນຕອນສວຍ ຂອງມື້ວັນສຸກນີ້.

ຂໍ້ຕົກລົງດັ່ງກ່າວ ຜ່ານສະພາຕ່ຳ ໃນຄືນວັນພະຫັດ ຫລັງຈາກມີ ການຖົກຖຽງກັນຢ່າງດຸເດືອນ ເປັນເວລາຫລາຍວັນ. ທາງຝ່າຍເດໂມແກຣດ ວ່າຂໍ້ຕົກລົງນີ້ພ້ອມຄົນຮັ່ງໂພດ ທາງຝ່າຍຂວາຈັດເຣປະບລິກັນ ວ່າກົດຫມາຍນີ້ ເພີ້ມຫນີ້ໃຫ້ຣັຖບານຫລາຍໂພດ. ແຕ່ໃນທີ່ສຸດ ຂໍ້ຕົກລົງດັ່ງ ໄດ້ຮັບການສນັບສນູນ ຈາກທັງພັກ ເດໂມແກຣດ ແລະພັກເຣປະບລິກັນ.

ຈຸດໃຫຍ່ຂອງກົດຫມາຍໃຫມ່ນີ້ ແມ່ນຮັກສາອັຕຣາພາສີຣາຍໄດ້ຂອງ ຊົນຊັ້ນປານກາງທີ່ມີຣາຍໄດ້ ຕ່ຳກວ່າ $250,000 ໂດລາຕໍ່ປີ ເທົ່າເກົ່າ ແລະອະນຸຍາດຜູ່ທີ່ກິນເງິນຫວ່າງງານແບບຍາວນານ ມີສິດຮັບເງິນຫວ່າງງານ ຕໍ່ໄປອີກ 13 ເດືອນ. ສ່ວນອັຕຣາພາສີເບັ້ຍບຳນານ (Social Security Tax) ແລະອັຕຣາພາສີມໍຣະດົກ (Estate Tax) ຖືກຕັດລົງຕ່ຳກວ່າເກົ່າ.

ເຊີນທ່ານອ່ານຣາຍຣະອຽດໄດ້ທີ່ນີ້

Thursday, December 16, 2010

ໃຜຖືກເປັນເຍື່ອ ຂອງວິກີລິກ ຢູ່ເອເຊັຍ?

ເປັນທີ່ຮູ້ກັນດີວ່າ ການຮົ່ວໄຫລຂອງສານລັບການທູດ ເປັນແສນໆສບັບ ຂອງກະຊວງການຕ່າງປະເທດ ອະເມຣິກາ ສ້າງຄວາມອັບອາຍ ຂາຍຫນ້າ ໃຫ້ແກ່ບັນດາຜູ່ນຳອະເມຣີກາ ພ້ອມທັງນັກການເມືອງ ແລະນັກການທູດທົ່ວໂລກ. ໃນນັ້ນ ກໍມີຂໍ້ມູນຫລາຍໆຢ່າງ ທີ່ສ້າງຄວາມລຳຄານ ພ້ອມທັງເປີດຫນ້າກາກຂອງການປະພຶດແບບ ໄວ້ຫນ້າຫລັງຫລອກ ຂອງບັນດາ ນັກການເມືອງແລະນັກການທູດອາຊີບທັງຫລາຍ ພາຍໃນກຸ່ມປະເທດອາຊຽນ ທີ່ມີຕໍ່ກັນ.

ຂ່າວຮົ່ວໄຫລຫລ້າສຸດ ແມ່ນກ່ຽວກັບ ການເມືອງຂອງປະເທດໄທຍ ຊຶ່ງຂ່າວສານມວນຊົນປະເທດໄທຍ ບໍ່ກ້າອອກມາລົງເປັນຂ່າວ. ແຕ່ມີສຳນັກງານຂ່າວອື່ນໆເຊັ່ນ Asian Correspondent ໄດ້ຣາຍງານຂ່າວຮົ່ວໄຫລ ບາງຢ່າງກ່ຽວກັບປະເທດໄທຍອອກມາ.

ວິກິລິກ ແມ່ນຫນວ່ຍເຄື່ອນໄຫວທາງອິນເຕີແນດ ເພື່ອອິສຣະພາບຂອງຂ່າວສານມວນຊົນ ເປັນຕົວການປ່ອຍຄວາມລັບ ດັ່ງກ່າວອອກ. ດຽວນີ້ຜູ່ນຳຂອງ ວິກີລິກ ທ້າວ ຈູລຽນ ອັສຊານ ກຳລັງຖືກຄະດີ ຢູ່ປະເທດອັງກິດ.

Tuesday, December 14, 2010

ແດງເຜົາຫຍັງ ອີກ!

ອ່ານຣາຍຣະອຽດໄດ້ທີ່ນີ້

Saturday, December 11, 2010

ທູດຈີນ ຖືກຫລອກ

ຄົນຮົນແລນ ສລອກກອກ ທຳທ່າເຂົ້າໄປມອບດອກໄມ້ ຊົມເຊີຍທູດຈີນ ວ່າປະເທດຈີນໄດ້ຮັບ ຣາງວັນ ໂນແບວ (Nobel Prize).

ທີ່ຈິງແລ້ວ ຣາງວັນດັ່ງກ່າວແມ່ນມອບໃຫ້ ທ່ານ ລ່ຽວຊາວໂບ ຊຶ່ງເປັນນັກປັນຍາຊົນຈີນ ຜູ່ຕໍ່ຕ້ານຣັຖບານຈີນແດງ ເພື່ອມະນຸສທັມ. ປັດຈຸບັນ ທ່ານລ່ຽວຊາວໂບ ຖືກກັກຂັງຮັບໃຊ້ໂທດ 26 ປີທີ່ປະເທດຈີນ. ຂ່າວນີ້ ຣັຖບານຈີນ ພຍາຍາມປົກປິດ ບໍ່ໃຫ້ປະຊາຊົນຮູ້ເຣື່ອງຫຍັງເລີຍ.

ພາກັນຊົມ ວິເດໂອເບິ່ງວ່າ ທູດຈີນຖືກຄົນຫົວໄສຜູ່ນີ້ ຫລິ້ນເສັ້ນເພິ່ນໄດ້ຫລາຍປານໃດ.

Thursday, December 9, 2010

ເດໂມແກຣດ ງັດ ໂອບາມາ


ສມຊ ສພາຕ່ຳອອກສຽງ ຄັດຄ້ານໂອບາມາ ທີ່ຕົກລົງໃຫ້ຊົນຊັ້ນຮັ່ງມີສືບຕໍ່ ເສັຍພາສີໃນອັຕຣາຕ່ຳ. ສນັ້ນ ກົດຫມາຍອອກງົບ ໃຫ້ຄົນຫວ່າງງານ ກໍຖືກງັດໄປຕາມໆກັນ.

ບັນດາພວກທີ່ຖືກຕັດເງິນຫວ່າງ ຕ້ອງລໍຖ້າໄປອີກ ວ່າຂ້າເຈົ້າຈະໄດ້ຮັບເງິນຫວ່າງງານ ຕໍ່ໄປອີກບໍ?

ຖ້າຟັງຕໍ່ໄປ ວ່າສາກລະຄອນໄຫມ່ ຈະອອກມາເປັນຮູບໃດ.

Tuesday, December 7, 2010

ໂອບາມາ ຍອມຈຳນົນ


ມື້ເຊົ້ານີ້ ໂອບາມາ ຍອມຈຳນົນເສັຍຄ່າໄຖ່ ໃຫ້ພັກເຣປະບລິກັນ (ຣປກ ) ໂດຍສືບຕໍ່ນະໂຍບາຍພາສີເກົ່າ ຂອງບຸສ
ຄືການ ຮັກສາອັຕຣາພາສີ ຊົນຊັ້ນຮັ່ງມີໃຫ້ຄົງທີ່ ອີກສອງປີ ແທນທີ່ຈະປ່ອຍໃຫ້ມັນຫມົດກຳນົດໄປ ໃນທ້າຍເດືອນທັນວານີ້.

ຖ້າບໍ່ດັ່ງນັ້ນ ພັກ ຣປກຈະບໍ່ມີການພິຈາຣະນາ ໃຫ້ຄົນຫວ່າງງານເປັນລ້ານໆຄົນ ໄດ້ຮັບເງິນຕໍ່.

ໃນທີ່ສຸດ ພັກ ຣປກກໍໄດ້ໃນສິ່ງທີ່ເຂົາຢາກໄດ້. ແຕ່ທາງພັກເດໂມແກຣດ (ດມກ) ພາກັນໂວຍວາຍຂຶ້ນວ່າ ໂອບາມາບໍ່ຮັກສາສັຈະຕອນຫາສຽງເລືອກຕັ້ງ ທີ່ຜູ່ກ່ຽວຈະຍົກພາສີ ຊົນຊັ້ນຄົນຮັ່ງມີຂຶ້ນ. ສມຊ ສພາສູງ ດມກ ຫລາຍຄົນວ່າຈະພຍາຍາມ ທັບມ້າງທ່າທີ່ໃຫມ່ຂອງໂອບາມາ.

ຖ້າເປັນດັ່ງນີ້ແລ້ວ ໂອບາມາ ຈະແກ້ໄຂບັນຫານີ້ແນວໃດ ນຳສມຊ ຂອງພັກຕົນ?

ຖ້າຜູ່ກ່ຽວຫາກຂາດ ການສນັບສນູນຈາກ ພັກຕົນເອງແລ້ວ ໂອບາມາຈະປົກຄອງຕໍ່ໄປແນວໃດ?

ຜູ່ກ່ຽວຈະເປັນພຽງຂັນຕາລະບັດ ໃຫ້ ພັກ ຣບກ ເທົ່ານັ້ນບໍ ໃນສອງປີຂ້າງຫນ້ານີ້?

Thursday, December 2, 2010

ບໍ່ອີກແລ້ວ!

ສມຊ ສະພາສູງ ຣິປາບລິກັນວ່າ ຖ້າບໍ່ຕັດພາສີຄົນລວຍ ຈະບໍ່ການພິຈາຣະນາກົດຫມາຍໃຫມ່ຫຍັງທັງສິ້ນ.

ທ່າທີນີ້ຫມາຍຄວາມວ່າ ບັນດາພວກຫວ່າງງານ ຈຳນວນສອງລ້ານຄົນ ທີ່ສູນເສັຍເງິນຫວ່າງງານໃນເດືອນ ທັນວານີ້ ຖືກພັກເຣປາບຣິກັນ "ປ່ອຍໃຫ້ຕາຍຫີວ" ເພາະວ່າ ກົດຫມາຍໃຫມ່ທີ່ຈະອະນຸມັດເງິນໃຫ້ພວກນີ້ໄດ້ຮັບເງິນຫວ່າງງານນີ້ ຈະບໍ່ຖືກພິຈາຣະນາ.

ຈັ່ງແມ່ນມັນຄັກນໍ ນະໂຍບາຍ ນ້ຳໄຫໃຫຍ່ລົ້ນ ຂອງພັກການເມືອງນີ້. ຜູ່ໃດທຸກ ຍິ່ງຈະຕື່ມລຳບາກອີກຕໍ່ໄປ. ລອງພັງໄປເບິ່ງອີກດູວ່າ ທ່າທີທີ່ເຫັນແກ່ຕົວ ແລະແຂງກະດ້າງແບບນີ້ ຈະທົນໄປໄດ້ອີກຈັກມື້.

ຈັກນ່ອຍບັນດາ ປ/ຊ ຮ້ອງຂຶ້ນມາ ຫູຮ້ອນໄປອີກແລ້ວ ຈຶ່ງຈະມີການປ່ຽນໃຈ.