Saturday, January 1, 2011

"ເສື້ອເຫລືອງ" ຊອກເສິກເຂົ້າໄທຍບໍ?

ປານິກ ວິກິສເຣດ ກຳລັງຖືກນຳຕົວຂຶ້ນສານຂເມນ

ໃນວັນທີ່ 28 ທັນວາ 2010 ຂເມນໄດ້ຈັບຜູ່ແທນສພາ ປິກິດ ວິນິສເຣດ ຊຶ່ງກັດຢຸ່ພັກການເມືອງດຽວກັນ ກັບນາຍົກອະພິສິດ, ພ້ອມດ້ວຍເພື່ອນຄນະນຳກັນອີກ 6ຄົນ ໃນຖານະລ່ວງລ້ຳ ເຂດຊາຍແດນຂອງກຳພູຊາ .

ກຸ່ມນີ້ເປັນກຸ່ມພັນທະມິດ "ເສື້ອເຫລືອງ" ທີ່ບໍ່ຍິນຍອມຮັບເອົາເຂດແດນ ວັດເພຣັຍວິຫານ ທີ່ສານໂລກໄດ້ແບ່ງໄວ້ ວ່າເປັນຂອງຂເມນ ແລະບໍ່ຍອມຮັບຮູ້ ການທີ່ອົງການຢູແນສໂກ ໄດ້ອະນຸມັດ ວັດນີ້ ໃຫ້ເປັນມໍຣະດົກໂລກຂອງປະເທດກຳພູຊາ.

ຕອນທີ່ຖືກຈັບນັ້ນ ກຸ່ມເສື້ອເຫລືອງກຸ່ມນີ້ ອ້າງເຫດຜົນວ່າພວກຕົນເອງ "ຫລົງທາງ" ໃນເວລາທີ່ມາສຳຣວດຊາຍແດນ ຍ້ອນເພາະພວກເຂົາໄດ້ຂ່າວວ່າ ມີຄົນຂເມນລ້ຳເຂົ້າມາຢູ່ແດນໄທຍ.

ທາງການໄທຍເອງ ໄດ້ທຳການກົດດັນໃຫ້ຂເມນປ່ອຍຕົວ ບັນດາພວກທີ່ຖືກຈັບກຸມໄວ້. ໃນວັນພະຫັດ 30 ທັນວາ ໄທຍໄດ້ສົ່ງ ທ່ານກະສິດ ປິຣົມຍາ ຣັຖມົນຕຣີຕ່າງປະເທດໄທຍ ໄປກຸງພະນົມເປັນເພື່ອໄປຂໍຮ້ອງ ໃຫ້ມີການປ່ອຍຕົວ ພວກດັ່ງກ່າວ ແຕ່ຂເມນບໍ່ຍອມ. ໃນທີ່ສຸດ ທ່ານກະສິດ ກໍກັບບ້ານມືເປົ່າ.

ນອກນັ້ນແລ້ວ ທາງການຂະເມນແຈ້ງອອກມາວ່າ ຄະດີຣະເມີດຊາຍແດນຂອງກຸ່ມ 7 ຄົນນີ້ ນີ້ຈະໄດ້ນຳໄປເຖິງສານ ຕອນນີ້ສານຂະເມນ ຍັງບໍ່ທັນໄດ້ກຳນົດ ວັນແລະເວລາທີ່ພິຈະຣານາຄະດີນີ້ເທື່ອ. ສນັ້ນ ບັນດາກຸ່ມທີ່ກັກຕົວນີ້ ບໍ່ມີສິດຖືກປະກັນຕົວອອກມາ ແລະ ພວກນີ້ຕ້ອງນອນຕ້ອນຮັບປີໄຫມ່ 2011 ທີ່ຄຸກ ເປັຣຍຊາ ທີ່ຊານເມືອງ ຂອງພະນົມເປັນກ່ອນ.

ຖ້າພວກດັ່ງກ່າວ ຖືກສານຕັດສິນ ວ່າທຳຜິດຕາມຂໍ້ກ່າວຫານີ້ ພວກນີ້ອາດຈະຕ້ອງຮັບໃຊ້ໂທດເຖິງ 18 ເດືອນ ອີງຕາມກົດຫມາຍຂອງຂເມນ.

ຕໍ່ສະພາບການດັ່ງກ່າວ ທາງພັກປະຊາທິປະໄຕ ແລະກຸ່ມເສື້ອເຫລືອງ ພາກັນຮ້ອງໂຮປະທ້ວງກັນ
ເປັນຢ່າງໃຫຍ່ ທົ່ວປະເທດໄທຍ ຈົນເຖິງຂັ້ນຈູດຮຸ່ນ ນາຍົກຣັຖມົລຕຣິ ຂະເມນ. ດຽວນີ້ກຸ່ມເສື້ອເຫລືອງ ພາກັນນັດເດີນຂະບວນປະທ້ວງໃຫຍ່ ທີ່ກຸງເທບ ໃນທ້າຍເດືອນ ມຸກຣາ.
ພວກເຮົາຖ້າຕິດຕາມເບິ່ງຕໍ່ໄປ ວ່າຂ່າວຄືບຫນ້າຈະເປັນແນວໃດ. ປະຊາຊົນຈະອະນຸຍາດ ໃຫ້ກຸ່ມເສື້ອເຫລືອງເອົາເສິກເຂົ້າບ້ານຕົນແທ້ບໍ?

0 comments:

Post a Comment