ສະມາຊິກສະພາຕ່ຳ ຣັຖອາຣີໂຊນາ ທ່ານນາງ ງາບຣີແອນ ງິບຟອດ (Rep. Gabrielle Giffords) ຖືກ ລອບຄາຕກັມ ໃນຕອນເຊົ້າວັນເສົານີ້ ຢູ່ສຖານທີ່ພົບພໍ້ ແລະທັກທາຍນຳປະຊາຊົນ.ອາການຂອງທ່ານປັດຈຸບັນນີ້ຍັງສາຫັດຫລາຍ ເພາະທ່ານຖືກຍິງທີ່ຫົວ ໃນໃຣຍະປະມານ 2 ແມຕເທົ່ານັ້ນ.
ອີງຕາມການຣາຍງານຂອງແພທ ທີ່ຜ່າຕັດສມອງຂອງທ່ານວ່າ ໂອກາດທີ່ທ່ານນາງ ງິບຟອດ ຈະລອດນັ້ນຍັງມີຢູ່ ເພາະທ່ານຍັງມີສະຕິ ສາມາດ ປະຕິບັດຄຳສັ່ງ ບາງຢ່າງ ຂອງແພທໄດ້.ນອກຈາກຍານາງ ງິບຟອດແລ້ວ ຍັງມີຜູ່ເຄາະຮ້າຍອີກ6ຄົນ ໄດ້ເສັຍຊີວິດເນື່ອງ ໃນນັ້ນມີເດັກນ້ອຍຍິງຜູ່ນຶ່ງອາຍຸ 9 ປີ ແລະອີກ 12 ຄົນໄດ້ຮັບບາດເຈັບ ໃນການຄາຕກັມຄັ້ງນີ້ .
ປັດຈຸບັນນີ້ ທາງເຈົ້າຫນ້າທີ່ຕຳຣວດໄດ້ກັກຂັງ ເອົາຜູ່ຕ້ອງຫາ ຄາຕກອນຄົນນີ້ໄວ້ ຫລັງຈາກປະຊາຊົນພາກັນຮ່ວມມື
ຕໍ່ສູ້ ແລະຈັບເອົາຄົນຮ້າຍ ໃນສຖານທີ່ເກີດເຫດ.ຜູ່ຕ້ອງຫາຜູ່ນີ້ ຊື່ວ່າທ້າວ ຈາເຣັດ ລາຟເນີ (Jared Loughner) ອາຍຸ 22ປີ. ດຽວນີ້ທາງຕຳຣວດ ຍັງສືບສວນຫາວ່າມີຜູ່ສົມຮູ້ຮ່ວມຄິດບໍ.
ການລອບຄາຕກັມນັກການເມືອງຂັ້ນນີ້ ສ້າງຜົນສະທັ່ນສະເທືອນ ອັນໃຫຍ່ຫລວງ ໃຫ້ແກ່ສັງຄົມອະເມຣິກາທົ່ວປະເທດ. ຂ່າວສານມວນຊົນ ພ້ອມດ້ວຍປະຊາຊົນ ພາກັນວິຈານວ່າ ບັນຍາກາດການເມືອງ ແບບພິດໂພຍ ຊຶ່ງຣະບາດກັນຂຶ້ນ ພາຍໃນສອງປີຜ່ານມານີ້ ເປັນຕົ້ນເຫດໃຫ້ມີເຫດການ ແບບນີ້ເກີດຂຶ້ນ. ການໃຊ້ຄຳເວົ້າທີ່ ຮຸນແຮງຈາກນັກການເມືອງ ພັກ ຣີພະບລີກັນ ພ້ອມທັງສະຖານີວິທຍຸ ແລະໂທຣະທັດ ຂອງຝ່າຍຂວາຈັດ ມີສ່ວນໃຫ້ຄົນບາງຄົນ ຄວາມຄຸມສະຕິຕົວເອງບໍ່ໄດ້ ແລະພາກັນລົງມືສ້າງ ພຶຕິກັມອັນຮ້າຍກາດ ແບບນີ້ຂຶ້ນມາ.
ຄວາມຮູ້ສຶກດັ່ງກ່າວນີ້ ໄດ້ກ້ອງເຂົ້າໄປຫູຂອງ ວົງການສະມາຊິກ ສະພາຕ່ຳ ຈົນທາງສະພາຕ່ຳ ໄດ້ເຍື້ອນກິຈການຂອງສະພາ ໃນອາທິດຫນ້າຫມົດອາທິດ.
ທ່ານປະທານໂອບາມາເອງ ໄດ້ອອກມາກ່າວສະແດງຄວາມເສົ້າສລົດໃຈ ແກ່ຄອບຄົວຂອງຜູ່ທີ່ເສັຍຊີວິດ ແລະປະກາດວ່າທາງຣັຖບານ ຈະຕິດຕາມສພາບການດັ່ງກ່າວຢ່າງໃກ້ສິດ.
ສພາບການດັ່ງກ່າວນີ້ ເປັນສພາບການຫົວລ້ຽວຫົວຕໍ່ ໃນສັງຄົມອະເມຣິກາ ຊຶ່ງທາງການ ຕ້ອງກຳເອົາສພາບໃຫ້ໄດ້. ຖ້າບໍ່ດັ່ງນັ້ນ ການຄາຕກັມການເມືອງຈະຣະບາດ ເຫມືອນຍຸກ 1960 ທີ່ເກີດມີການຄາຕກັມປະທານະທິບໍດີ ເຄັນເນດີ, ທ່ານ ມາກຕິນ ລູເຕີຄິງ ແລະ ທ່ານ ໂຣເບີດ ເຄັນເນດີ.....
ຕໍ່ສພາບການດັ່ງກ່າວ ທາງການແນະນຳວ່າ ທຸກໆຄົນຕ້ອງມີສະຕິ ແລະທົບທວນເບິ່ງຕົວເອງຢືນຢູ່ບ່ອນໃດ ແລະຄວນເອົາບົດບາດໃດນຳກັນ ເພື່ອຮັກສາຄວາມປອດໄພຂອງຊາດ ແລະຄວາມຫມັ້ນຄົງ ໃນການໃຊ້ສິດທິສ່ວນຕົວ ຂອງແຕ່ລະບຸກຄົນ.
0 comments:
Post a Comment