Friday, January 14, 2011

ໂອບາມາ ສະດຸດີ ເອົາຂວັນປະຊາຊົນຄືນ

Courtesy of WSJ

ເຖິງວ່າປະຊາຊົນອະເມຣິກາທັງຊາດ ຈະສັບສົນແລະເສົ້າໃຈນຳເຫດການ ຮຸນແຮງທີ່ເກີດຂຶ້ນ ໃນຣັຖອາຣີໂຊນາກໍຕາມ ແຕ່ວ່າບັນດາຂ່າວສານມວນຊົນ ທັງຝ່າຍຊ້າຍແລະຝ່າຍຂວາ ບໍ່ໄດ້ລົດລະໂຈມຕີກັນ. ຕ່າງຝ່າຍຕ່າງກ່າວຫາກັນ ວ່າໃຜເປັນຕົ້ນເຫດພາໃຫ້ ເຫດການນອງເລືອດນີ້ເກີດຂຶ້ນ.

ທາງຝ່າຍຊ້າຍກ່າວຫາ ວ່າຝ່າຍຂວາເປັນຕົ້ນເຫດໃຊ້ຄຳເວົ້າ ແລະຮູບພາບອັນຮຸນແຮງ ຍົວະເຍົ້າໃຫ້ຄົນມີອາຣົມຕຶງຄຽດ ພາໃຫ້ມີການກະທຳຮຸນແຮງແບບນີ້ຂຶ້ນ. ທາງຝ່າຍຂວາຈັດ ກ່າວໂຕ້ຕອບວ່າ ມັນບໍ່ແມ່ນຄຳເວົ້າຫລືພາບພົດການເມືອງໃດທັງສິ້ນ ພາໃຫ້ຄາຕກອນຄົນນີ້ໄປທຳຮ້າຍຝູງຊົນຢູ່ ເມືອງທູຊັນ ຣັຖອາຣີໂຊນາ ແຕ່ຍ້ອນໂຣກຈິດຜູ່ກ່ຽວເອງ ພາໃຫ້ຜູ່ກ່ຽວທຳພຶດຕິກັມອັນໂຫດຮ້າຍແບບນີ້.

ນອກນັ້ນ ກໍຍັງມີນັກການເມືອງຜູ່ທີ່ກຳລັງຫາສຽງສມັກເປັນປະທານທິບໍດີ ປີ 2012 ເຊັ່ນອະດີດ ຜູ່ປົກຄອງ(Governor) ຄົນດັງຂອງຣັຖອາລາສກາ ແລະມິ່ງຂວັນຝ່າຍຂວາຈັດ ທ່ານນາງ ຊາຣາ ປາລິນ ກໍໂດດເຂົ້າມາຫຍຸ້ງນຳອີກ ໂດຍອ້າງເຫດຜົນວ່າ ສື່ມວນຊົນທັງຫລາຍ ປະນາມແລະທຳລາຍຊື່ສຽງເພິ່ນ.

ທ່ານກ່າວປະຕິເສດວ່າ ຄຳເວົ້າທີ່ຮຸນແຮງທີ່ທ່ານເຄີຍໃຊ້ ໃນການຊ່ວຍຫາສຽງເລືອກຕັ້ງ ໃຫ້ພັກຣີພະບລີກັນປີກາຍນີ້ ພ້ອມດ້ວຍຮູບພາບທີ່ແນເປົ້າປືນ ໃສ່ໃນເຂດທີ່ຂອງ ທ່ານນາງ ງິບຟອດ ບໍ່ມີສ່ວນກ່ຽວຂ້ອງ ນຳເຫດການທີ່ເກີດຂຶ້ນ ທັງສິ້ນ.

"....ການກ່າວຫາຕ່າງໆນາໆ ຈາກວົງການນັກຂ່າວ ວ່າທ່ານມີຄວາມຮັບຜິດຊອບ ໃນເຣື່ອງນີ້ລ້ວນແລ້ວແຕ່ ແມ່ນການ “ໃສ່ຮ້າຍປ້າຍສີ ແບບເທເລືອດ” (Blood libel) ໃສ່ທ່ານເທົ່ານັ້ນ...." ທ່ານຢ້ຳ ໃນຖແລງການຂອງທ່ານ ທີ່Facebook ໃນຕອນເຊົ້າມື້ວັນພຸດ ຊຶ່ງກົງກັນກັບມື້ດຽວກັນທີ່ ທ່ານໂອບາມາ ຈະໄດ້ໄປກ່າວສດຸດີ ໃຫ້ຜູ່ເສັຍຊີວິດທັງ 6 ຄົນ ທີ່ເມືອງ ທູຊັນ.

ຕໍ່ການຕອບໂຕ້ອັນຮຸນແຮງ ແບບໃຊ້ອາຣົມແລະມີລັກສະນະແບ່ງແຍກແບບນີ້ ຂອງນາງ ປາລິນ ທາງຊາວອະເມຣິກັນທັງມວນ ພາກັນຍິ່ງເປັນຫ່ວງ ແລະຫວັງວ່າທ່ານໂອບາມາ ຈະໃຊ້ໂອກາດງານສະດຸດີນີ້ ມາປອບຂວັນປະຊາຊົນ ຜ່ອນຄາຍຄວາມເຄັງຕຶງພາຍໃນສັງຄົມ ແລະທ້ອນໂຮມປະຊາຊົນໄດ້ ເຫມືອນກັບປະທານທິບໍດີຄົນອື່ນໆ ທີ່ເຄີຍເຮັດມາ.

ຕໍ່ຫນ້າຄອບຄົວຂອງຜູ່ເຄາະຮ້າຍ ບັນດາບຸກຄົນສຳຄັນຈາກພັກການເມືອງຕ່າງໆ ພ້ອມດ້ວຍຝູງຊົນເຖິງ 13,000 ຄົນ ທີ່ມາເຕົ້າໂຮມ ກັນໄວ້ອາໄລ ແລະຜູ່ຊົມທາງໂທຣະທັດ ເປັນຫລາຍລ້ານຄົຍ ທ່ານປະທານບໍດີ ໂອບາມາ ໄດ້ສ້າງຄວາມສງ່າລາສີ ໃຫ້ຊາດອະເມຣິກາ ແລະໄດ້ສະແດງບົດບາດອັນສູງສົ່ງໃນການເປັນຜູ່ນຳ ຂອງຊາດ ທີ່ມີຄວາມສີວິໄລ ທັງດ້ານຈິດໄຈ ແລະທາງດ້ານສິລທັມ ດ້ວຍຄຳເວົ້າທີ່ລຶກຊຶ້ງ ດຶງດູດແລະທ້ອນໂຮມປະຊາຊົນທັງຊາດ.

ໃນການກ່າວສະດຸດີຂອງທ່ານຄັ້ງນີ້ ທ່ານໄດ້ສລີມສລອງຊີວິດຂອງຜູ່ທີ່ເສັຍ ໂດຍກ່າວເຖິງຄຸນງາມຄວາມດີ ຂອງແຕ່ລະຄົນ ທີ່ສ້າງໄວ້ນຳຄອບຄົວ ເພື່ອນຝູງ ສັງຄົມ ແລະຕໍ່ຊາດ. ໃນນັ້ນທ່ານໄດ້ເນັ້ນຫນັກ ໃຫ້ທຸກໆຄົນ ຮ່ຳຮຽນເອົາຕົວຢ່າງຂອງນາງ ນ້ອຍ ກຣິສຕີນາ ກຣີນ ທີ່ສູນເສັຍຊີວິດໄປ ພຽງອາຍຸ 9 ປີເທົ່ານັ້ນ ວ່າລາວມີຄວາມຝັນ ແລະຄວາມຫວັງວ່າ ຊາດແລະສັງຄົມອະເມຣິກາ ໃຫ້ກ້າວຫນ້າຂຶ້ນໄປ.

ທ່ານກ່າວຕໍ່ໄປວ່າ ພລັງທີ່ທ້ອນໂຮມພວກເຮົາຊາວອະເມຣິກັນ ເຂັ້ມແຂງກວ່າພລັງທີ່ຈະແຍກ ພວກເຮົາອອກກັນ. ຊາວອະເມຣິກັນ ມີສິດເສຣິພາບໃນການອອກຄວາມຄິດຄວາມເຫັນແຕກຕ່າງກັນ ແລະທຸກໆຄົນ ສາມາດສະແດງຄວາມຂັດເອົາຂັດໃຈ ຂອງຕົນອອກມາໄດ້ຢ່າງເຕັມທີ ແຕ່ວິທີທີ່ອອກຄວາມເຫັນນັ້ນ ຕ້ອງຈະຢູ່ໃນຂອບເຂດທີ່ນັບຖືຊຶ່ງກັນແລະກັນ ແລະຢູ່ໃນການໂຕ້ວາທີກັນແບບສັນຕິວິທີ. ທ່ານເຕືອນທຸກໆພາກສ່ວນ ວ່າ ຢ່າສວຍໃຊ້ໂອກາດອັນເສົ້າສລົດໃຈນີ້ ມາຫາເຣື່ອງເກາະຜິດກັນ ແລະສ້າງຄວາມແຕກແຍກກັນໂດຍບໍ່ມີເຫດຜົນ.

ພິທີໄວ້ອາລັຍຄັ້ງນີ້ເຕັມໄປດ້ວຍສຽງຕົບມືຢ່າງຟົດຟື້ນ ແທນທີ່ຈະເປັນການໄວ້ອາລັຍຢ່າງໂສກເສົ້າ. ຜູ່ຄົນທີ່ໄປຮ່ວມການໄວ້ອາລັຍຄັ້ງນີ້ ມີຈຸດປະສົງຢາກສເລີມຊີວິດຂອງຜູ່ທີ່ເສັຍໄປ ໃຫ້ກຳລັງໄຈແກ່ຄອບຄົວຂອງຂ້າເຈົ້າ ແລະທັງຜູ່ຍັງໄດ້ຮັບ ບາດເຈັບ ພ້ອມນີ້ຂ້າເຈົ້າຢາກສັນຍານໃຫ້ໂລກເຫັນວ່າ ຂ້າເຈົ້າບໍ່ໄດ້ຢ້ານຕໍ່ການກະທຳ ແບບປ່າເຖື່ອນຂອງຄາຕກອນປະເພດນີ້.

ໃນທີ່ສຸດຫາງສຽງຂອງປະຊາຊົນ ໄດ້ຍົກຍ້ອງວ່າ ທ່ານໂອບາມາ ໄດ້ສຳເຣັດ ທຳຫນ້າທີ່ທ້ອນໂຮມປົວແຜຈິດໃຈ ປອບໃຈແລະຂວັນຂອງປະຊາຊົນທັງຊາດ ເປັນຢ່າງສູງ.

1 comments:

  1. ບໍ່ຫນາ້ເຊືອ່ເມືອ່ໃດ້ເຫັນຂາວ່ວາ່ສິ່ງເລົ່ານີ້ສາມາດເກີດໃດ້ໃນປະເທດຊາດທີ່ມີຄວາມອຸດົມສົມບູນກອ່ນຫມູ່ຫມົດທັງໂລກ ແຕ່ຫລັງຈາກມາວິໃຈແລ້ວ ບໍ່ວາ່ແຕ່ຢູ່ສັງຄົມໃດຫລືຊາດໃດກໍ່ຍອ່ມມີບັນເຫມືອນກັນທັງນັ້ນ ສະນັ້ນສິລທຳເປັນສິງ່ຈຳເປັນທີ່ສຳລັບທຸກຯສັງຄົມບໍ່ວາ່ນອຍ້ໃຫຍ່ຫລືຄວາມຮັງ່ມີ

    ReplyDelete