ອີງຕາມບົດວິເຄາະ ຂອງທ່ານອາຈານ ມາກຕິນ ສຕູເອີດ ຟອກ (Martin-Stuart Fox) ກ່ຽວກັບການຂັດແຍງອຳນາດພາຍໃນ ສປປ ລາວ ທ່ານໃຫ້ຄວາມເຫັນວ່າ ການລາອອກຢ່າງກະທັນຫັນ ຂອງ ທ່ານບົວສອນອອກຈາກ ຫນ້າທີ່ນາຍົກຣັຖມົນຕຣີ ອາດຈະບໍ່ຢຸດ ຢູ່ທີ່ນັ້ນ.ບາງທີ ທ່ານອາດຈະຖືກປັດເຂັ່ຍ ອອກຈາກຕຳແນ່ງກົມການເມືອງສູນກາງພັກ ກໍເປັນໄປໄດ້ ເພາະມີຄູ່ແຂ່ງທີ່ເຂັ້ມແຂງອີກຫລາຍຄົນ ລໍຖ້າໂອກາດເຂົ້າມາແທນຕັ່ງຂອງທ່ານຢູ່. ການປ່ຽນແປງຄັ້ງນີ້ອາດຈະເກີດຂຶ້ນ ພາຍ ໃນກອງປະຊຸມພັກ ຄັ້ງທີ່9 ພາຍໃນ ສອງ-ສາມເດືອນທີ່ຈະມາເຖິງນີ້.
ກອງປະຊຸມໃຫຍ່ຂອງພັກ ທີ່ຈັດຂຶ້ນໃນທຸກໆ 5ປີ ນັ້ນ ມີຈຸດປະສົງ ໃຫຍ່ສອງປະການ: ນຶ່ງແມ່ນເລືອກຕັ້ງເອົາສະມາຊິກ ກົມການເມືອງສູນກາງພັກ 11 ທ່ານ ແລະສອງແມ່ນຮັບຮອງເອົາໂຄງການ 5 ປີ ຄັ້ງຕໍ່ໄປ.
ເຖິງຢ່າງໃດກໍ ທ່ານ ມາກຕິນ ໃຫ້ຄວາມເຫັນວ່າ ເຖິງຈະມີການສັບຊ້ອນ ຂັ້ນບຸກຄົນພາຍໃນຄນະຣັຖບານກໍຕາມ ການປົກຄອງໃນລາວ ຍັງບໍ່ໄດ້ ແລະບໍ່ສາມາດແກ້ໄຂບັນຫາຊ່ຳເຮື້ອ ທີ່ກາຍມາເປັນປະເພນີເຂົ້າກະດູກດຳ ຊອງທຸກໆຂັ້ນການປົກຄອງຂອງ ສປປ ລາວ ແລະການດຳເນີນທຸຣະກິດຕ່າງໆນາ. ບັນຫານັ້ນ ກໍຄື ການສໍ້ຣາຖ.
ການສໍ້ຣາຖ ຂອງບັນດາຜູ່ນຳແລະຄອບຄົວນີ້ ພາໃຫ້ພັກພວກເຂົານຳກັນ ມັ່ງຄັ້ງຮັ່ງມີຢ່າງມະຫາສານ. ພວກນີ້ພາກັນ ສ້າງເຮືອນປານຫໍພະສາດ ໃຊ້ແຕ່ຣົດແພງໆ ຊຸມແຊວກັນຢ່າງຟຸມເຟືອຍ. ໂດຍສະເພາະ ຖ້າຫາກມີງານແຕ່ງງານຂອງລູກເຕົ້າພວກເຂົາ ຕອນນັ້ນຈະແມ່ນໂອກາດ ທີ່ຄອບຄົວຂອງບັນດາຜູ່ນຳ ອວດອ້າງຄວາມຮັ່ງມີໃສ່ກັນ ແລະທັງເປັນໂອກາດທີ່ພວກທຸຣະກິດ ຊື້ຈ້າງຈອບອອຍເອົາສິດ ແລະ ຄວາມສະດວກ ດ້ວຍການປ້ອນຊອງ ທີ່ເຕັມໄປດ້ວຍເງິນໂດລາ.
ທ່ານໃຫ້ຂໍ້ສັງເກດຕື່ມອີກວ່າ ໃນເວລາທີ່ສະມາຊິກພັກ ແລະຄນະຣັຖບານ ພາກັນຄູນຮັ່ງຄູນມີ ໃຫ້ແກ່ຕົນແລະຄອບຄົວນັ້ນ ຄັງຂອງຣັຖບານຂາດເຂີນ ຣາຍໄດ້ຂອງຣັຖເກັບບໍ່ໄດ້ຕາມຄາດຫມາຍ. ພາສີຕ່າງໆນາໆ ເປັນຂອງທີ່ "ເຈຣະຈາ " ໄດ້ນຳເຈົ້າຫນ້າທີ່ພາສີ ທຸກຂັ້ນຕອນ. ງົບປະມານຂອງປະຊາສົງເຄາະ ແມ່ນມີນ້ອຍ ແລະ ຂາດເຂີນທີ່ສຸດ.
ປັດຈຸບັນນີ້ ຣັຖບານສປປ ລາວຍັງຕ້ອງອາສັຍ ການຊ່ວຍເຫລືອ ຈາກຕ່າງປະເທດ ເປັນຕົ້ນຈາກ ຍີ່ປຸ່ນ ແລະປະເທດຕາວັນຕົກ ມາຖົມຂຸມງົບປະມານປະຈຳປີ ຂອງຕົນມາຕລອດ ແຕ່ປີ 1975 ມາ.
ປານນັ້ນ ທາງຣັຖບານຍັງປະກາດຕໍ່ປະຊາຊົນລາວ ແລະຕໍ່ໂລກວ່າ ທາງພັກ ແລະຣັຖຈະປົດແອກ ປະເທດລາວໃຫ້ອອກຈາກບັນຊີ ຂອງປະເທດດ້ອຍພັທນາຂອງສະຫະປະຊາຊາດ ພາຍໃນປີ 2020.
ອີງຕາມ ການວິເຄາະຂອງທ່ານ ມາກຕິນແລ້ວ ທາງສປປ ລາວອາດຈະບັນລຸເປົ້າຫມາຍນີ້ໄດ້ຍາກ ຖ້າຫາກບໍ່ມີການປັບປຸງແກ້ໄຂ ການສໍ້ຣາຖສໍ້ປະຊາຊົນ ຢູ່ພາຍໃນລາວ ເຖິງວ່າ ສປປ ລາວຈະມີຣາຍໄດ້ເພີ້ມເຕີມຈາກການຜລິດໄຟຟ້າ ການທ່ອງທ່ຽວ ການຂຸດຄົ້ນບໍ່ແຮ່ ຫລືຕ່າງໆນາໆ ຍ້ອນການຮົ່ວໄຫລ ພາຍໃນຄັງຂອງຣັຖບານ.
ບົດວິເຄາະຈາກຜູ່ຊ່ຽວຊານທີ່ມີຊື່ສຽງສູງຂັ້ນອັນດັບສາກົນ ກ່ຽວກັບ ການຄົ້ນຄວ້າ ແລະ ສືກສາກັບບັນຫາ ການສໍ້ຣາຖໃນລາວ ເປັນທີ່ທີ່ຫນ້າສົນໃຈ ຫລາຍ. ແຕ່ທີ່ຈິງແລ້ວ ການສໍ້ຣາຖຢູ່ໃນ ສປປ ລາວ ນັ້ນບໍ່ແມ່ນຂອງໄຫມ່ ສຳລັບຄົນລາວທີ່ອາສັຍຢູ່ໃນລາວ ຫລືຢູ່ຕ່າງປະເທດ. ຈົນຂ້າເຈົ້າເວົ້າອອກມາເອງ ການສໍ້ຣາຖກິນຫລວງ ໃນສມັຍ ສປປ ລາວ ຍິ່ງຮ້າຍກວ່າ ສມັຍ ພຣະຣາຊອານາຈັກຕັ້ງຫລາຍພັນເທົ່າ.
ແຕ່ການເວົ້າວ່າກັນພາຍໃນລາວ ກໍພຽງແຕ່ຄ່ອຍຊຶມ ເຂົ້າຫູກັນຄ່ອຍໆເທົ່າ ເພາະຢ້ານໄປຮ້ອນຫູ "ເພິ່ນ ". ສນັ້ນຕ້ອງອາສັຍ ຄົນຕ່າງດ້າວເປັນຜູ່ ກະບອກສຽງຊ່ວຍເວົ້າ ຊ່ວຍວິຈານ ມັນຄ່ອຍດັງກ້ອງ ໄປໄກ ແລະອາດຈະເປັນພາຫະນະອັນນຶ່ງ ຊ່ວຍໃຫ້ມີການແກ້ໄຂບັນຫານີ້ໄດ້.
ຖ້າທ່ານສົນໃຈຢາກອ່ານ ຣາຍຣະອຽດຂໍ້ວິເຄາະອັນຄົບຖ້ວນ ຂອງທ່ານ ມາກຕິນ ສຕູເອີດ ຟອກ ເປັນພາສາອັງກິດ ເຊີນທ່ານອ່ານໄດ້ ທີ່ http://inside.org.au/family-problems/
ບອກແມ້ນຍຳ ທິ່ສຸດນໍ
ReplyDeleteຂອບໃຈທີ່ມາຢາມ ແລະອອກຄວາມເຫັນນຳ.
ReplyDelete