Thursday, February 3, 2011
ອຳນາດຜເດັດການ ສະເທືອນ ທົ່ວອາຣາບ
ພາຍຫລັງທີ່ ອຳນາດປະຊາຊົນໄດ້ຮັບໄຊຊນະ ໃນການຄົ້ນລົ້ມ ການປົກຄອງແບບຜເດັດການ ທີ່ປະເທດຕູເນເຊັຍໃນເດືອນມຸກຣາ ທີ່ຜ່ານມາ.ກະແສຟອງຂອງການຄົ້ນລົ້ມອຳນາດຜເດັດການ ໄດ້ຂຍາຍໄປທົ່ວ ປະເທດອາຟຣີກາເຫນືອ ຢ່າງຟົດຟື້ນ.
ດຽວນີ້ ປະເທດເອຢິບ ຊຶ່ງເປັນປະເທດອາຣັບທີ່ມີພົລເມືອງຫລາຍກວ່າຫມູ່ (80 ລ້ານຄົນ) ໃນບັນດາປະເທດອາຣັບທັງຫມົດ ກຳລັງປະເຊີນຫນ້ານຳການ ລຸກຮື້ຂອງປະຊາຊົນຢ່າງຫນັກຫນ່ວງ ເຊັ່ນກັນ. ປະຊາຊົນຊາວເອຢິບ ຜູ່ສະແຫວງຫາປະຊາທິປະໄຕເປັນແສນໆຄົນ ພາກັນຊຸມນຸມປະທ້ວງ ຢູ່ກາງເມືອງໄຄໂຣ ແລະເມືອງໃຫຍ່ຕ່າງໆຂອງປະເທດເອຢິບ ຮຽກຮ້ອງໃຫ້ປະທານປະເທດ ທ່ານມູບາຣັກ ໃຫ້ລາອອກຈາກຫນ້າທີ່. ການປະທ້ວງນີ້ ໄດ້ດຳເນີນກັນມາໄດ້ 10 ມື້ແລ້ວ.
ຕໍ່ການຮຽກຮ້ອງຂອງການປະທ້ວງຄັ້ງນີ້ ທ່ານມູບາຣັກເອງ ຊຶ່ງມີອາຍຸກາຍ80ປີ ແລະ ໄດ້ຄອງຕຳແນ່ງປະທານປະເທດອີຢິບ ມາໄດ້ 30ປີ ກ່າວວ່າ ທ່ານຈະບໍ່ລາອອກໃນທັນທີ ທ່ານຈະກຳຕ່ຳແນ່ງນີ້ໄປ ຮອດເດືອນ 9 ຂອງປີນີ້ ຈົນມີການເລືອກຕັ້ງໃຫມ່ ແລ້ວທ່ານຈຶ່ງຈະລາອອກ.
ແຕ່ວ່າ ທາງຝ່າຍປະທ້ວງບໍ່ຍອມຮັບ ແລະສືບຕໍ່ປະທ້ວງຕໍ່ໄປ. ທາງຝ່າຍສນັບສນູນ ມູບາຣັກອົດບໍ່ໄດ້ ເລີຍສົ່ງ
ພວກທີ່ສນັບສນູນ ມູບາຣັກເຂົ້າມາປະທະກັບ ພວກຕ້ານມູບາຣັກ ຈົນເກີດມີ ການຕໍ່ສູ້ກັນ ໃນວັນພຸດທີ່ຜ່ານມາ ຊຶ່ງເປັນຜົນໃຫ້ມີຄົນເສັຍຊີວິດເຖິງ 8ຄົນ ແລະມີຜູ່ບາດເຈັບກາຍ 800ຄົນ. ເທົ່າທຸກມື້ນີ້ ການຕໍ່ສູ້ຣະຫວ່າງສອງຝ່າຍ ຍັງບໍ່ລົດລະ.
ທັງໂລກເປັນຫ່ວງວ່າສະພາບການ ອາດຈະຮຸນແຮງຂຶ້ນເຖິງສົງຄາມກາງເມືອງ ຖ້າຫາກທາງການຄວບຄຸມສະພາບການບໍ່ໄດ້. ທາງປະທານໂອບາມາ ຮຽກຮ້ອງ ທ່ານມູບາຣັກໃຫ້ມີການປ່ຽນແປງ ແບບເປັນຣະບຽບ ແລະແບບມສງົບ. ຜູ່ນຳຈາກປະເທດຕາເວັນຕົກ ກໍຮຽກຮ້ອງໃຫ້ທ່ານ ລາອອກຈາກຫນ້າທີ່ເຫມືອນກັນ.
ຊາວຕ່າງປະເທດ ທີ່ອາສັຍຢູ່ໃນຕົວເມືອງໃຫຍ່ຂອງເອຢິບ ພາກັນບິນຫນີອອກຈາກປະເທດ ໄປຫລາຍພັນຄົນແລ້ວ ຍ້ອນສະພາບການຄວາມປອດໄພຍ ຂາດຄວາມປະກັນ.
ບັນດານັກຂ່າວຖືກ ຕ່ອຍຕີ ນາບຂູ່ ຈາກພວກສນັບສນູນ ມູບາຣັກ. ທາງເຈົ້າຫນ້າທີ່ຮັກສາຄວາມສງົບ ອອກປາບປາມນັກຂ່າວ ເຫມືອນກັນ ໂດຍການຍຶດເອົາອຸປກອນຖ່າຍທຳ ແລະກັກຂັງນັກຂ່າວ.ການກະທຳດັ່ງກ່າວຂອງເຈົ້າຫນ້າທີ່ເອຢິບ ຖືກປະນາມ ຢ່າງຫນັກຈາກຊາວໂລກ.
ນອກຈາກການປະທ້ວງຢູ່ເອຢິບແລ້ວ ຍັງມີການປະທ້ວງຮຽກຮ້ອງ ໃຫ້ມີການປ່ຽນແປງອຳນາດການປົກຄອງ ແບບຜເດັດການ ຢູ່ປະເທດ ເຢເມັນ ຈໍດັນ ຊີເຣັຍ ແລະອານເຢເຣັຍອີກດ້ວຍ.
ຂບວນການລຸກຮື້ໃນບັນດາ ປະເທດອາຣາບຄັ້ງນີ້ ສ້າງຄວາມສະທ້ານຫວັ່ນໄຫວ ໄປທົ່ວໂລກ ເພາະວ່າປະເທດອາຣາບ ເປັນປະເທດຍຸທສາດທາງດ້ານການຂົນສົ່ງ ແລະເປັນປະເທດທີ່ບໍ່ນຳມັນ ອັນມະຫາສານ ປ້ອນອຸສາຫະກັມ ແລະການບໍຣິໂພກທົ່ວໂລກ.
ການປັ່ນປວງຄັ້ງນີ້ ພາໃຫ້ຣາຄານ້ຳມັນດິບ ຂຶ້ນເຖິງ $100 ໂດລາສຫະຣັຖ ຕໍ່ຖັງ.
ຖ້າເປັນດັ່ງນີ້ຕໍ່ໄປ ເສຖກິດໂລກຈະປັ່ນປ່ວນຫນັກ ຄ່າຄອງຊີບນັບຈະຖີບຕົວຂຶ້ນ. ທັງປະເທດພັທນາແລ້ວ ແລະປະເທດທີ່ກຳລັງພັທນາ ຈະພົບອຸປສັກໃຫຍ່ ທີ່ຈະຟື້ນຕົວອອກເສຖກິດຫົດຕົວ ຊຶ່ງເລີ້ມມາແຕ່ປີ 2008.
Labels:
Egypt Crisis
Subscribe to:
Post Comments (Atom)

0 comments:
Post a Comment