Friday, February 4, 2011
ໄທຍ ກັບຂເມນຍິງກັນ ທີ່ຊາຍແດນ
ໃນວລາປະມານ 6ໂມງເຊົ້າ ຂອງວັນເສົາ ວັນທີ່5 ກຸມພາ ກຳລັງທະຫານໄທຍ ແລະກຳພູຊາ ໄດ້ປະທະກັນ ຢູ່ເຂດຊາຍແດນ ພຣະວິຫານ. ການປະທະກັນຄັ້ງນີ້ ຍືດຍາວເຖິງເຄິ່ງຊົ່ວໂມງ ພາໃຫ້ ທະຫານໄທຍ ເສັຍຊີວິດຄົນນຶ່ງ ແລະຖືກບາດເຈັບ 4ຄົນ.
ການປະທະກັນຄັ້ງນີ້ເປັນຄັ້ງທີ່ສອງ ພາຍໃນສອງວັນທີ່ຜ່ານມາ. ໃນການປະທະກັນຄັ້ງແຣກ ໃນມື້ວັນສຸກທີ່ຜ່ານມານັ້ນ ທາງຂເມນ ວ່າຝ່າຍຕົນໄດ້ຈັບທະຫານໄທຍ ໄດ້ 4ຄົນ ແຕ່ທາງຝ່າຍໄທຍປະຕິເສດ.
ເຖິງຢ່າງໃດກໍຕາມ ທາງນາຍທະຫານທັງສອງຝ່າຍ ກຳລັງເຈຣະຈາກັນ ເພື່ອລຸດຜ່ອນຄວາມເຄັ່ງຕຶງລົງ.
ຕໍ່ສະພາບການທີ່ບໍ່ປອດໄພຍເຊັ່ນນີ້ ທາງການໄທຍໄດ້ສັ່ງ ງົດກິຈການ ທີ່ໄທຍໄປໂຊສິນຄ້າ ໃນພະນົມເປັນໃນວັນທີ່17 ກຸມພາ ໂດຍບໍ່ມີກຳນົດ.
ອ່ານລາຍຣະອຽດຕື່ມ ທີ່ http://bit.ly/f0DI4F
Subscribe to:
Post Comments (Atom)


0 comments:
Post a Comment