Saturday, June 18, 2011
ເວົ້າຈາກໃຈຈິງແທ້ບໍ?
ເລີ້ມແຕ່ອົພຍົບຫນີບ້ານມາ ເປັນເວລາກາຍ ສາມສິບປີແລ້ວ ຂ້ອຍບໍ່ເຄີຍຄາດຝັນວ່າຕົວເອງຈະໄດ້ຍິນ ຄຳເວົ້າແບບນີ້ ອອກຈາກ ສະມາຊິກ ສະພາ ສປປ ລາວ. ຕອນຟັງຄັ້ງແຣກ ຄິດວ່າແມ່ນຂອງຕາລົກກັນ. ແຕ່ຟັງໄປຕື່ມອີກຈຶ່ງເຂົ້າໄຈ ວ່າ ທ່ານ ດຣ. ຄຳເຜີຍ ປານມະໄລທອງ ໄດ້ອອກຄຳເຫັນໃນສະພາແທ້ໆ ບໍ່ແມ່ນຢູ່ສະພາກາເຟ.
ໃນຄຳເຫັນຂອງ ທ່ານດຣ. ຄຳເຜີຍ ວ່າຣະບອບການປົກຄອງຂອງ ສປປລາວ ຍັງສືບຕໍ່ ສິດສອນໃຫ້ຄົນລາວໃນປະເທດ ຊັງແລະຄຽດແຄ້ນ ແຕ່ຫ້ອງອະນຸບານ ຈົນເຖິງໃຫຍ່ນັ້ນ ເປັນຄວາມຈິງທັງຫມົດເລີຍ.
ການສິດສອນຄົນແບບນີ້ ພາໃຫ້ຄົນລາວໃນ ເປັນຄົນທີ່ມີໃຈຄັບແຄບ ເປັນຄົນທຸຈຣິດ ແລະ ມີຄ່ານິຍົມທີ່ບໍ່ຖືກຕ້ອງນຳທາດແທ້ ຂອງນິສັຍອັນອ່ອນນ້ອມຂອງຄົນລາວເຮົາ. ຄົນລາວເອງ ຂາດຄວາມໄວ້ເນື້ອເຊື່ອໃຈກັນ ໄຈ້ແຍກກັນ ແລະຊອກຂົ່ມເຫັງຊຶ່ງກັນແລະກັນ ແຮງເປັນຄວາມຈິງອີກ.
ຄືດັ່ງທີ່ຮູ້ແລະເຫັນກັນມາ ຈົນເທົ້າທຸກມື້ນີ້ ບັນດາລາວນອກທັງປວງທີ່ໄປຢາມບ້ານ ເປັນຜູ່ຮັບເຄາະມາຕລອດ ຈາກການປະພຶດອັນບໍ່ເປັນທັມຕ່າງໆນາໆທັງ ຈາກຂັ້ນບຸກຄົນ ແລະທັງຈາກຂັ້ນຣັຖບານ ຊຶ່ງອອກແບບ ແລະດຳເນີນນະໂຍບາຍ ໄຈ້ແຍກ ເອົາປຽບເອົາລັດກັນ ຍ້ອນການສິດສອນ ທີ່ປ່າເຖື່ອນ ແລະໄຮ້ມະນຸສທັມແບບນີ້.
ເປັນຕົ້ນ ໃນການຈຳແນກຖານະໃນຄວາມເປັນລາວດ້ວຍກັນ ໃນເຣື່ອງການໃຫ້ຄວາມສະດວກເຂົ້າໄປຢາມປະເທດ, ການຂູດຮີດເອົາສິນບົນຄ່າຈ້າງຕ່າງໆຈາກເຈົ້າຫນ້າທີ່ຕຳຣວດ ການເປີດໂອກາດແລະສົ່ງເສີມ ຊຸກຍູ້ໃຫ້ພີ່ໆນ້ອງໆມາສໍ້ໂກງເອົາສັບສິນກັນ ໂດຍບໍ່ມີຄວາຍອາຍ.
ນອກນັ້ນແລ້ວ ສປປລາວ ຍັງອອກນະໂຍບາຍ ໂຈມຕີປີ້ນປວັດສາດ ວ່າລາວນອກ ຖິ້ມບ້ານຖິ້ມເມືອງ ແລະເປັນຄົນສວຍໂອກາດໄປສເວີຍສຸກ ຢູ່ຕ່າງປະເທດ. ການໃຊ້ຄຳເວົ້າອັນຫຍາບຄາຍ ແລະເສັຍຫາຍແກ່ລາວນອກ ຂອງເຈົ້າຫນ້າທີ່ລາວ ທີ່ກ່າວປະນາມ ວ່າຄົນລາວທີ່ ຫນີບ້ານ ຫນີເມືອງ ໄປເປັນ "ອົພຍົບ ເສຖກິດ" ແລະເປັນປະຕິການກັນໄປຫມົດ ກໍລ້ວນແລ້ວ ແຕ່ເກີດຈາກບໍ່ຂອງແນວຄິດ ວ່າຕົນເປັນຜູ່ຊະນະ ແລະເບິ່ງຜູ່ອື່ນເປັນຂ້າທາດຕົວເອງຫມົດ.
ຊ້ຳບໍ່ນຳ ປະຊາຊົນລາວໃນຜູ່ທຸກຍາກ ແລະຜູ່ທີ່ບໍ່ມີເສັ້ນສາຍເອງ ກໍໄດ້ຊີມຣົດຊາດ ອັນຂົມຂື່ນແບບດຽວກັນ ກັບບັນດາລາວນອກ ຍ້ອນແນວຄິດກຽດຊັງ ແລະແນວຄິດສັກດີນາ ແບ່ງແຍກຊົນຊັ້ນຣະຫວ່າງຊົນຊັ້ນຜູ່ນຳ ຊົນຊັ້ນຮັ່ງມີ ຊຶ່ງວາງຕົວຫນືອ ກ່ວາຂ້າເຈົ້າຕລອດມາ.
ອັນນີ້ມັນຫມາກຜົນ ຂອງການສິດສອນຄວາມຄຽດຄວາມຊັງໃຫ້ກັນແທ້ໆ. ຍ້ອນເຫດນີ້ ສັງຄົມລາວ ໃນສປປລາວ ກາຍເປັນສັງຄົມ ຂາດຄວາມເປັນທັມ ແລະເປັນສັງຄົມທີ່ເຕັມໄປດ້ວຍ ອະຄະຕິ ແລະຄວາມຄຽດແຄ້ນແທ້ໆ ສົມກັບ ຄຳເວົ້າຂອງທ່ານ ດຣ. ຄຳເຜີຍໄດ້ກ່າວອອກມາຕອນນຶ່ງ ວ່າ " ເບິ່ງຄົນລາວເຮົານີ້ ຕໍ່ໄປກໍມີແຕ່ຊີ້ຈໍ້ກໍາປັ້ນໃສ່ກັນຕິ໋ ".
ຖ້າຫາກການໃຫ້ຄວາມເຫັນຂອງທ່ານນີ້ຫາກສັກສິດແທ້ ໂອກາດທີ່ປະຊາຊົນລາວທົ່ວໂລກ ທີ່ຈະເຂົ້າອົກເຂົ້າໃຈກັນ ຈະຟູຂຶ້ນມາອີກເທື່ອນຶ່ງ. ຖ້າຫາກເປັນສາກລະຄອນ ຂອງນະໂຍບາຍໃຫມ່ ຂອງ ສປປລ ເພື່ອສກັດກັ້ນການແຊກຊຶມ ຂອງຈີນ ໂດຍນຳເອົາແບບນະໂຍບາຍ ຂອງວຽດນາມ ທີ່ຕີຕົວຍັບເຂົ້າມາຫາ ອະເມຣິກາ ມາໃຊ້ ເພື່ອແກ້ໄຂບັນຫາ ສະເພາະຫນ້າລ້າໆນັ້ນ ປະເທດລາວຈະພາດໂອກາດ ທ້ອນໂຮມຊາວລາວທັງຫມົດ ອີກຕໍ່ໄປ.
ເຖິງຢ່າງໃດກໍຕາມ ຂ້ອຍຫວັງວ່າ ປະຊາຊົນລາວໃນ ຢູ່ສປປ ລາວ ພ້ອມດ້ວຍປັນຍາຊົນ ທີ່ສລາດ ແລະຮັກປະຊາຊົນ ລາວດ້ວຍກັນທັງຫມົດ ແລະເປັນຜູ່ເບິ່ງກວ້າງເຫັນໄກຄົງຈະພາກັນຕື່ນຕົວ ກັບມາຈັບມືຖືແຂນ ໂຄ່ນລົ້ມທັບມ້າງ ແນວຄິດແລະຄ່ານິຍົມອັນປ່າເຖື່ອນ ໃຫ້ມັນເສັດສິ້ນໄປອອກຈາກສັງຄົມລາວ ແລະເປີດສັກກະຣາດໃຫມ່ ໃຫ້ຄົນລາວທົ່ວໂລກ ໄດ້ຢູ່ດ້ວຍກັນ ໃນບົນພື້ນຖານຄວາມຮັກແພງກັນ ແລະນັບຖືຊຶ່ງກັນແລະກັນ.
____________________________________________________________
ຂ້າງລຸ່ມນີ້ ແມ່ນເນື້ອຄວາມຂອງ ການອອກຄຳເຫັນຂອງ ທ່ານດຣ. ຄຳເຜີຍ ປານມະໄລທອງ:
“ບາງຄົນ ມັນເຮັດວຽກດີ ຊື່ສັດສຸຈຣິດ ບໍ່ເອົາຂອງໃຜເຮັດວຽກ ມີຜົນສໍາເຣັດ ແຕ່ມັກເວົ້າຄວາມຊື່.
ເປັນຕົນມັກເວົ້າ ຄວາມຊື່ກັບຫົວຫ້ນາ, ແນວຄິດ ການເມຶອງບໍ່ຫນັກແຫນ້ນ; ອັນພວກເຫັນວ່າ
ເຮົາສ້າງຄ່ານິຍົມ ໄປເຮັດໃຫ້ ຄົນເຮົານີ້ ເປັນຄົນບໍ່ສັດຊື່, ເປັນຄົນຂີ້ຕົວະຫລອກລວງກັນ,
ອັນນີ້ພວກສະຫາຍວ່າ ບາງຄົນວ່າ ອັນນີ້ແມ່ນຍ້ອນ ເສຖກິດຕະລາດ ມັນມາ ແລ້ວເຮັດໃຫ້ຄົນ
ເຮົາຕົວະຕົ້ມ ຫາເງີນຫາຄໍາ ມັນບໍ່ແມ່ນແນວນັ້ນ.
• ພວກສະຫາຍເບິ່ງປະເທດ ຍີ່ປຸ່ນເຂົາກໍພັທນາເສຖກິດຕະລາດ ທໍ່ໄດມາ ແຕ່ວ່າໃຜ
ກໍຕ້ອງຍ້ອງຍໍ ວັທນະທັມ ຂອງຊາວຍີ່ປຸ່ນ ມັນເປັນໃດ…? ເຮົາຍັງຈື່ວ່າໄດ້ອ່ານບົດນຶ່ງວ່າ
ໃດ້ມີເດັກນ້ອຍຄົນນຶ່ງ ຣະຫ່ວາງ 6-7 ປີ, ມັນຫິວເຂົ້າ, ມັນນຸ່ງສົ້ງເສື້ອຂາດ ພໍ່ແມ່ມັນຕາຍ
ຫມົດ ມັນຈັດແຖວຢູ່ຫລັງພຸ້ນ, ຫມໍນັກຂ່າວນຶ່ງເຫັນ ແລ້ວເອົາເຂົ້າຈີ່ໃຫ້ມັນ, ແທນທີ່ມັນ
ຈະກິນ ເພາະວ່າມັນຫິວ, ມັນພັດບໍ່ ກິນ ແລ້ວເອົາໄປປະໄວ້ບ່ອນ ສ່ວນລວມພຸ້ນ. ມັນວ່າ ມີ
ຫລາຍຄົນກໍເຂົ້າຈັດແຖວ ແລະ ຍັງຫິວກວ່າຫລານອີກ. ອັນນັ້ນ ມັນແມ່ນ ຍ້ອນເສຖກິດການ
ຕະລາດບໍ…? ຫລຶ ວ່າຍ້ອນ ການສຶກສາ…?
• ເຮົາສອນ ສຶກສາໃຫ້ຄົນເຮົານີ້ ມີຄ່ານິຍົມ ມັນບໍ່ຖືກ ຂັ້ນວ່າເວົ້າ, ຈົງຮັກພັກດີ ຕໍ່ຜູ່ນັ້ນ
ຜູ່ນີ້, ຈົງຮັກພັກດີ ຕໍ່ລັດທິນັ້ນ ລັດທິນີ້ ແມ່ນການເມຶອງຫນັກແຫນ້ນ. ແຕ່ວ່າ ລັດທິນັ້ນ
ມັນແມ່ນອີ່ຫຍັງວະ…? ຕົວຢ່າງ: ລັດທິ ມາກເລນີນ ກໍແມ່ນແນວຄິດ ຂອງທ່ານ ມາກ
ທ່ານ ເລນີນ ເພີ່ນສ້າງສັງຄົມ ຢູ່ເອີຣົບພຸ້ນນ່າ ສັຕວັດທີ 19 ຢູ່ລັດເຊັຽ ສັຕວັດທີ 20,
ເຮົາສ້າງສັງຄົມນິຍົມ, ສ້າງຢູ່ບ້ານເຮົາ, ຄົນລາວ ສັງຄົມລາວ ເປັນຫຍັງ…? ຈະຕ້ອງ
ເອົາແນວທາງ ການເມືອງຂອງຜູ່ນັ້ນ ມາເປັນພື້ນຖານ ໃນແນວທາງ ການເມຶອງ ຂອງ
ພວກເຮົາ, ຄັນເຮົາຮຽນນໍາຫມູ່ ພັດວ່າ ລອກແບບ, ບັດເວົ້າເຖິງ ລັດທິມາກເລນີນ ພັດ
ວ່າຖືກຕ້ອງ, ເປັນສິ່ງແຕະຕ້ອງບໍ່ໃດ້ ອັນນີ້ແມ່ນຫຍັງ…? ຫມາຍຄວາມວ່າ ເຮົາສັ່ງສອນກັນ
ແມ່ນບໍ່…? ທີ່ເຮັດໃຫ້ເຮົາ ຫລົງໄຫລ ໄປໃນສິ່ງ ຢູ່ໃສໆພຸ້ນນ່າ.
• ອັນທີສາມ ພວກເຮົາສອນ ສຶກສາກັນ ໃຫ້ເປັນຄົນຄັບແຄບ ອະຄະຕິ ຄຽດແຄ້ນໃຫ້ກັນ
ແຕ່ຍາມຍັງນ້ອຍ ຢູ່ອະນຸບານພຸ້ນ ຕ້ອງຊັງອັນນັ້ນ ຊັງອັນນີ້ ບັດໃຫ່ຍຂື້ນ ກໍຄຽດແຄ້ນຊົນ
ຊັ້ນຕໍ່ສູ້ ເບິ່ງຄົນລາວເຮົານີ້ ຕໍ່ໄປກໍມີແຕ່ຊີ້ຈໍ້ກໍາປັ້ນໃສ່ກັນຕິ໋ ມັນໂລດບໍ່ເປັນບໍ…? ແນວນັ້ນ.
ຄົນລາວເຮົານີ້ ມັນມີນິສັຍໃຈຄໍ ອອ່ນໂຍນ ອອ້ມເອຶອອາລີແຕ່ໄດມາ. ເຮົາເຫັນ ເຮົາເຫັນ
ເບິ່ງຮູບເຂົ້າແຕ້ມ ກ່ຽວກັບເຜົ່າຊົນຕ່າງໆ ຢູ່ໃນໂລກ, ຄົນລາວ ຮອດຄົນວຽດ ຫິວກະຕ່າແລ່ນ
ບໍ໋ ຮອດຄົນຈີນຂຸດຈົກ, ຄົນລາວ ມັນຟອນ ມັນຍິ້ມ ບັດຕໍ່ນີ້ ພວກເຮົາຊີ້ສັ່ງສອນກັນ ເປັນຄົນ
ຄຽດແຄ້ນ ຄັບແຄບແນວນັ້ນບໍ…? ຫລຶວ່າແນວໄດກັນແທ້…?
ອັນນີ້ຢາກໃຫ້ເບິ່ງໆບົດຮຽນການສຶກສາ ຂອງປະເທດອຶ່ນນີ້ນ່າ ເຮົາກໍໄປນໍາຫລາຍຄົນນີ້ລະ
ໄປຢາມໂຮງຮຽນຕົວນຶ່ງ ຢູ່ເຂົາຕົວນຶ່ງ ຢູ່ New Zealand ຈັກຊື່ມັນອີ່ຫຍັງ…?ແລ້ວ ຄຶວ່າ
Broken Heart ນີ້ແລ້ວ…? ບໍ່ແມ່ນແນວນັ້ນ ແຕ່ວ່າມັນຊື່ຄຶແນວນັ້ນ. ໄປເຫັນບັກກີນເຂົ້າ,
ບັກນອນ, ບັກອ່ານຫນັງສຶ, ບັກໄປແຕ້ມນໍານາຄຣູ ພວກເຮົາໂລດແປຣກປະລາດ ມັນແມນ
ແນວໄດກໍ໋…? ພວກເຮົາຮຽນຍັງນ້ອຍ ຫນາວຊີ້ຕາຍ ເອົາຈົກຖົງໂສ້ງຍັງບໍ່ໄດ້ ຕ້ອງໄດ້ເອົາ
ມືຂຽນເດນໍ໋ ເຂົາກໍແລ້ວແຕ່ ນອນກໍໄດ້ ໃນເວລາຮຽນ. ພັດນີ້ພັດມາອ່ານ ໃນເອກະສານ ຣະ
ບົບການສຶກສາ ຢູ່ ອາເມຣິກາ ກໍຄຶແນວນັ້ນ. ປຶ້ມຫລັກສູດຕໍານານ ບໍ່ຄຶກັນຢູມນໂຮງຮຽນ,
ບໍ່ມີຂອງເອກພາບ, ແລ້ວແຕ່ຜູ່ຊີ້ເຮັດ, ບ່າງໂຮງຮຽນ ບໍ່ໄດ ບໍ່ໄດ້ໃຫ້ຮຽນໄດ ທິດສະດີ ຂອງ
ຣະບົບ ພັກເລນີນ ອັນວ່າ ຄົນມີກໍາເນິດ ອອກຈາກຕົວລິງນັ້ນ, ເຮົາຮູ້ວ່າ ສະຫານ ຣັຖມົນ
ຕຣີ ນາມນີ້ບໍ່ມັກແລ້ວ…? ເຮົາກໍບໍ່ມັກກໍບໍ່ເຊຶ່ອ …? ເຮົາຂີ້ຮ້າຍປານນີ້ ອອກມາຈາລິງ ບໍ່ຄຶ.?,
ສະມາຊີກ ພວກເຮົາໃນທີ່ນີ້ ມາຈາກລິງ ບະ…? ຈັກເວົ້າເຕວະກັນກໍບໍ່ຮູ້ຈັກແລ້ວ. ດັ່ງນັ້ນ
ກໍເຫັນວ່າ ລັກສູດເຂົາກໍບໍ່ເຫັນວ່າ ເປັນເອກກະພາບກັນ ແລ້ວແຕ່ຜູ່ຊີ້ເຮັດ, ບັດນີ້ຄະແນນເຂົາ
ກໍບໍ່ໄດ້ເວົ້າ ຕ້ອງໄດ້ແນວນັ້ນ ແນວນີ້, ຄະແນນເປັນຂອງທີ່ ລະອຽດອອ່ນ, ນາຍຄຣູຮູ້ຄະແນນ
ເພຶ່ອຊ່ວຍໃຫ້ນັກຮຽນ ເພຶ່ອກ້າວຂື້ນ, ພວກເຮົາພັດ ປະກາດ ຄະແນນ ອັນນັ້ນ ອັນນີ້, ຜູ່ບໍ່ໄດ້
ຍົກຂື້ນ ຮຽນບໍ່ໄດ້ ກໍຊື້ເອົາ ມັນໂລດສົ່ງເສີມ ກັນໄປແນວນັ້ນ.
ອັນນຶ່ງ ຣະບົບການສຶກສາ ອາເມຣິກາ ຄຶວ່າ ເກັ່ງເອົາແທ້ເອົາວ່າ ແຕ່ກະຊວງການສຶສາ ຫາກໍ
ມີແຕ່ປີ 1978-79 ຮອດປີ 1980 ຈິ່ງເລີ້ມຕົ້ນ ຄື່ນໄຫວ, ແຕ່ວ່າ ໃນເວລານີ້ ເປັນຫຍັງ ການ
ສຶສາ ຂອງ ອາເມຣິກາ ເປັນຫຍັງມັນໄປ…? ນັກປາດຫລາຍ ກໍຢູ່ຫັ້ນ, ນັກຟ້ອນ ນັກສະແດງ
ສໍາມາປິ ຢູ່ຫັ້ນຫມົດ. ມັນແມ່ນແນວໄດຫວະ…? ອັນນີ້ ພວກເຮົາມາເບິ່ງການສຶກສາ ຂອງ
ພວກເຮົາ ຊີ້ຄຸມກັນແນວນີ້ບໍ໋…? ອີ່ຫຍັງ ກໍຄຸມ…ຄຸມ….ຄຸມ ຕ້ອງເຣັດແນວນັ້ນແນວນີ້, ແທນ
ທີ່ເຮົາຊີ້ສົ່ງເສີມ ໃຫ້ນາຍຄຣູ ຂຽນຕໍາລາ ຂຽນແນວນັ້ນສອນກັນ ໂຮງຮຽນນັ້ນເຂົາຊີ້ເຮັດຫຍັງ
ກໍໃຫ້ເຂົາເຮັດ, ມີແຕ່ວ່າ ບໍ່ໃຫ້ສອນ ໃນກົດຫມາຍເກີດຫ້າມ ບໍ່ໃຫ້ຂ້າພັນລັນແທງກັນກໍແລ້ວ,
ໃຫ້ເສີມຂະຫຍາຍຫມົດ ສະຕິປັນຍາ, ໃຫ້ຄົນມີຈິດໃຈ ມັນກ້ວາງຂວາງ, ມັນມີຫົວຄິດ
ປະດິດສ້າງ ເປັນຂອງຕົນເອງ, ບໍ່ຄວນວ່າ ຕ້ອງຫ້າມແນວນັ້ນ, ຕອ້ງສອນແນວນັ້ນ, ສອນ
ແນວນີ້, ແຕ່ນອ້ຍແມ່ນສອນ ຄຽດຊັງອັນນັ້ນ ບັດໄຫ່ຍມາ ຕໍ່ສູ້ຊົນຊັ້ນ ອັນນັ້ນ ອັນນີ້, ມັນ
ບໍ່ໄດແນວນັ້ນ ຄົນເຮົາຕ້ອງ ເອຶ້ອເຟຶ້ອ ອາລີແລ້ວບໍ໋ ເຮົານີ້ ປະກົດວ່າ ສອນກັນ ຄຶວ່າ
ຕົວເອງເກັ່ງ ແລ້ວກໍຊະນະ ເບິ່ງທິດສະດີ ຜູ່ອຶ່ນນັ້ນປະຕິການຫມົດ ມັນບໍ່ໄດ້ແນວນັ້ນ ເຮົາກໍ
ຕ້ອງໃດ້ຮຽນ ນໍາຫມູ່ເວີຍ…! ຊີ້ວ່າ ອາເມຣິກາ ເປັນຈັກກະພັດ ກໍແມ່ນ ເຮົາບໍ່ຍ້ອງ ມັນດອກ
ມັນເປັນຈັກກະພັດ ແຕ່ມັນເກັ່ງເດ….? ເພຶ່ອຢາກ ພັທນາ ກໍຕ້ອງໄດ້ຮຽນເດ ເຮົາກໍຕ້ອງ
ຮຽນນໍາມັນແລ້ວບໍ໋…? ອີ່ຫຍັງມັນດີ ນໍາມຫູານັ້ນ ຍອມຮໍ່າ ຍອມຮຽນ, ມັນກ້ວາງ ມັນ
ຂວາງ ເອຶອຟູ້ ອາລີເອົາ, ອັນນີ້ ເຮົາສອນກັນໂລດ ຄັບແຄບ ຂັ້ນຫມູ່ ມີຄວາມແຕ່ງຕົນ
ເອງແລ້ວ ຖຶກັນເປັນແນວໄດບຸ…? ເວົ້າແລ້ວວ່າ ເພຶ່ອນສະຫາຍກັນ ຢູ່ທາງຫລັງຈັກ
ໄປທາງໄດ ກໍບໍ່ຮູ້ ອັນນັ້ນ ມັນກໍບໍ່ເປັນ…? ບໍ່ເຊຶ່ອຫມູ່ເວົ້າ ຄວາມຕ່າງບໍ່ໄດ້ ຮອດຄົ້ນຄົ້ວ
ຊໍ້າ ຜິດຫູນຶ່ງ ກໍຕອບວ່າ ບໍ່ຖືກແລ້ວ ມັນບໍ່ໃດ້ໄດ ແນວນັ້ນ…? ມັນຕ້ອງໄດ້ ຄົ້ນໄດ້ຄົ້ວ
ຫມູ່ເວົ້າ ຕ້ອງໄດ້ເຂົ້າໃຈ ບໍ..? ມັນຄຶມີອັນດີ ແນວນັ້ນແນວນີ້…? ຄົນເຮົາ ມັນຕ້ອງມີຫລາຍ
ຄວາມຄິດ ມັນຈິງຊີ້ ພັທນາໄດ້…?
Labels:
Lao politics,
Laos,
LPDR
Subscribe to:
Post Comments (Atom)
0 comments:
Post a Comment