Sunday, June 19, 2011

ຊີວະປວັດ ຂອງທ່ານ ຄຳເຜີຍ ປານມະໄລທອງ

- ວັນ, ເດືອນ, ປີ ເກີດ: 27.11.1958.

- ເກີດທີ່ບ້ານສົບມອນ, ເມືອງຊຽງຄໍ້, ແຂວງຫົວພັນ, ຊົນເຜົ່າ ລາວ
ປະຈຸບັນຢູ່ບ້ານຄຳຮຸ່ງ
, ເມືອງໄຊທານີ, ນະຄອນຫລວງວຽງຈັນ.

- ຊັ້ນຕຳແຫນ່ງ ແລະ ຫນ້າທີ່ຮັບຜິດຊອບ: ກຳມະການສູນກາງພັກ, ເລຂາຄະນະພັກ, ຫົວຫນ້າສະຖາບັນວິທະຍາສາດ ສັງຄົມແຫ່ງຊາດ.
-
ລະດັບການສຶກສາສາມັນ: 6.

- ລະດັບວິຊາສະເພາະ: ປະລິນຍາເອກ ປັດຊະຍາ
- ລະດັບທິດສະດີການເມືອງ
: ປະລິນຍາເອກ.

- ວັນ, ເດືອນ, ປີ ເຂົ້າລັດຖະກອນ: 08.1983
-
ວັນ, ເດືອນ, ປີ ເຂົ້າພັກສົມບູນ: 19.11.1985.

ການເຄື່ອນໄຫວໂດຍຫຍໍ້ໃນແຕ່ລະໄລຍະ:

1970-1974 ຮຽນປະຖົມສຶກສາທີ່ໂຮງຮຽນນ້ອງນ້ອຍ 67 ຫນານຫນິງ ສປ ຈີນ.

1974-1977 ຮຽນມັດທະຍົມຢູ່ໂຮງຮຽນເລກ 2 ຮ່າບັກ, ສສ ຫວຽດນາມ.

1978-1983 ຮຽນວິຊາປັດຊະຍາ ທີ່ມະຫາວິທະຍາໄລສັງລວມແຫ່ງລັດ ຢູ່ເລນິນກະຣາດ, ສະຫະພາບໂຊວຽດ
ເປັນຄູສອນປັດຊະຍາ ຢູ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ທ່າງ່ອນ ນະຄອນຫລວງວຽງຈັນ.

1985-1988 ຄົ້ນຄວ້າ ແລະ ປ້ອງກັນປະລິນຍາເອກ ດ້ານປັດສະຍາ ທີ່ສະຖາບັນດິດວິທະຍາສາດ-ສັງຄົມຂອງສູນກາງ
ພັກກອມມູນິດໂຊວຽດ
.

1988-1989 ເປັນຄູສອນປັດສະຍາ ຢູ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ທ່າງ່ອນ ນະຄອນຫລວງວຽງຈັນ.

1989-1996 ສັງກັດຢູ່ຫ້ອງວ່າການສູນກາງພັກ ເປັນເລຂາປະຈຳ ທ່ານປະທານພັກ, ປະທານປະເທດ ຄຳໄຕ ສີພັນດອນ.

1996-2003 ເປັນຮອງຫົວຫນ້າຫ້ອງວ່າການສູນກາງພັກ, ທັງເປັນເລຂາປະຈຳ ທ່ານປະທານພັກ, ປະທານປະເທດ
ຄຳໄຕ ສີພັນດອນ.

2003-2010 ເປັນຫົວຫນ້າຫ້ອງວ່າການສູນກາງພັກ, ປີ 2006 ໄດ້ຮັບເລືອກຕັ້ງເປັນກຳມະການສູນກາງພັກສະໄຫມທີ VIII .

2010- ປະຈຸບັນ ເປັນກຳມະການສູນກາງພັກ, ເລຂາຄະນະພັກ, ເປັນຫົວຫນ້າສະຖາບັນວິທະຍາສາດສັງຄົມແຫ່ງຊາດ,
ເປັນກຳມະການຂອງຄະນະປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂັ້ນສູນກາງສະໄຫມທີ VIII.

ອົງການສະເຫນີ: ສະຖາບັນວິທະຍາສາດ-ສັງຄົມແຫ່ງຊາດ

3 comments:

  1. merci pour les informations
    Ouane

    ReplyDelete
  2. ຂອບໃຈທີ່ທ່ານມາຢາມ.

    ReplyDelete
  3. ຂໍອວຍພອນໃຫ້ ທ່ານ ຄຳເຜີຍ ປານມະໄລທອງ ຈົ່ງມີຄວາມສຸກສົດຊື່ນສົມຫວັງ
    ປາດຖະໜາສິ່ງໃດຂໍໃຫ້ໄດ້ສິ່ງນັ້ນ ປະຕິບັດໜ້າທີ່ເພື່ອປວງຊົນລາວທັງຊາດດ້ວຍເຖີ້ນ

    ReplyDelete