Thursday, June 23, 2011

ຢ່າລືມ ຄຸນຄ່າຂອງລາວນອກ!

ເລີ້ມແຕ່ອອກພາບວິດີໂອ ຢູ່ "ຢູຕູບ"ມາ ທ່ານ ດຣ. ຄຳເຜີຍ ປານມະໄລທອງ ກາຍມາເປັນພະເອກ ໃນເວທີສະພາກາເຟລາວ ຢູ່ທັງບ້ານ ແລະຢູ່ໂລກຊາຍເບີ. ອ່ານຢູ່ໃສ ໃຜກໍຍ້ອງ. ບັນດາລາວນອກເຮົາ ແຮງຄັກ ພາກັນລັ່ງກັນມາເຂົ້າເວທີຊາຍເບີ ອອກຄວາມເຫັນ ຍ້ອງທ່ານຢ່າງຟົດສນັ່ນ ແລະບໍ່ຂາດສາຍ.

ແຕ່ແປກນ້ອຍນຶ່ງວາ, ບາດມາຟັງແລະເບິ່ງຄັກໆແລ້ວ ທ່ານ ດຣ. ຄຳເຜີຍບໍ່ໄດ້ກ່າວເຖິງ ລາວນອກພໍຄວາມນຶ່ງເລີຍ.

ເປັນຫຍັງພວກລາວນອກພວກເຮົາ ຈື່ງພາກັນຖືກໃຈນຳຄຳເວົ້າຂອງທ່ານ ຢ່າງຟົດຟື້ນຈັ່ງຊີ້? ທັ້ງໆທີ່ທ່ານເອງ ເປັນຮອດຄນະເລຂາທິການພັກ ແລະເປັນຄນະກົມການເມືອງ ສູນກາງພັກ. ຖ້າຈະເວົ້າງ່າຍໆແລ້ວ ທ່ານນີ້ ເປັນຕ່ອນຄອມມຸຍນິດພຸ້ນຕວາ?

ມື້ນັ້ນທີ່ສະພາ ທ່ານສ້າງປວັດສາດ. ທ່ານຢື່ນສງ່າຜ່າເຜີຍ ຮຽກຮ້ອງຄວາມເປັນທັມ ໃຫ້ຊົນຊັ້ນທຸກຍາກ ທີ່ພັກການເມືອງທ່ານສັງກັດຢູ່ນັ້ນ ໄດ້ກົດຂີ່ປິດປາກ ເຂົາມາຕລອດ. ເຂົາບໍ່ມີສິດອອກສຽງ ໄດ້ຕາມຊອບໃຈ ມາເກືອບເຄິ່ງສັຕວັດແລ້ວ. ສຽງອັນເປັນທັມ ທີ່ທ່ານສະແດງອອກມາ ໃນມື້ນັ້ນຫັ້ນແລະ ຄືຄວາມຕ້ອງອັນແຮງກ້າ ຂອງຄົນລາວຫມົດທຸກຄົນ.

ສນັ້ນແລ້ວ ເມື່ອພວກເຮົາເຫັນຜູ່ໃດເວົ້າຄວາມຈິງ ແລະເປັນກະບອກສຽງ ຂອງ
ຄວາມເປັນທັມອອກມາ ມັນເປັນຂອງທຳມະດາ ທີ່ພວກເຮົາຈະຕ້ອງສນັບສນຸນໂລດ. ຈະເປັນໃຜກໍຕາມ.

ເພາະຄວາມຈິງແລ້ວ ໃຜໆກໍສແວງຫາ ຢາກມີອິສຣະພາບແນວຄິດຂອງຕົນ. ໃຜໆກໍຢາກມີສຽງ ຢາກສະແດງຄວາມຮູ້ສຶກ ທີ່ແທ້ຈີງຂອງຕົນອອກມາ ຢ່າງອິສຣະ ຄືກັບທ່ານມີຫັ້ນແລ້ວ.

ຖ້າປະຊາຊົນບໍ່ສາມາດອອກສຽງ ໄດ້ຕາມໃຈແລ້ວ ອຳນາດຜເດັດການ ກໍຕົກຢູ່ໃນກຳມືຂອງບາງກຸ່ມຄົນເທົ່ານັ້ນ ຄືດັ່ງທ່ານຮູ້ແລະປະກອບສ່ວນມາຕລອດ. ໃຜມີອຳນາດ ແມ່ນຜູ່ນັ້ນຖືກ ຜູ່ອື່ນບໍ່ສົນ.

ເພື່ອຄວາມຢູ່ລອດ ປະຊາຊົນລາວໃນ ຕ້ອງກາຍມາເປັນຄົນເຫັນແກ່ຕົວ ມັກລັກ ມັກໄດ້ ແບບບໍ່ອາຍ ຍ້ອນສພາບແວດລ້ອມ ພາເປັນ. ຊຶ່ງກົງກັນຂ້າມ ກັບລາວນອກ ທີ່ເປັນຄົນເອື້ອອ້ອມອາລີແທ້ໆ ບໍ່ວ່າທາງດ້ານຈິດໃຈ ຫລື ທາງດ້ານວັດຖຸ. ຖ້າມີການເຈັບການຕາຍ ໄກແສນໄກ ພວກເຮົາແມ່ນໄປເຖິງກັນ. ໄປໃສມາໃສ ພວກເຮົາກໍມີ ຂອງຕິດມືມາຕ້ອນກັນ.

ໃນໄລຍະ 30ກວ່າປີທີ່ຜ່ານມາ
ລາວນອກໄດ້ສົ່ງເງິນ ໄປຊ່ວຍພີ່ຊ່ວຍນ້ອງລາວໃນເປັນ ຫລາຍໆຮ້ອຍລ້ານໂດລາ.

ລາວນອກພວກເຮົາຍັງຮັກສາ ຄ່ານິຍົມຊີວິດ ອັນຖືກຕ້ອງຂອງຄົນລາວແຕ່ໃດໆມາ. ເຖິງຈະຈາກບ້ານຈາກເມືອງ ເປັນຫລາຍສິບປີມາກໍຕາມ ຄວາມຮັກແພງກັນ ການອະໂຫສິໃຫ້ະກັນ ຄວາມສຸຈຣິດຕໍ່ກັນ ແລະຄວາມເປັນທັມນຳກັນ ແມ່ນຄ່ານິຍົມ ອັນແຫນ້ນແກ່ນ ທີ່ພວກເຮົາຍຶດຖືມາຕລອດ ໃນການດຳຣົງຊີວິດຢູ່ຕ່າງປະເທດ.

ລູກເຕົ້າພວກເຮົາຖືກສິດສອນໃຫ້ ຮັກແພງຄອບຄົວ ຮັກຫມູ່ເພື່ອນ ແລະຮັກສັງຄົມ ທັງຢູ່ບ້ານເຮືອນ ແລະຢູ່ໃນສະຖາບັນຕ່າງໆ. ເລີ້ມແຕ່ຫ້ອງອະນຸບານຈົນຈົບປະຖົມ ເດັກນັກຮຽນຢູ່ອະເມຣິກາ ຈະຖືກສິດສອນຫລັກການ ວົງຈອນສັນຕິພາບ (Peace Circle) ທຸກໆເຊົ້າກ່ອນຈະເຂົ້າຮຽນ. ສນັ້ນແລ້ວ ຈິດໃຈຂ້ອງຂ້າເຈົ້າ ແມ່ນຖືກພັທນາແຕ່ນ້ອຍ ໄປໃນທາງສັນຕິແລະເອື້ອເຟື້ອອາຣີແກ່ມະນຸດດ້ວຍກັນ ພ້ອມທັງສັດເດັຍຣະສານແລະສພາບແວດລ້ອມດ້ວຍ.

ທ່ານ ດຣ. ຄຳເຜີຍ; ພວກເຮົາດີໃຈຫລາຍ ທີ່ມີຄົນແບບທ່ານເລີ້ມຕື່ນຕົວ ແລະມອງຫາທິດທາງໃຫມ່ເພື່ອແກ້ໄຂ ປັບປຸງຄຸນນະພາບ ສັພຍະກອນມະນຸດລາວ ໂດຍແນ່ໃສ່ຕົວຢ່າງຄວາມສຳເຣັດແລະຄວາມເກ່ງກ້າສາມາດ ຂອງຣະບົບປະເທດຕາເວັນຕົກ ໂດຍສະເພາະ ໃນອະເມຣິກາ ນິວຊິລັນ ຍີ່ປຸ່ນ...

ເຖິງຢ່າງໃດກໍຕາມ ໃນການຄົ້ນຄວ້າແລະຊອກຫາທາງອອກໃຫມ່ ໃຫ້ແກ່ປະເທດຊາດນັ້ນ ກະຣຸນາ ທ່ານຢ່າເບິ່ງຂ້າມ ສັພກອນມະນຸດອັນມັ່ງຄັ້ງສົມບຸນຂອງລາວນອກ ຊຶ່ງເຕັມໄປດ້ວຍຄວາມສາມາດອັນສູງສົ່ງ ພ້ອມດ້ວນຄຸນສົມບັດອັນດີງາມ ແລະວັທນະທັມອັນອ່ອນນ້ອມຂອງລາວເຮົາ ມາໄວ້ເປັນແວ່ນແຍງ.

ພ້ອມນີ້ ພວກເຮົາເຊື່ອວ່າ ພີ່ນ້ອງລາວໃນເອງ ຕ້ອງສະແດງຄວາມຮູ້ສຶກພູມໃຈ ນຳຄຳອະພິປາຍອັນມີຄ່າຂອງ ທ່ານຄຳເຜີຍເຊັ່ນດຽວກັນ ເພາະຄຳອະພິປາຍຂອງ ດຣ. ຄຳເຜີຍໃນຄັ້ງນີ້ແມ່ນເຈາະຈົງໃສ່ຢາກແກ້ໄຂ ຄວາມລຳບາກຂອງພີ່ນ້ອງລາວໃນ. ການທີ່ ທ່ານສເນີ ວ່າທິສດີ ມາກ-ເລນິນບໍ່ເຫມາະສົມ ກັບສະພາບການຕົວຈິງ ແລະຄວາມຕ້ອງການ ຂອງການພັທນາສັງຄົມລາວ ຫັ້ນມັນຖືກຕ້ອງແລ້ວ. ສນັ້ນພີ່ນ້ອງລາວໃນ ຄວນຈະຕົບມືດັງໆແລະຫນູນແຮງໃຫ້ ຂໍ້ສເນີຂອງທ່ານຖືກຮັບເອົາມາປະຕິບັດ.

ທ້າຍສຸດນີ້ ພວກເຮົາຫວັງວ່າ ທ່ານ ດຣ. ຄຳເຜີຍ ປານມະໄລທອງ ຄົງຈະມີໂອກາດ ສືບຕໍ່ເຜີຍແຜ່ ແນວຄິດທີ່ກ້າວຫນ້ານີ້ ໄປດ້ວຍຄວາມສະດວກ ແລະດ້ວຍຄວາມປອດໄພຍ.

0 comments:

Post a Comment