ຈຸດອ່ອນອັນນຶ່ງຂອງສັງຄົມລາວ ແມ່ນພວກເຮົາບາງຄົນບໍ່ມັກຟັງ.
ລອງມາສັງເກດເບິ່ງແມ ຕອນໄປວັດ ໄປຟັງຄູບາເທດ ຫລາຍໆຄົນຍັງລົມກັນຢູ່. ຂ້າເຈົ້າບໍ່ຟັງຄູບາເວົ້າເຖິງຫຍັງເລີຍ. ຜູ່ອື່ນຢາກຟັງ ຢາກເຂົ້າໃຈຄຳອະພິປາຍ ຄຳເທສນາຂອງພຣະ ກໍເສັຍສະມາທິ ແລະລຳຄານໄປ. ບາງຄັ້ງ ຄູບາຈົນໄດ້ ຮ້ອງເຕືອນມາໃສ່ ວ່າໃຜຢາກລົມກັນ ໃຫ້ໄປລົມກັນຢູ່ຂ້າງນອກ. ອັນນີ້ມັນຫາກພໍແກ້ໄຂແລ້ວ.
ມາເວົ້າເຣື່ອງຢູ່ວັດແລ້ວບໍ່ພໍ ຢູ່ທີ່ໃນບຸນໃນງານກໍຕາມ ເມື່ອມີບຸກຄົນໃດບຸກຄົນນຶ່ງຂຶ້ນກ່າວຄຳປາໄສ ແທນທີ່ຈະມີຄວາມສງົບງຽບ ອົດສາຟັງຈັກເລັກຈັກນ່ອຍແດ່ ຟາດທັງຝອຍທັງຢາຍເຫລົ້າກັນທົ່ວທີບ. ອັນທີ່ເຫັນວ່າມັນໂພດຫລາຍຫັ້ນ ແມ່ນຍາມງານດອງ. ຕອນພິທີກອນແນະນຳຝ່າຍຊາຍຝ່າຍຍິງ ແລະກ່າວເຖິງການອວຍໄຊຍໄຫ້ພອນ ແກ່ຄູ່ສົມຣົດໃຫມ່ ຢ່າງນ້ອຍກໍງຽບແດ່ນ້ອຍນຶ່ງ ແລະພຍາຍາມໃຫ້ກຽດແກ່ຄູ່ສົມຣົດໃຫມ່ແດ່ນ້ອຍນຶ່ງ ມັນຊິເປັນຫຍັງ. ອັນນີ້ ຈັກແມ່ນສຽງຫຍັງ ກັບສຽງຫຍັງ ນັນກັນຢູ່. ຜູ່ຢາກຟັງ ກໍບໍ່ໄດ້ຍິນຫຍັງ.
ໂອຍ ເວົ້າມາແລ້ວ ເບິ່ງຜູ່ໃດກໍໃສ່ຊູດ ເນັກທັຍແຂວນຄໍຢ່າງດີ ທາງຜູ່ຍິງຫັ້ນໃສ່ສິ້ນໄຫມຄຳ ທັງແຫວນເພັດເຕັມດີ້ວມື ບາດມາຣະຍາດສັງຄົມຫັ້ນນາ ໃຫ້ມັນສົມກັບການນຸ່ງຖືແດ່.
ຂອງແບບນີ້ ພວກເຮົາພາກັນມາປັບປຸງນຳກັນເບິ່ງດູ ວ່າອົດຟັງກັນແດ່ ເພື່ອໃຫ້ກຽດກັນ ຖ້າບໍ່ຢາກໄດ້ຍິນ ບໍ່ຟັງກໍໄດ້ ແຕ່ໃຫ້ຢູ່ໃນຄວາມສງົບ ຕອນມີການປາໄສ ຫລືອະພິປາຍ ໃນສຖານທີ່ສາທາຣະນະຊົນ. ມັນຈະພາໃຫ້ພາບພົດສັງຄົມລາວ ເບິ່ງດີຂຶ້ນໃນສາຍຕາຄົນອື່ນ.
0 comments:
Post a Comment