Friday, January 21, 2011

ບົວສອນ ອາດຈະບໍ່ເປັນນຶ່ງໃນ ສິບເອັດ

ອີງຕາມບົດວິເຄາະ ຂອງທ່ານອາຈານ ມາກຕິນ ສຕູເອີດ ຟອກ (Martin-Stuart Fox) ກ່ຽວກັບການຂັດແຍງອຳນາດພາຍໃນ ສປປ ລາວ ທ່ານໃຫ້ຄວາມເຫັນວ່າ ການລາອອກຢ່າງກະທັນຫັນ ຂອງ ທ່ານບົວສອນອອກຈາກ ຫນ້າທີ່ນາຍົກຣັຖມົນຕຣີ ອາດຈະບໍ່ຢຸດ ຢູ່ທີ່ນັ້ນ.

ບາງທີ ທ່ານອາດຈະຖືກປັດເຂັ່ຍ ອອກຈາກຕຳແນ່ງກົມການເມືອງສູນກາງພັກ ກໍເປັນໄປໄດ້ ເພາະມີຄູ່ແຂ່ງທີ່ເຂັ້ມແຂງອີກຫລາຍຄົນ ລໍຖ້າໂອກາດເຂົ້າມາແທນຕັ່ງຂອງທ່ານຢູ່. ການປ່ຽນແປງຄັ້ງນີ້ອາດຈະເກີດຂຶ້ນ ພາຍ ໃນກອງປະຊຸມພັກ ຄັ້ງທີ່9 ພາຍໃນ ສອງ-ສາມເດືອນທີ່ຈະມາເຖິງນີ້.

ກອງປະຊຸມໃຫຍ່ຂອງພັກ ທີ່ຈັດຂຶ້ນໃນທຸກໆ 5ປີ ນັ້ນ ມີຈຸດປະສົງ ໃຫຍ່ສອງປະການ: ນຶ່ງແມ່ນເລືອກຕັ້ງເອົາສະມາຊິກ ກົມການເມືອງສູນກາງພັກ 11 ທ່ານ ແລະສອງແມ່ນຮັບຮອງເອົາໂຄງການ 5 ປີ ຄັ້ງຕໍ່ໄປ.

ເຖິງຢ່າງໃດກໍ ທ່ານ ມາກຕິນ ໃຫ້ຄວາມເຫັນວ່າ ເຖິງຈະມີການສັບຊ້ອນ ຂັ້ນບຸກຄົນພາຍໃນຄນະຣັຖບານກໍຕາມ ການປົກຄອງໃນລາວ ຍັງບໍ່ໄດ້ ແລະບໍ່ສາມາດແກ້ໄຂບັນຫາຊ່ຳເຮື້ອ ທີ່ກາຍມາເປັນປະເພນີເຂົ້າກະດູກດຳ ຊອງທຸກໆຂັ້ນການປົກຄອງຂອງ ສປປ ລາວ ແລະການດຳເນີນທຸຣະກິດຕ່າງໆນາ. ບັນຫານັ້ນ ກໍຄື ການສໍ້ຣາຖ.

ການສໍ້ຣາຖ ຂອງບັນດາຜູ່ນຳແລະຄອບຄົວນີ້ ພາໃຫ້ພັກພວກເຂົານຳກັນ ມັ່ງຄັ້ງຮັ່ງມີຢ່າງມະຫາສານ. ພວກນີ້ພາກັນ ສ້າງເຮືອນປານຫໍພະສາດ ໃຊ້ແຕ່ຣົດແພງໆ ຊຸມແຊວກັນຢ່າງຟຸມເຟືອຍ. ໂດຍສະເພາະ ຖ້າຫາກມີງານແຕ່ງງານຂອງລູກເຕົ້າພວກເຂົາ ຕອນນັ້ນຈະແມ່ນໂອກາດ ທີ່ຄອບຄົວຂອງບັນດາຜູ່ນຳ ອວດອ້າງຄວາມຮັ່ງມີໃສ່ກັນ ແລະທັງເປັນໂອກາດທີ່ພວກທຸຣະກິດ ຊື້ຈ້າງຈອບອອຍເອົາສິດ ແລະ ຄວາມສະດວກ ດ້ວຍການປ້ອນຊອງ ທີ່ເຕັມໄປດ້ວຍເງິນໂດລາ.

ທ່ານໃຫ້ຂໍ້ສັງເກດຕື່ມອີກວ່າ ໃນເວລາທີ່ສະມາຊິກພັກ ແລະຄນະຣັຖບານ ພາກັນຄູນຮັ່ງຄູນມີ ໃຫ້ແກ່ຕົນແລະຄອບຄົວນັ້ນ ຄັງຂອງຣັຖບານຂາດເຂີນ ຣາຍໄດ້ຂອງຣັຖເກັບບໍ່ໄດ້ຕາມຄາດຫມາຍ. ພາສີຕ່າງໆນາໆ ເປັນຂອງທີ່ "ເຈຣະຈາ " ໄດ້ນຳເຈົ້າຫນ້າທີ່ພາສີ ທຸກຂັ້ນຕອນ. ງົບປະມານຂອງປະຊາສົງເຄາະ ແມ່ນມີນ້ອຍ ແລະ ຂາດເຂີນທີ່ສຸດ.

ປັດຈຸບັນນີ້ ຣັຖບານສປປ ລາວຍັງຕ້ອງອາສັຍ ການຊ່ວຍເຫລືອ ຈາກຕ່າງປະເທດ ເປັນຕົ້ນຈາກ ຍີ່ປຸ່ນ ແລະປະເທດຕາວັນຕົກ ມາຖົມຂຸມງົບປະມານປະຈຳປີ ຂອງຕົນມາຕລອດ ແຕ່ປີ 1975 ມາ.

ປານນັ້ນ ທາງຣັຖບານຍັງປະກາດຕໍ່ປະຊາຊົນລາວ ແລະຕໍ່ໂລກວ່າ ທາງພັກ ແລະຣັຖຈະປົດແອກ ປະເທດລາວໃຫ້ອອກຈາກບັນຊີ ຂອງປະເທດດ້ອຍພັທນາຂອງສະຫະປະຊາຊາດ ພາຍໃນປີ 2020.

ອີງຕາມ ການວິເຄາະຂອງທ່ານ ມາກຕິນແລ້ວ ທາງສປປ ລາວອາດຈະບັນລຸເປົ້າຫມາຍນີ້ໄດ້ຍາກ ຖ້າຫາກບໍ່ມີການປັບປຸງແກ້ໄຂ ການສໍ້ຣາຖສໍ້ປະຊາຊົນ ຢູ່ພາຍໃນລາວ ເຖິງວ່າ ສປປ ລາວຈະມີຣາຍໄດ້ເພີ້ມເຕີມຈາກການຜລິດໄຟຟ້າ ການທ່ອງທ່ຽວ ການຂຸດຄົ້ນບໍ່ແຮ່ ຫລືຕ່າງໆນາໆ ຍ້ອນການຮົ່ວໄຫລ ພາຍໃນຄັງຂອງຣັຖບານ.

ບົດວິເຄາະຈາກຜູ່ຊ່ຽວຊານທີ່ມີຊື່ສຽງສູງຂັ້ນອັນດັບສາກົນ ກ່ຽວກັບ ການຄົ້ນຄວ້າ ແລະ ສືກສາກັບບັນຫາ ການສໍ້ຣາຖໃນລາວ ເປັນທີ່ທີ່ຫນ້າສົນໃຈ ຫລາຍ. ແຕ່ທີ່ຈິງແລ້ວ ການສໍ້ຣາຖຢູ່ໃນ ສປປ ລາວ ນັ້ນບໍ່ແມ່ນຂອງໄຫມ່ ສຳລັບຄົນລາວທີ່ອາສັຍຢູ່ໃນລາວ ຫລືຢູ່ຕ່າງປະເທດ. ຈົນຂ້າເຈົ້າເວົ້າອອກມາເອງ ການສໍ້ຣາຖກິນຫລວງ ໃນສມັຍ ສປປ ລາວ ຍິ່ງຮ້າຍກວ່າ ສມັຍ ພຣະຣາຊອານາຈັກຕັ້ງຫລາຍພັນເທົ່າ.

ແຕ່ການເວົ້າວ່າກັນພາຍໃນລາວ ກໍພຽງແຕ່ຄ່ອຍຊຶມ ເຂົ້າຫູກັນຄ່ອຍໆເທົ່າ ເພາະຢ້ານໄປຮ້ອນຫູ "ເພິ່ນ ". ສນັ້ນຕ້ອງອາສັຍ ຄົນຕ່າງດ້າວເປັນຜູ່ ກະບອກສຽງຊ່ວຍເວົ້າ ຊ່ວຍວິຈານ ມັນຄ່ອຍດັງກ້ອງ ໄປໄກ ແລະອາດຈະເປັນພາຫະນະອັນນຶ່ງ ຊ່ວຍໃຫ້ມີການແກ້ໄຂບັນຫານີ້ໄດ້.

ຖ້າທ່ານສົນໃຈຢາກອ່ານ ຣາຍຣະອຽດຂໍ້ວິເຄາະອັນຄົບຖ້ວນ ຂອງທ່ານ ມາກຕິນ ສຕູເອີດ ຟອກ ເປັນພາສາອັງກິດ ເຊີນທ່ານອ່ານໄດ້ ທີ່ http://inside.org.au/family-problems/

ສານຂເມນ ຕັດສິນປ່ອຍ ນັກໂທດໄທຍ ແລ້ວ

Photo Courtesy of Strait Times

ໃນວັນສຸກ ວັນທີ່21 ມຸກຣານີ້ ທາງສານຂເມນ ໄດ້ຕັດສິນໃຫ້ນັກໂທດໄທຍ 5ຄົນ ໃນຈຳນວນທັງຫມົດ 7ຄົນທີ່ຖືກຈັບ ໃນທ້າຍເດືອນທັນວາທີ່ຜ່ານມາ ໃຫ້ຝາກໂທດຜູ່ລະ 9ເດືອນ ແລະຖືກປັບໃຫມ ຜູ່ລະ $250 ໃນຖານະລ່ວງລ້ຳຊາຍແດນ. ພ້ອມນັ້ນທາງສານໄດ້ປ່ອຍຕົວ ໃຫ້ຂ້າເຈົ້າມີອິສຣະ ແລະ ອະນຸຍາດໃຫ້ກັບປະເທດໄທຍໄດ້.

ອີກສອງຄົນ ຄື ວິຣະ ສົມຄວາມຄິດ ແລະ ຣາຕຣີ ພີປາຖນາໄພບຸນ ຍັງຖືກກັກຂັງຢູ່ ເພາະວ່າທັງສອງຄົນນີ້ ຖືກຣັຖບານຂເມນ ກ່າວຫາວ່າເປັນທັງຜູ່ສອນແນມ ແລະທັງລ້ວງລ້ຳເຂດແດນຂອງຂເມນ.

ສານຂເມນຄາດວ່າ ສານຈະຕັດສິນຄະດີສອງຄົນນີ້ ໃນຕົ້ນເດືອນກຸມພາ.

Friday, January 14, 2011

ໂອບາມາ ສະດຸດີ ເອົາຂວັນປະຊາຊົນຄືນ

Courtesy of WSJ

ເຖິງວ່າປະຊາຊົນອະເມຣິກາທັງຊາດ ຈະສັບສົນແລະເສົ້າໃຈນຳເຫດການ ຮຸນແຮງທີ່ເກີດຂຶ້ນ ໃນຣັຖອາຣີໂຊນາກໍຕາມ ແຕ່ວ່າບັນດາຂ່າວສານມວນຊົນ ທັງຝ່າຍຊ້າຍແລະຝ່າຍຂວາ ບໍ່ໄດ້ລົດລະໂຈມຕີກັນ. ຕ່າງຝ່າຍຕ່າງກ່າວຫາກັນ ວ່າໃຜເປັນຕົ້ນເຫດພາໃຫ້ ເຫດການນອງເລືອດນີ້ເກີດຂຶ້ນ.

ທາງຝ່າຍຊ້າຍກ່າວຫາ ວ່າຝ່າຍຂວາເປັນຕົ້ນເຫດໃຊ້ຄຳເວົ້າ ແລະຮູບພາບອັນຮຸນແຮງ ຍົວະເຍົ້າໃຫ້ຄົນມີອາຣົມຕຶງຄຽດ ພາໃຫ້ມີການກະທຳຮຸນແຮງແບບນີ້ຂຶ້ນ. ທາງຝ່າຍຂວາຈັດ ກ່າວໂຕ້ຕອບວ່າ ມັນບໍ່ແມ່ນຄຳເວົ້າຫລືພາບພົດການເມືອງໃດທັງສິ້ນ ພາໃຫ້ຄາຕກອນຄົນນີ້ໄປທຳຮ້າຍຝູງຊົນຢູ່ ເມືອງທູຊັນ ຣັຖອາຣີໂຊນາ ແຕ່ຍ້ອນໂຣກຈິດຜູ່ກ່ຽວເອງ ພາໃຫ້ຜູ່ກ່ຽວທຳພຶດຕິກັມອັນໂຫດຮ້າຍແບບນີ້.

ນອກນັ້ນ ກໍຍັງມີນັກການເມືອງຜູ່ທີ່ກຳລັງຫາສຽງສມັກເປັນປະທານທິບໍດີ ປີ 2012 ເຊັ່ນອະດີດ ຜູ່ປົກຄອງ(Governor) ຄົນດັງຂອງຣັຖອາລາສກາ ແລະມິ່ງຂວັນຝ່າຍຂວາຈັດ ທ່ານນາງ ຊາຣາ ປາລິນ ກໍໂດດເຂົ້າມາຫຍຸ້ງນຳອີກ ໂດຍອ້າງເຫດຜົນວ່າ ສື່ມວນຊົນທັງຫລາຍ ປະນາມແລະທຳລາຍຊື່ສຽງເພິ່ນ.

ທ່ານກ່າວປະຕິເສດວ່າ ຄຳເວົ້າທີ່ຮຸນແຮງທີ່ທ່ານເຄີຍໃຊ້ ໃນການຊ່ວຍຫາສຽງເລືອກຕັ້ງ ໃຫ້ພັກຣີພະບລີກັນປີກາຍນີ້ ພ້ອມດ້ວຍຮູບພາບທີ່ແນເປົ້າປືນ ໃສ່ໃນເຂດທີ່ຂອງ ທ່ານນາງ ງິບຟອດ ບໍ່ມີສ່ວນກ່ຽວຂ້ອງ ນຳເຫດການທີ່ເກີດຂຶ້ນ ທັງສິ້ນ.

"....ການກ່າວຫາຕ່າງໆນາໆ ຈາກວົງການນັກຂ່າວ ວ່າທ່ານມີຄວາມຮັບຜິດຊອບ ໃນເຣື່ອງນີ້ລ້ວນແລ້ວແຕ່ ແມ່ນການ “ໃສ່ຮ້າຍປ້າຍສີ ແບບເທເລືອດ” (Blood libel) ໃສ່ທ່ານເທົ່ານັ້ນ...." ທ່ານຢ້ຳ ໃນຖແລງການຂອງທ່ານ ທີ່Facebook ໃນຕອນເຊົ້າມື້ວັນພຸດ ຊຶ່ງກົງກັນກັບມື້ດຽວກັນທີ່ ທ່ານໂອບາມາ ຈະໄດ້ໄປກ່າວສດຸດີ ໃຫ້ຜູ່ເສັຍຊີວິດທັງ 6 ຄົນ ທີ່ເມືອງ ທູຊັນ.

ຕໍ່ການຕອບໂຕ້ອັນຮຸນແຮງ ແບບໃຊ້ອາຣົມແລະມີລັກສະນະແບ່ງແຍກແບບນີ້ ຂອງນາງ ປາລິນ ທາງຊາວອະເມຣິກັນທັງມວນ ພາກັນຍິ່ງເປັນຫ່ວງ ແລະຫວັງວ່າທ່ານໂອບາມາ ຈະໃຊ້ໂອກາດງານສະດຸດີນີ້ ມາປອບຂວັນປະຊາຊົນ ຜ່ອນຄາຍຄວາມເຄັງຕຶງພາຍໃນສັງຄົມ ແລະທ້ອນໂຮມປະຊາຊົນໄດ້ ເຫມືອນກັບປະທານທິບໍດີຄົນອື່ນໆ ທີ່ເຄີຍເຮັດມາ.

ຕໍ່ຫນ້າຄອບຄົວຂອງຜູ່ເຄາະຮ້າຍ ບັນດາບຸກຄົນສຳຄັນຈາກພັກການເມືອງຕ່າງໆ ພ້ອມດ້ວຍຝູງຊົນເຖິງ 13,000 ຄົນ ທີ່ມາເຕົ້າໂຮມ ກັນໄວ້ອາໄລ ແລະຜູ່ຊົມທາງໂທຣະທັດ ເປັນຫລາຍລ້ານຄົຍ ທ່ານປະທານບໍດີ ໂອບາມາ ໄດ້ສ້າງຄວາມສງ່າລາສີ ໃຫ້ຊາດອະເມຣິກາ ແລະໄດ້ສະແດງບົດບາດອັນສູງສົ່ງໃນການເປັນຜູ່ນຳ ຂອງຊາດ ທີ່ມີຄວາມສີວິໄລ ທັງດ້ານຈິດໄຈ ແລະທາງດ້ານສິລທັມ ດ້ວຍຄຳເວົ້າທີ່ລຶກຊຶ້ງ ດຶງດູດແລະທ້ອນໂຮມປະຊາຊົນທັງຊາດ.

ໃນການກ່າວສະດຸດີຂອງທ່ານຄັ້ງນີ້ ທ່ານໄດ້ສລີມສລອງຊີວິດຂອງຜູ່ທີ່ເສັຍ ໂດຍກ່າວເຖິງຄຸນງາມຄວາມດີ ຂອງແຕ່ລະຄົນ ທີ່ສ້າງໄວ້ນຳຄອບຄົວ ເພື່ອນຝູງ ສັງຄົມ ແລະຕໍ່ຊາດ. ໃນນັ້ນທ່ານໄດ້ເນັ້ນຫນັກ ໃຫ້ທຸກໆຄົນ ຮ່ຳຮຽນເອົາຕົວຢ່າງຂອງນາງ ນ້ອຍ ກຣິສຕີນາ ກຣີນ ທີ່ສູນເສັຍຊີວິດໄປ ພຽງອາຍຸ 9 ປີເທົ່ານັ້ນ ວ່າລາວມີຄວາມຝັນ ແລະຄວາມຫວັງວ່າ ຊາດແລະສັງຄົມອະເມຣິກາ ໃຫ້ກ້າວຫນ້າຂຶ້ນໄປ.

ທ່ານກ່າວຕໍ່ໄປວ່າ ພລັງທີ່ທ້ອນໂຮມພວກເຮົາຊາວອະເມຣິກັນ ເຂັ້ມແຂງກວ່າພລັງທີ່ຈະແຍກ ພວກເຮົາອອກກັນ. ຊາວອະເມຣິກັນ ມີສິດເສຣິພາບໃນການອອກຄວາມຄິດຄວາມເຫັນແຕກຕ່າງກັນ ແລະທຸກໆຄົນ ສາມາດສະແດງຄວາມຂັດເອົາຂັດໃຈ ຂອງຕົນອອກມາໄດ້ຢ່າງເຕັມທີ ແຕ່ວິທີທີ່ອອກຄວາມເຫັນນັ້ນ ຕ້ອງຈະຢູ່ໃນຂອບເຂດທີ່ນັບຖືຊຶ່ງກັນແລະກັນ ແລະຢູ່ໃນການໂຕ້ວາທີກັນແບບສັນຕິວິທີ. ທ່ານເຕືອນທຸກໆພາກສ່ວນ ວ່າ ຢ່າສວຍໃຊ້ໂອກາດອັນເສົ້າສລົດໃຈນີ້ ມາຫາເຣື່ອງເກາະຜິດກັນ ແລະສ້າງຄວາມແຕກແຍກກັນໂດຍບໍ່ມີເຫດຜົນ.

ພິທີໄວ້ອາລັຍຄັ້ງນີ້ເຕັມໄປດ້ວຍສຽງຕົບມືຢ່າງຟົດຟື້ນ ແທນທີ່ຈະເປັນການໄວ້ອາລັຍຢ່າງໂສກເສົ້າ. ຜູ່ຄົນທີ່ໄປຮ່ວມການໄວ້ອາລັຍຄັ້ງນີ້ ມີຈຸດປະສົງຢາກສເລີມຊີວິດຂອງຜູ່ທີ່ເສັຍໄປ ໃຫ້ກຳລັງໄຈແກ່ຄອບຄົວຂອງຂ້າເຈົ້າ ແລະທັງຜູ່ຍັງໄດ້ຮັບ ບາດເຈັບ ພ້ອມນີ້ຂ້າເຈົ້າຢາກສັນຍານໃຫ້ໂລກເຫັນວ່າ ຂ້າເຈົ້າບໍ່ໄດ້ຢ້ານຕໍ່ການກະທຳ ແບບປ່າເຖື່ອນຂອງຄາຕກອນປະເພດນີ້.

ໃນທີ່ສຸດຫາງສຽງຂອງປະຊາຊົນ ໄດ້ຍົກຍ້ອງວ່າ ທ່ານໂອບາມາ ໄດ້ສຳເຣັດ ທຳຫນ້າທີ່ທ້ອນໂຮມປົວແຜຈິດໃຈ ປອບໃຈແລະຂວັນຂອງປະຊາຊົນທັງຊາດ ເປັນຢ່າງສູງ.

Sunday, January 9, 2011

ສມຊ ສພາຕ່ຳ ຖືກລອບສັງຫານ

ສະມາຊິກສະພາຕ່ຳ ຣັຖອາຣີໂຊນາ ທ່ານນາງ ງາບຣີແອນ ງິບຟອດ (Rep. Gabrielle Giffords) ຖືກ ລອບຄາຕກັມ ໃນຕອນເຊົ້າວັນເສົານີ້ ຢູ່ສຖານທີ່ພົບພໍ້ ແລະທັກທາຍນຳປະຊາຊົນ.

ອາການຂອງທ່ານປັດຈຸບັນນີ້ຍັງສາຫັດຫລາຍ ເພາະທ່ານຖືກຍິງທີ່ຫົວ ໃນໃຣຍະປະມານ 2 ແມຕເທົ່ານັ້ນ.

ອີງຕາມການຣາຍງານຂອງແພທ ທີ່ຜ່າຕັດສມອງຂອງທ່ານວ່າ ໂອກາດທີ່ທ່ານນາງ ງິບຟອດ ຈະລອດນັ້ນຍັງມີຢູ່ ເພາະທ່ານຍັງມີສະຕິ ສາມາດ ປະຕິບັດຄຳສັ່ງ ບາງຢ່າງ ຂອງແພທໄດ້.

ນອກຈາກຍານາງ ງິບຟອດແລ້ວ ຍັງມີຜູ່ເຄາະຮ້າຍອີກ6ຄົນ ໄດ້ເສັຍຊີວິດເນື່ອງ ໃນນັ້ນມີເດັກນ້ອຍຍິງຜູ່ນຶ່ງອາຍຸ 9 ປີ ແລະອີກ 12 ຄົນໄດ້ຮັບບາດເຈັບ ໃນການຄາຕກັມຄັ້ງນີ້ .

ປັດຈຸບັນນີ້ ທາງເຈົ້າຫນ້າທີ່ຕຳຣວດໄດ້
ກັກຂັງ ເອົາຜູ່ຕ້ອງຫາ ຄາຕກອນຄົນນີ້ໄວ້ ຫລັງຈາກປະຊາຊົນພາກັນຮ່ວມມື ຕໍ່ສູ້ ແລະຈັບເອົາຄົນຮ້າຍ ໃນສຖານທີ່ເກີດເຫດ.

ຜູ່ຕ້ອງຫາຜູ່ນີ້ ຊື່ວ່າທ້າວ ຈາເຣັດ ລາຟເນີ (
Jared Loughner) ອາຍຸ 22ປີ. ດຽວນີ້ທາງຕຳຣວດ ຍັງສືບສວນຫາວ່າມີຜູ່ສົມຮູ້ຮ່ວມຄິດບໍ.

ການລອບຄາຕກັມນັກການເມືອງຂັ້ນນີ້ ສ້າງຜົນສະທັ່ນສະເທືອນ ອັນໃຫຍ່ຫລວງ ໃຫ້ແກ່ສັງຄົມອະເມຣິກາທົ່ວປະເທດ. ຂ່າວສານມວນຊົນ ພ້ອມດ້ວຍປະຊາຊົນ ພາກັນວິຈານວ່າ ບັນຍາກາດການເມືອງ ແບບພິດໂພຍ ຊຶ່ງຣະບາດກັນຂຶ້ນ ພາຍໃນສອງປີຜ່ານມານີ້ ເປັນຕົ້ນເຫດໃຫ້ມີເຫດການ ແບບນີ້ເກີດຂຶ້ນ. ການໃຊ້ຄຳເວົ້າທີ່ ຮຸນແຮງຈາກນັກການເມືອງ ພັກ ຣີພະບລີກັນ ພ້ອມທັງສະຖານີວິທຍຸ ແລະໂທຣະທັດ ຂອງຝ່າຍຂວາຈັດ ມີສ່ວນໃຫ້ຄົນບາງຄົນ ຄວາມຄຸມສະຕິຕົວເອງບໍ່ໄດ້ ແລະພາກັນລົງມືສ້າງ ພຶຕິກັມອັນຮ້າຍກາດ ແບບນີ້ຂຶ້ນມາ.

ຄວາມຮູ້ສຶກດັ່ງກ່າວນີ້ ໄດ້ກ້ອງເຂົ້າໄປຫູຂອງ ວົງການສະມາຊິກ ສະພາຕ່ຳ ຈົນທາງສະພາຕ່ຳ ໄດ້ເຍື້ອນກິຈການຂອງສະພາ ໃນອາທິດຫນ້າຫມົດອາທິດ.

ທ່ານປະທານໂອບາມາເອງ ໄດ້ອອກມາກ່າວສະແດງຄວາມເສົ້າສລົດໃຈ ແກ່ຄອບຄົວຂອງຜູ່ທີ່ເສັຍຊີວິດ ແລະປະກາດວ່າທາງຣັຖບານ ຈະຕິດຕາມສພາບການດັ່ງກ່າວຢ່າງໃກ້ສິດ.

ສພາບການດັ່ງກ່າວນີ້ ເປັນສພາບການຫົວລ້ຽວຫົວຕໍ່ ໃນສັງຄົມອະເມຣິກາ ຊຶ່ງທາງການ ຕ້ອງກຳເອົາສພາບໃຫ້ໄດ້. ຖ້າບໍ່ດັ່ງນັ້ນ ການຄາຕກັມການເມືອງຈະຣະບາດ ເຫມືອນຍຸກ 1960 ທີ່ເກີດມີການຄາຕກັມປະທານະທິບໍດີ ເຄັນເນດີ, ທ່ານ ມາກຕິນ ລູເຕີຄິງ ແລະ ທ່ານ ໂຣເບີດ ເຄັນເນດີ.....

ຕໍ່ສພາບການດັ່ງກ່າວ ທາງການແນະນຳວ່າ ທຸກໆຄົນຕ້ອງມີສະຕິ ແລະທົບທວນເບິ່ງຕົວເອງຢືນຢູ່ບ່ອນໃດ ແລະຄວນເອົາບົດບາດໃດນຳກັນ ເພື່ອຮັກສາຄວາມປອດໄພຂອງຊາດ ແລະຄວາມຫມັ້ນຄົງ ໃນການໃຊ້ສິດທິສ່ວນຕົວ ຂອງແຕ່ລະບຸກຄົນ.

Thursday, January 6, 2011

ນາຍພົນ ວັງປາວ ມໍຣະນະກັມແລ້ວ

ອີງຕາມຣາຍງານຂ່າວຈາກຫລາຍໆແຫ່ງ ແຈ້ງມາວ່າ ທ່ານນາຍພົນ ວັງປາວ ໄດ້ເຖິງແກ່ມໍຣະນະກັມແລ້ວ ໃນວັນພະຫັດ ວັນທີ່ 6 ເດືອນ ມຸກຣາ ປີ 2011 ທີ່ໂຮງພຍາບານ ກລາວິສ ຂອງເມືອງ ແຟຣໂນ ໃນຣັຖກາລີຟໍເນັຍ ຫລັງຈາກທີ່ທ່ານໄດ້ເຂົ້າພຍາບານ ຢູ່ທີ່ນັ້ນເປັນເວລາ 10ວັນ.

ທ່ານມີອາຍຸທັງຫມົດ ໄດ້ 81ປີ. ເຊີນອ່ານລາຍຣະອຽດຕື່ມອີກ.

Wednesday, January 5, 2011

ແຜນທາງຣົຖໄຟດ່ວນ ຈີນ-ລາວ

ທາງການຈີນແລະລາວໄດ້ຕົກລົງສ້າງທາງຣົຖໄຟດ່ວນ ເພື່ອຂົນສົ່ງຄົນໂດຍສານ ແລະສິນຄ້າຜ່ານລາວ. ທາງເສັ້ນນີ້ຈະເລີ້ມ ແຕ່ເມືອງບໍ່ເຕັນ ຈົນເຖິງນະຄອນວຽງຈັນ ແລ້ວຈະຊອດຜ່ານປະເທດໄທຍ ຈົນໄປເຖິງສິງກະໂປ.

ເສັ້ນທາງຂອງທາງຣົຖໄຟ ນີ້ຈະຜ່ານດິນລາວປະມານ 460 ກິໂລແມຕ. ການກໍ່ສ້າງທາງທີ່ຜ່ານລາວນີ້ ຈະເລື້ມຂຶ້ນໃນຕົ້ນປີ 2011 ແລະກຳນົດວ່າຈະສຳເຣັດໃນປີ 2015.

ເຊີນທ່ານເບິ່ງຣາຍຣະອຽດນຳ ຂໍ້ສເນີໃນວິເດໂອນີ້ ວ່າເສັ້ນທາງຣົຖໄຟນີ້ ຜ່ານເມືອງໃດແດ່ໃນປະເທດລາວ.


Saturday, January 1, 2011

"ເສື້ອເຫລືອງ" ຊອກເສິກເຂົ້າໄທຍບໍ?

ປານິກ ວິກິສເຣດ ກຳລັງຖືກນຳຕົວຂຶ້ນສານຂເມນ

ໃນວັນທີ່ 28 ທັນວາ 2010 ຂເມນໄດ້ຈັບຜູ່ແທນສພາ ປິກິດ ວິນິສເຣດ ຊຶ່ງກັດຢຸ່ພັກການເມືອງດຽວກັນ ກັບນາຍົກອະພິສິດ, ພ້ອມດ້ວຍເພື່ອນຄນະນຳກັນອີກ 6ຄົນ ໃນຖານະລ່ວງລ້ຳ ເຂດຊາຍແດນຂອງກຳພູຊາ .

ກຸ່ມນີ້ເປັນກຸ່ມພັນທະມິດ "ເສື້ອເຫລືອງ" ທີ່ບໍ່ຍິນຍອມຮັບເອົາເຂດແດນ ວັດເພຣັຍວິຫານ ທີ່ສານໂລກໄດ້ແບ່ງໄວ້ ວ່າເປັນຂອງຂເມນ ແລະບໍ່ຍອມຮັບຮູ້ ການທີ່ອົງການຢູແນສໂກ ໄດ້ອະນຸມັດ ວັດນີ້ ໃຫ້ເປັນມໍຣະດົກໂລກຂອງປະເທດກຳພູຊາ.

ຕອນທີ່ຖືກຈັບນັ້ນ ກຸ່ມເສື້ອເຫລືອງກຸ່ມນີ້ ອ້າງເຫດຜົນວ່າພວກຕົນເອງ "ຫລົງທາງ" ໃນເວລາທີ່ມາສຳຣວດຊາຍແດນ ຍ້ອນເພາະພວກເຂົາໄດ້ຂ່າວວ່າ ມີຄົນຂເມນລ້ຳເຂົ້າມາຢູ່ແດນໄທຍ.

ທາງການໄທຍເອງ ໄດ້ທຳການກົດດັນໃຫ້ຂເມນປ່ອຍຕົວ ບັນດາພວກທີ່ຖືກຈັບກຸມໄວ້. ໃນວັນພະຫັດ 30 ທັນວາ ໄທຍໄດ້ສົ່ງ ທ່ານກະສິດ ປິຣົມຍາ ຣັຖມົນຕຣີຕ່າງປະເທດໄທຍ ໄປກຸງພະນົມເປັນເພື່ອໄປຂໍຮ້ອງ ໃຫ້ມີການປ່ອຍຕົວ ພວກດັ່ງກ່າວ ແຕ່ຂເມນບໍ່ຍອມ. ໃນທີ່ສຸດ ທ່ານກະສິດ ກໍກັບບ້ານມືເປົ່າ.

ນອກນັ້ນແລ້ວ ທາງການຂະເມນແຈ້ງອອກມາວ່າ ຄະດີຣະເມີດຊາຍແດນຂອງກຸ່ມ 7 ຄົນນີ້ ນີ້ຈະໄດ້ນຳໄປເຖິງສານ ຕອນນີ້ສານຂະເມນ ຍັງບໍ່ທັນໄດ້ກຳນົດ ວັນແລະເວລາທີ່ພິຈະຣານາຄະດີນີ້ເທື່ອ. ສນັ້ນ ບັນດາກຸ່ມທີ່ກັກຕົວນີ້ ບໍ່ມີສິດຖືກປະກັນຕົວອອກມາ ແລະ ພວກນີ້ຕ້ອງນອນຕ້ອນຮັບປີໄຫມ່ 2011 ທີ່ຄຸກ ເປັຣຍຊາ ທີ່ຊານເມືອງ ຂອງພະນົມເປັນກ່ອນ.

ຖ້າພວກດັ່ງກ່າວ ຖືກສານຕັດສິນ ວ່າທຳຜິດຕາມຂໍ້ກ່າວຫານີ້ ພວກນີ້ອາດຈະຕ້ອງຮັບໃຊ້ໂທດເຖິງ 18 ເດືອນ ອີງຕາມກົດຫມາຍຂອງຂເມນ.

ຕໍ່ສະພາບການດັ່ງກ່າວ ທາງພັກປະຊາທິປະໄຕ ແລະກຸ່ມເສື້ອເຫລືອງ ພາກັນຮ້ອງໂຮປະທ້ວງກັນ
ເປັນຢ່າງໃຫຍ່ ທົ່ວປະເທດໄທຍ ຈົນເຖິງຂັ້ນຈູດຮຸ່ນ ນາຍົກຣັຖມົລຕຣິ ຂະເມນ. ດຽວນີ້ກຸ່ມເສື້ອເຫລືອງ ພາກັນນັດເດີນຂະບວນປະທ້ວງໃຫຍ່ ທີ່ກຸງເທບ ໃນທ້າຍເດືອນ ມຸກຣາ.
ພວກເຮົາຖ້າຕິດຕາມເບິ່ງຕໍ່ໄປ ວ່າຂ່າວຄືບຫນ້າຈະເປັນແນວໃດ. ປະຊາຊົນຈະອະນຸຍາດ ໃຫ້ກຸ່ມເສື້ອເຫລືອງເອົາເສິກເຂົ້າບ້ານຕົນແທ້ບໍ?