Tuesday, February 8, 2011

ເຊື່ອບໍວ່າ ໄກ່ເຕະຄົນຕາຍ?

ເດືອມີດ ອາວຸດໄກ່ຕີ

ທ້າວ ໂຮເຊ ລຸຍ ໂອໂຈ ອາຍຸ 35ປີ ໄປເບິ່ງຕີໄກ່ ຫລືເອົາໄກ່ໄປຕີ ຢູ່ເວທີຕີໄກ່ເຖື່ອນແຫ່ງນຶ່ງ ທີ່ແຂວງຕູລາເຣ ຣັຖ ກາລີຟໍເນັຍ. ດ້ວຍສາເຫດໃດບໍ່ຮູ້ ຜູ່ກ່ຽວ ຖືກໄກ່ງ ເຕະເດືອມີດສຽບຂາຕົວເອງ ຈົນພາໃຫ້ຜູ່ກ່ຽວເສັຍຊີວິດ ທີ່ໂຮງພຍາບານ ພາຍໃນສອງຊົ່ວໂມງຕໍ່ມາ.

ທາງເຈົ້າຫນ້າທີ່ ກຳລັງສືບສວນເອົາລາຍຣະອຽດຢູ່ ເພາະເຫດການນີ້ແປກທີ່ສຸດ ແລະບໍ່ເຄີຍມີໃຜໄດ້ຍິນ ແລະເຫັນຈັກເທື່ອເລີຍ.

ເຊີນອ່ານຣາຍຣະອຽດໄດ້

Saturday, February 5, 2011

ເອົາໃຜ ປີນີ້?

Photo Courtesay of sportsposterwarehouse.com

ມື້ວັນອາທິດນີ້ ຊາວອະເມຣິກັນ ແລະແຟນຟຸດບອນອະເມຣິກັນທົ່ວ ຈະພາກັນເຊັຍແລະຊົມ ການແຂ່ງຂັນຊິງຊນະເລີດ ຊຸມເປີໂບ ຣະຫວ່າງ ທິມ ປິສເບີດ ສຕິນເລີ ແລະທິມ ກຣິນເບ ແປກເກີ ຢ່າງຄຶກຄື້ນ.

ການແຂ່ງຂັນຄັ້ງນີ້ ຈະໄດ້ຈັດຂຶ້ນທີ່ສະນາມກິລາໃຫມ່ທີ່ເຂດເມືອງ ດາລັສ ຂອງຣັຖ ເຕັກຊາສ. ສນາມກິລານີ້ບັນຈຸຜູ່ຊົມ ໄດ້ເຖິງ ສອງແສນຄົນ.

ປີ້ຣາຄາແພງສຸດ ຂາຍກັນດຽວນີ້ແມ່ນປະມານ 2ຫມື່ນກວ່າ ໂດລາ ($23,000).

ງົບຮັກສາຄວາມສງົບສຳລັບ ເກມນີ້ຕົກຢູ່ ປະມານ 10 ລ້ານໂດລາ ອີງຕາມຄວາມໃຫ້ການ ຂອງຜູ່ທີ່ຮັບຜິດຊອບຄວາມປອດໄພຍ.

ຕາມທັມມະດາແລ້ວ ເກມນີ້ ຈະມີການພະນັນກັນຫລາຍທີ່ສຸດ. ທາງເວກັສ ຄາດຄະເນວ່າເງິນທີ່ ມາພະນັນເກມນີ້ຈະເປັນ ຫລາຍຮ້ອຍລ້ານໂດລາ ບາງທີ່ອາດຈະເຖິງ ພັນລ້ານໂດລາກໍເປັນ ໄປໄດ້.

ແຕ້ມຕໍ່ດຽວນີ້ ແມ່ນ ທິມແປກເກີ ຕໍ່ສາມແຕ້ມ (-3) ສູງຕ່ຳ ແມ່ນປະມານ 45.

ທ່ານຈະເອົາໃຜ?

ດຽວນີ້ໄດ້ຍິນວ່າ ຄົນລົງ ແປກເກີ ກັບສູງເປັນສ່ວນຫລາຍ ວ່າຊັ້ນ. ຖ້າທ່ານເອົາທາງໃດ ກໍຕາມ ຂໍຈົ່ງໂຊກດີທຸກໆຄົນ.

ສຳລັບຜູ່ຂຽນ ຂໍນັ່ງເບິ່ງເທົ່ານັ້ນກໍພໍ.

Friday, February 4, 2011

ໄທຍ ກັບຂເມນຍິງກັນ ທີ່ຊາຍແດນ

ການເສັຍຫາຍ ຂອງການປະທະກັນ ທີ່ຊາຍແດນ ໄທຍ ຂແມ. Photo courtesy of MCOT

ໃນວລາປະມານ 6ໂມງ
ເຊົ້າ ຂອງວັນເສົາ ວັນທີ່5 ກຸມພາ ກຳລັງທະຫານໄທຍ ແລະກຳພູຊາ ໄດ້ປະທະກັນ ຢູ່ເຂດຊາຍແດນ ພຣະວິຫານ. ການປະທະກັນຄັ້ງນີ້ ຍືດຍາວເຖິງເຄິ່ງຊົ່ວໂມງ ພາໃຫ້ ທະຫານໄທຍ ເສັຍຊີວິດຄົນນຶ່ງ ແລະຖືກບາດເຈັບ 4ຄົນ.

ການປະທະກັນຄັ້ງນີ້ເປັນຄັ້ງທີ່ສອງ ພາຍໃນສອງວັນທີ່ຜ່ານມາ. ໃນການປະທະກັນຄັ້ງແຣກ ໃນມື້ວັນສຸກທີ່ຜ່ານມານັ້ນ ທາງຂເມນ ວ່າຝ່າຍຕົນໄດ້ຈັບທະຫານໄທຍ ໄດ້ 4ຄົນ ແຕ່ທາງຝ່າຍໄທຍປະຕິເສດ.

ເຖິງຢ່າງໃດກໍຕາມ ທາງນາຍທະຫານທັງສອງຝ່າຍ ກຳລັງເຈຣະຈາກັນ ເພື່ອລຸດຜ່ອນຄວາມເຄັ່ງຕຶງລົງ.

ຕໍ່ສະພາບການທີ່ບໍ່ປອດໄພຍເຊັ່ນນີ້ ທາງການໄທຍໄດ້ສັ່ງ ງົດກິຈການ ທີ່ໄທຍໄປໂຊສິນຄ້າ ໃນພະນົມເປັນໃນວັນທີ່17 ກຸມພາ ໂດຍບໍ່ມີກຳນົດ.

ອ່ານລາຍຣະອຽດຕື່ມ ທີ່

Thursday, February 3, 2011

ອຳນາດຜເດັດການ ສະເທືອນ ທົ່ວອາຣາບ

ການລຸກຮື້ເພື່ອປະຊາທິປະໄຕ ໃນປະເທດເອຢິບ ໂດຍ neoavatara.com

ພາຍຫລັງທີ່ ອຳນາດປະຊາຊົນໄດ້ຮັບໄຊຊນະ ໃນການຄົ້ນລົ້ມ ການປົກຄອງແບບຜເດັດການ ທີ່ປະເທດຕູເນເຊັຍໃນເດືອນມຸກຣາ ທີ່ຜ່ານມາ.ກະແສຟອງຂອງການຄົ້ນລົ້ມອຳນາດຜເດັດການ ໄດ້ຂຍາຍໄປທົ່ວ ປະເທດອາຟຣີກາເຫນືອ ຢ່າງຟົດຟື້ນ.

ດຽວນີ້ ປະເທດເອຢິບ ຊຶ່ງເປັນປະເທດອາຣັບທີ່ມີພົລເມືອງຫລາຍກວ່າຫມູ່ (80 ລ້ານຄົນ) ໃນບັນດາປະເທດອາຣັບທັງຫມົດ ກຳລັງປະເຊີນຫນ້ານຳການ ລຸກຮື້ຂອງປະຊາຊົນຢ່າງຫນັກຫນ່ວງ ເຊັ່ນກັນ. ປະຊາຊົນຊາວເອຢິບ ຜູ່ສະແຫວງຫາປະຊາທິປະໄຕເປັນແສນໆຄົນ ພາກັນຊຸມນຸມປະທ້ວງ ຢູ່ກາງເມືອງໄຄໂຣ ແລະເມືອງໃຫຍ່ຕ່າງໆຂອງປະເທດເອຢິບ ຮຽກຮ້ອງໃຫ້ປະທານປະເທດ ທ່ານມູບາຣັກ ໃຫ້ລາອອກຈາກຫນ້າທີ່. ການປະທ້ວງນີ້ ໄດ້ດຳເນີນກັນມາໄດ້ 10 ມື້ແລ້ວ.

ຕໍ່ການຮຽກຮ້ອງຂອງການປະທ້ວງຄັ້ງນີ້ ທ່ານມູບາຣັກເອງ ຊຶ່ງມີອາຍຸກາຍ80ປີ ແລະ ໄດ້ຄອງຕຳແນ່ງປະທານປະເທດອີຢິບ ມາໄດ້ 30ປີ ກ່າວວ່າ ທ່ານຈະບໍ່ລາອອກໃນທັນທີ ທ່ານຈະກຳຕ່ຳແນ່ງນີ້ໄປ ຮອດເດືອນ 9 ຂອງປີນີ້ ຈົນມີການເລືອກຕັ້ງໃຫມ່ ແລ້ວທ່ານຈຶ່ງຈະລາອອກ.

ແຕ່ວ່າ ທາງຝ່າຍປະທ້ວງບໍ່ຍອມຮັບ ແລະສືບຕໍ່ປະທ້ວງຕໍ່ໄປ. ທາງຝ່າຍສນັບສນູນ ມູບາຣັກອົດບໍ່ໄດ້ ເລີຍສົ່ງ
ພວກທີ່ສນັບສນູນ ມູບາຣັກເຂົ້າມາປະທະກັບ ພວກຕ້ານມູບາຣັກ ຈົນເກີດມີ ການຕໍ່ສູ້ກັນ ໃນວັນພຸດທີ່ຜ່ານມາ ຊຶ່ງເປັນຜົນໃຫ້ມີຄົນເສັຍຊີວິດເຖິງ
8ຄົນ ແລະມີຜູ່ບາດເຈັບກາຍ 800ຄົນ. ເທົ່າທຸກມື້ນີ້ ການຕໍ່ສູ້ຣະຫວ່າງສອງຝ່າຍ ຍັງບໍ່ລົດລະ.

ທັງໂລກເປັນຫ່ວງວ່າສະພາບການ ອາດຈະຮຸນແຮງຂຶ້ນເຖິງສົງຄາມກາງເມືອງ ຖ້າຫາກທາງການຄວບຄຸມສະພາບການບໍ່ໄດ້.
ທາງປະທານໂອບາມາ ຮຽກຮ້ອງ ທ່ານມູບາຣັກໃຫ້ມີການປ່ຽນແປງ ແບບເປັນຣະບຽບ ແລະແບບມສງົບ. ຜູ່ນຳຈາກປະເທດຕາເວັນຕົກ ກໍຮຽກຮ້ອງໃຫ້ທ່ານ ລາອອກຈາກຫນ້າທີ່ເຫມືອນກັນ.

ຊາວຕ່າງປະເທດ ທີ່ອາສັຍຢູ່ໃນຕົວເມືອງໃຫຍ່ຂອງເອຢິບ ພາກັນບິນຫນີອອກຈາກປະເທດ ໄປຫລາຍພັນຄົນແລ້ວ ຍ້ອນສະພາບການຄວາມປອດໄພຍ ຂາດຄວາມປະກັນ.

ບັນດານັກຂ່າວຖືກ ຕ່ອຍຕີ ນາບຂູ່ ຈາກພວກສນັບສນູນ ມູບາຣັກ. ທາງເຈົ້າຫນ້າທີ່ຮັກສາຄວາມສງົອອກປາບປາມນັກຂ່າວ ເຫມືອນກັນ ໂດຍການຍຶດເອົາອຸປກອນຖ່າຍທຳ ແລະກັກຂັງນັກຂ່າວ.ການກະທຳດັ່ງກ່າວຂອງເຈົ້າຫນ້າທີ່ເອຢິບ ຖືກປະນາມ ຢ່າງຫນັກຈາກຊາວໂລກ.

ນອກຈາກການປະທ້ວງຢູ່ເອຢິບແລ້ວ ຍັງມີການປະທ້ວງຮຽກຮ້ອງ ໃຫ້ມີການປ່ຽນແປງອຳນາດການປົກຄອງ ແບບຜເດັດການ ຢູ່ປະເທດ ເຢເມັນ ຈໍດັນ ຊີເຣັຍ ແລະອານເຢເຣັຍອີກດ້ວຍ.

ຂບວນການລຸກຮື້ໃນບັນດາ ປະເທດອາຣາບຄັ້ງນີ້ ສ້າງຄວາມສະທ້ານຫວັ່ນໄຫວ ໄປທົ່ວໂລກ ເພາະວ່າປະເທດອາຣາບ ເປັນປະເທດຍຸທສາດທາງດ້ານການຂົນສົ່ງ ແລະເປັນປະເທດທີ່ບໍ່ນຳມັນ ອັນມະຫາສານ ປ້ອນອຸສາຫະກັມ ແລະການບໍຣິໂພກທົ່ວໂລກ.

ການປັ່ນປວງຄັ້ງນີ້ ພາໃຫ້ຣາຄານ້ຳມັນດິບ ຂຶ້ນເຖິງ $100 ໂດລາສຫະຣັຖ ຕໍ່ຖັງ.

ຖ້າເປັນດັ່ງນີ້ຕໍ່ໄປ ເສຖກິດໂລກຈະປັ່ນປ່ວນຫນັກ ຄ່າຄອງຊີບນັບຈະຖີບຕົວຂຶ້ນ. ທັງປະເທດພັທນາແລ້ວ ແລະປະເທດທີ່ກຳລັງພັທນາ ຈະພົບອຸປສັກໃຫຍ່ ທີ່ຈະຟື້ນຕົວອອກເສຖກິດຫົດຕົວ ຊຶ່ງເລີ້ມມາແຕ່ປີ 2008.