Saturday, July 23, 2011

ຫງຽນເກົາກີ ມໍຣະນະ ແລ້ວ

ອະດີດນາຍພົນ ແລະປະທານ ວຽດນາມໃຕ້ ຫງຽນເກົາກີ

ອີງຕາມແລ່ງຂ່າວ ຕ່າງໆວ່າ ອະດີດ ນາຍພົລທະຫານອາກາດ ວຽດນາມໃຕ້ ແລະອະດີດປະທານປະເທດ ວຽດນາມໃຕ້ (1965-67), ທ່ານ ຫງຽນເກົາກີ ໄດ້ລ່ວງລັບໄປແລ້ວ ໃນມື້ວັນເສົານີ້ ທີ່ເມືອງໂຮງພະຍາບາຍ ກຸລາລຳເປີ ຂອງ ປະເທດ ມາເລເຊັຍ. ທ່ານໄດ້ມີອາຍຸທັງຫມົດ80ປີ.

ໃນປີ 2004 ທ່ານໄດ້ຕັດສິນໃຈ ກັບໄປຢ້ຽມປະເທດວຽດນາມຄືນເປັນຄັ້ງແຣກ ຕັ້ງແຕ່ທ່ານໄດ້ ຫນີອຳນາດການປົກຄອງຄອມມຸຍນິດ ວຽດນາມ ມາຕັ້ງພື້ນຖານທີ່ອະເມຣິກາ ແຕ່ປີ 1975.


ເຊີນອ່ານຣາຍຣະອຽດເປັນພາສາ ອັງກິດໄດ້: http://news.yahoo.com/former-south-vietnam-leader-nguyen-cao-ky-dies-010403940.html


Tuesday, July 19, 2011

ໃຜເປັນເຈົ້າຂອງອະເມຣິກາ ແທ້?

ພາກັນຟັງເບິ່ງວ່າເປັນຄວາມຈິງປານໃດ. ຢູ່ສປປ ລາວກໍເປັນແບບດຽວກັນນີ້ບໍ?

ຂໍ້ເຕືອນ: ພາສາໃຊ້ໃນວິເດໂອ ບໍ່ສຸພາບປານໃດ...

Monday, July 18, 2011

ເປັນຫຍັງຄຳຈຶ່ງຖີບຕົວສູງຢ່າງເປັນປວັດການ?

ມື້ນີ້ຣາຄາຄຳແລ່ນຂຶ້ນກາຍ $1,600 ໂດລາສຫຣັຖຕໍ່ອາວສ (ounce) ເປັນຄັ້ງປວັດສາດ. ການຂຶ້ນຣາຄາຂອງຄຳແບບນີ້ ຫມາຍຄວາມວ່າເງິນໂດລາ ແລະເງິນຢູໂຣເສັຍຄຸນຄ່າໃນທ້ອງຕລາດການເງິນ.

ປະເທດໃດທີ່ຖືຫນີ້ເປັນເງິນໂດລາ ຫລືເປັນປະເທດເຈົ້າຫນີ້ ເຊັ່ນປະເທດຈີນ ຢູ່ໃນທ່າຮັບທີ່ລຳບາກ ເພາະຫນີ້ທີ່ຕົວເອງຖືໄວ້ອາດເສັຍຄຸນຄ່າ ໄປເລື້ອຍໆ.

ສນັ້ນແລ້ວ ປະເທດດັ່ງກ່າວຈຶ່ງພາກັນຊື້ເອົາຄຳ ມາໄວ້ສັບຮອງ ຊຶ່ງເປັນສາເຫດອັນນຶ່ງທີ່ເຮັດໃຫ້ຕລາດຂອງຄຳຂຶ້ນ.

ສຳລັບຕລາດສຕ໊ອກເດ ມັນຈະມີຜົນສະທ້ອນຫຍັງບໍ?

ອີງຕາມຄວາມເຫັນຂອງຜູ່ຊ່ຽວຊານທາງດ້ານການລົງທຶນ ຂ້າເຈົ້າຄາດວ່າ ຣາຄາຂອງຫຸ້ນຕ່າງໆ ໃນສຫຣ ແລະ ຢູໂຣບຍັງຈະທະວີຂຶ້ນອີກຢູ່ ເນື່ອງຈາກວ່າ ທາງອະເມຣິກາຍັງຈະພິມເງິນອອກມາອີກ.

ສນັ້ນເງິນພວກນີ້ຈະຊຸກໃຫ້ຣາຄາຂອງສຕອກຂຶ້ນ ພ້ອມກັນນັ້ນສິນຄ້າໃນທ້ອງຕລາດ ຈະຂຶ້ນໄປຕາມໆກັນ.

ບາງທີພວກເຮົາຈະຜເຊີນ ຕລາດເງິນເຟີ້ໃນໄວໆນີ້ກໍເປັນໄດ້ ຊຶ່ງເປັນເຫດຜົນນຶ່ງ ທີ່ພາໃຫ້ຣາຄາຂອງຄຳ ແລ່ນຂຶ້ນຢ່າງບໍ່ຢຸດຢັ້ງ ໃນທຸກມື້ນີ້.

Thursday, July 7, 2011

ຊ່ວຍຟັງກັນ ດີບໍ?

ຈຸດອ່ອນອັນນຶ່ງຂອງສັງຄົມລາວ ແມ່ນພວກເຮົາບາງຄົນບໍ່ມັກຟັງ.

ລອງມາສັງເກດເບິ່ງແມ ຕອນໄປວັດ ໄປຟັງຄູບາເທດ ຫລາຍໆຄົນຍັງລົມກັນຢູ່. ຂ້າເຈົ້າບໍ່ຟັງຄູບາເວົ້າເຖິງຫຍັງເລີຍ. ຜູ່ອື່ນຢາກຟັງ ຢາກເຂົ້າໃຈຄຳອະພິປາຍ ຄຳເທສນາຂອງພຣະ ກໍເສັຍສະມາທິ ແລະລຳຄານໄປ. ບາງຄັ້ງ ຄູບາຈົນໄດ້ ຮ້ອງເຕືອນມາໃສ່ ວ່າໃຜຢາກລົມກັນ ໃຫ້ໄປລົມກັນຢູ່ຂ້າງນອກ. ອັນນີ້ມັນຫາກພໍແກ້ໄຂແລ້ວ.

ມາເວົ້າເຣື່ອງຢູ່ວັດແລ້ວບໍ່ພໍ ຢູ່ທີ່ໃນບຸນໃນງານກໍຕາມ ເມື່ອມີບຸກຄົນໃດບຸກຄົນນຶ່ງຂຶ້ນກ່າວຄຳປາໄສ ແທນທີ່ຈະມີຄວາມສງົບງຽບ ອົດສາຟັງຈັກເລັກຈັກນ່ອຍແດ່ ຟາດທັງຝອຍທັງຢາຍເຫລົ້າກັນທົ່ວທີບ. ອັນທີ່ເຫັນວ່າມັນໂພດຫລາຍຫັ້ນ ແມ່ນຍາມງານດອງ. ຕອນພິທີກອນແນະນຳຝ່າຍຊາຍຝ່າຍຍິງ ແລະກ່າວເຖິງການອວຍໄຊຍໄຫ້ພອນ ແກ່ຄູ່ສົມຣົດໃຫມ່ ຢ່າງນ້ອຍກໍງຽບແດ່ນ້ອຍນຶ່ງ ແລະພຍາຍາມໃຫ້ກຽດແກ່ຄູ່ສົມຣົດໃຫມ່ແດ່ນ້ອຍນຶ່ງ ມັນຊິເປັນຫຍັງ. ອັນນີ້ ຈັກແມ່ນສຽງຫຍັງ ກັບສຽງຫຍັງ ນັນກັນຢູ່. ຜູ່ຢາກຟັງ ກໍບໍ່ໄດ້ຍິນຫຍັງ.

ໂອຍ ເວົ້າມາແລ້ວ ເບິ່ງຜູ່ໃດກໍໃສ່ຊູດ ເນັກທັຍແຂວນຄໍຢ່າງດີ ທາງຜູ່ຍິງຫັ້ນໃສ່ສິ້ນໄຫມຄຳ ທັງແຫວນເພັດເຕັມດີ້ວມື ບາດມາຣະຍາດສັງຄົມຫັ້ນນາ ໃຫ້ມັນສົມກັບການນຸ່ງຖືແດ່.

ຂອງແບບນີ້ ພວກເຮົາພາກັນມາປັບປຸງນຳກັນເບິ່ງດູ ວ່າອົດຟັງກັນແດ່ ເພື່ອໃຫ້ກຽດກັນ ຖ້າບໍ່ຢາກໄດ້ຍິນ ບໍ່ຟັງກໍໄດ້ ແຕ່ໃຫ້ຢູ່ໃນຄວາມສງົບ ຕອນມີການປາໄສ ຫລືອະພິປາຍ ໃນສຖານທີ່ສາທາຣະນະຊົນ. ມັນຈະພາໃຫ້ພາບພົດສັງຄົມລາວ ເບິ່ງດີຂຶ້ນໃນສາຍຕາຄົນອື່ນ.

Sunday, July 3, 2011

ຕິດຕາມຂ່າວສົດໃນເມືອງໄທຍ ທາງ Internet TV

ສຳລັບ ທ່ານທີ່ສົນໄຈຕິດຕາມຂ່າວສົດໃນເມືອງໄທຍ ໂດຍສະເພາະຂ່າວກ່ຽວກັບການເລືອກຕັ້ງປີ 2011 ທ່ານສາມາດເບິ່ງ ທາງInternet ໄດ້ຢ່າງສະດວກທີ່ http://www.ustream.tv/channel/voicetvthailand#utm_campaign=synclickback

ໂຊກດີ